ເບິ່ງວີດີໂອ ລາຍງານພາສາອັງກິດ:
ຟັງລາຍງານພາສາລາວ:
ດຣ. ຊູ ເຄີກແມນ (Sue Kirkman) ແຫ່ງສະມາຄົມເບົາຫວານອາເມຣິກັນກ່າວວ່າ:
“ພວກເຮົາມັກຈະຄິດກັນວ່າ ໂຣກລະບາດແມ່ນເປັນພວກພະຍາດທີ່ຕິດຕໍ່ໃສ່
ກັນໄດ້ ແຕ່ວ່າ ເວລານີ້ ພວກເຮົາກໍາລັງມີໂຣກເບົາຫວານທີ່ລະບາດໄປທົ່ວ
ທຸກມຸມໂລກ.”
ດຣ. ຊູ ເຄີກແມນ ເປັນຜູ້ວ່າການແທນຫົວໜ້າເຈົ້າໜ້າທີ່ການແພດສໍາລັບສະມາຄົມ
ເບົາຫວານອາເມຣິກັນ. ທ່ານນາງເວົ້າວ່າ ມີຫລາຍລ້ານຄົນ ທີ່ດໍາລົງຊີວິດຢູ່ກັບໂຣກ
ເບົາຫວານ ປະເພດ 2 ຊຶ່ງເປັນປະເພດທີ່ຜູ້ຄົນ ມັກເປັນກັນຫລາຍທີ່ສຸດນັ້ນ ໂດຍທີ່
ບໍ່ໄດ້ຮັບການວິນິດໄສ. ດຣ. ເຄີກແມນ ກ່າວຕື່ມວ່າ:
“ຢູ່ສະຫະລັດ ຢ່າງໜ້ອຍ 1 ໃນ 4 ຄົນໃດທີ່ເປັນໂຣກເບົາຫວານປະເພດ 2 ນັ້ນ
ບໍ່ໄດ້ຮັບການວິນິດໄສ. ພວກເຮົາບໍ່ຮູ້ຢ່າງຄັກແນ່ວ່າ ຢູ່ໃນທົ່ວໂລກນັ້ນ ແມ່ນມີ
ຫລາຍປານໃດ ແຕ່ກໍສັນນິຖານວ່າ ໂຕເລກອາດສູງກ່ວານັ້ນຢູ່ໃນຫລາຍໆ ປະເທດ.”
ໂຣກເບົາຫວານປະເພດ 2 ເຮັດໃຫ້ຄວາມສາມາດຂອງຮ່າງກາຍ ໃນການນໍາໃຊ້ທາດ
ອິນຊູລິນ ຊຶ່ງເປັນທາດໂຮໂມນທີ່ຄວບຄຸມລະດັບນໍ້າຕານໃນເລືອດນັ້ນ ເຊື່ອມລົງ.
ພະຍາດນີ້ສາມາດທີ່ຈະທໍາລາຍຫົວໃຈ, ຕາ, ໝາກໄຂ່ຫລັງ, ແລະເສັ້ນປະສາດໄດ້.
ອີງຕາມສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫລື CDC ຄ່າໃຊ້ຈ່າຍທີ່
ກ່ຽວຂ້ອງກັບໂຣກເບົາຫວານໃນສະຫະລັດແມ່ນປະມານ 174 ພັນລ້ານໂດລາ ຕໍ່ປີ,
ຊຶ່ງສ່ວນໃຫຍ່ແມ່ນຄ່າໃຊ້ຈ່າຍໃນການປິ່ນປົວອາການແຊກຊ້ອນ ແລະການເສຍອົງຄະ
ທີ່ສືບເນື່ອງມາຈາກພະຍາດນີ້.
ດຣ. ແອນ ອອລໄບຣທ໌ ຫົວໜ້າ
ພະແນກເບົາຫວານຂອງ CDC
ໃຫ້ຄໍາເຫັນວ່າ:
“ການປະເມີນອັດຕາຄົນທີ່
ເປັນໂຣກເບົາຫວານໃນສະ
ຫະລັດເວລານີ້ ກໍຄື: 1 ໃນ
10 ຄົນໃດ; ເມື່ອພວກເຮົາ
ມອງໄປໃນອານາຄົດ ເຖິງ
ປີ 2050 ນັ້ນ ອັດຕານີ້ ອາດ
ສູງເຖິງ 1 ໃນ 3 ຄືໃນ 3 ຄົນໃດ ແມ່ນມີຜູ້ 1 ອາດເປັນພະຍາດເບົາຫວານ.”
ດຣ. ອອລໄບຣທ໌ ກ່າວຕໍ່ໄປວ່າ ມີຫລາຍກວ່າ 50 ລ້ານຄົນເປັນໂຣກເບົາຫວານຢູ່ອິນ
ເດຍຕິດຕາມມາດ້ວຍ 40 ລ້ານຄົນຢູ່ຈີນ ແລະປະມານ 26 ລ້ານຄົນ ຢູ່ສະຫະລັດ.
ເກືອບ 90% ຂອງຄົນເປັນພະຍາດນີ້ ແມ່ນເປັນໂຣກເບົາຫວານປະເພດ 2 ແລະມີສ່ວນ
ພົວພັນຢ່າງໃກ້ຊິດກັບອາການອ້ວນພີຈົນເກີນໄປ, ອາຍຸແກ່, ແລະກັບປະເດັນດ້ານຊົນ
ຊາດ ແລະຊົນເຜົ່າ. ທ່ານນາງກ່າວຕໍ່ໄປວ່າ:
“ມັນເປັນການສໍາຄັນຫລາຍ ທີ່ພວກເຮົາຈະຕ້ອງຊີ້ໃຫ້ເຫັນວ່າ ພວກຄົນ ທີ່ມີ
ເຊື້ອສາຍເອເຊຍ, ໂດຍສະເພາະແມ່ນເອເຊຍຕາເວັນອອກສ່ຽງໃຕ້ນັ້ນ ແມ່ນມັກ
ເປັນໂຣກເບົາຫວານ ໃນລະດັບທີ່ມີນໍ້າໜັກຕໍ່າກ່ວາ ຄື ພວກເຂົາເຈົ້າມີຄວາມ
ຫລໍ່ແຫລມຕໍ່ການເປັນໂຣກເບົາຫວານ ເຖິງແມ່ນບໍ່ຕຸ້ຍພີ ຫລືບໍ່ມີນໍ້າໜັກຫລາຍ
ກໍຕາມ.”
ພວກນັກວິທະຍາສາດເວົ້າວ່າ ໂຣກອ້ວນພີຈົນເກີນໄປ ແລະການຂາດການອອກກໍາລັງ
ກາຍ ແມ່ນມີສ່ວນປະກອບເຮັດໃຫ້ຈໍານວນກໍລະນີຄົນທີ່ເປັນໂຣກເບົາຫວານເພີ້ມຂຶ້ນ.
ເຊ່ນດຽວກັນ ການວິໄຈພົບພະຍາດນີ້ແຕ່ຫົວທີ ຊ່ວຍໃຫ້ຄົນປ່ວຍມີອາຍຸຍືນຫລາຍຂຶ້ນ.
ດຣ. ເມີລີນ ສະເຕເຕນ (Myrlene Staten) ຊຶ່ງເປັນທີ່ປຶກສາອະວຸໂສປະຈໍາພະແນກ
ຄົ້ນຄວ້າໂຣກເບົາຫວານທີ່ສະຖາບັນສຸຂະພາບແຫ່ງຊາດຂອງສະຫະລັດ ໃຫ້ຄໍາເຫັນວ່າ:
“ສິ່ງທີ່ໜ້າເປັນຫ່ວງຢ່າງໃຫຍ່ ອັນນຶ່ງ
ກ່ຽວກັບ ໂຣກເບົາຫວານໃນທຸກມື້ນີ້
ກໍຄືວ່າ ເມື່ອ 30 ປີກ່ອນນີ້ ໂຣກເບົາ
ຫວານປະເພດ 2 ບໍ່ໄດ້ເກີດກັບເດັກ
ນ້ອຍເລີຍ ຫລືຖ້າມີ ກໍຫາຍາກຫລາຍ.
ແຕ່ວ່າມາບັດນີ້ ຍ້ອນວ່າເດັກນ້ອຍ
ໃນອາເມຣິກາອ້ວນພີຫລາຍຂຶ້ນ, ພວກ
ເຮົາກໍເລີ້ມປາກົດເຫັນໂຣກເບົາຫວານ
ປະເພດ 2 ຢູໃນໝູ່ເດັກນ້ອຍ ໂດຍສະ
ເພາະແມ່ນໃນໝູ່ພວກເດັກນ້ອຍທີ່
ເປັນຊົນຊາດສ່ວນນ້ອຍ ຊຶ່ງສ່ວນໃຫຍ່
ກໍແມ່ນ ຊາວອາເມຣິກັນ-ອາຟຣິກາ ແລະອາເມຣິກັນເຊື້ອສາຍຮິສເປັນນິກ ຫລືສະເປນນັ້ນ.”
ບໍ່ມີວິທີໃດທີ່ຈະປົວໂຣກເບົາຫວານໄດ້ ແຕ່ພວກທ່ານໝໍແນະນໍາວ່າ ການປັບປ່ຽນແບບແຜນ
ການດໍາລົງຊີວິດ -- ເຊັ່ນວ່າ ຮັກສານໍ້າໜັກໃຫ້ຢູ່ໃນລະດັບທີ່ເຮັດໃຫ້ຮ່າງກາຍສົມບູນດີ ໂດຍ
ການກິນອາຫານໃຫ້ຖືກຕ້ອງ ແລະອອກກໍາລັງກາຍເລື້ອຍໆນັ້ນ ແມ່ນເປັນວິທີທີ່ດີທີ່ສຸດ
ໃນການປິ່ນປົວ ແລະປ້ອງກັນພະຍາດນີ້.