ສໍາລັບພວກທີ່ເປັນໂຣກເບົາຫວານປະເພດ 1 ແລ້ວ ພະຍາດຂອງເຂົາເຈົ້າຮຽກຮ້ອງ
ໃຫ້ເຂົາເຈົ້າຕ້ອງໄດ້ຕິດຕາມແທກເບິ່ງລະດັບນໍ້າຕານຂອງຕົນຢູ່ສະເໝີ. ປັດຈຸບັນພວກ
ທີ່ເປັນພະຍາດນີ້ຈໍານວນນຶ່ງ ໄດ້ປະດິດເທັກໂນໂລຈີ ທີ່ສ້າງຂຶ້ນມາເອງ ເພື່ອຊ່ວຍໃນ
ການຕິດຕາມອາການຂອງຕົນເອງ. Kevin Enochs ນັກຂ່າວວີໂອເອ ມີລາຍງານ
ກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີ ທ່ານໃນອັນດັບຕໍ່ໄປ.
ນາງເດນາ ລີວອິສ (Dana Lewis) ໄດ້ພະຍາຍາມຮັບມືກັບພະຍາດເບົາຫວານຂອງ
ລາວມາຕັ້ງແຕ່ຕອນທີ່ລາວໄດ້ຮັບການວິນິໄສວ່າ ເປັນພະຍາດທີ່ທໍາລາຍທາດອິນຊູລິນ
ນີ້ເປັນຕົ້ນມາ ແຕ່ລາວຍັງນ້ອຍພຸ້ນ. ລາວຕ້ອງໄດ້ຕິດຕາມແທກເບິ່ງລະດັບນໍ້າຕານໃນ
ເລືອດຂອງລາວຢູ່ສະເໝີ ແລະເມື່ອມັນສູງຫລື ຕໍ່າເກີນໄປ ໂມງກໍຈະເຕືອນໃຫ້ລາວຮູ້ວ່າ
ຕ້ອງໄດ້ເອົາບົດບາດ.
ແຕ່ວ່າ ການເຮັດແນວນັ້ນ ແມ່ນໃຊ້ການບໍ່ໄດ້ສໍາລັບນາງລີວອິສ.
ເດນາ ລີວອິສ (Dana Lewis) ຜູ້ໃຊ້ລະບົບມ້າມທຽມເວົ້າວ່າ "ໃນກໍລະນີຂອງຂ້ອຍໜີ້,
ຍ້ອນວ່າຂ້ອຍເປັນຄົນນອນຫລັບແຈບອີ່ຫລີ ຂ້ອຍຈຶ່ງບໍ່ຮູ້ເມື່ອ ໃນຕອນທີ່ມີສຽງໂມງ
ເຕືອນ ແລະສະນັ້ນຫລະ ລະດັບນໍ້າຕານໃນເລືອດຂອງຂ້ອຍຈຶ່ງສູງຂຶ້ນເລື້ອຍໆ ຫລື
ບໍ່ກໍຫລຸດລົງເລື້ອຍໆ ແລະໃນໄລຍະສັ້ນ ການທີ່ມີລະດັບນໍ້າຕານໃນເລືອດຫລຸດລົງ
ມັນເປັນການສ່ຽງຫລາຍກວ່າ, ເພາະວ່າຂ້ອຍຢູ່ຜູ້ດຽວ ແລະຖ້າຂ້ອຍຫາກສືບຕໍ່ນອນ
ໄປອີກ ໂດຍບໍ່ໄດ້ຍິນສຽງໂມງປຸກ ແລະລະດັບນໍ້າຕານໃນເລືອດຫາກສືບຕໍ່ຫລຸດລົງ
ໄປເລື້ອຍໆ ມັນກໍອາດຈະມີຜົນຕາມມາທີ່ບໍ່ດີເກີດຂຶ້ນ ຊຶ່ງລວມມີການຕົກໄປສູ່ໂຄມາ ຫຼືສະພາບໝົດສະຕິ."
ເພື່ອຢາກຫລີກລ່ຽງການເປັນແນວນັ້ນ ນາງລີວອິສ ພ້ອມກັບພວກພັດທະນາໂປຣແກມ
ຫລື software ຈຶ່ງໄດ້ພາກັນລັກເຈາະເຂົ້າໄປຫາຂໍ້ມູນໃນຈໍເຄື່ອງວັດແທກລະດັບນໍ້າ
ຕານ ເພື່ອປັບເຄື່ອງເຕືອນເວລາ. ຈາກນັ້ນ ນາງກໍໄດ້ຂຽນລະຫັດຄໍາສັ່ງໃຫ້ເຄື່ອງຈັກ
ເຮັດວຽກຕາມທີ່ລາວຕ້ອງການໃຫ້ ເຮັດເກືອບໝົດທຸກອັນ ທີ່ລາວຕ້ອງເຮັດດ້ວຍໂຕເອງ.
ນາງລີວອິສ ອະທິບາຍວ່າ "ຂໍ້ມູນຫລັ່ງອອກມາຈາກອຸປະກອນການແພດແຕ່ລະແບບ
ເຂົ້າໄປຫາເຄື່ອງຄອມພິວເຕີອັນນຶ່ງ. ມັນຄິດໄລ່ສິ່ງຕ່າງໆ ດ້ວຍຕົວມັນເອງ ແລະຈາກ
ນັ້ນ ມັນກໍບອກວ່າ “ໂອເຄ, ເຮັດວຽກໄດ້” ແລ້ວມັນກໍສາມາດທີ່ຈະປິດວົງຈອນດັ່ງກ່າວ
ໂດຍສົ່ງຄໍາສັ່ງເຫລົ່ານັ້ນກັບຄືນໄປຍັງເຄື່ອງປໍ້າທາດອິນຊູລິນ ເພື່ອເຮັດໃຫ້ມີການດັດ
ປັບລະດັບຄວາມແຮງຂອງທາດອິນຊູລິນໄດ້."
ການລັກເຈາະຂໍ້ມູນໃນເຄື່ອງອຸບປະກອນການແພດທີ່ອາດສາມາດຊ່ວຍຊີວິດຄົນໄວ້
ໄດ້ ແມ່ນເປັນເລື່ອງທີ່ບໍ່ຄວນເຮັດ. ແຕ່ວ່ານາງລີວອິສ ແລະຄົນອື່ນໆທີ່ຕ້ອງທົນທຸກຕໍ່
ໂຣກເບົາຫວານ ຊຶ່ງເປັນພະຍາດທີ່ທໍາລາຍຄວາມສາມາດຂອງຮ່າງ ກາຍໃນການໃຊ້ນໍ້າຕານນັ້ນເວົ້າວ່າ ພວກເຂົາເຈົ້າເມື່ອຍກັບການລໍຄອຍໃຫ້ອົງການດ້ານສຸຂະພາບເອົາ
ເທັກໂນໂລຈີແບບໃໝ່ອອກມາໃຊ້ໃນຕະຫລາດ.
ທ່ານ ອີລລີອອດ ສະຕວາດ (Elliot Steward) ຊຶ່ງເປັນຜູ້ນຶ່ງທີ່ໃຊ້ລະບົບມ້າມທຽມ
ເວົ້າວ່າ "ຕອນທໍາອິດທີ່ພວກເຮົາເລີ້ມເຮັດໂຄງການເທັກໂນໂລຈີສໍາລັບປິ່ນປົວ
ເບົາຫວານນີ້ ແມ່ນໃຊ້ເວລາປະມານ 4 ຫາ 5 ປີ ກ່ອນຈະຜ່ານການອະນຸມັດຂອງອົງການອາຫານແລະຢາ ເພື່ອຈະເອົາອອກໄປສູ່ມືຂອງຄົນໃຊ້ ແລະຕ້ອງໄດ້ມີການ
ໂຄສະນາເປັນສິນຄ້າແລ້ວຈຶ່ງຕົກໄປຢູ່ໃນມືຂອງພວກເປັນເບົາຫວານ ປະເພດ 1 ໄດ້.”
ສະນັ້ນນາງລີວອີສ ຈຶ່ງໄດ້ເອົາລະຫັດຄໍາສັ່ງອຸປະກອນໃຫ້ເຮັດວຽກຕາມຂັ້ນຕອນດັ່ງກ່າວ
ໄປໃສ່ໃນເວັບໄຊຂອງລາວ ແລະອະນຸຍາດໃຫ້ທຸກຄົນດັດແປງລະຫັດຂອງລາວ ແລະປັບ
ປຸງມັນໃຫ້ດີຂຶ້ນໄດ້ ຊຶ່ງເປັນຂະບວນການອັນນຶ່ງ ທີ່ເອີ້ນວ່າ "ການຂຽນລະຫັດທີ່ເປີດກວ້າງ".
ການຕັດສິນໃຈດັ່ງກ່າວ ໄດ້ພາໃຫ້ມີການປັບປຸງໃຫ້ດີຂຶ້ນແລ້ວ ເຊັ່ນເຮັດໃຫ້ລະບົບດັ່ງ
ກ່າວສາມາດໃຊ້ການໄດ້ຢູ່ໃນໂທລະສັບມືຖືສະຫລາດ ຫລື smart phones ແລະ
ໂມງສະຫລາດ.
ນາງລີວອິສກ່າວມ້ວນທ້າຍວ່າ "ພວກເຮົາມີຫລາຍສິ່ງຫລາຍຢ່າງທີ່ພວກເຮົາຍັງສາ
ມາດຈະເຮັດໄດ້ອີກ ໃນການທີ່ຈະເຮັດໃຫ້ເຄື່ອງອຸບປະກອນໃຊ້ໄດ້ຢ່າງເໝາະສົມທີ່
ສຸດ ແລະກໍເຮັດໃຫ້ໂປຣແກຣມ ແລະລະຫັດຄໍາສັ່ງເຮັດວຽກໃຫ້ໃຊ້ໄດ້ຢ່າງເໝາະສົມ
ຫລາຍທີ່ສຸດທີ່ເຮົາສາມາດຈະໃຊ້ໄດ້. ຂ້ອຍສາມາດທີ່ຈະສັບປ່ຽນກັນລະຫວ່າງການ
ສີດເອົາທາດອາຫານເຂົ້າໄປໃນເລືອດ ກັບການເອົາທາດອິນຊູລິນໃນປະລິມານໃດ
ນຶ່ງເຂົ້າໄປໃນຮ່າງກາຍຂ້ອຍເພື່ອເປັນອາຫານ ແລະດຽວນີ້ກໍສາມາດທີ່ຈະເວົ້າໂດຍ
ພຽງແຕ່ໃຊ້ຄໍາວ່າ 'ຂ້ອຍກໍາລັງກິນ ຈົ່ງບອກລະດັບທາດອິນຊຸລິນທີ່ຕ້ອງການມາ
ໃຫ້ແດ່’ ເທົ່ານັ້ນຫລະ."
ມີການຄຳນວນວ່າ ມີຄົນປະມານ 415 ລ້ານຄົນ ເປັນໂຣກເບົາຫວານປະເພດ 1 ຢູ່ໃນ
ໂລກ.