ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາ​ກາດ​ຮ້ອນ​ເອົ້າ​​ຢ່າງເປັນ​ປະ​ຫວັດ​ການ ຢູ່​ພາ​ກ​ຕາ​ເວັນ​ຕົກ, ພາກກາງ ແລະ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ


ເຂດ​ປາ​ຊິ​ຟິກ​ຕາ​ເວັນ​ຕົກ ຂອງ​ສະ​ຫະ​ລັດ ປະ​ເຊີນ​ໜ້າ​ກັບ​ອາ​ກາດ​ຮ້ອນ​ເອົ້າ
ເຂດ​ປາ​ຊິ​ຟິກ​ຕາ​ເວັນ​ຕົກ ຂອງ​ສະ​ຫະ​ລັດ ປະ​ເຊີນ​ໜ້າ​ກັບ​ອາ​ກາດ​ຮ້ອນ​ເອົ້າ

ເປັນ​ເວ​ລາ​ເກືອບ​ສອງ​ອາ​ທິດ​ແລ້ວ​ທີ່ປະ​ຊາ​ກອນສະ​ຫະ​ລັດ​ປ​ະ​ມານ 65 ລ້ານ ​ຄົນທີ່​ຢູ່​ໃນ​ຂົງ​ເຂດ​ຕາ​ເວັນ​ຕົກ​
ສຽງໃຕ້​ຂອງ​ສະ​ຫະ​ລັດກຳ​ລັງ​ຕົກ​ຢູ່​ໃນ​ສະ​ພາບ​ຮ້ອນ​ເອົ້າທີ່​ເປັນ​ອັນ​ຕະ​ລາຍ ດັ່ງ​ທີ່​ທ່ານ​ບຸນ ອຸດທະ​ວົງ ສະ​ມາ
​ຊິກ​ສັງຄົມ​ລາວ​ຢູ່​ໃນ​ເມືອງ​ຝອດ​ເຫວີດ ລັດ​ເທັກຊັ​ສ ກ່າວ​ຕໍ່ວີ​ໂອ​ເອ ກ່ຽວ​ກັບສະ​ພາບ​ອາ​ກາດ​ ໃຫຍ່ໃນ​ລັດຄາ​ລິ
​ຟໍເນຍ​ໄປ​ຫາເມືອງແອລ ປາ​ໂຊ, ດາ​ລັ​ສ ​ຮູ​ສ​ເຕີນອອ​ສ​ຕິນ ເມືອງແຊນ​ແອນ​ໂຕນິ​ໂອ.ຮ້ອນເອົ້າຢູ່​ໃນ​ເຂດ​ທີ່​ທ່ານ
​ຢູ່ສູ່​ຟັງ​ວ່າ:

ລິງໂດຍກົງ

ອາ​ກາດ​ຮ້ອນ​ເອົ້າ​ເກີນ 100 ອົງ​ສາຟາ​ແຣນ​ຮາຍ ​ຫລື​ສູງ​ເຖິງ 38 ອົງ​ສາແຊ​ລ​ຊຽ​ສ ໄດ້​ເຮັດໃຫ້​ຄົນໃນ​ເມືອງແຊນ ແອນ​ໂຕ​ນິ​ໂອ​ໃນ​ລັດ​ເທັກ​ຊັ​ສ​, ​ລັດ​ໂອກ​ລາ​ໂຮ​ມ, ແຄນ​ຊັ​ສ, ອາ​ຣິ​ໂຊ​ນາ, ລັດ​ຫລຸຍ​ເຊຍ​ນາ ແລະ​ເລັດ​ເທັນ​ແນັ​ສ​ຊີ ຊຶ່ງປະ​ຊາ​ຊົນ​ຖືກ​ເຕືອນວ່າ​ຈະ​ມີອາ​ກາດ​ຮ້ອນ​ເອົ້າ​ເຖິງ​ຂັ້ນ​ອັນ​ຕະ​ລາຍ ຕະ​ຫລອດ​ຮອດສັດ​ລ້ຽງ ເຊັ່ນໝາ ແລະ​ແມວສ່ຽງ​ຕໍ່​ການເສຍ​ຊີ​ວິດ​ໄດ້ ສະ​ນັ້ນຕ້ອງໄດ້ພ​າ​ກັນ​ຢູ່​ໃນ​ບ້ານ​ເຮືອນ ແລະເປີດ​ແອ​ເຢັນ​ຢູ່​ຕະ​ຫລອດ​ເວ​ລາ​. ຂົງ​ເຂດ​ທີ່​ມີ​ປະ​ສົບ​ກັບ​ຄວາມຮ້ອນ​ເປັນ​ພິ​ເສດໃນລະ​ດູ​ຮ້ອນ​ປີນີ້ ກວມ​ເອົາ​ຫລາຍ​ຕົວ​ເມືອງ​.

XS
SM
MD
LG