ການເປັນໂຣກຫືດໃນຕອນເຍົາໄວ ເປັນພະຍາດຊຳເຮື້ອທີ່ມັກມີຫລາຍທີ່ສຸດໃນກຸ່ມເດັກນ້ອຍທັງຫລາຍ, ອີງຕາມອົງການອະນາໄມໂລກ. ລາຍງານໃໝ່ເວົ້າວ່າ ມົນລະພິດທີ່ເກີດມາຈາກການໃຊ້ລົດສັນຈອນໄປມາເປັນສາເຫດຫລັກ ຂອງການເປັນພະຍາດດັ່ງກ່າວນີ້. ນັກຂ່າວວີໂອເອ Kevin Enochs ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກເຮົາຮູ້ແລ້ວວ່າ ມົນລະພິດທີ່ເກີດມາຈາກການໃຊ້ລົດສັນຈອນໄປມາ ເປັນຕົວປະກອບອັນໃຫຍ່ຫລວງທີ່ເຮັດໃຫ້ມີການປ່ຽນແປງຂອງດິນຟ້າອາກາດ ແຕ່ວ່າ ການຄົ້ນຄວ້າບັ້ນໃໝ່ໄດ້ສໍ່ສະແດງໃຫ້ເຫັນວ່າ ມັນຍັງເປັນໂຕຜັກດັນທີ່ຍິ່ງໃຫຍ່ເຮັດໃຫ້ເກີດບັນຫາທາງສຸຂະພາບຢູ່ທົ່ວໂລກອີກດ້ວຍ.
ທ່ານນາງ ຊູແຊນ ແອນເນນເບີກ (Susan Annenberg) ຈາກສະຖາບັນສາທາລະນະສຸກ ມິລເຄັນ (Milken) ໃຫ້ຄຳເຫັນວ່າ: “ການຄາດຄະເນເມື່ອມໍ່ໆມານີ້ ສະແດງໃຫ້ເຫັນວ່າ ມົນລະພິດທາງອາກາດທີ່ຈິງແລ້ວ ເປັນປະເດັນສ່ຽງໄພທາງສຸຂະພາບທີ່ເກີດມາຈາກສະພາບແວດລ້ອມ ລະດັບນຳໜ້າຂອງໂລກ, ຊຶ່ງຫລາຍກວ່າ ສາເຫດທີ່ເກີດມາຈາກສະພາບແວດລ້ອມອັນອື່ນ ທີ່ພາໃຫ້ເປັນພະຍາດ.”
ອີງຕາມອົງການອະນາໄມໂລກ ຫລື WHO, ມົນລະພິດທາງອາກາດພາໃຫ້ຄົນເສຍຊີວິດໄວເກີນຄວນປະມານ 3.7 ລ້ານຄົນໃນແຕ່ລະປີ.
ແຕ່ວ່າ ການສຶກສາຄົ້ນຄ້າໃໝ່ຈາກມະຫາວິທະຍາໄລຈອຣ໌ຈ ວໍຊິງຕັນ (George Washington) ໃນນະຄອນຫລວງວໍຊິງຕັນໄດ້ຊີ້ໄປໃສ່ມົນລະພິດສະເພາະເຈາະຈົງອັນນຶ່ງ ຄືອາຍໄນໂທຣເຈນດາຍອອກຊາຍ (Nitrogen Dioxide) ຫລື NO2 ທີ່ປ່ອຍອອກມາຈາກລົດນັ້ນ ເປັນສາເຫດອັນດັບນຳໜ້າໝູ່ທີ່ພາໃຫ້ເປັນພະຍາດຫືດໃນຕອນເຍົາໄວຢູ່ຫລາຍຕົວເມືອງໃນທົ່ວໂລກ.
ທ່ານນາງ ແອນເນນເບີກ ກ່າວເພີ້ມອີກວ່າ:"ມົນລະພິດໄນໂທຣເຈນດາຍອອກຊາຍ (Nitrogen Dioxide) ມີຜົນກະທົບອັນສຳຄັນຫລາຍອີ່ຫລີ ຕໍ່ເດັກນ້ອຍຈຳນວນນຶ່ງຢູ່ທົ່ວໂລກທີ່ຖືກວິນິດໄສວ່າເປັນພະຍາດຫືດ ແລະທີ່ຈິງແລ້ວ ໄດ້ພົບເຫັນວ່າ ມັນມີຜົນກະທົບອັນໃຫຍ່ຫລວງທີ່ສຸດ ຢູ່ໃນຕົວເມືອງທີ່ມີເດັກນ້ອຍເປັນພະຍາດຫືດລາຍໃໝ່ຫລາຍເກືອບຮອດ 50 ເປີເຊັນ ຊຶ່ງຢູ່ໃນບາງຕົວເມືອງທົ່ວໂລກກໍແມ່ນມີຜົນສືບເນື່ອງມາຈາກມົນລະພິດໄນໂທຣເຈນດາຍອອກຊາຍ (Nitrogen Dioxide) ນັ້ນເອງ.”
ແລະອົງປະກອບທີ່ເປັນບັນຫາແທ້ໆ ຢູ່ໃນການຄົ້ນຄວ້າດັ່ງກ່າວນີ້ກໍຄື ຢູ່ບັນດາ ຕົວເມືອງ ທີ່ມີໂຣກຫືດເກີດຂຶ້ນ ແມ່ນມີລະດັບອາຍໄນໂທຣເຈນດາຍອອກຊາຍ (Nitrogen Dioxide) ຫລື NO2 ທີ່ຢູ່ໃນຂອບເຂດທີ່ຖືວ່າປອດໄພໂດຍອົງການອະນາໄມໂລກ.
ທ່ານນາງ ພລອຍ ພັດທະນັນ ອາຈັກກຸລວິສຸດ (Ploy Pattanun Achakulwisut), ຈາກສະຖາບັນສາທາລະນະສຸກມິລເຄັນ (Milken) ເວົ້າວ່າ:"ສິ່ງນຶ່ງໃນການຄົ້ນພົບທີ່ເຮັດໃຫ້ງົງຂຶ້ນໄປກວ່ານັ້ນອີກ ສຳລັບພວກເຮົາກໍຄື ທີ່ຈິງແລ້ວ ຫລາຍກວ່າ 90 ເປີເຊັນ ຂອງກໍລະນີເດັກນ້ອຍ ທີ່ເປັນໂຣກຫືດທີ່ມີສ່ວນ ກ່ຽວພັນກັບອາຍ NO2 ແມ່ນເກີດຂຶ້ນຢູ່ໃນຂົງເຂດ ທີ່ເຮັດຕາມຄຳແນະນຳຂອງ WHO ຢ່າງຄົບຖ້ວນແລ້ວ ສຳລັບເລື້ອງມົນລະພິດໄນໂທຣເຈນດາຍອອກຊາຍ (Nitrogen Dioxide) ສະເລ່ຍປະຈຳປີ ຊຶ່ງແມ່ນ 21 ສ່ວນຕໍ່ພັນລ້ານ."
ມັນບໍ່ເປັນເລື້ອງແປກປະຫລາດຫຍັງຫລາຍເລີຍທີ່ເຫັນວ່າ ຕົວເມືອງສ່ວນໃຫຍ່ທີ່ມີລະດັບມົນລະພິດເກີດຈາກອາຍ NO2 ສູງທີ່ສຸດແມ່ນຢູ່ໃນສາມປະເທດ ນັ້ນກໍຄືຈີນ, ອິນເດຍ ແລະສະຫະລັດ.
ວິທີແກ້ໄຂ, ຕາມການສະເໜີຂອງພວກນັກຄົ້ນຄວ້າເຫລົ່ານີ້, ກໍຄືສືບຕໍ່ທຳການຕໍ່ສູ້ຕ້ານອາຍພິດເຮືອນແກ້ວ ທີ່ພາໃຫ້ເກີດສະພາບໂລກຮ້ອນເອົ້າເພາະວ່າ ສອງ ບັນຫານີ້ ກ່ຽວພັນກັນຫລາຍທີ່ສຸດ.
ທ່ານນາງ ແອນເນນເບີກ ກ່າວສະຫລຸບວ່າ: ສິ່ງນຶ່ງທີ່ພວກເຮົາຄົ້ນພົບຢູ່ໃນການສຶກສາຄົ້ນຄວ້າຂອງພວກເຮົາກໍຄື ບັນດາຕົວເມືອງ ທີ່ມີອາຍໄນໂທຣເຈນດາຍອອກຊາຍໃນລະດັບສູງກວ່າບ່ອນອື່ນນັ້ນ ຍັງມີອາຍພິດເຮືອນແກ້ວສູງກວ່າໝູ່ອີກ. ແລະເພາະສະນັ້ນ ສິ່ງນຶ່ງທີ່ສາມາດເຮັດໄດ້ກໍຄື ຫລີກລ້ຽງການເຜົາໄໝ້ເຊື້ອໄຟທີ່ຜະລິດຈາກຊາກພືດ, ຊາກສັດ ແລະຫລຸດຜ່ອນການໃຊ້ມັນລົງ ໂດຍທຸກວິທີເທົ່າທີ່ພວກເຮົາເຮັດໄດ້."
ພວກນັກຄົ້ນຄວ້ານີ້ເວົ້າອີກວ່າ ພວກເພິ່ນຫວັງວ່າ ຈະທຳການຄົ້ນຄວ້າເພີ້ມຕື່ມອີກ ເພື່ອໃຫ້ເຂົ້າໃຈໄດ້ວ່າທາດເຄມີສະເພາະເຈາະຈົງໂຕໃດແທ້ໆ ຢູ່ໃນມົນລະພິດທີ່ເກີດຈາກອາຍ NO2 ພາໃຫ້ເກີດໂຣກຫືດ ເພື່ອວ່າ ພວກເຂົາເຈົ້າຈະໄດ້ຊ່ວຍແນເປົ້າໝາຍສະເພາະໃສ່ແຫລ່ງທີ່ມາຂອງການປ່ອຍອອກອາຍແກັສນັ້ນ.