ລິ້ງ ສຳຫລັບເຂົ້າຫາ

ມົນລະພິດ ບໍ່ພຽງແຕ່ ເປັນອັນຕະລາຍ ຕໍ່ສິ່ງແວດລ້ອມ ແຕ່ຍັງເປັນ ອັນຕະລາຍຕໍ່ ສຸຂະພາບອີກ


ຊາຍອິນເດຍຄົນນຶ່ງຫລຽວເບິ່ງກະດານຂ່າວບອກລະດັບຂອງມົນລະພິດປະຈໍາວັນ ທີ່ກົມອຸຕຸນິຍົມຂອງອິນເດຍ ປະກາດໃນວັນທີ 21 ຕຸລາ, 2017, ນຶ່ງມື້ຫລັງຈາກການສະຫລອງບຸນ Diwali ໃນນະຄອນຫລວງ New Delhi.

ມົນລະພິດມີສ່ວນເຮັດໃຫ້ຄົນເສຍຊີວິດໃນແຕ່ລະປີ ຫລາຍກວ່າການເປັນພະຍາດ
ໃດໆ ໝົດ. ນັ້ນຄືຫົວຂໍ້ ຂອງບົດລາຍງານ ໃນວາລະສານ​ການ​ແພດ Lancet ​ທີ່ພິມ
ເຜີຍແຜ່ໃນທ້າຍເດືອນຕຸລາຜ່ານມານີ້. ການສະທ້ອນສ່ວນນຶ່ງ ຕໍ່ຈໍານວນການຕາຍ
ອັນຫລວງຫລາຍນີ້ ແມ່ນກ່ຽວຂ້ອງກັບການຖືກັນວ່າ ມົນລະພິດ ກໍແມ່ນບັນຫາທາງ
ສຸຂະພາບອັນນຶ່ງ ແທນທີ່ຈະຖືວ່າ ມັນເປັນພຽງບັນຫາດ້ານສິ່ງແວດລ້ອມເທົ່ານັ້ນ.

ຂໍ້ສໍາຄັນທີ່ໄດ້ມາຈາກບົດລາຍງານນີ້ກໍຄື ມົນລະພິດທໍາລາຍບໍ່ພຽງແຕ່ສິ່ງ ແວດລ້ອມ
ເທົ່ານັ້ນ ແຕ່ມັນຍັງທໍາລາຍສຸຂະພາບຂອງຄົນນໍາອີກ. ທ່ານ Andrew McCarator
ຈາກອົງການ Pure Earth ກ່າວວ່າ “ມັນສັງຫານຊີວິດຄົນ​ຫລາຍ​ກວ່າສົງຄາມແລະ
ຄວາມຫິວ, ຫລາຍກວ່າພະຍາດ ໄຂ້ມາເລເຣຍ ຫລື ໂຣກເອດສ໌ ຫລືໂຣກອະຫິວາ
ອີກດ້ວຍ. ການຕາຍທີ່ເກີດຈາກພະຍາດທັງໝົດເຫລົ່ານີ້ ທຽບບໍ່ຕິດເລີຍກັບການ
ຕາຍທີ່ເກີດມາຈາກມົນລະພິດ.”

ສິ່ງສໍາຄັນອີກອັນນຶ່ງ ຖອດຖອນຈາກບົດລາຍນັ້ນກໍຄື ອັດຕາການຕາຍດັ່ງກ່າວ ກ່ອນ
ອື່ນໝົດ ແມ່ນມີຜົນກະທົບ ຕໍ່ຜູ້ທີ່ປະສົບຄວາມຫຍຸ້ງຍາກຫລາຍທີ່ສຸດໃນການໄດ້ຮັບ
ການຊ່ວຍເຫລືອ.

ທ່ານOlusoji Adeyi ຈາກກຸ່ມທະນາຄານໂລກເວົ້າວ່າ “ໃນປີ 2016, ຕາມຄວາມ
ເປັນຈິງແລ້ວ ມົນລະພິດມີສ່ວນເຮັດໃຫ້ຄົນເສຍຊີວິດ 9 ລ້ານ 6 ແສນຄົນ. 92 ເປີເຊັນຂອງຈໍານວນຜູ້ເສຍຊີວິດເຫລົ່ານັ້ນ ແມ່ນຢູ່ໃນບັນດາປະເທດທີ່ມີລາຍ
ໄດ້ຕໍ່າ ແລະລາຍໄດ້ປານກາງ. ນັ້ນເປັນຕົວເລກທີ່ຫລວງຫລາຍສໍາລັບພວກເຮົາ. ມັນຫລວງຫລາຍໃນເລື່ອງການແຈກຢາຍບັນຫາອອກໄປ. ຖ້າຈະເວົ້າຢ່າງງ່າຍໆ
ແລ້ວ ກໍຄື ການແບ່ງປັນການແບກຫາບບັນຫາ ແມ່ນບໍ່ຍຸຕິທໍາ.”

ພວກ​ນັກຄົ້ນຄວ້າ​ເວົ້າວ່າ ສະໝອງຂອງ​ພວກ​ເຮົາ​ເຮັດ​ໃຫ້ການ​ຕໍ່ສູ້​ກັບ​ມົນ​ລະ​ພິດ
ຍາກ​ກວ່າ​ການ​ຕໍ່ສູ້​ກັບ​ພະຍາດ​ອື່ນໆ. ດຣ. Philip Landrigan ຈາກວິທະຍາໄລ
ແພດສາດ Mount Sinai ໃຫ້ຄໍາເຫັນວ່າ “ມະນຸດເຮົາຕາມທໍາມະຊາດແມ່ນຕອບ
ໂຕ້ຕໍ່ການນາບຂູ່ທີ່ເກີດຂຶ້ນໄວໆ. ພະຍາດຕິດແປດເຊັ່ນໄວຣັສ Zika, ເຊັ່ນໄຂ້
ເລືອດອອກ ທີ່ເຮັດໃຫ້ຄົນເຈັບປ່ວຍຢ່າງວ່ອງໄວ ແລະເຈັບປ່ວຍແບບເຫັນໄດ້
ຢ່າງຊັດເຈນນັ້ນ ແມ່ນເຮັດໃຫ້ສັງຄົມສົນໃຈຫລາຍອີ່ຫລີ. ແຕ່ກົງກັນຂ້າມ, ພະ
ຍາດທີ່ບໍ່ຕິດຕໍ່ກັນໄດ້, ພະຍາດ ຊໍາເຮື້ອ [ທີ່ເກີດມາຈາກ] ມົນລະພິດ, ການພິການ
ທາງການຮຽນ, ໂຣກມະເຮັງ, ພະຍາດປອດຊໍາເຮື້ອ ແມ່ນໃຊ້ເວລາຫລາຍປີ ກວ່າຈະສະແດງຜົນກະທົບອອກມາໃຫ້ເຫັນ. ການເຊື່ອມຕໍ່ລະຫວ່າງສາເຫດ
ກັບຜົນກະທົບຂອງມັນ ບໍ່ເຫັນໄດ້ຢ່າງເດັ່ນຊັດ ແລະຜູ້ຄົນກໍຄິດເຖິງມັນລຸນຫລັງ
ການຄິດກ່ຽວກັບໂຣກອື່ນໆ.”

ເລື່ອງມົນລະພິດໃນອາກາດທີ່ມີຢູ່ທົ່ວໄປໃນອິນເດຍ ແລະຈີນກໍເຊັ່ນກັນ, ດັ່ງທີ່ທ່ານ
Gardiner Harris ຈາກໜັງສື​ພິມ​ນີວ New York Time ໃຫ້ຄໍາເຫັນວ່າ “ອິນເດຍ
ກາຍມາເປັນອັນຕະລາຍຢ່າງໃຫຍ່ຫລວງເພີ້ມຂຶ້ນຕະຫລອດ 20 ປີ ຜ່ານມາ ຍ້ອນອາກາດທີ່ມີມົນລະພິດ.... ມັນເປັນອັນຕະລາຍ ໃນແບບທີ່ວ່າ ພວກເຮົາ
ບໍ່ເຄີຍເຫັນມາກ່ອນຢູ່ໃນໂລກນີ້.”

ສ່ວນຢູ່ບ່ອນອື່ນນັ້ນແມ່ນພື້ນດິນທີ່ມີສານກົ່ວເປັນມົນລະພິດແລະສິ່ງເສດເຫລືອ
ທີ່ເປັນອັນຕະລາຍຮ້າຍແຮງ ເປັນບັນຫາທີ່ມີມາໄດ້ຫລາຍປີແລ້ວ. ທ່ານ
Richard Fuller ຄະນະກໍາມາທິການຂອງວາລະສານ Lancet ເວົ້າວ່າ “ສານ
ພິດທີ່ເກີດຈາກມົນລະພິດໃນຂີ້ດິນ ບໍ່ແຈກອອກໄປໃສ. ມັນຈະຕິດຢູ່ໃນດິນນັ້ນ ແລະມັນກໍສືບຕໍ່ເຮັດໃຫ້ຄົນໄດ້ຮັບສານພິດຂອງມັນ ເປັນຫລາຍໆ ລຸ້ນຄົນ.”

ທຸກຄົນທີ່ມີສ່ວນພົວພັນກັບບັນຫານີ້ ເວົ້າວ່າ ສິ່ງຕ່າງໆ ເລີ້ມດີຂຶ້ນແດ່ແລ້ວ ແຕ່ກໍ
ເວົ້າວ່າ ມັນໄດ້ທໍາໃຫ້ມີການເສຍຫາຍມາຫລາຍແລ້ວເຊັ່ນກັນ. ທ່ານ Joe Hayes
ຈາກອົງການ Pure Earth ກ່າວເພີ້ມອີກວ່າ “ບໍ່ວ່າພວກເຮົາຈະໄປທາງໃດກໍຕາມ
ຈະເຫັນວ່າ ພໍ່ແມ່ບໍ່ຢາກໃຫ້ລູກຂອງຕົນຖືກທາດພິດຈັກເທື່ອ. ເດັກນ້ອຍຜູ້ນຶ່ງ ທີ່ຖືກສານພິດຈາກກົ່ວທໍາລາຍສະໝອງ ຈະບໍ່ມີຄວາມສາມາດອັນເຕັມສ່ວນ ໃນການພັດທະນາຕົນເອງໃນຊີວິດ. ແລະບັນຫານີ້ ກໍບໍ່ສາມາດແກ້ໄຂໄດ້ ແຕ່
ວ່າມັນສາມາດປ້ອງກັນໄດ້ ແລະເດັກນ້ອຍຄົນຕໍ່ໄປ ສາມາດໄດ້ຮັບການປ້ອງກັນ.”

ບົດລາຍງານຂອງວາລະສານ Lancet ຮຽກຮ້ອງບັນດາປະເທດຕ່າງໆ ໃຫ້ຕັ້ງເປົ້າ
ໝາຍເປັນໄລຍະ 5 ປີ, 10 ປີ ແລະດົນກວ່ານັ້ນໄວ້ ເພື່ອເຮັດໃຫ້ບັນຫາ ດັ່ງກ່າວ
ຮູ້ສຶກວ່າ ສາມາດຄວບຄຸມໄດ້ຫລາຍຂຶ້ນກວ່າເກົ່າ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG