ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ຈະຊ່ວຍ ດາກາ ຕໍ່ສູ້ກັບລັດທິ ກໍ່ການຮ້າຍ


Help with Terrorism Fight on Dhaka Agenda for US Secretary of State
please wait

No media source currently available

0:00 0:02:07 0:00

ການຕໍ່ສູ້ກັບພວກລັດທິກໍ່ການຮ້າຍ ຈະເປັນລາຍການທີ່ຢູ່ ໃນລະດັບສູງສຸດຂອງກອງປະ ຊຸມ ເມື່ອລັດຖະມົນຕີການ ຕ່າງປະເທດ ສະຫະລັດ ທ່ານ John Kerry ຢ້ຽມປະເທດ ບັງກະລາແດັສ ຢ່າງເປັນທາງການຄັ້ງທຳອິດ

ການຕໍ່ສູ້ກັບພວກລັດທິກໍ່ການຮ້າຍ ຈະເປັນລາຍການທີ່ຢູ່ໃນລະດັບສູງສຸດຂອງກອງປະ ຊຸມ ເມື່ອລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຢ້ຽມປະເທດ ບັງກະລາແດັສ ຢ່າງເປັນທາງການຄັ້ງທຳອິດ, ເຊິ່ງປະເທດດັ່ງກ່າວຍັງສະເທືອນໃຈຍ້ອນ ການໂຈມຕີເມື່ອວັນທີ 1 ກໍລະກົດທີ່ຜ່ານມາ ທີ່ຮ້ານກະເຟແຫ່ງໜຶ່ງ ໃນນະຄອນຫຼວງ ດາກາ ເຊິ່ງພວກລັດອິສລາມອ້າງເອົາຄວາມຮັບຜິດຊອບນັ້ນ.

ການປິດລ້ອມໂຈມຕີໄດ້ເຮັດໃຫ້ຕົວປະກັນ 20 ຄົນເສຍຊີວິດ, ເຊິ່ງໃນນັ້ນ 17 ຄົນແມ່ນຄົນ ຕ່າງປະເທດ.

ຕຳຫຼວດໃນ ບັງກະລາແດັສ ໄດ້ກ່າວໃນວັນເສົາວານນີ້ວ່າ ພວກເຂົາເຈົ້າໄດ້ຂ້າຜູ້ຕ້ອງສົງ ໄສວາງແຜນການໂຈມຕີນັ້ນ ແລະ ພວກຫົວຮຸນແຮງຄົນອື່ນໆອີກ 2 ຄົນ​ໃນ ລະຫວ່າງ ການບຸກໂຈມຕີບ່ອນລີ້ຊ່ອນຂອງພວກເຂົາເຈົ້າ ທີ່ຕັ້ງຢູ່ນອກນະຄອນຫຼວງ ດາກາ ບໍ່ໄກ.

ຕຳຫຼວດ ບັງກະລາແດັສ ສືບສວນສອບສວນ ທີ່ສະຖານທີ່ການໂຈມຕີ ນັກຂຽນບັນທຶກ ຊາວອາເມຣິກັນ ເຊື້ອສາຍ ບັງກະລາແດັສ ທ້າວ Avijit Roy ໃນນະຄອນຫຼວງ ດາກາ, ບັງກະລາແດັສ. 26 ກຸມພາ 2015.
ຕຳຫຼວດ ບັງກະລາແດັສ ສືບສວນສອບສວນ ທີ່ສະຖານທີ່ການໂຈມຕີ ນັກຂຽນບັນທຶກ ຊາວອາເມຣິກັນ ເຊື້ອສາຍ ບັງກະລາແດັສ ທ້າວ Avijit Roy ໃນນະຄອນຫຼວງ ດາກາ, ບັງກະລາແດັສ. 26 ກຸມພາ 2015.

ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດຄົນໜຶ່ງ ໄດ້ກ່່າວໃນບົດລາຍງານສັ້ນ ກ່ຽວກັບ ຄວາມເປັນມາຕໍ່ນັກຂ່າວວ່າ “ນັບຕັ້ງແຕ່ການໂຈມຕີຄັ້ງດັ່ງກ່າວມາ, ມັນໄດ້ເຮັດໃຫ້ການ ສົນທະນາກັນມີຄວາມເຄັ່ງຕຶງຂຶ້ນ ແລະ ມີການຮ່ວມມືກັນກັບບັນດາຕຳຫຼວດ ແລະ ທະ ຫານເລິກເຊິ່ງຂຶ້ນກວ່າເກົ່າ.” ແລະ ສະຫະລັດ ແມ່ນກຳລັງຊອກຫາຊ່ອງທາງ ວ່າຈະມີ ຫຍັງແດ່ ທີ່ພວກເຂົາເຈົ້າຈະສາມາດເຮັດໄດ້ກັບ ບັງກະລາແດັສ.

ໃນສິ່ງທີ່ທ່ານ Kerry ກ່າວຢ່າງເປີດເຜີຍໃນວັນຈັນນີ້ໃນນະຄອນຫຼວງ ດາກາ ວ່າຈະເປັນ ການພິຈາລະນາຢ່າງຖີ່ຖ້ວນຢູ່ທີ່ນັ້ນ ແລະ ຕ່າງປະເທດ ເພື່ອປະເມີນວ່າການຢ້ຽມຢາມຄັ້ງ ນີ້ຈະໄດ້ຮັບຄວາມສຳເລັດ ກ່ຽວກັບ ການຍົກລະດັບການຮ່ວມມືສອງຝ່າຍ ໃນການປາບ ປາມຄວາມຮຸນແຮງຂອງລັດທິກໍ່ການຮ້າຍຫຼືບໍ່.

ການໂຈມຕີກໍ່ການຮ້າຍທີ່ມີຄວາມຊຳນານຢ່າງຍິ່ງຂືຶ້ນໃນ ບັງກະລາແດັສ ໄດ້ແນເປົ້າໝາຍ ໃສ່ຊາວຕ່າງຊາດ, ນັກຂຽນບັນທຶກທີ່ບໍ່ຖືສາສະໜາ ແລະ ພວກນັກເຄື່ອນໄຫວອື່ນໆ, ພ້ອມກັບບັນດາສະມາຊິກສາສະໜາກຸ່ມນ້ອຍ ເຊິ່ງມັນແມ່ນຄວາມເປັນຫ່ວງທີ່ເພີ່ມຂຶ້ນໃນ ປະເທດ ມຸສລິມ ທີ່ເປັນທີ່ຮູ້ຈັກກັນ ສຳລັບການປະສົມປະສານຄວາມເສຍສະຫຼະກັບການ ຜ່ອນສັ້ນຜ່ອນຍາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG