ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມີຄວາມດັນເລືອດສູງ ຕັ້ງແຕ່ຍັງໜຸ່ມ ສາມາດນໍາ ໄປສູ່ ໂຣກຫົວໃຈໄດ້ (ວີດີໂອ ພາສາລາວ/ອັງກິດ)


High Blood Pressure In Young Adults Could Lead To Heart Disease
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

Fransada düzəldilmiş elektrik avtomobil<br /> <br /> <br /> &nbsp;

ເດືອນ​ກຸມພາແມ່ນເດືອນແຫ່ງສຸຂະພາບ​ຫົວໃຈ. ສະ​ນັ້ນ ​ມື້​ນີ້
​ເຮົາ​ຈະ​ນຳສະ​ເໜີ​ລາຍ​ງານ ​ກ່ຽວ​ກັບ​ການ​ສຶກສາ​ບັ້ນ​ນຶ່ງ ທີ່​ຈະ
​ບອກ​ໃຫ້​ພວກ​ຊາວ​ໜຸ່ມ​ຮູ້ ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ
​ສຸຂະພາບ​ຫົວ​ໃຈ​ ໃຫ້​ຢູ່​ໃນ​ສະພາບ​ທີ່​ດີ. ຜົນ​ການ​ສຶກສາ​ທີ່​ວ່າ
​ນີ້ ບອກ​ໃຫ້​ຮູ້​ວ່າ ການ​ມີ​ຄວາມດັນ​ເລືອດ​ສູງ​ນັ້ນ ສາມາດ​ພາ​
ໃຫ້​ເປັນ​ລົມ​ສາລະ​ບາດ ຫຼື stroke ​ແລະພາ​ໃຫ້​ຫົວ​ໃຈ​ວາຍ
ຫຼື heart attack ​ໄດ້. ຜົນ​ການ​ສຶກສາ​ພົບ​ວ່າ ຊາວ​ໜຸ່ມ​ ​ອາຍຸ
ພຽງ 18 ທີ່​ມີຄວາມດັນ​ເລືອດ​ສູງນັ້ນ ມີ​ຄວາມ​ສ່ຽງ​ເພີ້ມຂຶ້ນ ຕໍ່
​ການ​ເປັນ​ໂຣກຫົວ​ໃຈ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ
ຈາກ ລາຍ​ງານ​ຂອງນັກ​ຂ່າວ​ວີ​ໂອ​ເອ Carol Pearson.


ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ຄວາມດັນໂລຫິດ​ສູງ ຫຼື​ຄວາມດັນເລືອດ​ສູງ ​ເຮັດ​ໃຫ້​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂຣກຫົວ​ໃຈ​
ຂອງ​ຄົນ​ເຮົາ ​ມີເພີ້​ມຂຶ້ນ ບໍ່​ວ່າ​ເຮົາ​ຈະມີ​ຮ່ອງຮອຍ​ຂອງ​ການ​ເປັນ​ໂຣກຫົວ​ໃຈ​ຫຼືບໍ່​ກໍ​ຕາມ. ​
ເພາະສະ​ນັ້ນ ພວກ​ນາຍ​ໝໍ​ຈຶ່ງ​ຕິດຕາມ​ເບິ່ງ​ຄວາມດັນ​ຂອງ​ເລືອດ​ເຮົາຢ່າງ​ລະມັດລະວັງ
ຄື​ຈະ​ວັດ​ແທກ​ເບິ່ງ​ທຸກ​ເທື່ອ ທີ່​ເຮົາ​ໄປ​ຫາ​ໝໍ.

ການ​ສຶກສາ​ໃໝ່​ບັ້ນ​ນຶ່ງ ພົບ​ວ່າ ພວກ​ຊາວ​ໜຸ່ມ ​ໃນ​ໄວ​ລຸ້ນ​ແລະ​ໄວ​ຊຸມ 20 ປີ ທີ່​ມີ​ຄວາມດັນ
​ເລືອດ​ສູງ​ນັ້ນ ຈະ​ມີ​ຄວາມ​ສ່ຽງ​ເພີ້​ມຂຶ້ນ​ທີ່​ຈະ​ເປັນ​ໂຣກຫົວ​ໃຈ ​ເວລາ​ເຂົາ​ເຈົ້າ​ມີ​ອາຍຸ​ຮອດ​
ໄວ​ກາງຄົນ ຄື​ລະຫວ່າງ 35 ຫາ 50 ປີ ​ແລະ​ເພີ້​ມຂຶ້ນ​ຫຼາຍກ່ວາ​ພວກ​ຊາວ​ໜຸ່ມ ທີ່​ມີຄວາມ
ດັນ​ເລືອດ​ປົກກະຕິ.

ດອກເຕີ້ Norrina Allen ​ແຫ່ງ​ມະຫາວິທະຍາ​ໄລ Northwestern ທີ່ ລັດ​ອິລລີ​ນອຍ ​
ໄດ້​ເຂົ້າ​ກຳກັບ​ເບິ່ງ​ນຳການ​ສຶກສາ​ບັ້ນ​ນຶ່ງ ທີ່​ໄດ້ເລີ້ມ​ຕົ້ນ​ຂຶ້ນ​ເມື່ອ 25 ປີກ່ອນແລະ​ຍັງ​ດໍາ​
ເນີນ​ຢູ່​ຕໍ່​ມາ. ການ​ສຶກສາ​ນີ້​ໄດ້ຕິດຕາມ​ ເບິ່ງລະດັບແລະ​ແບບ​ແຜນຄວາມດັນ​ເລືອດຂອງ
​ແມ່ຍິງແລະ​ຜູ້​ຊາຍທີ່​ມີອາຍຸ​ໃນ​ລະຫວ່າງ 18 ຫາ 30 ປີ.

ພວກ​ທີ່​ປະກອບສ່ວນ​ໃນ​ການ​ສຶກສາ​ນີ້ ​ເກືອບ 5 ພັນ​ຄົນ​ແມ່ນ​ຕົກ​ຢູ່ໃນສາມ​ກຸ່ມ ຄືກຸ່ມພວກ
​ທີ່​ມີຄວາມດັນ​ເລືອດຢູ່​ໃນ​ລະດັບ​ປົກກະຕິ ກຸ່ມພວກ​ທີ່ມີີຄວາມດັນ​ເລືອດ​ໃນລະດັບ​ສູງ​
ຢ່າງ​ສະໝໍ່າສະ​ເໝີ ​ແລະ​ພວກ​ທີ່​ຄວາມດັນເລືອດ​ ຄ່ອຍໆຖີບ​ສູງ​ຂຶ້ນໄປ​ຕາມ​ເວລາ ສູ່​ລະ
ດັບ​ທີ່​ສູງ​ກ່ວາ​ປົກກະຕິ ​ແຕ່​ກໍ​ບໍ່​ສູງ​ພໍ​ທີ່​ໝໍ​ຈະ​ຕ້ອງ​ສັ່ງ​ຢາ​ໃຫ້.

ດອກ​ເຕີ້ Allen ກ່າວ​ວ່າ: “ພວກ ​ບຸກຄົນ​ທີ່​ມີ​ຄວາມດັນ​ເລືອດ ສູງ​ຂຶ້ນ​ໄປ​ເລື້ອຍໆ​
ຕອນ​ຢູ່​ໃນ​ໄວ​ກາງຄົນ ຫຼືພວກ​ທີ່​ມີ​ຄວາມດັນ​ເລືອດ​ສູງ​ໃນ​ຕອນ​ທີ່​ເຂົາ​ເຈົ້າ​ກ້າວ​
ເຂົ້າ​ສູ່​ໄວ​ ກາງຄົນ ​ແມ່ນ​ມີ​ຄວາມ​ສ່ຽງ​ຫຼາຍກ່ວາ​ຄົນ​ອື່ນໆ ທີ່​ຈະ​ເປັນ​ໂຣກຫົວ​ໃຈ ​
ເວລາ​ເຂົາ​ເຈົ້າ​ມີ​ອາຍຸ 50 ປີ.”


ບັນດາ​ນັກ​ຄົ້ນ​ຄ້ວາ​ ຍັງ​ໄດ້​ກວດ​ເບິ່ງອີກ​ວ່າ ມີ​ທາດ calcium ກໍ່​ຕົວ​ຂຶ້ນ ຢູ່​ໃນ​ຫຼອດເລືອດ
ທີ່​ແລ່ນ​ໄປ​ສູ່​ຫົວ​ໃຈ ຂອງ​ພວກ​ຄົນ​ເຫຼົ່ານັ້ນ​ຫຼືບໍ່. ທາດ calcium ທີ່​ກໍ່​ຕົວ​ຂຶ້ນ​ຕັນຫຼອດເລືອດ
ສາມາດ​ພາ​ໃຫ້​ຫົວ​ໃຈ​ວາຍ​ໄດ້.

ດອກ​ເຕີ້ Allen ​ເວົ້າ​ວ່າ: “ພວກ ​ບຸກຄົນ​ທີ່​ມີ​ຄວາມດັນ​ເລືອດ​ສູງ​ກ່ວາ ຫຼືພວກ​ທີ່​
ມີ​ຄວາມ​ດັນ​ເລືອດ​ສູງ​ຂຶ້ນ​ເລື້ອຍໆ ຈາກ​ຕັ້ງ​ແຕ່​ໄວ​ໜຸ່ມ​ໄປ​ຈົນ​ຮອດ​ໄວ​ກາງຄົນ ​
ແມ່ນ​ມີ​ຄວາມ​ສ່ຽງ​ສູງ​ກ່ວາພວກ​ອື່ນໆ ຕໍ່​ການ​ທີ່​ຈະ​ມີ​ທາດ
calcium ກໍ່​ຕົວ​ຂຶ້ນ​
ຕັນຫຼອດ​ເລືອດ ຄື​ສູງ​ກ່ວາ​ເກືອບ​ຮອດ 4 ​ເທົ່າ​ພຸ້ນ​ແຫຼະ.”


ພວກຊາວ​ໜຸ່ມ​ນ້ອຍ​ທີ່​ມີ​ຄວາມ​ດັນ​ເລືອດ​ສູງ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ມີ​ວິຖີ​ຊີວິດ​ການ​ຢູ່​ກິນທີ່​ບໍ່​ດີ
​ຕໍ່​ສຸຂະພາບ ຄື​ບໍ່​ລະວັງ​ນ້ຳໜັກ ອ້ວນ​ພີ​ເກີນ​ໄປ ກິນ​ແຕ່​ອາຫານ​ທີ່​ມີ​ໄຂມັນສູງ ບໍ່ອອກກຳລັງ​
ກາຍ ສູບຢາ ຫຼືບໍ່​ກໍ​ມີ​ນິ​ໄສ​ທີ່​ກ່າວ​ມາ​ນັ້ນ ​ປະສົມ​ກັນ.

ມີ​ຂໍ້​ສະຫຼູບ​ໄດ້​ສອງ​ຢ່າງ ຈາ​ການ​ສຶກສາ​ບັ້ນ​ນີ້ ​ຄືນຶ່ງ ລະດັບ​ຄວາມດັນ​ເລືອດ​ຂອງ​ເຮົາ​ໃນ​ເວລາ​ທີ່​ເຮົາ​ຍັງໜຸ່ມ​ນັ້ນ ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ໄດ້ເວລາ​ເຮົາ​ມີ​ອາຍຸ​ແກ່​ຂຶ້ນ ​ແລະ​ສອງ ກາ​ນ​ເລີ້ມກວດ​ຄວາມດັນ​ເລືອດ ຕັ້ງ​ແຕ່​ຕອນ​ເຮົາ​ຍັງ​ໄວ​ລຸ້ນຢູ່​ ເປັນ​ປະ​ຈໍາ​ນັ້ນ ອາດ​ສາມາ​ດຊ່ວຍ​ຊີວິດ​ເຮົາ​ໄດ້.

ດອກ​ເຕີ້ Allen ​ເວົ້າ​ວ່າ: “ຖ້າ ​ເຮົາ​ສາມາດລະບຸ​ໄດ້​ວ່າ ບຸກຄົນ​ໃດຄົງ​ຈະຕົກ​ຢູ່​ໃນ​
ກຸ່ມ​ໃດ ພວກ​ເຮົາ​ກໍ​ຈະ​ສາມາດ​ລະບຸ​ໄດ້​ວ່າ ຜູ້​ໃດ​ຈະຕົກ​ຢູ່​ໃນຄວາມ​ສ່ຽງ ທີ່​ຈະ​
ເປັນ​ໂຣກຫົວ​ໃຈ ​ແລະ​ເຮົາ​ກໍ​ຈະສາມາດ​ເຂົ້າ​ແຊກແຊງ ຄື​ຫາ​ທາງ​ປ້ອງ​ກັນ
ກ່ອນ​ທີ່ເຂົາ​ເຈົ້າ​ຈະ​ເປັນ​ໂຣກຫົວ​ໃຈ.”


ລາຍງານ​ການ​ສຶກສາ​ນີ້ ​ໄດ້​ຖືກ​ນຳລົງ​ພີ​ມ​ເຜີຍ​ແຜ່​ໃນ​ວາລະສານ ສະມາຄົມ​ການ​ແພ​ດ
ອາ​ເມຣິກັນ ຫຼື The Journal of the American Medical Association.

ດອກ​ເຕີ້ Norrina Allen ກ່າວ​ວ່າ ການ​ສຶກສາ​ນີ້​ຍັງ​ດໍາ​ເນີນ​ໄປ​ຢູ່ ​ແລະ​ເວລາ​ນີ້ ​ພວກນັກ
​ຄົ້ນ​ຄ້ວາກໍ​ກຳລັງພະຍາຍາມ ​ຊອກ​ຫາ​ວິທີ​ທາງທີ່​ດີ​ທີ່​ສຸດ ​ເພື່ອ​ຊ່ວຍ​ເຫຼືອພວກ​ຄົນໄຂ້ ທີ່ມີ
​ຄວາມດັນ​ເລືອດ​ສູງ​ນັ້ນ ​ໃຫ້​ມີ​ສຸຂະພາບ​ດີ​ຂຶ້ນ.

ເບິ່ງວີດີໂອ ພາສາລາວ ອີກເລື້ອງນຶ່ງ ກ່ຽວກັບອັນຕະລາຍຂອງຄວາມດັນເລືອດສູງ:

XS
SM
MD
LG