ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຍັງສະ​ແດງ​ຄວາມຂຸ່ນ​ເຄືອງໃຈ ຕໍ່ ທ.ນ. ເພ​ໂລ​ຊີ ຢູ່ໃນ​ງານປະ​ກາດ​ເງິນຊ່ວຍ​ເຫລືອ ດ້ານ​ກະ​ສິ​ກຳ ທີ່​ທຳ​ນຽບ​ຂາວ


 ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຖາມ​ພວກ​ທີ່​ປຶກ​ສາ​ຂອງ​ທ່ານ ວ່າ ທ່ານ​ເປັນ​ຄື​ກັນ​ກັບ​ທ່ານນາງເພ​ໂລ​ຊີ ແລະ​ທ່ານ ຈ​ຊັກ ຊຸມ​ເມີ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ ​ໃນ​ສະ​ພາ​ສູງ ​ເວົ້າ​ນັ້ນວ່າ ​ທ່ານ​ໃຈ​ຮ້າຍ ແລະ​ໂມ​ຫານັ້ນ​ບໍ່, 23 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຖາມ​ພວກ​ທີ່​ປຶກ​ສາ​ຂອງ​ທ່ານ ວ່າ ທ່ານ​ເປັນ​ຄື​ກັນ​ກັບ​ທ່ານນາງເພ​ໂລ​ຊີ ແລະ​ທ່ານ ຈ​ຊັກ ຊຸມ​ເມີ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ ​ໃນ​ສະ​ພາ​ສູງ ​ເວົ້າ​ນັ້ນວ່າ ​ທ່ານ​ໃຈ​ຮ້າຍ ແລະ​ໂມ​ຫານັ້ນ​ບໍ່, 23 ພຶດ​ສະ​ພາ, 2019.

ງານ​ເຕົ້າ​ໂຮມ​ກັນ​ແບບ​ທີ່​ເຄີຍ​ເຮັດຢ່າງ​ເປັນ​ປະ​ຈຳ​ຢູ່​ໃນ​ຫ້ອງ​ Roosevelt ຂອງ​ທຳ​ນຽບ​ຂາວ​ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້ ເພື່ອ​ປະ​ກາດ​ເງິນ​ຊ່ວຍ​ເຫລືອ​ຈຳ​ນວນ 16 ຕື້​ໂດ​ລາ​ ແກ່​ພວກ​ເຮັດຟາມ​ປູກ​ພືດ ແລະ​ລ້ຽງສັດ​ ໄດ້ກັບກາຍ​ເປັນ​ການ​ໂຈມ​ຕີ​ທາງ​ຄຳ​ເວົ້າຕໍ່ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ມີ​ອຳ​ນາດ​ສູງ​ສຸດ ໂດຍ​ປະ​ທາ​ນາ​ທິ​ບໍ​ດີຜູ້ຊຶ່ງນອກນັ້ນ​ແລ້ວ ຍັງໄດ້​ກ່າວ​ຫາ​ ໂດຍເວົ້າ​ຊື່​ຂອງພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ຂອງອົງ​ການສັນ​ຕິ​ບານ​ກາງ ຫລື FBI ອອກ​ມາ ວ່າ​ເປັນ​ຄົນ​ຂາຍ​ຊາດ.

ຫລັງ​ຈາກ​ໄດ້ປະ​ກາດການ​ຊ່ວຍ​ເຫລືອ​ທາງ​ດ້ານ​ກະ​ສິ​ກຳ​ເພື່ອ​ເປັນ​ການ​ທົດ​ແທນ​ໃຫ້​ແກ່ຜົນເສຍ​ຫາຍ ຈາກ​ການ​ຂັດ​ແຍ້ງ​ທາງ​ການ​ຄ້າ​ ຂອງ​ອາ​ເມ​ຣິ​ກາ ກັບ​ຈີນ ແລ້ວ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ກໍ​ໄດ້​ຕອບ​ຄຳ​ຖາມ​ຂອງ​ກຸ່ມ​ນັກ​ຂ່າວ​ນ້ອຍໆ ກຸ່ມ​ນຶ່ງ.

​ທ່ານ​ນາງ ຊາ​ຣາ ແຊນ​ເດີ​ສ໌, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ (ຂວາສຸດ), ທ່ານ Kellyanne Conway, ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ (ຊ່າຍ​ສຸດ), ທ່ານນາງ Hogan Gidley, ທ່ານ Mercedes Schlapp, ແລະທ່ານ Larry Kudlow, ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ​ທຳ​ນຽບ​ຂາວ ທີ່​ປະ​ທາ​ນາ​ທິ​ບໍ​ດີຖືກ​ເອີ້ນ​ໄປເວົ້າ​ວ່າ​ທ່ານ​ສະ​ຫງົບ​ງຽບ​ດີ​ຫ​ລັງ​ງານ​ປະ​ກາດ​ເງິນ​ຊ່ວຍ​ເຫລືອ​ດ້ານ​ກະ​ສິ​ກຳ, ວັນ​ທີ 23, 2019
​ທ່ານ​ນາງ ຊາ​ຣາ ແຊນ​ເດີ​ສ໌, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ (ຂວາສຸດ), ທ່ານ Kellyanne Conway, ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ (ຊ່າຍ​ສຸດ), ທ່ານນາງ Hogan Gidley, ທ່ານ Mercedes Schlapp, ແລະທ່ານ Larry Kudlow, ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ​ທຳ​ນຽບ​ຂາວ ທີ່​ປະ​ທາ​ນາ​ທິ​ບໍ​ດີຖືກ​ເອີ້ນ​ໄປເວົ້າ​ວ່າ​ທ່ານ​ສະ​ຫງົບ​ງຽບ​ດີ​ຫ​ລັງ​ງານ​ປະ​ກາດ​ເງິນ​ຊ່ວຍ​ເຫລືອ​ດ້ານ​ກະ​ສິ​ກຳ, ວັນ​ທີ 23, 2019

ທ່ານປະ​ທາ​ນາ​ທິ​ບໍ​ດີ ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ຂອງ​ທ່ານ ​ຕຳ​ໜິປະ​ທານ​ສະ​ພາ​ຕ່ຳ, ທ່ານ​ນາງແນນ​ຊີ ເພ​ໂລ​ຊີ (Nancy Pelosi) ໂດຍ​ເວົ້າ​ວ່າ ທ່ານ​ນາງໄດ້​ບອກ ທ່ານ ໂຣ​ເບີດ ໄລ​ໄທ​ເຊີ (Robert Lighthizer), ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ​ວ່າ ທ່ານ​ນາງ​ຕ້ອງ​ການ​ເວ​ລາ 2 ອາ​ທິດ ເພື່ອຈະ​ເຂົ້າ​ໃຈສັນ​ຍາ​ການ​ຄ້າລະ​ຫວ່າງ​ສ​ະ​ຫະ​ລັດ ກັບ​ເມັກ​ຊິ​ໂກ ແລະ​ກາ​ນາ​ດາ ຫລື USMCA ໄດ້.

ທ່ານ ທ​ຣຳ ເວົ້າວ່າ "ເພ​ໂລ​ຊີບໍ່​ເຂົ້າ​ໃຈ​ຮ່າງ​ສັນ​ຍານັ້ນ." "ສະ​ນັ້ນລາວ​ຕ້ອງ​ໄດ້​ລຸກ​ຂຶ້ນ ​ສູບ​ລົມ​ຫາຍ​ໃຈ, ເພື່ອ​ຮຽນ​ຮູ້​ຮ່າງ​ສັນ​ຍານນັ້ນໄດ້."

ຄຳ​ຖາມ​ບາງ​ຢ່າງ​ຢູ່​ໃນ​ງານ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 47 ນາ​ທີນັ້ນ ແມ່ນ​ເວົ້າ​ກ່ຽວ​ກັບ​ອາ​ລົມ​ປັ່ນ​ປ່ວນ​ຂອງ​ທ່ານ ຢູ່​ໃນ​ກອງ​ປະ​ຊຸມ ​ໃນ​ມື້​ກ່ອນນັ້ນ ຢູ່​ໃນ​ຫ້ອງ​ການ ຮູບ​ຊົງ​ໄຂ່​ຂອງ​ທຳ​ນຽບ​ຂາວ ​ຕອນ​ທີ່​ການ​ສົນ​ທະ​ນາ​ຂອງເພິ່ນ ກັບສະ​ມາ​ຊິກ​ສະ​ພາລະ​ດັບ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດກ່ຽວ​ກັບ​ເງິນ​ງົບ​ປະ​ມານ​ໃນ​ການກໍ່​ສ້າງພື້ນ ​ຖານ​ໂຄງ​ລ່າງ ສິ້ນ​ສຸດ​ລົງ​ຢ່າງ​ໄວ​ວານັ້ນ.

ທ່ານ​ຢືນ​ຢັດ​ວ່າ ທ່ານມີ​ຄວາມສະ​ຫງົບງຽບ "ຄື​ກັນ​ກັບ​ຂ້າ​ພະ​ເຈົ້າເປັນ​ຢູ່​ດຽວນີ້​ຫລະ."

ແຕ່ຢ່າງ​ໃດ​ກໍ​ຕາມ ທ່ານ​ກໍ​ບໍ່​ໄດ້​ຍອມ​ເຊົາ​ເວົ້າກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວນັ້ນເລີຍ.

ທ່ານທ​ຣຳ​ໄດ້​ເອີ້ນ​ທີ່​ປຶກ​ສາ​ຂອງ​ທ່ານ​ຈຳ​ນວນ​ນຶ່ງ ເຂົ້າ​ໄປໃນຫ້ອງ​ Roosevelt ເພື່ອ​ຢືນ​ຢັນ​ວ່າ ທ່ານ​ຢູ່​ໃນ​ຄວາມ​ສະ​ຫງົບ​ງຽບ ​ມາ​ຕະ​ຫລອດ ແລະ​ກໍ​ບໍ່​ໄດ້ເວົ້າ​ແບບໂມ​ໂຫ​ໂທ​ໂສ​ ດັ່ງ​ທີ່​ທ່ານ​ນາງເພ​ໂລ​ຊີ (Pelosi) ແລະ​ທ່ານ ຈ​ຊັກ ຊຸມ​ເມີ (Chuck Schumer), ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະ​ພາ​ສູງ ​ເວົ້າ​ນັ້ນ.

"ທ່ານ​ສະ​ຫງົ​ບ​ງຽບ​ຫລາຍ ແລະ​ກໍ​ເວົ້າ​ແບບ​ກົງ​ໆຫລາຍ" ນັ້ນ​ຄື​ຄຳ​ຕອບຂອງ ທ່ານ ເມີ​ຊີ​ເດ​ສ ຊ​ແລບ (Mercedes Schlapp), ຫົວ​ໜ້າ​ຝ່າຍ​ສື່​ສານດ້ານ ຍຸດ​ທະ​ສາດຂອງ​ທຳ​ນຽບ​ຂາວ.

"ສະ​ຫງົບງຽບ​ຫລາຍ," ນັ້ນ​ຄື​ຄຳ​ຕອບ​ຂອງ​ທ່ານ​ນາງ ຊາ​ຣາ ແຊນ​ເດີ​ສ໌, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທັງ​ສອງ. ແລະ​ອັນ​ນີ້ ບໍ່​ແມ່ນຄວາມ​ໃຈ​ຮ້າຍ ແລະ​ໂວ​ຍ​ວາຍແຕ່​ຢ່າງ​ໃດ​ເລີຍ."

​ເຈົ້າ​ໜ້າ​ທີ່​ຂອງ​ທຳ​ນຽບ​ຂາ​ວ​ອີກ 3 ຄົນ ທີ່​ທ່ານທ​ຣຳ​ບອກ​ໃຫ້​ເປັນ​ພະ​ຍານ ​ກໍ​ໄດ້ ເວົ້າຕາມ​ຖ້ອຍ​ຄຳ​ນັ້ນ​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG