ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຍົກຍ້າຍຜູ້ຄົນ ອອກຈາກອັຟການິສຖານ ຢ່າງກະທັນຫັນ ຍັງດຳເນີນຕໍ່ໄປ ທ່າມກາງຄວາມສັບສົນວຸ້ນວາຍ ຢູ່ທີ່ສະໜາມບິນ


ຊາວອັຟການິສຖານ ຫຼາຍຮ້ອຍຄົນແລ່ນຢູ່ຂ້າງເຮືອບິນຂົນສົ່ງຂອງກອງທັບອາກາດສະຫະລັດ C-17 ໃນຂະນະທີ່ມັນກຳລັງແລ່ນບິນຂຶ້ນຢູ່ໃນສະຫະໜາມບິນສາກົນຂອງນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 16 ສິງຫາ 2021.
ຊາວອັຟການິສຖານ ຫຼາຍຮ້ອຍຄົນແລ່ນຢູ່ຂ້າງເຮືອບິນຂົນສົ່ງຂອງກອງທັບອາກາດສະຫະລັດ C-17 ໃນຂະນະທີ່ມັນກຳລັງແລ່ນບິນຂຶ້ນຢູ່ໃນສະຫະໜາມບິນສາກົນຂອງນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 16 ສິງຫາ 2021.

ນຶ່ງວັນຫຼັງຈາກທີ່ນະຄອນຫຼວງຂອງອັຟການິສຖານ ໄດ້ຕົກໄປເປັນຂອງກຸ່ມຕາລີບານ ໂດຍປາສະຈາກການຕໍ່ສູ້ເລີຍ ໃນຂະນະທີ່ກອງກຳລັງສະຫະລັດແລະຈາກປະເທດອື່ນໆ ຍັງສືບຕໍ່ປົກປ້ອງແລະຄວບຄຸມສະໜາມບິນສາກົນນະຄອນກາບູລ ຊຶ່ງເປັນບ່ອນທີ່ພວກຝູງຄົນ ທີ່ແຕກຕື່ນຕົກໃຈໄດ້ພາກັນຫລົບໜີໄປລີ້ໄພຈາກກຸ່ມຕາລີບານ.

ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ ຢູ່ທີ່ທຳນຽບຫ້າແຈວ່າ ການສັນຈອນທາງອາກາດຢູ່ສະໜາມບິນຮາມິດ ຄາຣ ຊາຍ ໄດ້ຍຸຕິລົງເປັນເວລາຫຼາຍຊົ່ວໂມງ ທ່າມກາງສະຖານະການ ດ້ານຄວາມປອດໄພທີ່ສັບສົນວຸ້ນວາຍ ຈຶ່ງເຮັດໃຫ້ກຳລັງທະຫານສະຫະລັດຕື່ມອີກບໍ່ສາມາດເດີນທາງໄປເຖິງແຫ່ງນັ້ນໄດ້ເພື່ອທີ່ຈະເສີມຂະຫຍາຍການຮັກສາຄວາມປອດໄພ ແລະການຍົກຍ້າຍພວກຄົນອອກໄປຕື່ມອີກ ກໍບໍ່ໄດ້.

ວີດີໂອຈາກສະໜາມບິນ ທີ່ໄດ້ຖືກສົ່ງຕໍ່ກັນໄປໃນສື່ສັງຄົມ ສະແດງໃຫ້ເຫັນສະພາບການທີ່ບໍ່ເປັນລະບຽບ ແລະຄວາມສິ້ນຫວັງ ທີ່ລວມມີຄົນອັຟການິສຖານຜູ້ນຶ່ງເກາະຕິດຢູ່ທາງຂ້າງຂອງເຮືອບິນສະຫະລັດ ແລະອີກຄົນນຶ່ງ ເປັນສິ່ງທີ່ປາກົດວ່າ ເປັນຜູ້ທີ່ຕົກລົງມາຈາກເຮືອບິນສະຫະລັດ ຫຼັງຈາກທີ່ມັນໄດ້ບິນຂຶ້ນໄປ.”

ທຳນຽບຫ້າແຈ ໄດ້ຢັ້ງຢືນວ່າ ຢ່າງໜ້ອຍສອງຄົນ ໄດ້ເສຍຊີວິດຢູ່ທີ່ສະໜາມບິນດັ່ງກ່າວ. ສອງຄົນເປັນມືປືນມີອາວຸດຕິດໂຕໄດ້ຍິງເຂົ້າໃສ່ຝູງຄົນໃນເຫດການທີ່ເກີດຂຶ້ນຕ່າງຫາກສອງຄັ້ງ ແລະທັງສອງຄົນໄດ້ຖືກສັງຫານໂດຍກຳລັງຂອງສະ ຫະລັດ ທີ່ປະຕິບັດການຕໍ່ “ໄພຂົ່ມຂູ່ທີ່ເປັນຈິງແລະເຫັນໄດ້” ດັ່ງທີ່ທ່ານເຄີບີ ໄດ້ກ່າວ.

ທ່ານກ່າວຕື່ມວ່າ “ພວກເຮົາບໍ່ໄດ້ບົ່ງບອກໃດໆວ່າ ພວກເຂົາເປັນກຸ່ມຕາລີບານ.”

ເຈົ້າໜ້າທີ່ສະຫະລັດ ທ່ານນຶ່ງຜູ້ທີ່ໂອ້ລົມກັບວີໂອເອ ທີ່ບໍ່ປະສົງອອກຊື່ ຍັງໄດ້ກ່າວວ່າ ລາຍງານຕ່າງໆບອກວ່າມີພົນລະເຮືອນຫຼາຍຄົນເສຍຊີວິດໃນລະຫວ່າງ ທີ່ເຮືອບິນຂົນສົ່ງຂອງກອງທັບສະຫະລັດ ກຳລັງບິນຂຶ້ນຢູ່ນັ້ນ ແມ່ນ “ກໍາລັງຢູ່ພາຍໃຕ້ການສືບສວນສອບສວນໃນປັດຈຸຍັນນີ້.”

“ທ່ານໄດ້ຮັບຂໍ້ມູນທີ່ຂ້າພະເຈົ້າບໍ່ມີ” ທ່ານເຄີບີ ໄດ້ຕອບຕໍ່ວີໂອເອ ເມື່ອຖືກຖາມກ່ຽວກັບການສືບສວນສອບສວນດັ່ງກ່າວ, ທ່ານເຄີບີ ຕອບຕໍ່ໄປວ່າ “ແຕ່ມັນກໍບໍ່ເປັນທີ່ໜ້າແປກໃຈເລີຍ ສຳລັບຂ້ອຍ ຢ່າງໜ້ອຍບັນດາຜູ້ບັນຊາການຄວນກວດ ກາເບິ່ງສິ່ງທີ່ໄດ້ເກີດຂຶ້ນ ໃນມື້ເຊົ້ານີ້ ທີ່ກ່ຽວຂ້ອງກັບ ເຮືອບິນ C-17 ນັ້ນ.”

ນາຍພົນແຟຣັງ ແມັກເຄນຊີ ຫົວໜ້າກອງບັນຊາການສະຫະລັດ ໄດ້ພົບປະກັບກຸ່ມຕາລີບານ ໃນວັນອາທິດຜ່ານມານີ້ ຢູ່ທີ່ປະເທດກາຕ້າ ແລະໄດ້ກ່າວເຕືອນພວກເຂົາວ່າ ກອງທັບສະຫະລັດ ຈະໃຊ້ການປ້ອງກັນຕົວ ຖ້າຫາກກຸ່ມຫົວຮຸນແຮງ ພະຍາຍາມທີ່ຈະແຊກແຊງໃນພາລະກິດການຍົກຍ້າຍຂະໜາດໃຫຍ່ຂອງສະຫະລັດ ອີງຕາມເຈົ້າໜ້າທີ່ອະວຸໂສ ຂອງກະຊວງປ້ອງກັນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG