ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນໍ້າພຸໂຊໂກແລັດ ທັງແຊບ ແລະມີປະໂຫຍດຕໍ່ຮ່າງກາຍ (ເບິ່ງວີດິໂອແລະຮຽນພາສາອັງກິດໄປພ້ອມ)


ທ່ານຜູ້​ຟັງ​ທີ່​ເຄົາລົບ ອາທິດ​ແລ້ວ​ນີ້ ສາລະ​ຄະດີ​ການ​ແພດ​ຂອງ​ວີ​​ໂອ​ເອ ​ໄດ້​ເວົ້າ​​ເຖິງ​ຄຸນ​ນະ​ ປະ​ໂຫຍ​ດທາງ​ການ​ແພດ​ຂອງ​ໂຊ​ໂກ​ແລັດ. ສໍາລັບ​ມື້​ນີ້​ ​ເຮົາ​ຂໍ​ສະ​ເໜີ​ລາຍ​ງານກ່ຽວ​ກັບ​ນໍ້າພຸ ​ໂຊ​ໂກ​ແລັດ ທີ່​ຊາວ​ອາ​ເມຣິກັນ​ມັກຈັດ​ໄວ້​ລ້ຽງ​ແຂກ​ໃນ​ງານ​ລ້ຽງ​ ຊຶ່ງ​ພວກ​ແຂກບໍ່​ພຽງ​ແຕ່​ໄດ້ ກິນ​ຂອງ​ແຊບໆ​ເທົ່າ​ນັ້ນ ​ແຕ່​ຍັງ​​ໄດ້​ທໍາ​ປະ​​ໂຫຍດ​ແກ່​ຮ່າງກາຍ​ນໍາ​ດ້ວຍ. ​ດາຣາມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອ​ງນີ້​ມາສະ​ເໜີ​ທ່ານ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ ແລະຮຽນພາສາອັງກິດໄປພ້ອມ

.

ນາງຮີລ​ເລີຣີ ແບຣດ-ລີ (Hillary Bradley) ກໍາລັງ​ເອົາອຸບປະກອນຕ່າງໆປະກອບ​ເຂົ້າ​
ໃສ່​ກັນ ​ເພື່ອ​ເຮັດ​ນໍ້າພຸໂຊໂຄແລັດ ​ຢູ່ທີ່ງານລ້ຽງສ່ວນຕົວງານນຶ່ງ. ນໍ້າພຸປະກອບ​ດ້ວຍ​ຖາດ​
ເລິກ​ໜ້ອຍ​ນຶ່ງ​ສໍາລັບ​ໄວ້​ຮອງ​ຮັບ​ໂຊ​ໂກ​ແລັດແຫລວ​ ທີ່ໄຫລ​ລົງ​ມາ​ຈາກ​ຈອມ​ນໍ້າພຸ ທີ່​ສູງ​ປະ
ມານ 3 ຟຸດ. ​ໂຊ​ໂກ​ແລັດແຫລວ​ທີ່​ຈັດ​ໄວ້​ທາງ​ໃນຖານ​ນໍ້າພຸນັ້ນ ຈະ​ຖືກ​ດູດ​ຂຶ້ນໄປຫາ​ຈອມ
ທາງ​ໃນ​ທໍ່ ​ແລ້ວ​ກໍ​ໄຫລ​ລົງ​ມາ​ໃສ່​ຖາດ​ທີ່​ງວມ​ລົງ 2-3 ຊັ້ນ ​ແລ້ວ​ຈຶ່ງ​ມາ​ຕົກ​ໃສ່​ຖາດ​ຮອງ​ຮັບ
ທີ່ຢູ່​ສູງ​ຈາກໜ້າ​ໂຕະ ປະມານ​ 1 ຟຸດ. ນາງ​ແທກ​ເບິ່ງ​ລະດັບ​ຄວາມພຽງ​ຂອງ​ຈອມ​ກັບ​ຖາດ​
ຮອງ​ຮັບແລະ​ເວົ້າ​ວ່າ:

“​ແນ່ນອນ ລະດັບ​ຂອງ​ຖາດ​ຊັ້ນ​ລຸ່ມ ​ແລະ​ຈອມ​ເທິງ​ສຸດ ກໍ​ຕ້ອງ​ໃຫ້​ພຽງ​ແລະ​
ຂະໜານ​ກັນ​ກັບ​ໜ້າ​ໂຕະ.”

ນາງ ແບຣດລີ ທັງ​ເຮັດ ແລະຂາຍໂຊ​ໂກແລັດ. ລາວ​ເວົ້າວ່າ​ ຜູ້​ຄົນ​ມັກນໍ້າພຸໂຊ​ໂກ​ແລັດ​
ຂອງລາວຫລາຍ. ລາວ​ອະທິບາຍ​ວ່າ:

“ນໍ້າພຸໂຊໂກແລັດ ແມ່ນອຸບປະກອນ​ຊະນິດ​ນຶ່ງ​ສໍາລັບຈັດ​ລ້ຽງໃນງານຕ່າງໆ
ຊຶ່ງ​ທ່ານເອົາໂຊໂກແລັດທີ່ເປື່ອຍ​ແລ້ວ ໃສ່ເຂົ້າໄປໃນຖານ​ທາງ​ລຸ່ມ ​ແລ້ວມັນ
ກໍ​ຈະໄຫລຂຶ້ນ​ເທິງ​ແລະ​ໄຫລ​ລົງ​ມາ​ທາງ​ນອກ. ແລະຈາກນັ້ນ ທ່ານກໍເອົາ​ສິ່ງ
ທີ່ແຊບໆ ຈຸ່ມ​ລົງ​ໃນ​ໂຊ​ໂກ​ແລັດ​ນັ້ນ. ທໍາ​ອິດ​ນັ້ນ ຂ້ອຍເຮັດ​ໃຫ້​ມັນ​ເປື່ອຍກ່ອນ ​
ເພາະວ່າ​ມັນ​ຕ້ອງ​ມີ​ຄວາມແຫລວ​ໃນລະດັບ​ໃດ​ລະດັບນຶ່ງ ຈຶ່ງ​ຈະສາມາດ​ໄຫລ​
ຜ່ານ​ທໍ່​ນໍ້າພຸ​ທາງ​ໃນ​ນັ້ນ​ໄດ້. ສະນັ້ນ ຂ້ອຍ​ຕ້ອງເຮັດໃຫ້​ມັນ​ເປື່ອຍ​ຢູ່​ເຮືອນກ່ອນ ​
ແລ້ວ​ຈຶ່ງເອົາ​ມານີ້. ຂ້ອຍເອົາເນີຍກາ​ກາວ​ ໃສ່​ໃນຫັ້ນໜ້ອຍນຶ່ງ ​ເພາະວ່າມີ​
ເນີຍກາ​ກາວ ປະສົມຫລາຍ​ເທົ່າ​ໃດ ກໍ​ຈະ​ເຮັດ​ໃຫ້​ມັນ​ໄຫລ ໄດ້ງ່າຍ​ຍິ່ງ​ຂຶ້ນ.”


ນາງແບຣດລີກ່າວ​ວ່າ ລາວ​ມັກ​ເອົາ ​ເຂົ້າໜົມປັງ crackers ​ເຄັມ, ​ເຂົ້າໜົມຄຸກ​ຄີ
ແລະໝາກ​ໄມ້ ​ຈຸ່ມ​ລົງ​ໃນ​ນໍ້າພຸໂຊ​ໂຄ​ແລັດ​. ​ແຕ່​ລາວ​ເວົ້າ​ວ່າ:


ບໍ່ມີ​ຫຍັງຈໍາ​ກັດເລີຍ ​ແລະ​ວ່າ​ສິ່ງ​ເຫລົ່ານີ້ ​ແມ່ນ​ເປັນ​ຂອງ​ທີ່​ຜູ້​ຄົນມັກ ກິນ​ກັນ.
ສໍາລັບໝາກ​ໄມ້​ທີ່​ນິຍົມ​ກັນ​ຫລາຍ​ ກໍ​ໄດ້​ແກ່ໝາກສະ​ຕໍ​ເບີຣີ, ໝາກນັດ ​ແລະ
ໝາກກ້ວຍ ໝາກ​ໄມ້​ສາມ​ຢ່າງ​ນີ້​ແຫລະ. ພວກ​ເຮົາ​ຍັງ​ໃຊ້ໝາກ​ໄມ້​ແຫ້ງນໍາ ​
ເຊ່ນ ໝາກມ່ວງ​ແຫ້ງ, ໝາກອາ​ປຣີຄອັດ​ແຫ້ງ, ພວກໝາກ​ໄມ້ແຫ້ງເຫລົ່ານັ້ນ
ລ້ວນ​ແຕ່​ແຊບ​ຫລາຍ​ແທ້ໆ.”


ນໍ້າພຸ​ໂຊ​ໂກ​ແລັດ​ຂະໜາດ 3-4 ຟຸດນີ້ ​ແມ່ນ​ຕ້ອງການໂຊ​ໂກ​ແລັດ​ແຫລວ ປະມານ 9
ຫາ 10 ກິໂລກຣາມ ຊຶ່ງ​ແມ່ນ​ພຽງພໍ​ສໍາລັບ 150 ຄົນ​ກິນ. ພວກ​ແຂກ​ທີ່​ມາ​ໃນ​ງານ
ລ້ຽງ​ທີ່​ມີ​ນໍ້າພຸ​ໂຊ​ໂກ​ແລັດ​ຂອງ​ນາງ​ແບຣດລີ​ ພາກັນ​ເວົ້າ​ວ່າ:

“ຂ້ອຍມັກຫລາຍ, ຂ້ອຍມັກໂຊໂກແລັດຫລາຍ​ແທ້ໆ ແລະມີຫລາຍໆ​ຢ່າງ​
ຈຸ່ມ​ລົງ​ໄປ​ນໍາແລ້ວ​ ຍິ່ງເຮັດໃຫ້ມັນແຊບຫລາຍຂຶ້ນ.”

“ຄັກຫລາຍອີ່ຫລີ. ມັນຊ່າງເປັນສິ່ງ​ທີ່​ດີ ທີ່ເຮັດໃຫ້ເຊົາເມື່ອຍ ຫລັງຈາກ
ເຮັດວຽກມາ. ຂ້ອຍໝາຍຄວາມວ່າ ໃຜຊິບໍ່ມັກໂຊໂກແລັດ​ເນາະ.”

XS
SM
MD
LG