ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ຊາ​ຊົນທີ່ຖືກກະທົບ ຈາກໂຄງການສ້າງ ທາງລົດໄຟລາວ-ຈີນ ໄດ້ຮັບ​ຄ່າ ຊົດ​ເຊີຍ​ ພຽງ 20.4 ເປີ​ເຊັນ


​ກຳ​ມະ​ກອນກຳ​ລັງເຈາະອຸ​ໂມງ​ແຫ່ງ​ນຶ່ງ ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ລາວ
​ກຳ​ມະ​ກອນກຳ​ລັງເຈາະອຸ​ໂມງ​ແຫ່ງ​ນຶ່ງ ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ລາວ

ປະ​ຊາ​ຊົນທີ່​ໄດ້​ຮັບ​ຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຍັງໄດ້ຮັບການ
ຊົດເຊີຍ ຄ່າ​ທີ່​ດິນ​ປຸກ​ສ້າງ ທີ່​ຖືກ​ເວນ​ຄືນພຽງ 20 ເປີ​ເຊັນ​ກວ່າເທົ່າ​ນັ້ນ ຂອງມູນ​ຄ່າ​ທັງ​
ໝົດ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ ແທ່ນ​ຄຳ ທອງ​ບົນ, ຮັກ​ສາ​ການ ໂຄງການທາງລົດໄຟລາວ-ຈີນໄດ້​ຖະ​ແຫລງ​ຢືນ​ຢັນ
​ວ່າ ການຊົດເຊີຍຄ່າ​ທີ່​ດິນ​ກັບ​ສິ່ງ​ປຸກ​ສ້າງ​ຕ່າງໆ ທີ່​ຖືກ​ເວນ​ຄືນໃນ​ການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະ​ຕ້ອງ​ນຳ​ໃຊ້​ເງິນ​ທຶນ​ທັງ​ໝົດ 2,492 ຕື້​ກີບ. ຫາກ​ແຕ່​ໃນ​ໄລ​ຍະ​ຜ່ານ​ມາທາງ​ການ​ລາວ ກໍ​ສາ​ມາດ​ຈ່າຍ​ເງິນ​ຊົດ​ເຊີຍໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ໃນ​ມູນ​ຄ່າ 369 ຕື້​ກີບ ຊຶ່ງ​ຄິດ
ເປັນສັດສ່ວນ​ພຽງ​ແຕ່ 20.4 ເປີ​ເຊັນ ເທົ່າ​ນັ້ນ​ຂອງ​ມູນ​ຄ່າ​ຊົດ​ເຊີຍ​ທັງ​ໝົດ. ສ່ວນ​ໃນ​ປີ
2019 ນີ້ ກໍ​ໄດ້ວາງ​ແຜນການ ທີ່​ຈະ​ຈ່າຍ​ເງິນຊົດ​ເຊີຍ ໃຫ້​ໄດ້​ໃນ​ມູນ​ຄ່າ 450 ຕື້​ກີບ ແຕ່
​ວ່າ​ໃນ​ໄລ​ຍະ 9 ເດືອນ​ຜ່ານ​ມາ ກໍ​ສາ​ມາດ​ຈ່າຍຄ່າ​ຊົດ​ເຊີຍ ໃຫ້​ແກ່​ປະ​ຊາ​ຊົນ​ໄດ້ພຽງ 134 ຕື້​ກີບເທົ່າ​ນັ້ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ລົງ​ຢ້ຽມ ແລະ​ກວດ​ກາການ​ສ້າງສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ​ແຫ່ງ​ນຶ່ງ​ໃນ​ລາວ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ລົງ​ຢ້ຽມ ແລະ​ກວດ​ກາການ​ສ້າງສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ​ແຫ່ງ​ນຶ່ງ​ໃນ​ລາວ

ແຕ່​ຢ່າງ​ໃດ​ກໍ​ຕາມ, ທາງ​ການ​ລາວ​ກໍ​ຄາດ​ໝາຍ​ວ່າ ຈົນ​ເຖິງ​ທ້າຍ​ປີ 2019 ນີ້ ຈະ​ສາ​ມາດ
ຈ່າຍ​ຄ່າຊົດເຊີຍໃຫ້​ແກ່​ປະ​ຊາ​ຊົນ​ລາວ ເມື່ອ​ຮວມ​ໃສ່​ກັບ​ເງິນຊົດ​ເຊີຍ ທີ່ໄດ້​ຈ່າຍ​ໄປ​ແລ້ວ
ໃນ​ໄລ​ຍະ​ທີ່​ຜ່ານ​ມາ ກໍ​ຈະ​ຄິດ​ເປັນ​ມູນ​ຄ່າ​ລວມ 1,136 ຕື້​ກີບ ຊຶ່ງ​ໃນ​ນີ້ ກໍ​ລວມ​ເຖິງ​ເງິນ​ສົມ
​ທົບ​ຈາກ​ບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ 200 ຕື້​ກີບ ແລະ​ເງິນ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຈີນ
317 ຕື້​ກີບ. ສຳ​ລັບ​ການກໍ່​ສ້າງບ້ານຈັດສັນໃໝ່ ໃຫ້ປະຊາຊົນລາວ ທີ່​ຖືກ​ເວນ​ຄືນ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ຕ່າງໆ​ແລ້ວນັ້ນ ໂດຍ​ຖ້າ​ຫາກວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເປັນ​ໄປ​ຕາມ ແຜນ​ການດັ່ງກ່າວກໍ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ລາວ​ຈະ​ຕ້ອງ​ຈັດ​ຫາ​ເງິນ​ທຶນ​ອີກ 1,356 ຕື້​ກີບ ເພື່ອ​ຊົດ​ເຊີຍ​ໃຫ້​ແກ່​ປະ​ຊາ​ຊົນ ໃນ​ສ່ວນ​ທີ່​ເຫລືອ ຊຶ່ງ​ໃນ​ນີ້ ລັດ​ຖະ​ບານ​ລາວ ກໍ​ໄດ້​ຈັດ​ສັນ​ຈາກ​ງົບ​ປະ​ມານ​ປະ​ຈຳ​ປີ 2020 ໃນ​ມູນ​ຄ່າ 400 ຕື້​ກີບ ຈຶ່ງ​ຍັງ​ເຫລືອ 956 ຕື້​ກີບ ທີ່​ໄດ້​ມອບ​ໝາຍ​ໃຫ້​ທະ​ນາ​ຄານ​ແຫ່ງ​ຊາດ​ເປັນ​ຜູ້​ຈັດ​ຫາ​ດ້ວຍ​ການ​ຂາຍ​ພັນ​ທະ​ບັດ​ໃນ​ປີ 2020 ຕໍ່ໄປ.

ສ່ວນທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິການ ແລະ ຂົນສົ່ງ
ຢືນຢັນວ່າ ປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ ກັບຈີນ ຈະໄດ້ຮັບການຊົດເຊີຍ ຢ່າງຄົບຖ້ວນ. ສ່ວນປະຊາຊົນທີ່ຖືກໂຍກຍ້າຍໄປຢູ່ເຂດຈັດສັນ
ໃໝ່ກໍ​ຈະ​ກໍ່ສ້າງເຮືອນ ແລະ ສາທາລະນຸປະໂພກຕ່າໆໃຫ້​ຢ່າງ​ຄົບ​ຊຸດ​ຢູ່​ໃນ​ເຂດ​ຈັດ​ສັນ ​ໃໝ່​ນັ້ນ ດັ່ງທີ່ທ່ານ ບຸນຈັນ ຢືນຢັນວ່າ:
"ພວກ​ເຮົາ​ຈະ​ຕ້ອງ​ໄດ້​ກະ​ກຽມ​ວ່າ ​ເນື້ອ​ທີ່​ດິນນີ້​ຢູ່​ບ່ອນ​ໃດ, ກວ້າງ​ເທົ່າ​ໃດ. ພ້ອມ​ກັນ​ນັ້ນ
ກະສິໄດ້ມີການກະກຽມສິ່ງປູກສ້າງທີ່ພວກເຮົາຈະໄດ້ໂຍກຍ້າຍໄປນັ້ນມີເຮືອນຈັກຫຼັງ,
ມີສາທາລະນຸປະໂພກຕ່າງເປັນຕົ້ນແມ່ນໂຮງຮຽນ, ໂຮງໝໍ, ຫຼືວ່າສຸກສາລາ, ຕະຫຼາດ,
ວັດ, ນ້ຳປະປາ, ໄຟຟ້າ, ເສັ້ນທາງ ຫຼື ອື່ນໆທີ່ເຫັນວ່າບ້ານດັ່ງກ່າວໄດ້ມີການກໍ່ສ້າງ
ຜ່ານມາ."

ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ 2019 ນີ້ ການ​ກໍ່​ສ້າງ​ທາງ​ລົດ​ໄຟລາວ-ຈີນ ໄດ້​ຄືບ​ໜ້າ​ແລ້ວ
ກວ່າ 76 ເປີ​ເຊັນ​ຂອງ​ແຜນ​ການໂດຍມີໄລຍະທາງຍາວທັງໝົດ 414 ກິໂລແມັດຊຶ່ງການ ດຳເນີນງານນັບແຕ່ ທ້າຍປີ 2016 ເປັນຕົ້ນມາໄດ້ນຳໃຊ້ນາຍຊ່າງ ແລະ ແຮງງານຈາກ
ຈີນກວ່າ 30,000 ຄົນ, ຈ້າງ​ແຮງ​ງານ​ລາວ 3,000 ກວ່າຄົນ. ທັງ​ນີ້ ໂດຍ​ທາງ​ການ​ລາວ
ແລະ​ຈີນ ໄດ້​ຕົກ​ລົງ​ຮ່ວມ​ກັນ​ວ່າ ຈະ​ດຳ​ເນີນ​ການກໍ່​ສ້າງ​ໃຫ້​ສຳ​ເລັດ ແລະ​ເປີດ​ການ​ເດີນ
​ລົດ​ໄຟ​ຢ່າງ​ເປັນ​ທາງ​ການ​ໃຫ້​ທັນ​ກັບ​ການ​ສະ​ເຫລີມ​ສະ​ຫລອງວັນ​ຊາດ​ທີ 2 ທັນ​ວາປີ 2021.

ໂຄງ​ການ​ກໍ່​ສ້າງ​ທາ​ງ​ລົດ​ໄຟ ລາວ-ຈີນ ກະ​ທົບ​ຕໍ່​ປະ​ຊາ​ຊົນລາວ 4,411 ຄອບ​ຄົວ​ໃນ
ເຂດແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ
ໂດຍມີທີ່ດິນຖືກກະທົບ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ ແລະຕົ້ນໄມ້ຕ່າງໆ
ເກືອບ 1 ລ້ານ​ຕົ້ນ ໂດຍກຸ່ມແລກປ່ຽນຂໍ້ມູນທີ່ດິນລະບຸວ່າ ມີການຊົດເຊີຍຕ່ຳກວ່າຄວາມ
ເປັນຈິງ ເຊັ່ນທີ່ດິນເມືອງນາຊາຍທອງ, ນະ​ຄອນ​ຫລວງວຽງ​ຈັນ ທີ່ມີລາຄາຊື້-ຂາຍສະ
ເລ່ຍ 1.3 ລ້ານກີບ ແຕ່ໄດ້ປະ​ເມີນ​ການຊົດເຊີຍພຽງ 137,000 ກີບ ຕໍ່ຕາແມັດເທົ່ານັ້ນ.

ທັງ​ນີ້​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ເຊື່ອມ​ຕໍ່​ຈາກ​ບໍ່​ເຕັນ​ໄປ​ຍັງ​ນະ​ຄອນຫຼວງວຽງ​ຈັນ ຈະ​
ຕ້ອງ​ຂຸດ​ເຈາະ ແລະ​ກໍ​ສ້າງ​ອຸ​ໂມງ​ຈຳ​ນວນ 75 ແຫ່ງ ລວມ​ຄວາມ​ຍາວ​ໄດ້ 197 ກິ​ໂລ​ແມັດ ແລະ​ຂົວ 163 ​ແຫ່ງ ໂດຍ​ມີສະ​ຖາ​ນີ​ໃຫຍ່ຢູ່​ຫລວງ​ພະ​ບາງ, ວັງ​ວຽງ, ​ນະ​ຄອນ​ຫຼວງວຽງ​ຈັນ ກັບ 7 ​ສະ​ຖາ​ນີ​ນ້ອຍ, ຄິດ​ຄ່າ​ໂດຍ​ສານ 350 ກີບ​ຕໍ່​ກິ​ໂລ​ແມັດ ແລະ​ຄ່າ​ຂົນ​ສົ່ງ​ສິນ​ຄ້າ 600 ກີບ ຕໍ່​ໂຕນ ຕໍ່​ກິ​ໂລ​ແມັດ.

XS
SM
MD
LG