ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກິນໂຊໂຄແລັດດໍາ ແມ່ນດີ ຕໍ່ຄວາມດັນເລືອດ (ເບິ່ງວີດິໂອລາວ/ອັງກິດ)


ກັບເຂົ້າໜົມໂຊໂຄແລັດທີ່ຖືກວາງຂາຍທີ່ຮ້ານຂອງບໍລິສັດ Ye Olde Pepper ໃນເມືອງ North Andover ຂອງລັດມັດຊາຈູເຊັດ ໃນວັນຈັນ ທີ 13 ກຸມພາ, 2012 ຊຶ່ງເປັນນຶ່ງມື້ກ່ອນຈະຮອດວັນແຫ່ງຄວາມຮັກ ຫລື Valentine (AP Photo/Elise Amendola)
ກັບເຂົ້າໜົມໂຊໂຄແລັດທີ່ຖືກວາງຂາຍທີ່ຮ້ານຂອງບໍລິສັດ Ye Olde Pepper ໃນເມືອງ North Andover ຂອງລັດມັດຊາຈູເຊັດ ໃນວັນຈັນ ທີ 13 ກຸມພາ, 2012 ຊຶ່ງເປັນນຶ່ງມື້ກ່ອນຈະຮອດວັນແຫ່ງຄວາມຮັກ ຫລື Valentine (AP Photo/Elise Amendola)

ຫລາຍໆຄົນ​ໃນ​ສະຫະລັດ ກໍ​ຄືຢູ່​ໃນ​ໂລກ ມັກຈະ​ເອົາຂອງ​ຂວັນ​ພິ​ເສດ ​ແລະ​ເອົາ​ບັດອວຍ ພອນ ​ໃຫ້​ແກ່​ຜູ້​ທີ່​ເຂົາ​ເຈົ້າຮັກ ​ໃນ​ວັນທີ 14 ກຸມພາ ຊຶ່ງ​ເປັນ​ວັນ​ແຫ່ງ​ຄວາມ​ຮັກ ຫລືວັນ Valentine ນັ້ນ. ວັນ​ດັ່ງກ່າວ ​ຊຶ່ງປີ​ນີ້​ກໍ​ໄດ້​ຜ່ານ​ມາ​ແລ້ວ ແຕ່​ເດີມ​​ແມ່ນ​ເປັນ​ມື້ທີ່ອຸທິດ​ໃຫ້​ແກ່​ນັກບຸນ​ຂອງ​ສາສະໜາຄຣິສຕຽນ ​ແຕ່​ດຽວນີ້ ​ແມ່ນບໍ່​ໄດ້​ກ່ຽວຂ້ອງກັບ​ການ​ເຊື່ອ​ຖືທາງ ສາສະໜາ​ໃດ​ທັງນັ້ນ. ມັນ​ໄດ້​ກາຍ​ມາ​ເປັນວັນ​ສະ​ແດງ​ອອກຊຶ່ງ​ຄວາມ​ຮັກ ​ແລະ​ການ​ໃຫ້​ຂອງຂວັນ ຊຶ່ງສ່ວນ​ໃຫຍ່​ແລ້ວ ​​ເປັນ​​ໂຊ​ໂຄ​ແລັ​ດ. ​ແຕ່ທຸກ​ມື້ນີ້ ບາງ​ຄົນ​ອາດ​ຈະ​ຮູ້ສຶກ​ຜິດ​ ທີ່​ເອົາ​ເຂົ້າໜົມທີ່​ມີທາດ​ໄຂມັນ, ທາດ​ຄາ​ໂລຣີສູງຫລາຍ​ປານ​ນັ້ນ​ ໃຫ້​ກັນ. ​ແຕ່​ວ່າ​ ດັ່ງ​ທີ່ນາງ Carol Pearson ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍງານມາ ພວກ​ນັກ​ຊ່ຽວຊານ​ດ້ານ​ໂພ​ສະນາ​ການ​ເວົ້າວ່າ ການ​ກິນໂຊ​ໂຄ​ແລັ​ດໜ້ອຍນຶ່ງ ອາດ​ເປັນການ​ດີຫລາຍ ​ຕໍ່ສຸຂະພາບ​. ວັນນະ​ສອນມີ​ລາຍ​ລະອຽດ ມາສະ​ເໜີທ່ານ​.

ເບິ່ງວີດີໂອ ພາສາລາວ:

ກ່ອນ​ຮອດ​ວັນ​ແຫ່ງ​ຄວາມ​ຮັກ ຫລື Valentine’s Day ນັ້ນ, ຊາວ​ອາ​ເມຣິກັນ ພາກັນຊື້​ເຂົ້າໜົມໂຊ​ໂຄ​ແລັ​ດ ຄິດ​ເປັນ​ມູນ​ຄ່າ ປະມານ 700 ລ້ານ​ໂດລາ ຊຶ່ງ​ເປັນ​ເຂົ້າໜົມ​ທີ່ມີລົດ​ອັນ​ຫອມ​ຫວານ, ກົມ​ກ່ອມ​ຄ້າຍ​ນໍ້ານົມ​ ​ແລະ​ເຕັມ​ໄປ​ດ້ວຍທາດໄຂມັນ​ນັ້ນ ​ເພື່ອ​ມອບໃຫ້​ເປັນ​ຂອງຂວັນ​ແກ່​ກັນ​ແລະ​ກັນ. ຫາກ​ແຕ່​ວ່າ ການ​ສຶກສາຄົ້ນຄວ້າ​ເມື່ອໝໍ່ໆມານີ້ ​ໄດ້​ສະ​ແດງ​
ໃຫ້​ເຫັນ​ວ່າ ໂຊ​ໂຄ​ແລັ​ດທີ່​ເປັນ​ສີ​ຄໍ້າ​ຫລື​ດໍາ ສາມາດ​ມີ​ຜົນ​ດີ​ຕໍ່ຫົວ​ໃຈ​ຂອງ​ທ່ານໄດ້.

ພວນ​ນັກຄົ້ນຄວ້າ​ໄດ້​ພົບ​ວ່າ ​ໂຊໂຄ​ແລັ​ດ​ດໍາ ແລະ​ຢາ​ແອ​ສປີ​ຣິນ ມີ​ຜົນ​ກະທົບ​ຕໍ່​ເລືອດໃນ
​ລັກສະນະ​ດຽວກັນ ຄື​ມັນ​ເຮັດ​ໃຫ້​ເລືອດ​ແຫລວ​ຂຶ້ນແລະໄຫລ​ວຽນ​ໄດ້ງ່າຍຂຶ້ນ ​ເຖິງ​ແມ່ນ​
ວ່າ​ເສັ້ນ​ເລືອດຈະ​ຕີບ​ຕັນ​ຢູ່​ບາງ​ບ່ອນ​ກໍ​ຕາມ ​ແລະ​ເພາະສະນັ້ນ​ ມັນ​ສາມາດ​ເຮັ​ດ​ໃຫ້​ຄວາມ​
ສ່ຽງຕໍ່ການ​ເປັນ​ໂຣກຫົວ​ໃຈ​ວາຍ ຫລື​ຫົວ​ໃຈ​ຫລົ້ມແຫລວ ຫລຸດ​ລົງ​ໄດ້.

ແຕ່​ວ່າ​ສໍາລັບ​ພວກ​ທີ່​ມັກ​ໂຊໂຄ​ແລັ​ດ​ຢູ່ທຸກແຫ່ງ​ຫົນ ຜົນ​ປະ​ໂຫຍດຕໍ່ສຸຂະພາບ​ແຮ່ງ​ດີຫລາຍ
ກ​ວ່າ​ນັ້ນອີກ. ນັກ​ຊ່ຽວຊານ​ດ້ານ​ໂພ​ສະນາ​ການ ​ແທມມີ ​ໂຣ​ເບີດສ໌ (Tammy Roberts) ອະທິບາຍ​ວ່າ:

ການ​ສຶກສາຄົ້ນຄວ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ໄດ້​ຮັບ​ທາດ flavinoids ຫລື ທາດຕ້ານທານ ອອກ​ຊີແດັນ​ທ໌ ທີ່​ພາ​ໃຫ້​ເປັນ​ມະ​ເຮ​ງນັ້ນ ຈາກໂຊໂຄ​ແລັ​ດດໍາ.”

ທາດ Flavinoids ​ແມ່ນ​ທາດ​ບໍາລຸງ ທີ່​ພົບ​ເຫັນ​ຢູ່​ນໍາຕົ້ນ​ໄມ້​ຫລາຍຊະນິດ. ມັນ​ຊ່ວຍປ້ອງ
​ກັນ​ຕົ້ນ​ໄມ້ ໄວ້​ຈາກ​ພະຍາດ​ແລະ​ແມງ​ໄມ້. ​ເມື່ອ​ພວກ​ເຮົາ​ກິນ​ອາຫານ​ທີ່​ມີ​ທາດ flavinoids
​ໃນ​ລະດັບ​ສູງ, ທາດ​ບໍາລຸງ​ເຫລົ່ານີ້ ຈະໄປກະ​ຕຸ້ນ​ລະບົບພູມ​ຕ້ານທານ​ໃນ​ຮ່າງກາຍຂອງ​ເຮົາ
​ໃຫ້​ຜະລິດທາດເ​ເອັນ​ໄຊ​ມ໌-- ຊຶ່ງ​ເປັນ​ທາດ​ໂປຣຕິນ-- ທີ່​ຊ່ວຍຫລຸດ​ຄວາມ​ສ່ຽງຕໍ່​ການ​ເປັນ
​ໂຣກມະ​ເຮັງບາງ​ປະ​ເພດ, ພະຍາດຫົວ​ໃຈ ​ແລະພະຍາດ​ອື່ນບາງຊະນິດ ທີ່​ເກີດ​ມາ​ຈາກ
​ຄວາມ​ແກ່ຊະລາ​ນັ້ນ ລົງ.

ໄດ້​ມີການ​ສຶກສາຄົ້ນຄວ້າ 21 ບັ້ນ ທີ່​ມີ​ຜູ້​ເຂົ້າຮ່ວ​ມຫລາຍ​ກວ່າ 2600 ຄົນ ​ທີ່ສັນນິຖານ
ເບິ່ງຜົນ​ກະທົບ​ຂອງໂຊ​ໂຄ​ແລັ​ດ​ດໍາຕໍ່ຫົວ​ໃຈ. ການ​ສຶກສາ​ເຫລົ່ານັ້ນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ
ການ​ກິນໂຊ​ໂຄ​ແລັ​ດ​ສີດໍາ ​ເຮັດ​ໃຫ້​ຄວາມດັນ​ເລືອດ​ຫລຸດ​ລົງ ​ແລະ​ເພີ້ມຄວາມ​ສາມາດຂອງ
ທາດອິນ​ຊູ​ລິນ ​ໃນ​ການ​ຄວບ​ຄຸມ​ທາດນໍ້າຕານ​ໃນ​ເລືອດ.

ທ່ານ​ນາງ​ແທມມີ ​ໂຣ​ເບີດ​ສ໌ ​ເວົ້າວ່າ ທາດ flavinoids ຍັງ​ໄດ້​ພົບ​ຢູ່​ໃນ​ໝາກ​ໄມ້​ຊະນິດ​ນຶ່ງ
ທີ່​ມີ​ລົດ​ຊາດ​ແຊບ​ດີ ​ເມື່ອເຄືອບ​ດ້ວຍໂຊ​ໂຄ​ແລັ​ດດໍາ ນັ້ນກໍ​ຄື​ ...ໝາກສະ​ຕໍເບີຣີ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ

ທ່ານ​ນາງ ​ແທມມີ ​ໂຣ​ເບີດ​ເວົ້າວ່າ “ຜົນ​ປະ​ໂຫຍ​ດຕໍ່ຮ່າງກາຍ​ຂອງໝາກສະຕໍ​ເບີຣີທີ່ໂອບ​
ດ້ວຍໂຊ​ໂຄ​ແລັ​ດກໍ​ຄື​ວ່າ ທັງໂຊ​ໂຄ​ແລັ​ດແລະໝາກສຕໍເບີຣີ ​ແມ່ນ​ມີ​ທາດຕ້ານອັອກຊີ​ແດັນຢູ່,
​ແລະທາດຕ້ານ​ອັອກຊີ​ແດນ ​ແມ່ນ​ສໍາຄັນ​ຕໍ່ການ​ທໍາ​ງານ​ຂອງ​ລະບົບ​ພູມ​ຕ້ານ​ທານ ​ແລະ​
ປ້ອງ​ກັນ​ການ​ຖືກ​ຕິດ​ເຊື້ອ​ໂຣກ.”

ທ່ານ​ນາງ ​ແທມມີ ​ໂຣ​ເບີດສ໌ກ່າວ​ເພີ້ມອີກວ່າ ຂອງ​ຂວັນທີ່​ດີ​ທີ່​ສຸດ​ໃນ​ວັນແຫ່ງ​ຄວາມ​ຮັກຫລື
Valentine’d Day ນັ້ນ ກໍ​ຄື​ການລວມ​ເອົາໝາກ​ໄມ້ ​ແລະໂຊ​ໂຄ​ແລັດ​ໃສ່​ກັນ. ທ່ານ​ນາງ​ກ່າວ​ ດັ່ງນີ້:

“​ເມື່ອທ່ານ​ເອົາ​ກະຕ່າ ທີ່​ເຕັມ​ໄປ​ດ້ວຍໝາກ​ໄມ້ ​ແລະ​ມີ​ໂຊ​ໂຄ​ແລັ​ດນໍາໜ້ອຍນຶ່ງ ​ເປັນຂອງ​
ຂວັນ​ໃນວັນ​ແຫ່ງ​ຄວາມ​ຮັກ ​ແກ່​ຄົນ​ຮັກ​ຂອງ​ທ່ານນັ້ນ ​ທີ່​ຈິງ​ແລ້ວ ​ແມ່ນ​ເປັນ​ການ​ສະ​ແດງ​
ອອກເຖິງ​ຄວາມ​ຮັກ​ອັນ​ປະ​ເສີດ​ທີ່​ສຸດຂອງ​ທ່ານ ​ເພາະວ່າທ່ານ​ເອົາ​ທາດ​ຕ້ານອັອກຊີແດັນທ໌
​ຢ່າງ​ຫລວງຫລາຍ ​ແລະ​ໄວ​ຕາ​ມິນ​ຊີ ໃຫ້​ພວກ​ເຂົາ​ເຈົ້າ ໂດຍ​ມີ​ໂຊ​ໂຄ​ແລັດ​ຕື່ມນໍາ​ ພໍແຕ່​
ເຮັດ​ໃຫ້​ມັນ​ໜ້າຕື່ນ​ເຕັ້ນ​ເທົ່າ​ນັ້ນ.”

ແຕ່​ຢ່າ​ລືມ​ວ່າ ຕ້ອງ​ແມ່ນໂຊ​ໂຄ​ແລັດດໍາ ຫລື dark chocolate ເທົ່າ​ນັ້ນ​ໃຫ້​ຄົນ​ຮັກ​ຂອງ​ທ່ານ
​ແລະ​ບໍ່​ຕ້ອງ​ລໍຖ້າ​ຮອດ​ວັນ Valentine ປີໜ້າ ​ໃຫ້ມື້​ໃດ​ກໍ​ໄດ້ ທີ່​ທ່ານ​ຢາກ​ສະ​ແດງ​ຄວາມ​ຮັກ​
ຂອງ​ທ່ານ.

ເບິ່ງວີດີໂອລາຍງານກ່ຽວກັບຮ້ານຂາຍໂຊໂກແລັດຂອງສອງເອື້ອຍນ້ອງ ນາມສະກຸນ Park:

XS
SM
MD
LG