ເຖິງແມ່ນວ່າ ໂຣກມະເຮັງ ຈະເປັນພະຍາດທີ່ພາໃຫ້ຄົນເສຍຊີວິດອັນດັບນໍາໜ້າ
ຂອງໂລກກໍຕາມ ແຕ່ວ່າອົງການອະນາໄມໂລກກໍລາຍງານວ່າ ໂຣກມະເຮງລໍາໄສ້
ໃຫຍ່ ທີ່ຈິງແລ້ວ ກໍເປັນໂຣກມະເຮງປະເພດນຶ່ງ ທີ່ສາມາດປ້ອງກັນໄດ້. ນັກຂ່າວວີ
ໂອເອ ແຄໂຣລ ເພຍຊັນ (Carol Pearson) ມີລາຍງານກ່ຽວກັບພະຍາດນີ້ ແລະ
ເລື່ອງຂອງຜູ້ຍິງຄົນນຶ່ງທີ່ສາມາດຕໍ່ສູ້ກັບໂຣກມະເຮງລໍາໄສ້ໃຫຍ່ ໄດ້ຢ່າງສໍາເລັດຜົນ
ຊຶ່ງບົວສະຫວັນ ຈະນໍາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ລໍາໄສ້ໃຫຍ່ ເປັນທໍ່ກ້ອນຊີ້ນທີ່ຍາວ. ໂຣກມະເຮງລໍາໄສ້ໃຫຍ່ ແມ່ນກ່ຽວພັນກັບການ
ກິນອາຫານ, ເຊື້ອກໍາມະພັນ ແລະອາຍຸ. ຢູ່ໃນສະຫະລັດ ໃນ 23 ຄົນໃດ ແມ່ນມີຄົນ
ທີ່ບອກວ່າຕົນເອງເປັນໂຣກມະເຮງລໍາໄສ້ໃຫຍ່ ຄົນນຶ່ງ.
ສໍາລັບນາງມີແຊລ ອາເລັກສແຊນເດີ (Michele Alexander) ແລ້ວ ໄດ້ມີການວິໄຈ
ບົ່ງວ່າ ລາວເປັນໂຣກມະເຮງລໍາໄສ່ໃຫຍ່ ໃນຕອນອາຍຸໄດ້ 53 ປີ ຊຶ່ງລາວກ່າວສູ່ຟັງ
ດັ່ງນີ້ “ຂ້ອຍບໍ່ຮູ້ ວ່າຂ້ອຍຍັງຈະມີອາຍຸຢູ່ ອີກດົນປານໃດ? ລູກສາວຂອງຂ້ອຍມີອາ
ຍຸໄດ້ 24 ປີ. ຂ້ອຍຊິມີອາຍຸຢູ່ນຳລາວໄດ້ອີກດົນປານໃດ. ຄວາມຄິດເຫລົ່ານີ້ ແມ່ນ
ວົນວຽນຢູ່ໃນຫົວຂອງເຈົ້າຢູ່ຕະຫຼອດ.”
ດຣ. ຊີຫາວ ວູ (Zihao Wu) ທີ່ມະຫາວິທະຍາໄລແພດສາດຂອງລັດມິສຊູຣີ (Missouri)
ເວົ້າວ່າ “ໂຣກມະເຮງລໍາໄສ້ໃຫຍ່ ແມ່ນເລີ້ມຕົ້ນດ້ວຍການມີຕິ່ງກ້ອນເນື້ອທີ່ບໍ່ຮ້າຍແຮງ
ແລະການເຕີບໂຕຂອງກ້ອນເນື້ອນັ້ນ ຈະໃຊ້ເວລາປະມານ 10 ຫາ 15 ປີ. ແລະຖ້າຫາກ
ເຈົ້າ ພົບເຫັນວ່າມີຕິ່ງເນື້ອອັນນັ້ນ ແລ້ວຕັດມັນຖິ້ມ ເຈົ້າກໍຈະບໍ່ເປັນໂຣກມະເຮງລໍາໄສ້
ໃຫຍ່ອີກຕໍ່ໄປ ສະນັ້ນ ການທີ່ພວກເຮົາໄປກວດເບິ່ງລໍາໄສ່້ໃຫຍ່ ແມ່ນສໍາຄັນຫລາຍ
ເພື່ອປ້ອງກັນບໍ່ໃຫ້ເປັນໂຣກມະເຮງ.”
ເຊັ່ນດຽວກັນກັບຄວາມຢ້ານກົວຕໍ່ການວິນິໄສເລື່ອງໂຣກມະເຮັງຂອງນາງນັ້ນ ຄວາມ
ມັກຮັກຂອງນາງອາເລັກສແຊນເດີໃນການແຂ່ງລົດ ແມ່ນໄດ້ຊ່ວຍໃຫ້ລາວຜ່ານຜ່າໂຣກ
ມະເຮັງໄປໄດ້ດີ.
ນາງບອກວີໂອເອວ່າ “ນີ້ຄືຝາ ທີ່ເຕັມໄປດ້ວຍຮູບທ້າວຄານລ໌ (Carl) ຂອງຂ້ອຍ.”
ທ້າວຄານລ໌ ເອັດເວີດສ໌ (Carl Edwards) ເປັນນັກຂັບລົດແຂ່ງທີ່ນາງອາເລັກສແຊນ
ເດີມັກຫລາຍທີ່ສຸດ ແລະລາວກໍມີປີ້ໄປຊົມການແຂ່ງລົດ ທີ່ທ້າວຄານລ໌ ຈະລົງແຂ່ງນັ້ນ
ແລ້ວ. ການຕັດສິນໃຈຢ່າງເດັດດ່ຽວ ວ່າຈະໄປເບິ່ງການແຂ່ງລົດຂອງລາວໃຫ້ໄດ້ນັ້ນ
ຍິ່ງເພີ້ມຂຶ້ນ ເມື່ອລາວໄດ້ຮັບໂທລະສັບດັ່ງກ່າວຈາກ ທ້າວຄານລ໌ ເອດເວີດສ໌ (Carl
Edwards) ຜູ້ທີ່ເວົ້າວ່າ “ສະບາຍດີ, ຂ້ອຍກໍາລັງໂທຫາມີແຊລຢູ່.”
ນາງອາເລັກສແຊນເດີເລົ່າສູ່ຟັງອີກວ່າ “ແລ້ວຂ້ອຍກໍບອກລາວວ່າ ມີການປະມູນທີ່ຂ້ອຍ
ສາມາດໄປລົງປະມູນເພື່ອໃຫ້ໄດ້ຂີ່ລົດກະບະໄປກັບເຈົ້າ ໃນຕອນທີ່ນໍາສະເໜີຄົນຂັບລົດ
ແຂ່ງນັ້ນ ແລະເປົ້າໝາຍຂອງຂ້ອຍກໍຄືຕ້ອງໄດ້ຊະນະການປະມູນນັ້ນ.... ແລະລາວກໍ
ບອກຂ້ອຍວ່າ ບໍ່ຕ້ອງປະມູນດອກ. ເຈົ້າມາໜີ້ ແລ້ວເຈົ້າມາຂີ່ລົດໄປນໍາຂ້ອຍໂລດ.”
ຫົກອາທິດຕໍ່ມາ ພາຍຫລັງການຜ່າຕັດ ນາງອາເລັກສແຊນເດີ ກໍຂີ່ລົດກັບທ້າວຄາຣ.
ນາງເວົ້າວ່າ “ໂອ້, ມັນເປັນຄວາມສຸກແທ້ໆ. ມັນຈັ່ງແມ່ນມີຄວາມສຸກແທ້ໆໃນຊີວິດ ແລະ
ຂ້ອຍກໍໄດ້ມາເຖິງເສັ້ນໄຊແລ້ວ.”
ດຣ. ວູ ເວົ້າວ່າ “ຍ້ອນວ່າລາວຢາກຊ່ວງຫາຍດີ. ລາວມີຄວາມຫວັງອັນສູງສົ່ງແທ້ໆ. ແລະ
ຂ້າພະເຈົ້າຄິດວ່າ ອັນນັ້ນແມ່ນສໍາຄັນຫລາຍ.”
ພວກທ່ານໝໍເວົ້າວ່າ ທ່ານສາມາດຊ່ວຍປ້ອງກັນໂຣກມະເຮງລໍາໄສ້ໃຫຍ່ໄດ້ ຖ້າຫາກ
ທ່ານກິນອາຫານສີຂຽວ, ອາຫານເຮັດຈາກທາດແປ້ງທີ່ເປັນເມັດ ແລະພືດຜັກແລະຖົ່ວ
ຕ່າງໆທີ່ມີເສັ້ນໃຍໃນປະລິມານສູງ. ການອອກກໍາລັງກາຍຢ່າງສະໝໍ່າສະເໝີກໍຊ່ວຍໄດ້
ແລະຖ້າຫາກທ່ານສູບຢາກໍໃຫ້ເຊົາສູບສະ.
ສິ່ງສໍາຄັນທີ່ສຸດກໍຄື ໃຫ້ມີການກວດຫາໂຣກດັ່ງກ່າວເປັນປະຈໍາ ເລີ້ມແຕ່ອາຍຸ 50 ປີໄປ
ຫລືໜຸ່ມກວ່ານັ້ນ ຖ້າຫາກທ່ານມີປະວັດທີ່ມີຄົນໃນຄອບຄົວເຄີຍເປັນພະຍາດນີ້ມາແລ້ວ.
ອົງການອະນາໄມໂລກເວົ້າວ່າ ຖ້າຫາກໂຣກມະເຮງລໍາໄສ້ໃຫຍ່ ໄດ້ຖືກວິໄຈຕັ້ງແຕ່ຫົວທີ
90 ເປີເຊັນຂອງຄົນເຈັບເຫລົ່ານັ້ນ ອາດມີຊີວິດລອດຢູ່ໄປໄດ້ຕື່ມອີກຢ່າງໜ້ອຍ 5 ປີ ເມື່ອ
ທຽບໃສ່ກັບບໍ່ຮອດ 8 ເປີເຊັນຂອງຄົນເຈັບທີ່ກວດພົບໃນເວລາທີ່ໂຣກນີ້ຢູ່ຂັ້ນສຸດທ້າຍ ທີ່
ຈະສາມາດຢູ່ລອດໄດ້ແບບນັ້ນ.
ໄດ້ສອງປີມາແລ້ວຕັ້ງແຕ່ນາງອາເລັກສແຊນເດີ ໄດ້ຮັບການຜ່າຕັດມາ ລາວຍັງບໍ່ມີໂຣກ
ມະເຮັງເລີຍ. ການຕັດສິນໃຈອັນເດັດດ່ຽວຂອງລາວ ທີ່ຈະເອົາຊະນະພະຍາດນີ້ໃຫ້ໄດ້
ເປັນສິ່ງບັນດານໃຈ ເຮັດໃຫ້ລາວກາຍເປັນວິລະຊົນໄດ້.