ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວົງດົນຕີ Heavy Metal ຫຼື ດົນຕີຣັອກແບບໜັກແໜ້ນ ມີຖິ່ນຖານ ຢູ່ໃນ ອິນໂດເນເຊຍ


ດົນຕີຣັອກແບບໜັກແໜ້ນ ມີຖິ່ນຖານ ຢູ່ໃນ ອິນໂດເນເຊຍ

ດົນຕີ Heavy Metal ໄດ້ເປັນທີ່ຖົກຖຽງກັນຢູ່ໃນສັງຄົມອະນຸລັກນິຍົມບາງແຫ່ງ ແຕ່ຂ້ອນ ຂ້າງເປັນທີ່ນິຍົມກັນໃນປະ​ເທດ​ທີ່​ມີ​ປະຊາກອນຊາວ​ມຸ​ສ​ລິມ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ດັ່ງທີ່ ເດບ ກຣຸນໂບມ (Dave Grunebaum) ລາຍງານ, ດົນຕີ Heavy Metal ຫຼື ດົນຕີຣັອກແບບໜັກແໜ້ນ ມີຖິ່ນຖານ ຢູ່ໃນ ອິນໂດເນເຊຍ.

ໃນລະຫວ່າງຊ່ວງພັກ​ສູດ​ມົນ ເວລາ 6 ໂມງແລງ​, ຊາວ​ອິນ​ໂດ​ເນ​ເຊຍ​ເຫຼົ່າ​ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ສັດທາ ​ແລະຄວາມຫຼົງໄຫຼ ໃນດົນຕີທີ່ກຳລັງຫຼິ້ນຢູ່ນອກ​ເຂດ​ພື້ນທີ່ສູດ​ມົນ​ແຫ່ງນີ້ພ້ອມໆກັນ​.

ອິນ​ໂດ​ເນ​ເຊຍ, ເປັນ​ປະ​ເທດ​ທີ່​ມີ​ປະຊາກອນຊາວ​ມຸ​ສ​ລິມ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ເປັນ​ທີ່​ຕັ້ງ​ຂອງ ແຮມເມີໂຊນິກ (Hammersonic), ເຊິ່ງເປັນງານ​ບຸນ​ດົນ​ຕີ​ heavy metal ປະຈຳປີ ທີ່​ໃຫຍ່​ທີ່​ສຸດ​ຂອງ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການສະແດງໃນປີນີ້ ໄດ້ດຶງເອົາ 55 ວົງດົນຕີຈາກທົ່ວໂລກ ແລະແຟນເພງປະມານ 38 ພັນຄົນ ເຊິ່ງຫຼາຍຄົນກ່າວວ່າ ດົນຕີດັ່ງກ່າວສະເຫນີຫົວຂໍ້ທີ່ພວກເຂົາເຈົ້າສາມາດເຂົ້າເຖິງໄດ້.

ນາງ ດີອານ ຣານີດີຕາ (Dian Ranidita), ແຟນເພງດົນຕີ heavy metal:

"ຍົກຕົວຢ່າງເຊັ່ນ, ຫົວຂໍ້ romantic ໃນເວລາທີ່ທ່ານອົກຫັກ ຫຼືທ່ານມີຄວາມຮູ້ສຶກຢາກຕົກຫລຸມຮັກກັບໃຜ ຄົນນຶ່ງ, ແລະຖ້າຫາກວ່າທ່ານຮູ້ສຶກຈິດໃຈຫົດຮູ່ ກໍຍັງມີຫົວຂໍ້ທີ່ຫົດຮູ່ ແລະໃນເວລາທີ່ທ່ານມີຄວາມຮູ້ສຶກ ຢາກຈະປົດປ່ອຍຮໍໂມນອະດຣີນາລີນ ຂອງທ່ານ.”

ນາງ ດີອານ ຣານີດີຕາ (Dian Ranidita) ເປັນແຟນເພງ ດົນຕີ heavy metal ມາຫຼາຍກ່ວາສອງທົດ ສະວັດແລ້ວ.

ນາງ ດີອານ ຣານີດີຕາ (Dian Ranidita), ແຟນເພງດົນຕີ heavy metal:

"ພາບລວມຂອງດົນຕີທີ່ຫນັກແຫນ້ນແມ່ນມັກຈະມືດມົນ, ຮຸນແຮງ, ດຸເດືອດ, ແລະ ໂວກວາກ ແລະ ຍັງເປັນ ຄືກັນກັບປີສາດອີກດ້ວຍ. ແຕ່ຕົວຈິງແລ້ວ, ດົນຕີ heavy metal ບໍ່ແມ່ນແນວນັ້ນ.”

ທ່ານ ພຣີ ອາຣຽວ ດາມາ (Pri Ario Damar), ຈາກສະຖາບັນສິລະປະຈາກາຕາ:

"ໃນບາງປະເທດມຸສລິມ ດົນຕີ heavy metal ໄດ້ຖືກປະຕິເສດ ແລະ ຖືກຈໍາກັດຫຼາຍ, ພວກເຂົາບໍ່ ອະນຸຍາດໃຫ້ມີດົນຕີປະເພດນັ້ນ ເພາະວ່າມັນຖືວ່າເປັນການຫມິ່ນປະຫມາດສາດສະໜາ."

ທ່ານ ພຣີ ອາຣຽວ ດາມາ (Pri Ario Damar), ແມ່ນອະ​ທິ​ການບໍດີຂອງຄະນະສິລະປະການສະແດງ ຂອງສະຖາບັນ ສິລະປະ ຈາກາຕາ.

ທ່ານ ດາມາ ກ່າວ​ວ່າ ອິນ​ໂດ​ເນ​ເຊຍ​ເປີດ​ຮັບ​ອິດ​ທິ​ພົນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຈາກ​ຕ່າງ​ປະ​ເທດ​ຫລາຍ​ກວ່າ​ປະ​ເທດ​ມຸ​ສ​ລິມ​ອະນຸລັກ​ນິຍົມບາງປະເທດ.

ທ່ານ ພຣີ ອາຣຽວ ດາມາ (Pri Ario Damar), ຈາກສະຖາບັນສິລະປະຈາກາຕາ:

“ອິນໂດເນເຊຍເປັນປະເທດມຸສລິມສາຍກາງ; ນັ້ນແມ່ນເຫດຜົນທີ່ພວກເຮົາເປີດກວ້າງຫຼາຍກວ່າໃນທຸກ ຄວາມເປັນໄປໄດ້ ຫຼືອິດທິພົນໃດໆ ກໍຕາມ.”

ຊີຊີ ຊາລາຕານ (Sisi Selatan) ແມ່ນ​ວົງ ດົນຕີ heavy metal ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ມີ​ເພງ​ກ່ຽວ​ກັບ​ຄວາມ​ຮັກ ​ແລະ​ການ​ເຄື່ອນ​ໄຫວ​ທາງ​ສັງຄົມ.

ທ້າວ ອາດີ ວີໂບໂວ (Adi Wibowo), ນັກກີຕ້າດົນຕີ heavy metal ກ່າວເປັນພາສາອິນໂດເນເຊຍວ່າ:

“ເປັນຫຍັງດົນຕີ heavy metal ຈຶ່ງສາມາດເຈາະຕະຫຼາດອິນໂດເນເຊຍໄດ້ງ່າຍ ແລະກາຍເປັນທີ່ນິຍົມ ໄດ້? ມັນບໍ່ມີພຽງແຕ່ດົນຕີ heavy metal, ແຕ່ຍັງດົນຕີເກົາຫຼີ, ຍີ່ປຸ່ນ, ອິນເດຍ ອີກດ້ວຍ. ພວກເຮົາຍອມ ຮັບວັດທະນະທຳ ແລະອິດທິພົນຈາກຕ່າງປະເທດ.”

ນັກຮ້ອງ ນາງ ເດນີສາ ດານິສວາຣາ (Denisa Dhaniswara) ກ່າວວ່າມັນບໍ່ພຽງແຕ່ຖານແຟນເພງ ດົນຕີ heavy metal ຂອງອິນໂດເນເຊຍ ໄດ້ຂະຫຍາຍຕົວຂຶ້ນເທົ່ານັ້ນ, ແຕ່ນັກສະແດງ ດົນຕີ heavy metal ຂອງປະເທດ ກໍດີຂຶ້ນເລື້ອຍໆເຊັ່ນກັນ.

ນາງ ເດນີສາ ດານິສວາຣາ (Denisa Dhaniswara), ນັກຮ້ອງເພງ heavy metal:

“ອິນໂດເນເຊຍມີວົງດົນຕີ heavy metal ໃໝ່ໆຫຼວງຫຼາຍ ແລະ ນັ້ນເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ ເພາະຂ້ອຍຄິດວ່າ ພວກເຮົາມີຄວາມໂດດເດັ່ນຢູ່ສະເໝີ. ຊອກຫາສິ່ງໃໝ່ຢູ່ສະເໝີ. ທຸກຄົນມີຄວາມ ຄິດສ້າງສັນຫຼາຍ.”

​ແລະການ​ຈຸດ​ປະກາຍຂອງແນວຄວາມຄິດ​ທີ່​ສ້າງສັນ​ນັ້ນ ​ໄດ້​ຊ່ວຍ​ໃຫ້ດົນຕີ​ heavy metal ມີຊື່ສຽງ​ໃນ​ສັງຄົມ​ອິນ​ໂດ​ເນ​ເຊຍ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Heavy metal music is controversial in some conservative societies but quite popular in the world’s largest Muslim majority country. As Dave Grunebaum reports, heavy metal has a home in Indonesia.

During the 6 p.m. prayer break, these Indonesians simultaneously show their Muslim faith and passion for the type of music that’s playing just outside this prayer area.

Indonesia, the world’s largest Muslim-majority country, is home to Hammersonic, Southeast Asia’s biggest annual heavy metal music festival. This year’s show drew 55 bands from around the world and about 38-thousand fans -- many saying the music offers themes they can relate to.

Dian Ranidita, Heavy Metal Fan:

“For instance, romantic themes when you have a broken heart or you’re feeling like falling in love with someone and also if you’re feeling depressed there are also depression themes and when you’re feeling like you want to release your adrenaline.”

Dian Ranidita has been a heavy metal fan for more than two decades.

Dian Ranidita, Heavy Metal Fan:

“The stereotype of heavy music is always dark, violent, aggression, aggressive and also like a devil. But actually, heavy metal is not like that.”

Pri Ario Damar, Jakarta Institute of Arts:

"In some of the Muslim countries heavy metal is very rejected, restricted. They don’t allow that kind of music because it’s considered blasphemy.”

Pri Ario Damar is the dean of the performing arts faculty at the Jakarta Institute of Arts.

Damar says Indonesia is more open to cultural influences from foreign countries than some conservative Muslim countries.

Pri Ario Damar, Jakarta Institute of Arts:

“Indonesia is a moderate Muslim country; that’s why we are very open in any possibility or any influence.”

Sisi Selatan is an Indonesian heavy metal band with songs about love as well as social activism.

Adi Wibowo, Heavy Metal Guitarist said in Indonesian:

“Why is it metal music can penetrate Indonesia easily and become popular?

It’s not only metal music but also Korean, Japanese, Indian music. We accept foreign cultures and influence.”

Singer Denisa Dhaniswara says not only is Indonesia’s heavy metal fan base growing but its heavy metal performers are becoming better and better.

Denisa Dhaniswara, Heavy Metal Singer:

“Indonesia has a lot of newer heavy metal bands and that makes me very happy because we’re always emerging, I guess. Always finding out new stuff. Everybody’s so creative.”

And that creative spark has helped give heavy metal a prominent place in Indonesian society.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG