ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພັດແຮງ ແລະຝົນຕົກໜັກ ປະທະອັງກິດ (ວີດີໂອ/ສະໄລດ໌)


Heavy Winds, Rain Disrupt Travel in Britain
please wait

No media source currently available

0:00 0:00:35 0:00
ລິງໂດຍກົງ

ວີດີໂອ: ພາຍຸລົມພັດແຮງ ແລະຝົນຕົກໜັກ ປະທະອັງກິດ

ພາຍຸ​ທີ່ມາ​ພ້ອມ​ກັບຝົນຕົກ​ໜັກ​ແລະ​ລົມ​ພັດ​ແຮງ​ເຖິງ 160 ຫຼັກ
​ຕໍ່​ຊົ່ວ​ໂມງ​ ກຳລັງ​ສ້າງ​ຄວາມຫຍຸ້ງຍາກ​ໃຫ້ແກ່ການ​ສັນຈອນ​ໄປ
ມາ​ໃນ​ຍາມ​ເຊົ້າ​ທີ່​ອັງກິດ.

ພາຍຸ​ລູກ​ນີ້​ໄດ້ປະ​ທະ​ອັງກິດ​ໃນ​ຄືນ​ຜ່ານ​ມາ​ນີ້ ​ເຮັດ​ໃຫ້​ມີ​ການ​
ຊັກຊ້າ ​ແລະລົບ​ລ້າງຖ້ຽວ​ລົດ​ໄຟແລະຖ້ຽວ​ບິນ​ຢູ່ສະໜາມ​ບິນ
​ແຫ່ງ​ຕ່າງໆ ​ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ຕ້ອງ​ອັດ​ຫົນທາງ​ ​
ແລະ​ຂົວບາງ​ແຫ່ງ​. ​ເຈົ້າ​ໜ້າ​ທີ່​ປະຈຳ​ສະໜາມ​ບິນ Heathrow
ທີ່​ກຸງ​ລອນ​ດອນ ກ່າວ​ວ່າ ປະມານ 20 ​ເປີ​ເຊັນ​ຂອງ​ຖ້ຽວ​ບິນ​ຖືກ
​ລົບລ້າງ​ ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ພວກ​ພະຍາກອນ​ອາກາດ ຄາດ​ວ່າ ຝົນ​ຈະ​ຕົກ​ຢູ່​ໃນ​ປະລິມານ 20 ຫາ 40 ມິລລີ​ແມັດ
ກ່ອນ​ທີ່ພາຍຸ​ລູກ​ນີ້​ຈະ​ເຄື່ອນໄປ​ສູ່​ທະ​ເລ​ເໜືອ​ ຫຼື North Sea.


​ຄາດ​ກັນ​ວ່າ ລົມ​ພັດ​ແຮງ​ແລະ​ຝົນຕົກ​ໜັກ​ ຈະພັດ​ເຂົ້າ​ປະ​ທະ​ປະ​ເທດ​ເນເທີ​ແລນ ​ແລະ​
ພາກ​ໃຕ້​ຂອງ Sweden ​ໃນ​ຕອນ​ບ່າຍໆ​ວັນ​ຈັນ​ມື້​ນີ້.

ກ່ອນ​ໜ້າ​ນີ້ ມີ​ລາຍ​ງານ​ວ່າ ບ້ານ​ເຮືອນ​ຈຳນວນ​ຫຼາຍ​ກວ່າ 75 ພັນ​ຫຼັງ​ໃນ​ພາກເໜືອ​
ຂອງຝຣັ່ງ ບໍ່​ມີ​ໄຟຟ້າ​ໃຊ້.



XS
SM
MD
LG