ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຝົນຕົກໜັກ ໃນເຂດພາກຕາເວັນອອກສຽງເໜືອ ຂອງສະຫະລັດ ຂະນະທີ່ພາຍຸເຂດຮ້ອນ ເຮັນຣີ ພັດເຂົ້າຝັ່ງ


ແມ່ຍິງຄົນນຶ່ງພາມາຍ່າງລຸຍນໍ້າໄປໃນສວນສາທາລະນະ Bushnell ໃນເມືອງ Hartford, ລັດຄອນເນັກຕິກັດ ທີ່ມີພາຍຸ Henri ພັດເຂົ້າມາຈາກຝັ່ງທະເລ ໃນວັນທີ 22 ສິງຫາ, 2021 (ພາບຖ່າຍໂດຍ AP Photo/Ted Shaffrey)
ແມ່ຍິງຄົນນຶ່ງພາມາຍ່າງລຸຍນໍ້າໄປໃນສວນສາທາລະນະ Bushnell ໃນເມືອງ Hartford, ລັດຄອນເນັກຕິກັດ ທີ່ມີພາຍຸ Henri ພັດເຂົ້າມາຈາກຝັ່ງທະເລ ໃນວັນທີ 22 ສິງຫາ, 2021 (ພາບຖ່າຍໂດຍ AP Photo/Ted Shaffrey)

ບາງເຂດຂອງພາກຕາເວັນອອກສຽງເໜືອຂອງສະຫະລັດໄດ້ກຽມພ້ອມຮັບມືກັບຝົນຕົກໜັກຕື່ມອີກ ແລະມີທ່າທີວ່າຈະເຮັດໃຫ້ເກີດນໍ້າຖ້ວມໃນວັນຈັນມື້ນີ້ ເນື່ອງຈາກພາຍຸທີ່ພັດຂຶ້ນຝັ່ງ ຂະນະທີ່ພາຍຸເຂດຮ້ອນເຮັນຣີ (Henri) ເຄື່ອນຕົວຊ້າພັດຜ່ານໄປທົ່ວຂົງເຂດ.

ຝົນຕົກໜັກໃນຕອນກາງຄືນແມ່ນຢູ່ລັດນິວຢອກ, ນິວເຈີຊີ ແລະລັດເພັນຊິລເວເນຍ.

ສູນກາງພາຍຸເຮີຣິເຄນແຫ່ງຊາດຄາດວ່າ ຈຸດສູນກາງຂອງພາຍຸດັ່ງກ່າວ ໃນປັດ ຈຸບັນໄດ້ຫຼຸດລະດັບລົງມາເປັນພາຍຸເຂດຮ້ອນທີ່ຈະພັດຜ່ານໃນໄລຍະສັ້ນໄປທາງທິດຕາເວັນອອກໃນລະຫວ່າງວັນຈັນມື້ນີ້ ກ່ອນທີ່ມັນພັດກັບໄປຫາມະຫາສະໝຸດແອັດແລນຕິກໃນທີ່ສຸດ ໃນຕອນເຊົ້າວັນອັງຄານມື້ອື່ນ.
ບັນດານັກພະຍາກອນອາກາດກ່າວວ່າ ປະລິມານນໍ້າຝົນທັງໃນທົ່ວຂົງເຂດນັ້ນຈະຢູ່ລະຫວ່າງ 7 ຫາ 15 ຊັງຕີແມັດ, ເຊິ່ງມີບາງທ້ອງຖິ່ນຈະມີປະລິມານນໍ້າທີ່ສູງກວ່າ.

ພາຍຸດັ່ງກ່າວໄດ້ພັດຖະຫຼົ່ມໃນວັນອາທິດວານນີ້ ທີ່ລັດໂຣດໄອແລນ ແລະໄດ້ເຮັດໃຫ້ໄຟຟ້າດັບໃນຫຼາຍກວ່າ 130,000 ຫຼັງຄາເຮືອນຢູ່ໃນລັດນັ້ນ, ລັດຄອນເນັກຕິກັດ, ລັດແມສຊາຈູແຊສ ແລະລັດນິວຢອກ.

ປະທານາທິບໍດີໂຈ ໄບເດັນກ່າວໃນວັນອາທິດວານນີ້ວ່າ ທ່ານໄດ້ອະນຸມັດການປະກາດພາວະສຸກເສີນ ສຳລັບລັດໂຣດໄອແລນ, ລັດຄອນເນັກຕິກັດ ແລະລັດ ນິວຢອກ, ແລະອົງການຄຸ້ມຄອງເຫດສຸກເສີນຂອງລັດຖະບານກາງ ມີເຄື່ອງທີ່ເປັນຊັບພະຍາກອນເຊັ່ນ: ຈັກປັ່ນໄຟ, ອາຫານ ແລະນໍ້າຢູ່ໃນຂົງເຂດດັ່ງກ່າວເພື່ອຊ່ວຍເຫຼືອຜູ້ທີ່ມີຄວາມຕ້ອງການ.

ທ່ານໄບເດັນກ່າວວ່າ "ພວກເຮົາບໍ່ຮູ້ຂອບເຂດຂອງຜົນກະທົບຈາກພາຍຸຢ່າງເຕັມສ່ວນໃນມື້ນີ້, ແຕ່ພວກເຮົາກຳລັງປະຕິບັດງານ ເພື່ອກຽມພ້ອມ ແລະປ້ອງກັນຄວາມເສຍຫາຍໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ແລະເລັ່ງການຊ່ວຍເຫຼືອແກ່ປະຊາຄົມທີ່ໄດ້ຮັບຜົນກະທົບເພື່ອໃຫ້ເຂົາເຈົ້າສາມາດຟື້ນຕົວໄວເທົ່າທີ່ຈະໄວໄດ້."

ຜູ້ປົກຄອງລັດໂຣດໄອແລນ, ທ່ານແດນ ແມັກຄີ (Dan McKee) ໄດ້ກ່າວເຖິງຄວາມຈຳເປັນ ທີ່ຈະຕ້ອງໄດ້ຟື້ນຟູການບໍລິການໄຟຟ້າໂດຍທີ່ມີການພະຍາກອນອາກາດວ່າ ມັນຈະອົບເອົ້າຂຶ້ນ ໃນສອງສາມມື້ຂ້າງໜ້ານີ້.

"ພວກເຮົາຮູ້ວ່າ ນັ້ນເປັນບັນຫານຶ່ງ ແລະນັ້ນແມ່ນເຫດຜົນທີ່ວ່າ ເປັນຫຍັງການຟື້ນຟູພະລັງໄຟຟ້າໃຫ້ກັບມາ ຈຶ່ງມີຄວາມສຳຄັນຫຼາຍຕໍ່ສຸຂະພາບ ແລະຄວາມປອດໄພຂອງຜູ້ຢູ່ອາໄສ, ຂອງເສດຖະກິດພວກເຮົາ, ແລະທຸລະກິດຂະໜາດນ້ອຍຂອງພວກເຮົາ ເພື່ອໃຫ້ແນ່ໃຈວ່າເຂົາເຈົ້າດຳເນີນງານໄດ້ຢູ່," ນັ້ນຄືຄໍາເວົ້າຂອງ ທ່ານແມັກຄີ (McKee).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG