ສູນກາງເຮຣິເຄນແຫ່ງຊາດສະຫະລັດ ກ່າວໃນວັນສຸກມື້ນີ້ວ່າເຮຣິເຄນໂດຣຽນຄາດວ່າ
ຈະເພີ້ມຄວາມແຮງກາຍມາເປັນ "ເຮີຣິເຄນທີ່ຮ້າຍແຮງໃນຕອນແລງມື້ນີ້”
ສູນກາງດັ່ງກ່າວເວົ້າວ່າ “ໂດຣຽນອາດຈະຍັງເປັນເຮຣິເຄນອັນຕະລາຍຮ້າຍແຮງ ຢູ່
ໃນຂະນະທີ່ເຄື່ອນຍ້າຍເຂົ້າໄປໃກ້ພາກຕາເວັນຕົກສຽງເໜືອຂອງເກາະບາຮາມາສ
ແລະເຂົ້າມາເຖິງແຫຼມລັດຟລໍຣິດາ ໃນວັນທ້າຍອາທິດນີ້.”
ລັດຖະບານເກາະບາຮາມາສໄດ້ຄຳເຕືອນເຝົ້າລະວັງໄພຕໍ່ເຮຣິເຄນຢູ່ໃນພາກຕາ
ເວັນຕົກສຽງເໜືອຂອງບາຮາມາສ ໃນຂະນະທີ່ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ
ເດີແຊນຕິສ ໄດ້ປະກາດພາວະສຸດເສີນສຳລັບທັງໝົດໃນລັດ.
ຝົນຕົກຍ້ອນເຮີຣິເຄນໂດຣຽນອາດເຮັດໃຫ້ເກີດນ້ຳຖ້ວມກະທັນຫັນທີ່ເປັນໄພຂົ່ມຂູ່
ຕໍ່ຊີວິດ, ອີງຕາມສູນກາງເຮຣິເຄນກ່າວໄວ້.
ໂດຣຽນກຳລັງເຄື່ອນຍ້າຍດ້ວຍລົມແຮງສູງສຸດໃນລະດັບ 165 ກິໂລແມັດຕໍ່ຊົ່ວໂມງ
ຢ່າງສະໝ່ຳສະເໝີ.
ບັນດານັກພະຍາກອນອາກາດທຳນາຍວ່າໂດຣຽນ ອາດຖະຫຼົ່ມພາກຕາເວັນອອກ
ສຽງໃຕ້ຂອງລັດຟລໍຣິດາກໍເປັນໄດ້ໃນຕອນເຊົ້າວັນຈັນຈະມາເຖິງນີ້ ໂດຍທີ່ເປັນເຮີຣິ
ເຄນຢູ່ໃນລະດັບ 4 ດ້ວຍລົມແຮງຢ່າງໜ້ອຍໃນລະດັບ 209 ກິໂລແມັດ ຕໍ່ຊົ່ວໂມງ.
ພາຍຸໃນປະເພດ 4 ແມ່ນມີຄວາມສາມາດທີ່ຈະເປັນອັນທີ່ບັນດາຜູ້ຊ່ຽວຊານເອີ້ນວ່າ
ສ້າງຄວາມພິນາດ ຊຶ່ງຈະທຳລາຍບ້ານເຮືອນ ແລະຮ້ານຄ້າຕ່າງໆ ເຮັດໃຫ້ຖະໜົນ
ຫົນທາງເພພັງ ແລະຜັດຕົ້ນໄມ້ໃຫ້ລົ້ມ ແລະສາຍໄຟຟ້າຂາດ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ເລີກລົ້ມແຜນການເດີນທາງໄປ
ປະເທດໂປແລນ ເພື່ອ “ຮັບປະກັນວ່າຊັບພະຍາກອນທັງໝົດຂອງລັດຖະບານກາງ
ສຸມໄສ່ພາຍຸທີ່ຈະມາເຖິງນີ້…. ມັນເປັນສິ່ງນຶ່ງທີ່ສຳຄັນຫລາຍທີ່ຂ້າພະເຈົ້າຕ້ອງໄດ້
ຢູ່ໜີ້,” ນັ້ນຄືຄຳເວົ້າຂອງທ່ານທີ່ໄດ້ກ່າວໃນວັນພະຫັດວານນີ້.
ພວກທີ່ອາໄສຢູ່ຕາມແຄມຝັ່ງມະຫາສະໝຸດຢູ່ລັດຟລໍຣິດາ ໄດ້ຖືກບອກໃຫ້ກຽມພ້ອມ
ທີ່ຈະຍົກຍ້າຍອອກໄປ. ພວກເຂົາເຈົ້າພາກັນເຕີມນ້ຳມັນລົດ ແລະຊື້ອາຫານ, ນ້ຳ
ແລະສິ່ງຂອງໃຊ້ໃນຍາມສຸກເສີນໄວ້.
ໂດຣຽນໂດຍສ່ວນໃຫຍ່ແລ້ວໄດ້ພັດຜ່ານໄປເກາະປໍໂຕ ຣິໂກ ແລະ ເກາະເວີຈີນ
(Englsih Virgin islands) ຂອງສະຫະລັດ ແລະອັງກິດ ຊຶ່ງເຮັດໃຫ້ເກີດນ້ຳຖ້ວມ
ແລະໄຟຟ້າມອດ ແຕ່ບໍ່ມີການເສຍຫາຍທີ່ສຳຄັນ.
Labor Day will be no holiday for Florida if Hurricane Dorian follows its projected path.
The National Hurricane Center said late Thursday that Dorian is expected to become a major hurricane Friday and remain an "extremely dangerous" hurricane through the weekend as it sucks up the warm Atlantic waters.
It strengthened into a Category 2 hurricane Thursday night with maximum sustained winds near 165 kilometers per hour.
Forecasters predict that Dorian could slam into southeastern Florida early Monday as a Category 4 hurricane with winds of at least 209 kilometers per hour.
Category 4 storms are capable of what experts describe as catastrophic damage -- destroying homes and stores, ripping up roads, and knocking down trees and power lines.