ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມຮູ້ໃໝ່ກ່ຽວກັບ ຢາປົວວັນນະໂຣກ ອາດຕັດເວລາປິ່ນປົວໃຫ້ສັ້ນລົງ (ເບິ່ງວີດີໂອລາວ/ອັງກິດ)


ປອດຂອງຄົນທີ່ເປັນທີບີ ຫລືວັນນະໂຣກ ຕາມທີ່ເຫັນຢູ່ໃນແຜ່ນເອກສະເຣ ຫລືສ່ອງໄຟຟ້າ
ປອດຂອງຄົນທີ່ເປັນທີບີ ຫລືວັນນະໂຣກ ຕາມທີ່ເຫັນຢູ່ໃນແຜ່ນເອກສະເຣ ຫລືສ່ອງໄຟຟ້າ

ພວກນັກວິທະຍາສາດກ່າວວ່າ ຄວາມຮູ້ໃໝ່ກ່ຽວກັບຢາປົວວັນນະໂຣກ ຫລືໂຣກປອດແຫ້ງ ທີ່​ເຄີຍ​ໃຊ້​ກັນ​ມາ ອາດສາມາດເຮັດໃຫ້ເວລາທີ່ໃຊ້ໃນການປິ່ນປົວຄົນເຈັບ ທີ່ຕິດເຊື້ອວັນນະ ໂຣກ ຫລື TB ນັ້ນ ສັ້ນເຂົ້າ​ໄດ້. ຢາທີ່ມີຊື່ວ່າ "pyrazinamide" ແມ່ນໃຊ້ກັນ ຢ່າງແຜ່ ຫລາຍ​ໂດຍໃຊ້ປະສົມກັນກັບຢາອື່ນ ເພື່ອປິ່ນປົວຜູ້​ທີ່​ເປັນວັນນະໂຣກຫລື​​ໂຣກປອດ​ແຫ້ງນັ້ນ. ມາບັດນີ້ ພວກທ່ານໝໍກໍາລັງຮຽນຮູ້ວ່າ ມັນໃຊ້ການໄດ້ແນວໃດ-ແລະເອີ້ນຂໍ້ມູນອັນໃໝ່ນີ້ວ່າ "ເປັນການບຸກເບີກໃໝ່." ຜູ້ສື່ຂ່າວວີໂອເອ Vidushi Sinha ມີລາຍລະອຽດເລື້ອງນີ້ ຊຶ່ງ ວັນນະສອນ ຈະນໍາມາສະເໜີທ່ານ.

ການປິ່ນປົວຜູ້​ທີ່ຕິດເຊື້ອວັນນະໂຣກ ແບບມາດຕະຖານປົກກະຕິໃນທຸກມື້ນີ້ ກໍຄືເອົາຢາ
ໃຫ້ຄົນປ່ວຍກິນ 4 ຊະໜິດເປັນໄລຍະ 6 ເດືອນ.

ເມື່ອ 40 ປີກ່ອນໜ້ານີ້ ຕອນທີ່ຍັງບໍ່ມີອັນທີ່ພວກນັກຊ່ຽວຊານເອີ້ນກັນວ່າ "ຢາບຸກເບີກ
ໃໝ່” ອອກມານັ້ນ, ການປິ່ນປົວວັນນະໂຣກ ຫລື TB ແມ່ນໃຊ້ເວລາດົນກວ່ານັ້ນຫລາຍ.
ດຣ. ຄລິຟຕັນ ແບຣີ (Clifton Barry) ​ເປັນ​ຜູ້ຊີ້ນໍາການຄົ້ນຄວ້າກ່ຽວ​ກັບ​ວັນນະ​ໂຣກທີ່
ສະຖາບັນສຸຂະພາບແຫ່ງຊາດສະຫະລັດ NIH ຫລື National Institutes of Health ກ່າວວ່າ:

“ຢາ Pyrazinamide ​ໄດ້ເຮັດໃຫ້ໄລຍະການປິ່ນປົວນັ້ນສັ້ນລົງ​ມາ​ເປັນ 6
ເດືອນ ແທນທີ່ຈະເປັນ 2 ປີ ຊຶ່ງຖືວ່າເປັນການບຸກເບີກອັນຍິ່ງໃຫຍ່ຢູ່ໃນຊຸມ
ປີ 1970 ນັ້ນ.”

ທ່ານກ່າວຕໍ່ໄປວ່າ ພວກນັກວິທະຍາສາດຮູ້ມານານແລ້ວວ່າ ລໍາພັງແຕ່ຢາ pyrazinamide
ນັ້ນແມ່ນບໍ່ທໍາລາຍເຊື້ອ​ແບັກທີເຣຍ ຊະນິດທີ່ສະ​ແດງ​ອາການ​ຂອງ​ໂຣກ TB ໃຫ້​ເຫັນນັ້ນ
ໄດ້. ແຕ່ມາບັດນີ້ ການຄົ້ນຄວ້າໄດ້ເປີດເຜີຍໃຫ້ຮູ້ວ່າ ຢາຊະນິດນີ້ສາມາດຂ້າຮູບ​ແບ​ບຂອງ
ເຊື້ອພະຍາດນີ້ທີ່ເຊື່ອງຊ້ອນຢູ່ ຄືບໍ່ສະແດງອາການໃຫ້ເຫັນນັ້ນໄດ້.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືບ່ອນ mp4 ຫລື wmv ຂ້າງເທິງຂວາມື

ດອກ​ເຕີ້ ແບຣີ ເວົ້າວ່າ ພ້ອມ​ກັບຄວາມເຂົ້າໃຈທີ່​ດີ​ຂຶ້ນກ່ຽວກັບວ່າ ຢາ pyrazinamide
ເຮັດ​ວຽກ​ຂອງ​ມັນ​ແບບ​ໃດ​ແທ້ໃນລະດັບອົງປະກອບ ຫລື ໂມເລກູລນັ້ນ ພວກນັກວິທະຍາ
ສາດກໍຈະສາມາດອອກແບບຢາຕົວ​ນີ້ ທີ່ມີອານຸພາບ​ແຮງ​ກ່ວາ​ເກົ່າ ທີ່ສາມາດຕັດໄລຍະ
ການປິ່ນປົວ ໂຣກ TB ລົງຈາກ 6 ເດືອນມາເປັນ 2 ເດືອນໄດ້ ຊຶ່ງ​ທ່ານ​ອະທິບາຍດັ່ງນີ້:

“ໃນເມື່ອກ່ອນ ມັນເປັນວິທີການຄົ້ນຄວ້າ​ແບບທົດລອງ​ເບິ່ງຢ່າງ​ສິ້ນ​ເຊີງ: ຄືທົດ
ລອງ​ອັນໃດກໍໄດ້ ທີ່ເຮັດໄດ້ ແລະເບິ່ງວ່າ ມັນຈະສາມາດຂ້າເຊື້ອໂຣກໄດ້ໄວຂຶ້ນ
ກວ່າເກົ່າໜ້ອຍນຶ່ງບໍ່ ຫລື ເຮັດ​ໄດ້​ພາຍ​ໃຕ້ສະພາບບາງ​ຢ່າງ ທີ່ບໍ່ຊ່ວຍ​ໃຫ້​ເຊື້ອ​
ໂຣກກໍ່​ໂຕ​ຂຶ້ນ​ມາ​ໃໝ່​ອີກ. ແຕ່ມາບັດນີ້ ດ້ວຍຄວາມຮູ້ຂອງພວກເຮົາກ່ຽວກັບລະ
ບົບກົນໄກຂອງໂມເລກູນດັ່ງກ່າວ ໃນທັນໃດນັ້ນ ພວກເຮົາກໍສາມາດໃຊ້ເຄື່ອງມື
ທຸກ​ຢ່າງໃນການຄົ້ນພົບຢາທີ່ທັນສະໄໝນັ້ນ​ໄດ້ ຊຶ່ງໝາຍເຖິງວິທີການທີ່ອີງໃສ່
ໂຄງສ້າງ ​ແລະແນເປົ້າໝາຍໃສ່ທາດໂປຣທີນ.”

ນາງ Pinky Molefe (ຂວາ) ໄດ້ຮັບຢາປົວ ໂຣກປອດແຫ້ງ ຢູ່ທີ່ຄລີນິກແຫ່ງນຶ່ງໃນເມືອງ Alexandra ທາງເໜືອຂອງແຂວງ Johan- nesburg, ປະເທດອາຟຣິກາໃຕ້, ວັນທີ 13 ຕຸລາ, 2010.
ນາງ Pinky Molefe (ຂວາ) ໄດ້ຮັບຢາປົວ ໂຣກປອດແຫ້ງ ຢູ່ທີ່ຄລີນິກແຫ່ງນຶ່ງໃນເມືອງ Alexandra ທາງເໜືອຂອງແຂວງ Johan- nesburg, ປະເທດອາຟຣິກາໃຕ້, ວັນທີ 13 ຕຸລາ, 2010.

ດຣ. ແບຣີເຊື່ອວ່າ ຢາ
pyrazinamide ອັນໃໝ່ທີ່
ແນໃສ່ເປົ້າໝາຍຫລາຍຂຶ້ນນີ້
ໃນທີ່ສຸດກໍສາມາດສະກັດກັ້ນ
ການແຜ່ລະບາດຂອງພະຍາດ
TB ໃນທົ່ວໂລກ ຊຶ່ງໄດ້ເຮັດ
ໃຫ້ຄົນ ເກືອບຮອດ 1 ສ່ວນ
3 ຂອງປະຊາກອນໂລກຕິດ
ເຊື້ອນັ້ນ. ໃນຂະນະທີ່ມີຄົນ
ຫລາຍກວ່າ 8 ລ້ານຄົນປ່ວຍ
ເປັນວັນນະໂຣກ ຍ້ອນ​ຕິດເຊື້ອ
ທີ່​ຕິດ​ຕໍ່​ກັນໃນ​ລະດັບສູງຫລາຍ
ນັ້ນ ກໍມີອີກປະມານ 2 ພັນລ້ານ
ຄົນ ທີ່ຕິດເຊື້ອວັນນະໂຣກປະເພດເຊື່ອງຊ້ອນ ຫລືບໍ່ສະແດງອາການອອກມາ​ໃຫ້​ເຫັນນັ້ນ.

“ຈື່ໄວ້ວ່າ ທຸກກໍລະນີຕິດ​ເຊື້ອ ທີ່ພັດທະນາຂຶ້ນ​ເປັນ​ເຊື້ອ TB ທີ່ສະ​ແດງ​ອາການ
ໃຫ້​ເຫັນ​ນັ້ນ ແມ່ນຈະແຜ່ລາມໄປຕິດ​ແປດຢ່າງ​ນ້ອຍ 10 ຄົນ ໄດ້. ແລະເພາະ
ສະນັ້ນແລ້ວ ແທນທີ່ຈະປິ່ນປົວພວກ 10 ຄົນນັ້ນ ຖ້າຫາກພວກເຮົາເລີ້ມປິ່ນປົວ
ຄົນ ກ່ອນທີ່ພວກເຂົາເຈົ້າຈະເຈັບປ່ວຍ-​ ໂດຍທີ່ບໍ່ສະ​ແດງອາການ​ໃຫ້​ເຫັນນັ້ນ
ແລ້ວ ພວກເຮົາກໍຈະສາມາດເຮັດໃຫ້ມີຄວາມແຕກຕ່າງຢ່າງຫລວງ​ໄດ້ໃນຈໍານວນ
ຄົນ ທີ່ປ່ວຍຍ້ອນພະຍາດນີ້."

ພວກນັກຊ່ຽວຊານມີຄວາມຍິນດີນໍາຄວາມຮູ້ໃໝ່ກ່ຽວກັບຢາປົວວັນນະໂຣກທີ່ສໍາຄັນອັນນີ້, ແລະໂອກາດໃນການທີ່​ຈະປັບປຸງວິທີການປິ່ນປົວ ​ໃຫ້​ດີ​ຂຶ້ນ​ໄດ້. ແຕ່ພວກເຂົາກໍ​ກ່າວວ່າ ວິທີ
ທາງທີ່ດີທີ່ສຸດເພື່ອ​ເຮັດ​ໃຫ້ ການແຜ່ລະບາດຂອງວັນນະໂຣກ ຫລືໂຣກປອດແຫ້ງຊັກຊ້າລົງ
ໄດ້ກໍຄື ທໍາ​ຄວາມກ້າວໄປຫາການທົດລອງທີ່ໄວກວ່າ ແລະໜ້າເຊື່ອຖືໄດ້ ຫລາຍກວ່າເກົ່າ
ເພື່ອ​ນໍາ​ໃຊ້​ຄຽງ​ຄູ່​ກັນ​ໄປ​ກັບກວາ​ມກ້າວໜ້າ​ໃນ​ດ້ານການປິ່ນປົວນັ້ນ.

XS
SM
MD
LG