ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ເຮເດັນ ເວົ້າວ່າ ການຖອນອະນຸມັດ ດ້ານຄວາມປອດໄພ ຂອງອະດີດ ເຈົ້າໜ້າທີ່ ສືບລັບ ຂັ້ນສູງ ເປັນເລື້ອງຮັບເອົາບໍ່ໄດ້


ທ່ານ ໄມໂຄ ເຮເດັນ ອະດີດຜູ້ອໍານວຍການ ອົງການສືບລັບຊີໄອເອ (CIA) ກ່າວຄໍາປາໄສ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 12 ພຶດສະພາ 2014
ທ່ານ ໄມໂຄ ເຮເດັນ ອະດີດຜູ້ອໍານວຍການ ອົງການສືບລັບຊີໄອເອ (CIA) ກ່າວຄໍາປາໄສ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 12 ພຶດສະພາ 2014

ທ່ານ ໄມໂຄ ເຮເດັນ ອະດີດຜູ້ອໍານວຍການ ອົງການສືບລັບຊີໄອເອ (CIA) ເວົ້າວ່າ
ການຕັດສິນໃຈຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ທີ່ໄດ້ຖອນການ
ອະນຸມັດ ດ້ານຄວາມປອດໄພ ຫລື security clearance ຂອງທ່ານ ຈອນ ເບຣນ
ແນນ, ອະດີດຜູ້ອໍານວຍການອົງການສືບລັບຊີໄອເອ (CIA) ອີກທ່ານນຶ່ງນັ້ນ ເປັນ
ເລື້ອງທີ່ຂາດປະຊາທິປະໄຕແລະເປັນໄພຂົ່ມຂູ່ຕໍ່ "ຂັ້ນຕອນແບບກວ້າງໆໃນວິທີການ
ທີ່ພວກເຮົາປົກຄອງພວກເຮົາເອງ."

ທ່ານ ເຮເດັນກ່າວຕໍ່ວີໂອເອວ່າ ທ່ານ ເບຣນແນນ ບໍ່ໄດ້ກະທໍາຜິດຂໍ້ໃດໆ ໃນຫລັກ
ເກນ 13 ຂໍ້ ທີ່ມີຢູ່ ເພື່ອຈະຖອດຖອນການໃຫ້ການອະນຸມັດດ້ານຄວາມປອດໄພຂອງ
ບຸກຄົນໃດບຸກຄົນນຶ່ງເລີຍ ແລະເວົ້າວ່າ ທ່ານທຣໍາ ໄດ້ຕັດສິນໃຈເຊັ່ນນັ້ນຍ້ອນການ
ສະແດງຄວາມຄິດເຫັນດ້ານການເມືອງຂອງທ່ານເບຣນແນນ.

ທ່ານເວົ້າວ່າ “ການເຮັດແນວນີ້ເປັນເລື້ອງຮັບເອົາບໍ່ໄດ້ຂອງລັດຖະບານ, ສໍາລັບການ
ເປັນປະທານາທິບໍດີຂອງສະຫະລັດ.”

ທ່ານເບຣນແນນໄດ້ຕໍາໜິຢ່າງໜັກ ແລະກໍເວົ້າອອກຢ່າງເປີດແປນກ່ຽວກັບການປະ
ພຶດຂອງທ່ານທຣໍາ ຕົວເຢ່າງເຊັ່ນ ທ່ານເອີ້ນການປະຕິບັດງານຂອງ ທ່ານ ທຣໍາ ຢູ່ໃນ
ກອງປະຊຸມຖະແຫລງຂ່າວຮ່ວມກັບທ່ານ ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ
ໃນເດືອນແລ້ວນີ້ຢູ່ຟິນແລນນັ້ນວ່າ "ອັນນີ້ບໍ່ມີຫຍັງຫຼາຍເກີນໄປກວ່າການຂາຍຊາດ."

ໃນອາທິດແລ້ວນີ້ ໃນການຕອບຕໍ່ຄໍາເວົ້າຂອງທ່ານທຣໍາ ທີ່ຂຽນຢູ່ໃນທວີດເຕີ ທີ່
ຮ້ອງນາງ ໂອມາໂຣຊາ ເມນິກເກົາທ໌ ນີວແມນ (Omarosa Manigault Newman)
ອະດີດທີ່ປຶກສາຂອງທ່ານວ່າ "ໝາ" ນັ້ນ ທ່ານເບຣນແນນເວົ້າ ກ່ຽວກັບທ່ານທຣໍາວ່າ
"ມັນເປັນເລື້ອງໜ້າປະຫລາດໃຈທີ່ເຫັນວ່າ ທ່ານບໍ່ສາ ມາດປະຕິບັດໄດ້ຕາມມາດຕະ
ຖານຕໍ່າສຸດທາງດ້ານມາລະຍາດ, ຄວາມສີວິໄລ,ແລະຄວາມຊື່ຕົງ."

ໃນມື້ຕໍ່ມາ, ທ່ານ ທຣໍາ ກໍໄດ້ຖອນການອະນຸມັດດ້ານຄວາມປອດໄພຂອງທ່ານເບຣນ
ແນນໂລດ ໂດຍກ່າວຫາທ່ານເບຣນແນນຢູ່ໃນຖະແຫລງການສະບັບນຶ່ງວ່າ ໄດ້ກໍ່ໃຫ້ເກີດ
ຄວາມແຕກແຍກກັນ ແລະຄວາມໂກລາຫົນວຸ້ນວາຍ" ສໍາລັບເລື້ອງທີ່ກ່ຽວຂ້ອງກັບລັດ
ຖະບານຂອງທ່ານ
ແລະວ່າ "ມີປະຫວັດທີ່ເປັນຄົນບໍ່ມີຄວາມທ່ຽງທໍາ ແລະຂາດຄວາມ
ໜ້າເຊື່ອຖື."

ທ່ານ ທຣໍາ ຍັງໄດ້ນາບຂູ່ວ່າ ຈະຖອນການອະນຸມັດດ້ານຄວາມປອດໄພຂອງຄົນອື່ນໆ ອີກ.

ທ່ານເຮເດັນ ແລະກຸ່ມອະດີດເຈົ້າໜ້າທີ່ຂັ້ນສູງດ້ານສືບລັບ ທີ່ເຄີຍໄດ້ປະຕິບັດງານ
ຢູ່ພາຍໃຕ້ການນໍາພາຂອງປະທານາທິບໍດີ ທີ່ມາຈາກພັກເດໂມແຄຣັດ ແລະພັກຣີ
ພັບບລິກັນກຸ່ມນຶ່ງ ໄດ້ພາກັນລົງນາມ ຢູ່ໃນຖະແຫລງການຮ່ວມສະບັບນຶ່ງ ທີ່ຕໍາໜິ
ຕໍ່ສິ່ງທີ່ພວກທ່ານເອີ້ນວ່າ ເປັນການກະທໍາທີ່ “ຂາດການຄົ້ນຄິດພິຈາລະນາ ແລະ
ແບບທີ່ບໍ່ເຄີຍມີມາກ່ອນ” ຂອງທຣໍາ. ນັບແຕ່ນັ້ນມາ ອະດີດເຈົ້າໜ້າທີ່ດ້ານຄວາມໝັ້ນ
ຄົງແຫ່ງຊາດຫລາຍກວ່າ 200 ທ່ານ ກໍໄດ້ສະແດງການຄັດຄ້ານຕໍ່ການຖອນການ
ອະນຸມັດດ້ານຄວາມປອດໄພຂອງທ່ານເບຣນແນນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG