ນັກວິເຄາະເຊື່ອວ່າ ລັດຖະບານຟິລິບປິນຍົກເລີກຄຳສັ່ງຫ້າມສຳຫຼວດນໍ້າມັນແລະອາຍແກັສ ຢູ່ນອກຝັ່ງທະເລ ຊຶ່ງເປັນການເປີດປະຕູໄປສູ່ການພັດທະນາພະລັງງານຮ່ວມກັບຈີນ, ປະເທດທີ່ໃຫຍ່ທີ່ສຸດໃນການຂັດແຍ້ງເລື້ອງເຂດນໍ້າແດນດິນທາງທະເລຢູ່ໃນພາກພື້ນ.
ປະທານາທິບໍດີຟີລິບປິນທ່ານ ໂຣດຣິກໂກ ດູເຕີເຕ (Rodrigo Duterte) ໄດ້ອະນຸມັດຂໍ້ສະເໜີຂອງພະລັງງານເພື່ອສືບຕໍ່ການສຳຫຼວດຢູ່ໃນທະເລຈີນໃຕ້, ອີງຕາມຄໍາເວົ້າຂອງກະຊວງດັ່ງກ່າວ ຢູ່ໃນຖະແຫລງການສະບັບນຶ່ງໃນວັນທີ 15 ຕຸລາຜ່ານມາ. ການສຳຫຼວດໄດ້ຖືກຢຸດຊະງັກລົງເມື່ອ 6 ປີກ່ອນຍ້ອນວ່າມີການຂັດແຍ້ງທາງທະເລຈີນ ລະຫວ່າງຟີລິບປິນກັບຈີນ ໄດ້ຂຶ້ນສູ່ຈຸດສູງສຸດ.
ລັດຖະມົນຕີພະລັງງານ, ທ່ານ ອາລຟັນໂຊ ຄູຊີ (Alfonso Cusi) ກ່າວໃນຖະແຫຼງການດັ່ງກ່າວວ່າ: ການສືບຕໍ່ສຳຫຼວດນໍ້າມັນ ແລະອາຍແກັສຈະ “ເຮັດໃຫ້ເສດຖະກິດດີຂຶ້ນ ດ້ວຍການລົງທືນໂດຍກົງຈາກຕ່າງປະເທດ ໃໝ່.
ນັກວິເຄາະກ່າວວ່າ ຈີນຢືນຢັດວ່າ ຈະກາຍເປັນນັກລົງທຶນຕ່າງປະເທດທີ່ສຳຄັນ ເຖິງແມ່ນວ່າຈະເຮັດໃຫ້ຟີລິບປິນແລະ ລັດຖະບານຂອງອີກ 5 ປະເທດຮູ້ສຶກບໍ່ສະບາຍໃຈກັບການຂະຫຍາຍເຂດແດນທາງທະເລດັ່ງກ່າວນັບຕັ້ງແຕ່ປີ 2010 ມາກໍຕາມ. ພວກເຂົາເຈົ້າຮູ້ສຶກບໍ່ພໍໃຈເປັນພິເສດ ຫຼັງຈາກເຈົ້າໜ້າທີ່ປັກກິ່ງໄດ້ອະນຸຍາດໃຫ້ເອົາດິນໄປຖົມໃຫ້ເປັນເກາະດອນນ້ອຍໆຫລາຍແຫ່ງ, ຊຶ່ງໃນບາງກໍລະນີກໍແມ່ນເພື່ອໃຊ້ໃນທາງທະຫານ. ຈີນອ້າງກໍາມະສິດປະມານ 90 ເປີເຊັນຂອງເຂດແດນທະເລນັ້ນ, ລວມທັງເສັ້ນທາງເດີນເຮືອທີ່ຟີລິບປິນ ກ່າວວ່າ ຢູ່ພາຍໃຕ້ເຂດເສດຖະກິດສະເພາະຂອງຕົນນັ້ນອີກດ້ວຍ.
ເມື່ອສອງປີກ່ອນໃນເດືອນນີ້, ຈີນແລະຟີລິບປິນໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມກັນຊອກຫາ ນໍ້າມັນແລະອາຍແກັສ ຢູ່ພື້ນທະເລ, ເຊິ່ງເປັນວິທີການນຶ່ງເຮັດໃຫ້ຄວາມຮ້ອນແຮງຂອງຈຸດທີ່ເຂົາເຈົ້າມີຢູ່ໃນຂໍ້ຂັດແຍ້ງໃນພາກພື້ນທີ່ກວ້າງກວ່ານັ້ນ.