ພະຍາດຕັບອັກເສບປະເພດ C ແມ່ນການຕິດເຊື້ອໄວຣັສ ທີ່
ຄົນມັກ ເປັນຫລາຍທີ່ສຸດຢູ່ໃນໂລກ ແລະມັນເຮັດໃຫ້ຄວາມສ່ຽງ
ໃນການເປັນໂຣກມະເຮັງຕັບເພີ້ມຂຶ້ນ. ແຕ່ວ່າພວກນັກຄົ້ນຄວ້າ
ໄດ້ຄົ້ນພົບວ່າ ການປິ່ນປົວດ້ວຍຢາຕ້ານເຊື້ອໄວຣັສ ສາມາດ
ຫລຸດອັດຕາຄວາມສ່ຽງ ໃນການເກີດໂຣກມະເຮັງຕັບປະເພດ
ທີ່ຄົນມັກເປັນຫລາຍທີ່ສຸດ ແລະ ມີຄວາມຮ້າຍແຮງເຖິງຕາຍ
ນັ້ນລົງໄດ້ເຄິ່ງນຶ່ງ. ຜູ້ສື່ຂ່າວວີໂອເອ ນາງ Jessica Berman ມີລາຍງານຢູ່ໃນບົດສະຫລຸບຫຍໍ້ດ້ານສຸຂະພາບ.
ມີຄົນຫລາຍເກືອບຮອດ 200 ລ້ານຄົນຢູ່ໃນທົ່ວໂລກ ທີ່ຕິດເຊື້ອ
ໂຣກຕັບອັກເສບປະເພດ C ຫລື HCV ຊຶ່ງເປັນພະຍາດທີ່ເກີດ
ຈາກເຊື້ອໄວຣັສ ທີ່ສາມາດຕິດຕໍ່ກັນໄດ້ ຍ້ອນການຮ່ວມເພດ
ຫລືຜ່ານການຕື່ມ ເລືອດ ທີ່ມີເຊື້ອພະຍາດນີ້. ການຕິດເຊື້ອຂອງ
ຕັບ ທີ່ອ່ອນແອແບບຊໍາເຮື້ອ ທີ່ເຮັດໃຫ້ເກີດອາການອິດເມື່ອຍ, ປວດກ້າມເນື້ອ ແລະຫງຸດ ຫງິດ ແມ່ນເປັນປະເດັນສ່ຽງອັນໃຫຍ່ຫລວງ ຕໍ່ການເກີດໂຣກມະເຮັງໃນແຊລຕັບ ຫຼື hepatocellular carcinoma ຊຶ່ງເປັນມະເຮັງຕັບ ທີ່ຄົນມັກເປັນຫລາຍທີ່ສຸດ ໃນທົ່ວ ໂລກ.
ມາບັດນີ້ພວກນັກຄົ້ນຄວ້າຊາວແດນມາກ ໄດ້ພົບຫລັກຖານວ່າ
ຄົນປ່ວຍທີ່ເປັນໂຣກ HCV ທີ່ໄດ້ຮັບການປິ່ນປົວ ດ້ວຍຢາຕ້ານ
ເຊື້ອໄວຣັສນັ້ນ ບໍ່ພຽງແຕ່ມີແຜອັກເສບໜ້ອຍລົງ ຍັງມີ ຄວາມສ່ຽງ ຕໍ່ການເກີດໂຣກມະເຮັງໃນຕັບຫລຸດລົງອີກດ້ວຍ.
ພວກນັກຄົ້ນຄວ້າດັ່ງກ່າວເວົ້າວ່າ ພວກຄົນເຈັບທີ່ສາມາດຄວບ
ຄຸມເຊື້ອໄວຣັສ ໃຫ້ຢູ່ໃນຂອບເຂດທີ່ຈໍາກັດໄດ້ ໂດຍການໃຊ້ຢາ
ທີ່ປູກເຊື້ອ ໄວຣັສເປັນເວລາ 6 ເດືອນ ແມ່ນສາມາດຫາຍດີໄດ້
ໃນທີ່ສຸດ ແລະໂອ ກາດທີ່ໂຣກດັ່ງກ່າວຈະກຳເລີບຄືນອີກ ພ້ອມທັງການເຕີບໂຕຂອງໂຣກ ມະເຮັງກໍແມ່ນມີໜ້ອຍທີ່ສຸດ. ບັນດາຄົນເຈັບທີ່ສາມາດຫາຍດີຈາກໂຣກ ຕັບອັກເສບປະເພດ C ມີຄວາມສ່ຽງຕໍ່ການເປັນໂຣກມະເຮັງຕັບຫລຸດ ລົງ 85%.
ໃນກຸ່ມຄົນເຈັບກຸ່ມນຶ່ງທີ່ມີ 1,174 ຄົນ ທີ່ບໍ່ໄດ້ຮັບການປິ່ນປົວ ໂດຍການໃຊ້ຢາທີ່ປູກເຊື້ອ ພະຍາດ ເພື່ອຕ້ານໄວຣັສນັ້ນ ມີ 129 ຄົນ ໄດ້ ເປັນໂຣກມະເຮັງຕັບ. ພ້ອມກັນນັ້ນ, ຢູ່ໃນ ກຸ່ມຄົນເຈັບທີ່ມີຈໍານວນຄົນ ເກືອບເທົ່າກັນ ທີ່ໄດ້ຮັບການປິ່ນປົວດ້ວຍຢາດັ່ງກ່າວ ມີພຽງ ແຕ່ 81 ຄົນທໍ່ນັ້ນ ເປັນໂຣກມະເຮັງຕັບ-- ຊຶ່ງເທົ່າກັບ ເປັນການຫລຸດຄວາມສ່ຽງຕໍ່ການ ເປັນໂຣກມະເຮັງຕັບລົງ 47%. ທັງສອງກຸ່ມ ແມ່ນໄດ້ຮັບການຕິດຕາມເບິ່ງ ເປັນເວລາປະ ມານ 5 ຫາ 8 ປີ.
ເບິ່ງວີດິໂອພາສາອັງກິດ ກ່ຽວກັບໂຣກຕັບອັກເສບປະເພດຕ່າງໆ
ທ່ານນາງນີນາ ຄີມເມີ (Nina Kimer) ຊຶ່ງເປັນແພດຊ່ຽວຊານດ້ານ ກະເພາະລໍາໄສ້ ທີ່ ມະຫາວິທະຍາໄລ Copenhagen ເປັນຜູ້ນໍາພາ ການສຶກສາຄົ້ນຄວ້າດັ່ງກ່າວ ເວົ້າວ່າ ຄົນເຈັບຜູ້ໃດທີ່ກິນຢາດັ່ງກ່າວ ແຕ່ບໍ່ມີການຕອບໂຕ້ຄືນຢ່າງແຮງ ກໍມີຄວາມສ່ຽງຕໍ່ການ ເປັນໂຣກມະເຮັງຕັບຕໍ່າເຊັ່ນກັນ. ທ່ານນາງກ່າວດັ່ງນີ້:
“ພວກເຮົາບໍ່ແມ່ນການສຶກສາຄົ້ນຄວ້າ ຈຸທໍາອິດ ທີ່ສະແດງໃຫ້ເຫັນ ເຊັ່ນນີ້ ແຕ່ວ່າການຄົ້ນພົບຂອງພວກເຮົາ ແນ່ນອນແມ່ນສະໜັບສະໜຸນ ການ ສົມມຸດຖານທີ່ວ່າ ພວກບໍ່ມີອາການຕອບໂຕ້ຕໍ່ການປິ່ນປົວ ກໍໄດ້ຮັບການ ປ້ອງກັນຄືກັນ ເມື່ອພວກເຂົາເຈົ້າໄດ້ຮັບການປິ່ນປົວ.”
ທ່ານນາງ ຄີມເມີ ເວົ້າວ່າ ການຄົ້ນພົບຂອງການສຶກສາຄົ້ນຄວ້ານີ້ ໃຫ້ຄໍາແນະນໍາວ່າ ການ ກວດພົບ ແລະປິ່ນປົວໂຣກຕັບອັກເສບປະເພດ C ແຕ່ຫົວທີນັ້ນແມ່ນສໍາຄັນຫລາຍ. ທ່ານ ນາງໃຫ້ຄໍາເຫັນວ່າ:
“ຖ້າເຮົາເຂົ້າໄປໂຮງໝໍຍ້ອນເຈັບກະເພາະ ພວກເຮົາບໍ່ພຽງແຕ່ສະຫລຸບໄດ້ ແຕ່ ເລື້ອງດຽວ. ພວກເຮົາທົດລອງເຮັດຫລາຍໆ ທາງເລືອກ. ເພື່ອໃຫ້ພະຍາດດັ່ງ ກ່າວ ກວດພົບແຕ່ຫົວທີ.”
ໂຣກຕັບອັກເສບປະເພດ C ສາມາດພາໃຫ້ເປັນໂຣກມະເຮັງໄດ້ ໂດຍ ການກໍ່ໃຫ້ເກີດ ໂຣກຕັບແຂງ ຫລື ມີບາດແຜທີ່ຕັບ.
ການສຶກສາຄົ້ນຄວ້າກ່ຽວກັບປະສິດທິຜົນຂອງການປິ່ນປົວໂຣກຕັບອັກ ເສບປະເພດ C ໃນການຫລຸດຄວາມສ່ຽງຕໍ່ການເປັນໂຣກມະເຮັງຕັບໃຫ້ຕໍ່າລົງ ແມ່ນພິມເຜີຍແຜ່ຢູ່ໃນ ວາລະສານ BMJ Open Editions.
ເບິ່ງວີດິໂອພາສາອັງກິດກ່ຽວຂ້ອງກັບໂລກຕັບມະເຮັງຕັບ