ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຂ້ມະເລເຣຍທີ່ຕໍ່ຕ້ານຢາ ເຮັດໃຫ້ການຄວບຄຸມ ພະຍາດນີ້ ຍາກຂຶ້ນ (ເບິ່ງວີດີໂອລາວ/ອັງກິດ)


ຍຸງທີ່ມີເຊື້ອໄຂ້ມາເລເຣຍ ທີ່ຕໍ່ຕ້ານຢາ
ຍຸງທີ່ມີເຊື້ອໄຂ້ມາເລເຣຍ ທີ່ຕໍ່ຕ້ານຢາ

ທີມນັກຄົ້ນຄວ້າທີມນຶ່ງຈາກສະຫະລັດ​ແລະປະເທດໄທເວົ້າວ່າ ກໍລະນີຄົນ​ເປັນໄຂ້ມາເລເຣຍ ຫລືໄຂ້ຍຸງທີ່ຕໍ່ຕ້ານຢາ ຢູ່ໃນໄທແລະປະເທດອ້ອມຂ້າງ ທີ່ມີລາຍງານວ່າ ກໍາລັງເພີ້ມຈໍານວນ ຂຶ້ນນັບ​ມື້ນັ້ນ ​ແມ່ນເປັນໄພຂົ່ມຂູ່ຕໍ່ການປຸກລະດົມ ຢູ່​ໃນ​ທົ່ວ​ໂລກ ​ເພື່ອຄວບຄຸມ ແລະກໍາຈັດ ພະຍາດດັ່ງ​ກ່າວ ທີ່ເກີດຈາກຍຸງນັ້ນ. ເຊື້ອກາຝາກມາເລເຣຍຢູ່ໃນຂົງເຂດ ກໍາລັງມີການຕໍ່ ຕ້ານການປິ່ນປົວລະດັບທໍາອິດ ຊຶ່ງເປັນການປິ່ນປົວດ້ວຍ​ຢາປະສົມ artemisinin --ແລະ ພວກນັກຊ່ຽວຊານເວົ້າວ່າ ກໍາລັງ​ມີອັນຕະລາຍຢ່າງ​ແທ້​ຈິງ ທີ່​ວ່າເຊື້ອໄຂ້ມາເລເຣຍສາຍພັນ ທີ່ຕ້ານຢາ ກໍາລັງຈະ​ແຜ່ໄປຍັງອາຟຣິກາ ບ່ອນທີ່ພະຍາດນີ້ມີ​ຢູ່ຢ່າງ​ແຜ່​ຫລາຍນັ້ນ. ຜູ້ສື່ຂ່າວ ວີໂອເອ Vidushi Sinha ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີ ທ່ານ.

ເບິ່ງວີດິໂອພາສາລາວ:

ທ່ານທີມ ແອນເດີເຊິນ (Tim Anderson) ຈາກສະຖາບັນຄົ້ນຄວ້າດ້ານການແພດຊີວະພາບ
ຂອງລັດເທັກຊັສ ກ່າວວ່າ:

"ຄວາມຢ້ານກົວອັນໃຫຍ່ທີ່ສຸດກໍຄື ການຕໍ່ຕ້ານຢາຈະແຜ່ຜາຍໄປທົ່ວພາກພື້ນເອເຊຍ
ຕາເວັນອອກສຽງໃຕ້ ແລະຈາກນັ້ນກໍຈະແຜ່ລາມໄປທົ່ວທະວີບອາຟຣິກາ ບ່ອນທີ່ສ່ວນ
ໃຫຍ່ຂອງຈໍານວນການເສຍຊີວິດ ຂອງ 7 ແສນຄົນຕໍ່ປີ ແມ່ນເກີດຈາກເຊື້ອໄຂ້ມາເລ
ເຣຍ. ​ໃນປະຫວັດສາດຜ່ານ​ມາ ພວກເຮົາໄດ້ເຫັນວ່າເມື່ອມີການຕ້ານຢາໂຄລໂຣກວິນ
ຊຶ່ງເປັນຢາຕ້ານໄຂ້ ມາເລເຣຍອີກຊະນິດນຶ່ງນັ້ນ ແຜ່ລາມອອກໄປ ກໍ​ແມ່ນ​ໄດ້ມີການ
ເສຍຊີວິດ ຍ້ອນໄຂ້ມາເລເຣຍເພີ້ມຂຶ້ນ. ນີ້ແມ່ນເປັນເລື້ອງທີ່ຮີບດ່ວນ​ທີ່​ສຸດ.”

ທ່ານທີມ ແອນເດີເຊິນ ໄດ້ລົມກັບພວກເຮົາໂດຍຜ່ານທາງອິນເຕີແນັດ ຫລື skype. ທ່ານ
ເປັນສ່ວນນຶ່ງຂອງທີມງານທີ່ໄດ້ພົບເຫັນຫລັກຖານ ຂອງອາການຕ້ານການປິ່ນປົວໄຂ້ມາເລ
ເຣຍດ້ວຍ​ລະບົບ​ຢາ artemesinin ທີ່ກໍາລັງເພີ້ມຂຶ້ນນັບ​ມື້ ຢູ່ໃນເຂດຊາຍແດນຂອງໄທແລະ
ມຽນມາ ຊຶ່ງພວກເຂົາເຈົ້າຢ້ານວ່າ ມັນຈະສາມາດແຜ່ຂະຫຍາຍໄປທາງຕາເວັນຕົກຂ້າມຂົງ
ເຂດເອເຊຍໃຕ້ ເຂົ້າໄປຫາທະວີບອາຟຣິກາ.

ພວກນັກຄົ້ນຄວ້າ ກໍາລັງຮຽກຮ້ອງໃຫ້ເອົາບາດກ້າວອັນຮີບດ່ວນ ເພື່ອຄວບຄຸມການແຜ່
ຂະຫຍາຍອອກໄປ ຂອງເຊື້ອກາຝາກໄຂ້ມາເລເຣຍ ທີ່ຕ້ານຢານີ້.

ຈໍານວນຄົນເສຍຊີວິດຍ້ອນໄຂ້ມາເລເຣຍ ໄດ້ຫລຸດລົງພາຍໃນສອງສາມປີຜ່ານມາ ຍ້ອນມີ
ການປິ່ນປົວດ້ວຍ​ຢາ​ປະສົມ artemisinin ແລະທ່ານ Anderson ຄາດຄະເນວ່າຕົວເລກ
ຂອງການຕາຍຍ້ອນພະຍາດນີ້ ຈະຖີບຕົວສູງຂຶ້ນຄືນຄືເກົ່າ ຖ້າຢາຫາກຂາດປະສິດທິພາບ
ໄປ. ທ່ານກ່າວຕໍ່ໄປວ່າ:

"ພວກເຮົາເຫັນວ່າ ຢານີ້ ຂ້າເຊື້ອກາຝາກໄດ້ໜ້ອຍ​ລົງ​ເຖິງ 100 ເທື່ອກວ່າທີ່ເຄີຍເປັນ
ມາໃນເມື່ອກ່ອນ. ​ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າມັນບໍ່ໄດ້ຂ້າເຊື້ອກາຝາກ. ສະນັ້ນ
ພວກເຮົາກໍຍັງສາມາດປົວຄົນເຈັບໄດ້ຢູ່. ແຕ່ວ່າ ຄວາມເປັນຫວ່ງກໍຄືວ່າ ຈໍານວນຄົນ
ປ່ວຍທີ່
ບໍ່ສາມາດປິ່ນປົວ​ໃຫ້ຫາ​ຍດີ​ນັ້ນ ຈະເພີ້ມຂຶ້ນ. ປັດຈຸບັນ ພວກເຮົາຄາດຄະເນ
ວ່າ ຄົນເຈັບປະມານ 30% ແມ່ນປົວບໍ່ໄດ້ ໂດຍໃຊ້ການປິ່ນປົວດ້ວຍ​ຢາ​ປະສົມ

artemisisnin.
"

ຍຸງທີ່ນໍາເຊື້ອໄຂ້ມະເລເຣຍໄປແຜ່ຜາຍ
ຍຸງທີ່ນໍາເຊື້ອໄຂ້ມະເລເຣຍໄປແຜ່ຜາຍ

ສ່ວນ ດຣ. ເດວິດ ແຄສໂລ
ຜູ້ອໍານວຍການ ໂຄງການລິ
ເລີ້ມຜະລິດຢາປ້ອງ​ກັນໄຂ້ມາ
ເລເຣຍ PATH - ຊຶ່ງເປັນອົງ
ການສາກົນ ທີ່ບໍ່ຫາຜົນກໍາ
ໄລ ​ແລະມີຄວາມມຸ້ງໝັ້ນຕໍ່
ການພັດທະນາຢາວັກຊິນ​ປ້ອງ​
ກັນໄຂ້ມາເລເຣຍນັ້ນ ກ່າວ​ວ່າ:

“ຂ້ອຍຈະຕ້ອງເວົ້າວ່າ ທີ່ຈິງແລ້ວ
ຂ້ອຍກໍບໍ່ໄດ້ແປກໃຈ​ເລີຍ. ແຕ່ລະ
ຄັ້ງທີ່ ພວກເຮົາພັດທະນາຢາໃໝ່
ຂຶ້ນມາ ເຊື້ອກາຝາກກໍຈະຫາທາງ
ຫລີກລ່ຽງມັນໄດ້. ຂ່າວດີກໍຄືວ່າ
ຢາວັກຊິນປ້ອງ​ກັນໄຂ້ມາເລເຣຍ
ອັນທໍາອິດ​ໃນ​ປະຫວັດສາດ
ແມ່ນໃກ້ຈະອອກ​ມາແລ້ວ.


ດຣ. ແຄສໂລເວົ້າວ່າ ຢາວັກຊິນຕ້ານໄຂ້ມາເລເຣຍ ອາດສາມາດນໍາອອກມາໃຊ້ໄດ້ ພາຍ
ໃນປີ 2015. ແຕ່ວ່າມັນກໍຈະເປັນພຽງອາວຸດອີກອັນນຶ່ງ ທີ່ໃຊ້ຕ້ານໄຂ້ມາເລເຣຍ​ເທົ່າ​ນັ້ນ ແລະບັນຫາທີ່ເຊື້ອພະຍາດນີ້ຕ້ານຢັນຕໍ່ການປິ່ນປົວດ້ວຍ​ຢາ​ປະສົມ artemisinin ນັ້ນ
ແມ່ນມີຄວາມຈິງແທ້ໆ. ທ່ານ ແຄສໂລ ເວົ້າວ່າ:

“ຢານີ້ເປັນສ່ວນ​ນຶ່ງ​ຂອງ​ການຄວບຄຸມ​ໃນ​ຂັ້ນກວ້າງໃຫຍ່ກວ່າເກົ່າ ແລະ-ກໍຫວັງຢ່າງ
ຍິ່ງວ່າ, ມື້ນຶ່ງມັນຈະກາຍເປັນສ່ວນ​ນຶ່ງ​ຂອງໂຄງການກໍາຈັດ ແລະປັດເປົ່າພະຍາດນີ້
ໃຫ້ໝົດໄປ. ພວກເຮົາຈະຕ້ອງໃຊ້ເຄື່ອງມືຫລາຍຊະນິດ ລວມທັງມຸ້ງກາງນອນ, ການ
ສີດຢາຂ້າຍຸງຢູ່ໃນເຮືອນ, ແລະການເອົາ​ມາດຕາ​ການປ້ອງກັນລ່ວງ​ໜ້າ.”

ບັນດານັກຊ່ຽວຊານເວົ້າວ່າ ມີທ່າທີວ່າໄຂ້ມາເລເຣຍສາຍພັນທີ່ຕ້ານຢາ ຈະສືບຕໍ່ໂຜ່ໂຕ
ຂຶ້ນມາເລື້ອຍໆ. ພວກເຂົາເຈົ້າເຊື່ອວ່າ ການແກ້ໄຂບັນຫາ ກໍຄືໃຫ້ການສະໜັບສະໜູນ
ການພັດທະນາຢາໃໝ່ ແລະການປິ່ນປົວແບບໃໝ່ ເພື່ອຕໍ່ສູ້ກັບພະຍາດນີ້ໃຫ້ໄດ້.

ເບິ່ງວີດິໂອພາສາອັງກິດ:

XS
SM
MD
LG