ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝົນທີ່ຕົກໜັກ ເຮັດໃຫ້ຊີວິດການເປັນຢູ່ ຕາມລຳແມ່ນ້ຳຂອງດີຂຶ້ນ ແຕ່ກໍຍັງມີຄວາມເປັນຫ່ວງຫຼາຍເລື້ອງຢູ່


ແຟ້ມພາບ - ພວກຊາວປະມົງ ແມ່ນເຫັນເປັນເງົາ ຂະນະທີ່ພວກເຂົາ ຂີ່ເຮືອໄມ້ຂອງພວກເຂົາ ໄປຮອດແຄມຝັ່ງແມ່ນ້ຳ ຫຼັງຈາກທີ່ພວກເຂົາ ໄດ້ໄປເກັບເອົາປາຢູ່ໃນແມ່ນ້ຳຂອງ ໃນລະຫວ່າງລະດູການເກັບກ່ຽວປາ ໃກ້ກັບນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 28 ພະຈິກ 2018.
ແຟ້ມພາບ - ພວກຊາວປະມົງ ແມ່ນເຫັນເປັນເງົາ ຂະນະທີ່ພວກເຂົາ ຂີ່ເຮືອໄມ້ຂອງພວກເຂົາ ໄປຮອດແຄມຝັ່ງແມ່ນ້ຳ ຫຼັງຈາກທີ່ພວກເຂົາ ໄດ້ໄປເກັບເອົາປາຢູ່ໃນແມ່ນ້ຳຂອງ ໃນລະຫວ່າງລະດູການເກັບກ່ຽວປາ ໃກ້ກັບນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 28 ພະຈິກ 2018.

ຝົນທີ່ຕົກໜັກ ແລະປາທຳມະຊາດທີ່ມີຫຼວງຫຼາຍນັ້ນ ໄດ້ເຮັດໃຫ້ຊີວິດການເປັນຢູ່ຕາມລຳແມ່ນ້ຳຂອງດີຂຶ້ນ ຫຼັງຈາກທີ່ໄດ້ປະສົບກັບໄພແຫ້ງແລ້ງ ຜົນເກັບກ່ຽວທີ່ບໍ່ຄ່ອຍດີ ມາໄດ້ເກືອບ 4 ປີ ແລະໂຣກລະບາດໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ປະຊາຊົນປະມານ 65 ລ້ານຄົນ ຜູ້ທີ່ກາງຕໍ່ສາຍນ້ຳດັ່ງກ່າວ ເພື່ອການດຳລົງຊີວິດຂອງເຂົາເຈົ້າ.

ອີງຕາມຄະນະກຳມາທິການແມ່ນ້ຳຂອງ ຫຼື MRC ໂດຍມີສະມາຊິກຈາກຫຼາຍປະເທດ ແລະມີຫ້ອງການຕັ້ງຢູ່ໃນລາວ ເຊິ່ງປະສານງານໃນການນຳໃຊ້ຊັບພະຍາກອນຕ່າງໆຂອງແມ່ນ້ຳຂອງ ກ່າວວ່າ ໄພແຫ້ງແລ້ງໄດ້ສົ່ງຜົນກະທົບຕໍ່ປາ ແລະຜົນຜະລິດດ້ານກະສິກຳ ແຕ່ກໍໄດ້ສິ້ນສຸດລົງ ຂະນະທີ່ແຜ່ນດິນໃຫຍ່ຂອງເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ປະສົບກັບລະດູຝົນຕາມປົກກະຕິ ໃນປີກາຍນີ້ ແລະຝົນທ້າຍລະດູ ກໍໄດ້ເຮັດໃຫ້ລະດູຝົນແກ່ຍາວເຂົ້າສູ່ເດືອນທັນວາ.

Heavy Rains Improve Mekong Life but Concerns Remain
please wait

No media source currently available

0:00 0:04:58 0:00

ເຂດລຸ່ມແມ່ນນ້ຳຂອງ ທີ່ປະກອບດ້ວຍ ໄທ ພາກໃຕ້ຂອງລາວ ກຳປູເຈຍ ແລະຫວຽດນາມ ໄດ້ຮັບຝົນດີທີ່ສຸດ ແລະໂຄສົກຂອງ MRC ໄດ້ກ່າວວ່າ “ຂົງເຂດນີ້ ບໍ່ໄດ້ຢູ່ໃນສະພາບແຫ້ງແລ້ງອີກ​ແລ້ວ.”

​ອີງຕາມ​ກົມອຸຕຸນິຍົມວິທະຍາແລ້ວ ທ່ານໄດ້ກ່າວວ່າ ເຂດດັ່ງກ່າວ “ຢູ່ໃນສະ ພາບປົກກະຕິ ແລະມີສະພາບຄວາມຊຸ່ມຊື່ນ ຕັ້ງແຕ່ເດືອນມັງກອນ ມາ.”

ການກັບຄືນ “ຄວາມປົກກະຕິ” ໄດ້ເຮັດໃຫ້ ກະຊວງກະສິກຳ ປ່າໄມ້ ແລະການປະມົງຂອງກຳປູເຈຍ ໄດ້ຄາດຄະເນວ່າ ປີ 2022 ຫາ 2023 ຈະດີຂຶ້ນຫຼາຍ ຂະນະທີ່ລະດູການຫາປາປະຈຳປີ ກໍໄດ້ເລີ້ມຕົ້ນຂຶ້ນ ໂດຍຫຼາຍໆຄອບຄົວ ໄດ້ມັກປາປາກໄວ້ແບບດັ່ງເດີມ ເພື່ອເຮັດເປັນ ປາຮົກ ຫຼື ປາແດກຂອງກຳປູເຈຍ.

ຕົນໄດ້ກ່າວວ່າ ບົດລາຍງານໃນເບື້ອງຕົ້ນ ທີ່ສະເໜີແນະວ່າ ຜົນເກັບກ່ຽວຂອງປີນີ້ ແມ່ນສູງຂຶ້ນເຖິງ 40 ເປີເຊັນ ເກີນກວ່າປີກາຍນີ້ ຂະນະທີ່ໝູ່ປາເລີ້ມຍົກຍ້າຍຈາກ ຕົງເລສາບ ໃນພາກຕາເວັນຕົກຕອນກາງ ຂອງກຳປູເຈຍ ໂດຍເດີນທາງໄປຕາມສາຍນ້ຳແລະລຳທານຕ່າງໆລົງໄປສູ່ແມ່ນ້ຳຂອງ ແລະແມ່ນ້ຳບາສຊັກ (Bassac).

ເປົ້າໝາຍຂອງການຫ້າມຈັບປາທີ່ໃກ້ຈະສູນພັນ ໃນລະຫວ່າງລະດູການວາງໄຂ່ ແລະ “ການປ້ອງກັນກິດຈະກຳການປະມົງທີ່ຜິດກົດໝາຍຢ່າງມີປະສິດທິພາບຢູ່ໃນ ຕົງເລສາບ” ໄດ້ສົ່ງຜົນເຮັດໃຫ້ “ປານ້ຳຈືດ ມີຈຳນວນຫຼາຍຂຶ້ນ” ໃນລະຫວ່າງລະດູການປະສົມພັນ ໃນປີ 2022 ດັ່ງທີ່ກະຊວງນັ້ນ ໄດ້ກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG