ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍ້ອນຄ່າຄອງຊີບທີ່ສູງຂຶ້ນ ແຕ່ຄ່າແຮງງານຕໍ່າ ຈຶ່ງເຮັດໃຫ້ມີແຮງງານລັກລອບໄປເຮັດວຽກໃນຕ່າງປະເທດຫຼາຍຂຶ້ນ


ບັນດາຜູ້ເຮັດວຽກຜິດກົດໝາຍໃນໄທ.
ບັນດາຜູ້ເຮັດວຽກຜິດກົດໝາຍໃນໄທ.

ບັນຫາຄ່າຄອງຊີບທີ່ປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ແຕ່ມີລາຍໄດ້ຕໍ່າຫຼາຍນັ້ນ ຄືສາເຫດສໍາຄັນທີ່ເຮັດໃຫ້ແຮງງານລາວຕ້ອງເດີນທາງລັກລອບໄປເຮັດວຽກໂດຍຜິດກົດໝາຍໃນໄທຫຼາຍຂຶ້ນນັບມື້, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາບາງກອກ.

ທ່ານສີຄໍາ ບຸນມີໄຊ, ສະມາຊິກສະພາແຫ່ງຊາດຈາກແຂວງຫົວພັນ ໄດ້ໃຫ້ຄວາມເຫັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດໍາເນີນກອງປະຊຸມໃນວັນທີ 5 ຫາ 30 ທັນວາ ປີ 2022 ນີ້ວ່າ ບັນຫາຄ່າຄອງຊີບທີ່ປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ແຕ່ປະຊາຊົນລາວບັນເຜົ່າຊໍ້າພັດມີລາຍໄດ້ເທົ່າເກົ່າ ໂດຍສະເພາະແມ່ນອັດຕາຄ່າຈ້າງຂັ້ນຕໍ່າຂອງບັນດາຜູ້ອອກແຮງງານໃນປະເທດທີ່ບໍ່ມີການປັບຂຶ້ນໃຫ້ສອດຄ່ອງກັບສະພາບການໂຕຈິງນັ້ນ ຄືສາເຫດສໍາຄັນທີ່ເຮັດໃຫ້ຜູ້ອອກແຮງງານລາວຕ້ອງພາກັນເດີນທາງໄປລັກລອບເຮັດວຽກໂດຍຜິດກົດໝາຍຢູ່ໃນປະເທດເພື່ອນບ້ານຫຼາຍຂຶ້ນນັບມື້ໂດຍສະເພາະແມ່ນປະເທດໄທນັ້ນ ຖືເປັນຈຸດໝາຍປາຍທາງທີ່ແຮງງານລາວສາມາດທີ່ຈະເດີນທາງໄປໄດ້ງ່າຍທີ່ສຸດ ແລະມີອັດຕາຄ່າຈ້າງຂັ້ນຕໍ່າສູງກວ່າຢູ່ລາວເກີນກວ່າ 4 ເທົ່າດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງງານລາວ ພາກັນເດີນທາງໄປໄທເພີ້ມຂຶ້ນດັ່ງກ່າວ ເພາະຢ່າງໜ້ອຍກໍຍັງມີເງິນເຫຼືອ ສໍາລັບທີ່ຈະສົ່ງກັບຄືນມາຈຸນເຈືອຄອບຄົວໃນລາວໄດ້ບາງສ່ວນ ຫາກແຕ່ວ່າການຈະແກ້ໄຂບັນຫານີ້ ໃຫ້ໄດ້ຢ່າງແທ້ຈິງນັ້ນ ລັດຖະບານລາວຈະຕ້ອງໃຫ້ຄວາມສໍາຄັນກັບການພັດທະນາອາຊີບ ແລະເພີ້ມຄຸນນະພາບທາງດ້ານຝີມືແຮງງານລາວໃຫ້ສູງຂຶ້ນໃຫ້ໄດ້ຢ່າງເປັນຮູບປະທໍາ, ດັ່ງທີ່ ທ່ານສີຄໍາ ໄດ້ໃຫ້ການຢືນຢັນວ່າ:

“ແຮງງານນີ້ກໍຕໍ່າ ຈັງຊັ້ນໃນປັດຈຸບັນນີ້ ແຮງງານມັນຈັງຫຼັ່ງໄຫຼກັນ ໄປຕ່າງປະ ເທດຈໍານວນທີ່ໄປອອກແຮງງານຕ່າງປະເທດມີເງິນສົ່ງມາໃຫ້ພໍ່ແມ່, ແຕ່ວ່າຜູ້ທີ່ອອກແຮງງານພາຍໃນປະເທດເຮົານີ້ໂຕເອງກໍຍັງເກືອບບໍ່ລອດ, ຈັງຊັ້ນ ທິດທາງຕໍ່ໄປນີ້ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນນີ້ ອັນນຶ່ງລະແມ່ນຢາກໃຫ້ລັດເພີ້ມງົບປະມານໃສ່ວຽກງານການສ້າງກ່ຽວກັບໂຮງຮຽນວິຊາຊີບ ເພາະອັນນີ້ເປັນບັນຫາທີ່ວ່າຈໍາເປັນທີ່ສຸດ ຖ້າວ່າປະຊາຊົນເຮົາຫາກມີຝີມືມີຄວາມຮູ້ກ່ຽວກັບເລື້ອງບັນຫາວິຊາຊີບນີ້ ບໍ່ວ່າເລື້ອງການລ້ຽງສັດ ການປູກຝັງນີ້ ເຂົາເຈົ້າສາມາດມີຄວາມເຮັດໄດ້.”

ຍິ່ງໄປກວ່ານັ້ນ ການທີ່ແຮງງານລາວທຸກຄົນຕ້ອງການເດີນທາງໄປເຮັດວຽກຢູ່ຕ່າງປະເທດຢ່າງຖືກກົດໝາຍໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະສະຫວັດດີການສັງຄົມນັ້ນ ຈະມີການໃຊ້ຈ່າຍເປັນຄ່າດໍາເນີນການ ແລະຄ່າທໍານຽມຕ່າງໆລວມກັນກວ່າ 10 ລ້ານກີບ, ເຊິ່ງເປັນຄ່າໃຊ້ຈ່າຍທີ່ສູງເກີນໄປ ສໍາລັບແຮງງານລາວ ໂດຍສ່ວນໃຫຍ່ທີ່ເປັນແຮງງານບໍ່ມີສີມື ແລະໄດ້ຮັບຄ່າຈ້າງຂັ້ນຕໍ່າທີ່ສຸດ, ແລະສ່ວນໃຫຍ່ກໍຄືແຮງງານລັກລອບເຮັດວຽກໃນໄທໂດຍຜິດກົດໝາຍນັ້ນ ເພາະວ່າພວກເຂົາເຈົ້າບໍ່ມິເງິນ 10 ກວ່າລ້ານກີບຈ່າຍໃຫ້ກັບບໍລິສັດຈັດຫາງານ, ໃນຂະນະທີ່ການຈ້າງງານໃນລາວກໍຈັດຕັ້ງປະຕິບັດໄດ້ຢ່າງຈໍາກັດ, ດັ່ງທີ່ທ່ານນາງໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຖະແຫຼງຍອມຮັບວ່າ:

“ເຊິ່ງໃນ 11 ເດືອນຜ່ານມາໄດ້ປະສານສົມທົບກັບບັນດາຫົວໜ່ວຍແຮງງານຈັດງານຕະຫຼາດນັດແຮງງານເຫັນວ່າ ມີຄວາມຕ້ອງການແຮງງານຫຼາຍກວ່າ 78,168 ຕໍາແໜ່ງ, ໄດ້ສົ່ງເສີມທຸກຫົວໜ່ວຍພາກເສດຖະກິດ ທັງພາກລັດ ແລະພາກວິສາຫະກິດ ເຂດເສດຖະກິດພິເສດ ແລະໂຄງການລົງທຶນຕ່າງໆ ຈັດຫາງານ ແລະສາມາດເຂົ້າສູ່ຕໍາແໜ່ງງານຕົວຈິງໄດ້ຈໍານວນ 73,541 ຄົນ, ໃນນີ້ເຂົ້າສູ່ຕໍາແໜ່ງງານພາຍໃນໄດ້ 20,930 ຄົນ ແລະໄປອອກແຮງງານຢູ່ຕ່າງ ປະເທດຖືກຕ້ອງຕາມກົດໝາຍ 52,611 ຄົນ.”

ສ່ວນທ່ານສຸຊາດ ຊົມກລິ່ນ, ລັດຖະມົນຕີກະຊວງແຮງງານໄທຖະແຫຼງວ່າບັນ ດານາຍຈ້າງໃນໄທສາມາດທີ່ຈະຈ້າງແຮງງານລາວ ມຽນມາ ກໍາປູເຈຍ ແລະຫວຽດນາມ ໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຕາມບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານໄທ ກັບ 4 ປະເທດດັ່ງກ່າວເທົ່ານັ້ນ, ໂດຍເຖິງແມ່ນວ່າໃນໄລຍະທີ່ຜ່ານມາລັດຖະບານໄທຈະອະນຸຍາດໃຫ້ຕໍ່ອາຍຸການຈ້າງແຮງງານ ລາວ ກໍາປູເຈຍ ມຽນມາ ແລະຫວຽດນາມ ໃນໄທຮອດປີ 2025 ກໍຕາມ ແຕ່ວ່າກໍກາຍກໍານົດການຂຶ້ນທະບຽນແຮງງານແລ້ວໃນເວລານີ້ ຈຶ່ງເຮັດໃຫ້ແຮງງານທີ່ບໍ່ໄດ້ຂຶ້ນທະບຽນດັ່ງກ່າວກາຍເປັນແຮງງານຜິດກົດໝາຍໃນໄທ ແລະຈະຕ້ອງເດີນທາງອອກຈາກໄທ ເຊິ່ງຖ້າຫາກວ່ານາຍຈ້າງໃນໄທຍັງສືບຕໍ່ຈ້າງແຮງງານເຫຼົ່ານີ້ ກໍຈະຖືກປັບໃໝແຕ່ 10,000 ຫາ 100,000 ບາດຕໍ່ການຈ້າງແຮງງານຜິດກົດໝາຍ 1 ຄົນ, ແລະຖ້າໄດ້ກະທໍາຜິດຊໍ້າອີກກໍຈະມີໂທດຂັງຄຸກ 1 ປີ ແລະປັບໃໝ 50,000 ຫາ 200,000 ບາດ, ພ້ອມກັນນັ້ນກໍຖືກຫ້າມຈ້າງແຮງງານ 3 ປີອີກດ້ວຍ.

XS
SM
MD
LG