ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາດໄວຕາມິນ ບີ 12 ອາດເຮັດໃຫ້ ການທໍາງານຂອງສະໝອງ ຂອງພວກຜູ້ເຖົ້າ ຊ້າລົງ (ເບິ່ງວີດິໂອລາວ-ອັງກິດ)


ການຂາດໄວຕາມິນ ບີ 12 ອາດເຮັດໃຫ້ ການທໍາງານຂອງສະໝອງ ຂອງພວກຜູ້ເຖົ້າ ຊ້າລົງ (ເບິ່ງວີດິໂອລາວ-ອັງກິດ)
ການຂາດໄວຕາມິນ ບີ 12 ອາດເຮັດໃຫ້ ການທໍາງານຂອງສະໝອງ ຂອງພວກຜູ້ເຖົ້າ ຊ້າລົງ (ເບິ່ງວີດິໂອລາວ-ອັງກິດ)

ການສຶກສາຄົ້ນຄວ້າໃໝ່ບັ້ນນຶ່ງ ເວົ້າວ່າ ການຂາດໄວຕາມິນ ບີ 12 ອາດເຮັດໃຫ້ ການທໍາງານຂອງສະໝອງຂອງພວກຜູ້ເຖົ້າຊ້າລົງ. ເຖິງແມ່ນວ່າ ປົກກະຕິແລ້ວ ຄົນ ເຮົາແມ່ນໄດ້ຮັບໄວຕາ ມິນ ບີ 12 ຢ່າງຫລວງຫລາຍຈາກການ​ກິນປາ, ຊີ້ນ, ແລະຜະ ລິດຕະພັນທີ່ເຮັດດ້ວຍນົມ ພ້ອມທັງ​ໄດ້​ມາຈາກ ​cereal ຫລື​ອາຫານ​ເຊົ້າ​ ປະ​ເພດ​​​ແປ້ງແຫ້ງກິນ​ກັບ​ນໍ້ານົມ ທີ່​ເສີມໄວຕາ ມິນນີ້ ແລະຈາກການກິນຢາໄວຕາມິນເສີມກໍ​ຕາມ ແຕ່ວ່າ ຄວາມສາມາດໃນການຊຶມຊັບເອົາ ທາດບໍາລຸງອັນຈໍາເປັນນີ້ ອາດຖືກກີດກັນ ໂດຍຫລາຍໆສາ​ເຫດ ຊຶ່ງລວມມີ ການດື່ມເຫລົ້າ ຫລາຍເກີນໄປ, ໂຣກເລືອດຈາງ, ແລະລະບົບຍ່ອຍອາຫານ ທີ່ຜິດປົກກະຕິແບບຕ່າງໆ. ນາງ ວີດູຊີ ຊິນຫາ ຜູ້ສື່ຂ່າວວີໂອເອ ລາຍງານວ່າ ພວກນັກຊ່ຽວຊານທາງການແພດເວົ້າວ່າ ການກວດເບິ່ງລະດັບຂອງໄວຕາ ມິນຊະນິດນີ້ເປັນ​ປະ​ຈໍາ ແລະການຍົກລະດັບຄວາມຮູ້ຂອງປະຊາຊົນທົ່ວ​ໄປ ສາມາດຊ່ວຍ ໃຫ້ຫລີກລ່ຽງການຂາດແຄນ​ໄວຕາມິນບີ 12 ທີ່​ສາມາດພາ​ໃຫ້ສະໝອງ​ຂອງ​ເຮົາ​ເ​ຊື່​ອມ ສະມັດຖະພາບ​ລົງ​ໄດ້ນັ້ນ.

ເບິ່ງວີດີໂອ ພາສາລາວ:

ກໍເຊັ່ນດຽວກັນກັບກ້າມເນື້ອຂອງຮ່າງກາຍເຮົາ ທີ່ຫົດໂຕລົງຍ້ອນບໍ່ມີອາຫານບໍາລຸງພຽງພໍ
ນັ້ນ ການສຶກສາຄົ້ນຄວ້າໃໝ່ທີ່​ເຮັດ​ຂຶ້ນ​ກັບ​ພວກຄົນທີ່ມີອາຍຸ 65 ປີ ຂຶ້ນໄປນັ້ນ ​ເວົ້າວ່າ
ສະໝອງຂອງຄົນ​ເຮົາ ຈະເລີ້ມຫົດຕົວລົງ ​ເວລາຮ່າງ ກາຍຂອງ​ເຮົາບໍ່​ໄດ້​ຮັບໄວຕາມິນ ບີ
12 ຢ່າງພຽງພໍ. ດຣ. ໄມ​ເກິ້ລ ຢໍ​ເຈິ​ລເສິນ (Michael Yochelson) ຊຶ່ງ​ເປັນນັກຊ່ຽວຊານ
ດ້ານສະໝອງແລະ​ປະສາດ ແລະເປັນຫົວໜ້າເຈົ້າໜ້າທີ່ການແພດ ທີ່ໂຮງໝໍຟື້ນຟູຮ່າງກາຍ
ແຫ່ງ​ຊາດ ທີ່ນະຄອນຫລວງວໍຊີງຕັນ ກ່າວ​ວ່າ:

“ໄວຕາມິນ ບີ 12 ເປັນສ່ວນປະກອບສໍາຄັນອັນນຶ່ງຂອງສານ​ເຄມີ​ທີ່​ສົ່ງ​ສັນ ຍານທາງປະສາດຢູ່ໃນສະໝອງ ແລະເປັນພາກສ່ວນນຶ່ງຂອງສານບໍາລຸງ ທີ່ຈໍາເປັນຕໍ່ແຊລຂອງສະໝອງ ຂອງເສັ້ນປະສາດ ຫລື ເຊລຂອງເສັ້ນປະ
ສາດ ຢູ່ໃນສະໝອງ.

ດຣ. ໄມ​ເກິ້ລ ຢໍ​ເຈິ​ລເສິນ (Michael Yochelson) ເປັນນັກຊ່ຽວຊານດ້ານສະໝອງແລະ​ປະສາດ ແລະຫົວໜ້າເຈົ້າໜ້າທີ່ການແພດ ທີ່ໂຮງໝໍຟື້ນຟູຮ່າງ ກາຍ​ແຫ່ງ​ຊາດ ທີ່ນະຄອນ
ຫລວງວໍຊີງຕັນ.

ດຣ​. ໄມ​ເກິ້ລ ຢໍ​ເຈິ​ລເສິນ ອະທິບາຍວ່າ ການກ່ຽວພັນກັນລະຫວ່າງການຂາດໄວຕາມິນ ບີ 12 ແລະການຫລຸດລົງຂອງ​ບໍລິ​ມາດຂອງສະໝອງ ​ແມ່ນເປັນເລື້ອງສໍາຄັນທີ່ຄວນຮູ້ໄວ້ ເພາະໄວຕາມິນຊະນິດນີ້ ມີບົດບາດສໍາຄັນຍິ່ງຕໍ່​ປະສາດ​ຮັບ​ຮູ້​ແລະເຂົ້າໃຈຕ່າງໆ.

ໄວຕາມິນບີ 12 ທີ່ມີຄວາມສໍາຄັນຕໍ່ການທໍາງານ ຂອງສະໝອງໂດຍສະເພາະໃນກຸ່ມພວກຜູ້ເຖົ້າ.
ໄວຕາມິນບີ 12 ທີ່ມີຄວາມສໍາຄັນຕໍ່ການທໍາງານ ຂອງສະໝອງໂດຍສະເພາະໃນກຸ່ມພວກຜູ້ເຖົ້າ.

ດຣ. ມາທາ ແຄລ ມໍຣິສ
(Martha Claire Morris)
ຊຶ່ງເປັນຜູ້ນຶ່ງ​ທີ່​ຮ່ວມຂຽນລາຍ
ງານກ່ຽວກັບການຄົ້ນຄວ້ານີ້ ​
ໄດ້​ໂອ້ລົມ​ກັບພວກເຮົາ ຜ່ານ
ສະໄກ້ພ໌ (Skype) ທາງອິນ
ເຕີເນັດ. ທ່ານນາງເວົ້າວ່າ:

ພວກເຮົາໄດ້ພົບເຫັນຫລັກ
ຖານ
ທີ່ສະແດງໃຫ້ເຫັນວ່າ
ການຂາດ
ໄວຕາມິນ ບີ
12 ແມ່ນມີການກ່ຽວເນື່ອງ

ກັບ​ການເຮັດໃຫ້ສະໝອງມີ​
ຂະໜາດນ້ອຍລົງ ແລະກ່ຽວພັນກັບການມີລະດັບ
ຄວາມໜາແໜ້ນເພີ້ມຂຶ້ນສູງຜິດ
ປົກກະຕິຂອງພາກສ່ວນ ທີ່ເປັນສີຂາວ ຢູ່ໃນຮູບຂອງສະໝອງ. ພວກເຮົາຍັງພົບ
ອີກວ່າ
ການຂາດໄວຕາມິນບີ 12 ມີ​ການ​ກ່ຽວພັນ​ກັບລະດັບທີ່ຕໍ່າລົງ ​ໃນຄວາມ
ສາມາດຂອງສະໝອງໃນ​ການຮັບ​ຮູ້​ແລະ​ເຂົ້າ​ໃຈ​ນັ້ນ ຢູ່​ໃນ​ການຄົ້ນຄວ້າອັນນີ້.

ປາ, ຊີ້ນ, ຜະລິດຕະພັນທີ່ເຮັດດ້ວຍນົມ ​ແລະ​ອາຫານ​ຕ່າງໆ ທີ່​ບັນຈຸທາດ​ໂປຣ​ເຕອິນຢູ່​
ຫລາຍ​ນັ້ນ ​ແມ່ນເປັນ​ແຫ​ລ່ງໄວຕາມິນ ບີ 12 ທີ່​ດີ. ດຣ​. ໄມ​ເກິ້ລ ຢໍ​ເຈິ​ລເສິນ ນັກຊ່ຽວ
ຊານດ້ານສະໝອງ ​ໃຫ້​ຂໍ້ສັງ​ເກດ​ວ່າ ອາຫານ​ທີ່​ ມາ​ຈາກ​ພືດຜັກ ​ແລະອາຫານ​ທີ່ມີ​ທາດ​
ຄາ​ໂບ​ໄຮ​ເດຣດ ຫລື​ທາດ​ແປ້ງ​ສູງ​ນັ້ນ ​ໂດຍ​ທົ່ວ​ໄປ​ແລ້ວ ​ແມ່ນ​ບໍ່ມີໄວຕາມິນ ບີ 12.

ທ່ານ​ເຊື່ອ​ວ່າ ປະຊາຊົນ​ໃນ​ທົ່ວ​ໂລກ ຄວານ​ກິນ​ຢາໄວຕາມິນ ບີ 12 ​ເສີມ ຈະ​ເປັນ​ເມັດ, ສັກ​ໃສ່, ຫລືສີດ​ເຂົ້າທາງ​ດັງ​ກໍ​ດີ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ການ​ທໍາ​ງານ​ຂອງ​ສະໝອງ​ເຊື່ອ​ມ​ໂຊມ
ລົງ ​ດັ່ງ​ທີ່​ອະ​ທິບາຍ​ຢູ່​ໃນ​ການ​ສຶກສາຄົ້ນຄວ້ານີ້. ທ່ານກ່າວ​ຕໍ່​ໄປ​ວ່າ:

“ບົດຮຽນອັນສໍາຄັນ​ທີ່​ພວກ​ເຮົາ​ຖອດ​ຖອນ​ໄດ້​ຈາກ​ຜົນ​ການຄົ້ນພົບ​ນີ້ ກໍ​ຄື ພວກ​ເຮົາ​ຄວນໄປກວດ​ຮ່າງກາຍເບິ່ງວ່າ​ ມີ​ການ​ຂາດໄວຕາມິນ ບີ 12 ນີ້ຫລືບໍ່ ຕັ້ງ​ແຕ່​ຫົວທີ ​ເພາະວ່າ ຖ້າ​ຫາກ​ວ່າ ມີ​ຄວາມ​ຫວັງ​ໃນ​ການ​ປິ່ນ​ປົວໄດ້​ຢ່າງ​ສໍາ​ເລັດຜົນແລ້ວ ມັນ​ກໍ​ຄວນ​ຈະ​ເປັນ​ການ​ປິ່ນປົວ​ແຕ່ໄວໆ ​ກ່ອນ​ທີ່​ຜູ້​ໃດ​ຜູ້​ນຶ່ງ​ຈະ​ເລີ້ມ​ມີ​ອາການ​ສະພາບ​ເຊື່ອ​ມໂຊມ​ລົງທາງ​ດ້ານຄວາມສາມາດໃນການໃຊ້ສະໝອງ.”

ດຣ​. ໄມ​ເກິ້ລ ຢໍ​ເຈິ​ລເສິນ ​ເວົ້າວ່າ ການສຶກສາຄົ້ນຄວ້າໃໝ່ນີ້ ຄວນ​ເປັນ​ພື້ນ ຖານໃຫ້​ແກ່​ການຄົ້ນຄວ້າ​ຕື່ມ​ອີກ ​ໃນ​ກຸ່ມ​ຊາວໜຸ່ມ ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຢູ່​ໃນ​ທະວີບອາ​ຟຣິກາ, ​ເຂດ​ເອ​ເຊຍ​ໃຕ້ ​ແລະ ພາກ​ກາງ​ຂອງທະວີບ​ອາ​ເມຣິກາ, ຊຶ່ງ​ເປັນ​ພວກ​ຂົງເຂດ​ທີ່​ມີ​ຄົນ​ ຂາດ​ແຄນ
ໄວຕາມິນບີ 12 ສູງ​ທີ່​ສຸດນັ້ນ.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດ

XS
SM
MD
LG