ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອາເມຣິກັນ ຜູ້ມີບົດບາດ ທີ່ພິເສດ ຮັບຫຼຽນກຽດຕິຍົດ ຈາກປະທານາທິບໍດີ


ທ່ານ Bruce Springsteen ສະແດງຄອນເສີດ ໃນລະຫວ່າງ ການເດີນທາງສະແດງ The River Tour ທີ່ສະໜາມກິລາ LA Memorial Sports Arena ໃນນະຄອນ Los Angeles, ລັດ California, 17 ມີນາ, 2016.
ທ່ານ Bruce Springsteen ສະແດງຄອນເສີດ ໃນລະຫວ່າງ ການເດີນທາງສະແດງ The River Tour ທີ່ສະໜາມກິລາ LA Memorial Sports Arena ໃນນະຄອນ Los Angeles, ລັດ California, 17 ມີນາ, 2016.

ປະຊາຊົນ ອາເມຣິກັນ ຜູ້ມີບົດບາດທີ່ພິເສດ ແລະ ບຸກຄົນທີ່ມີຊື່ສຽງໃນອາຊີບຂອງພວກ ເຂົາເຈົ້າ 21 ຄົນ ໄດ້ຖືກເລືອກເພື່ອຮັບລາງວັນກຽດຕິຍົດພົນລະເຮືອນລະດັບສູງຂອງ ສະ ຫະລັດ, ເຊິ່ງແມ່ນຫຼຽນໄຊເສລີພາບຂອງປະທານາທິບໍດີ.

ປະທານາທິບໍດີບາຣັກ ໂອບາມາ ໄດ້ກ່າວໃນການປະກາດ​ເມື່ອວັນພຸດວານນີ້ວ່າ ລາງວັນ ກຽດຕິຍົດພົນລະເຮືອນລະດັບສູງສຸດຂອງປະເທດແມ່ນ “ການຍົກຍ້ອງຕໍ່ແນວຄິດທີ່ ພວກເຮົາທຸກຄົນ, ບໍ່ວ່າພວກເຮົາຈະມາຈາກໃສ, ມີໂອກາດທີ່ຈະປ່ຽນແປງປະເທດນີ້ ໃຫ້ດີກວ່າເກົ່າ.”

ທ່ານ ໂອບາມາ ໄດ້ກ່າວວ່າ “ຈາກບັນດານັກວິທະຍາສາດ, ຜູ້ມີໃຈບຸນ ແລະ ຂ້າລັດຖະ ການ ຕະຫລອດ​ຈົນ​ພວກ​ນັກ​ເຄື່ອນ​ໄຫວ, ນັກກິລາ ແລະ ນັກສິລະປະ, ສ່ວນບຸກຄົນທັງ 21 ຄົນນີ້ ໄດ້ຊ່ວຍເຫຼືອ ອາເມຣິກາ ກ້າວໄປສູ່ຂ້າງໜ້າ, ເປັນແຮງບັນດານໃຈໃຫ້ປະຊາ ຊົນຫຼາຍລ້ານຄົນທົ່ວໂລກ​ໃຫ້ເດີນທາງຕາມ.”

ນັກສະຖາປະນິກ ອາເມຣິກັນ ທ່ານ Frank Gehry ເຂົ້າຮ່ວມການຢ້ຽມຢາມຂອງນັກຂ່າວ ທີ່ມູນນິທິ Louis Vuitton ໃນເມືອງ Bois de Boulogne, ນະຄອນຫຼວງ ປາຣີ. 17 ຕຸລາ 2014.
ນັກສະຖາປະນິກ ອາເມຣິກັນ ທ່ານ Frank Gehry ເຂົ້າຮ່ວມການຢ້ຽມຢາມຂອງນັກຂ່າວ ທີ່ມູນນິທິ Louis Vuitton ໃນເມືອງ Bois de Boulogne, ນະຄອນຫຼວງ ປາຣີ. 17 ຕຸລາ 2014.

ລາຍຊື່ຂອງຜູ້ທີ່ຈະໄດ້ຮັບຫຼຽນໃນປີນີ້ ລວມມີນັກກິລາທີ່ເປັນຕຳນານ ທ່ານ Michael Jordan, ທ່ານ Kareem Abdul-Jabber ແລະ ອະດີດຜູ້ປະກາດ​ຂ່າວກິລາທ່ານ Vin Scully, ນັກສະແດງທ່ານ Robert Redford, ທ່ານ Robert DeNiro, ທ່ານນາງ Cicely Tyson ແລະ ທ່ານ Tom Hanks, ນັກບັນເທີງ ທ່ານນາງ Ellen DeGeneres, ທ່ານ ນາງ Diana Ross ແລະ ທ່ານ Bruce Springsteen.

ຜູ້ທີ່ໄດ້ຮັບກຽດຄົນອື່ນໆແມ່ນຜູ້ໃຈບຸນ ທ່ານ Bill ແລະ ທ່ານນາງ Melinda gates, ນັກຟີ ຊິກທ່ານ Richard Garwin, ນັກສະຖາປະນິກທ່ານ Frank Gehry, ນັກອອກແບບ ທ່ານນາງ Maya Lin, ນັກຜະລິດລາຍການໂທລະພາບ ທ່ານ Lorne Michaels, ໄອຍະ ການ ທ່ານ Newt Minow, ນັກເລຂາຄະນິດ ແລະ ນັກວິທະຍາສາດຄອມພິເຕີ ທ່ານນາງ Margaret H. Hamilton ແລະ ທ່ານ Eduardo Padron, ປະທານຂອງມະຫາວິທະຍາ ໄລ Dade ໃນລັດ Florida.

ລາງວັນຜູ້ປະພັນທີ່ໄດ້ລ່ວງລັບໄປແລ້ວ ຈະຖືກມອບໃຫ້ຜູ້ສະໜັບສະໜູນຄົນ ອາເມຣິກັນ ພື້ນເມືອງ ທ່ານນາງ Elouise Cobell ແລະ ພົນເຮືອ​ເອກ Grace Hopper.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG