ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງຄາມາລາ ແຮຣິສ ກ່າວວ່າ ສະຫະລັດ ຈະເປັນເຈົ້າພາບກອງປະຊຸມສຸດຍອດ APEC ໃນປີ 2023 ຢູ່ທີ່ນະຄອນແຊນແຟຣນຊິສໂກ


Harris Says US Will Host APEC 2023 in San Francisco
please wait

No media source currently available

0:00 0:02:30 0:00

ລາຍງານກ່ຽວກັບ ການກ່າວຂອງທ່ານນາງແຮຣິສ ທີ່ວ່າ ສະຫະລັດຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC ໃນປີ 2023 ໃນນະຄອນຊານຟຣານຊິສໂກ.

ຈາກກອງປະຊຸມສຸດຍອດ APEC ທີ່ບາງກອກ, ຮອງປະທານາທິບໍດີສະຫະລັດທ່ານນາງຄາມາລາ ແຮຣິສ ໄດ້ປະກາດວ່າ ນະຄອນແຊນແຟຣນຊິສໂກ ຈະເປັນເມືອງເຈົ້າພາບຈັດກອງປະຊຸມການຮ່ວມມືທາງດ້ານເສດຖະກິດຂົງ ເຂດເອເຊຍປາຊີຟິກຫຼື APEC ໃນ​ປີ​ໜ້າ. ທ່ານນາງຍັງໄດ້ພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນຊ່ວງເວລາສັ້ນໆ ພ້ອມທັງໄດ້ກ່າວຢໍ້າຂໍ້ຄວາມໃນ​ການເປີດກວ້າງ ການສື່ສາ​ຄົມ​ມະ​ນາ​ຄົມ. ຫົວໜ້ານັກຂ່າວ VOA ປະຈໍາທໍານຽບຂາວ ແພັດຊີ ວິດາກຸສວາຣາ ມີລາຍງານກ່ຽວກັບທ່ານນາງແຮຣິສ ຈາກບາງກອກ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ, ເປັນເຈົ້າພາບຈັດກອງປະຊຸມບັນດາຜູ້ນໍາ APEC, ໂດຍໄດ້ມອບກະຕ່າ “ຊາລົມ” ຂອງໄທ ເຊິ່ງເປັນສັນຍາລັກຂອງກອງປະຊຸມ APEC ໃນປີນີ້, ໃຫ້ແກ່ຮອງປະທານາທິບໍດີສະຫະ ລັດ ທ່ານນາງຄາມາລາ ແຮຣິສ.

ມັນເປັນສັນຍາລັກໃນການສົ່ງມອບປະທານ​ອົງ​ການຮ່ວມມືທາງດ້ານເສດຖະກິດຢູ່ໃນຂົງເຂດເອເຊຍປາຊີຟິກ ຈາກໄທ ໃຫ້ແກ່ສະຫະລັດ, ພ້ອມທັງເປັນການສິ້ນສຸດກອງປະຊຸມສຸດຍອດ ຢູ່ທີ່ບາງກອກອີກດ້ວຍ.

ທ່ານປ​ຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີຂອງໄທ ກ່າວວ່າ:

“ພວກເຮົາໄດ້ປຶກສາຫາລື ໃນຫົວຂໍ້ກ່ຽວກັບອາວຸດນິວເຄລຍ ຢູ່ທີ່ກອງປະຊຸມສຸດຍອດ ແລະປະເທດໄທໃນຖານະເປັນເຈົ້າພາບ ກໍມີຄວາມກັງວົນກ່ຽວກັບເລື້ອງນີ້ເຊັ່ນກັນ.”

ໃນລະຫວ່າງທີ່ບັນດາຜູ້ນໍາຕ່າງໆພາກັນມີຄວາມກັງວົນ ກ່ຽວກັບໄພຂົ່ມຂູ່ຂອງ ຣັດເຊຍທີ່ໃຊ້ອາວຸດນິວເຄລຍໂຈມຕີຢູເຄຣນນັ້ນ, ໃນຖານະເປັນເວທີທາງດ້ານເສດຖະກິດ APEC ໄດ້ເອົາໃຈໃສ່ ຊຸກຍູ້ທາງດ້ານການຄ້າ ແລະປຶກສາຫາລືກ່ຽວກັບການເພີ້ມຂຶ້ນຂອງບັນຫາເງິນເຟີ້, ຄວາມໝັ້ນຄົງທາງດ້ານອາຫານແລະ ບັນຫາການປ່ຽນແປງຂອງສະພາບອາກາດ.

ທ່ານນາງແຮຣິສ ໄດ້ປະກາດວ່າ ນະຄອນແຊນຟຣານຊິສໂກ ຈະເປັນເມືອງເຈົ້າພາບຈັດການປະຊຸມສຸດຍອດໃນປີໜ້ານີ້. ທ່ານນາງກ່າວວ່າ ບໍ່ມີບ່ອນໃດດີໄປກວ່າການເປັນເຈົ້າພາບ ຈັດກອງປະຊຸມຫຼາຍກວ່າລັດຄາລິຟໍເນຍ, ເຊິ່ງເປັນລັດທີ່ມີຊື່ສຽງທາງນະວັດຕະກໍາດ້ານເສດຖະກິດ.

ທ່ານນາງຄາມາລາ ແຮຣິສ, ຮອງປະທານາທິບໍດີສະຫະລັດ ກ່າວວ່າ:

“ຂ້າພະເຈົ້າໄດ້ຊີ້ແຈງຢ່າງລະອຽດແລ້ວວ່າ ສະຫະຫັດ ມີຄວາມພູມໃຈທີ່ເປັນປະ ເທດມະຫາອໍານາດປາຊີຟິກ ແລະພວກເຮົາກໍໄດ້ຮັບຜົນປະໂຫຍດອັນສໍາຄັນໃນການສົ່ງເສີມພູມິພາກທີ່ເປີດກວ້າງ, ການເຊື່ອມໂຍງກັນ, ເພື່ອຄວາມຈະເລີນຮຸ່ງ ເຮືອງ, ຄວາມໝັ້ນຄົງ ແລະການຟື້ນຟູທາງດ້ານເສດຖະກິດ.”

ທ່ານນາງແຮຣິສ ໄດ້ພົບປະໃນຊ່ວງເວລາສັ້ນໆກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ, ໂດຍທ່ານນາງ ໄດ້ເນັ້ນຢໍ້າຂໍ້ຄວາມວ່າ ວໍຊິງຕັນ ແລະປັກກິ່ງຕ້ອງໄດ້​ສືບ​ຕໍ່ເປີດກວ້າງ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ ເພື່ອ​ຄຸ້ມ​ຄອງການແຂ່ງຂັນ ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ ລະຫວ່າງສະຫະລັດ ແລະຈີນ.

ໃນລະຫວ່າງທີ່ຫຼາຍໆປະເທດ ເບິ່ງໄປທາງຈີນເພື່ອການຄ້າ ແລະການລົງທຶນ, ແຕ່ວໍຊິງຕັນ ຊໍ້າພັດເປັນປະເທດຫຼັກ ທີ່​ເປັນ​ຜູ້​ສະ​ໜອງຄວາມໝັ້ນຄົງຢູ່ໃນພູມິພາກແຫ່ງນີ້.

ທ່ານທິຕິນັນ ພົງສຸດ​ທີຣັກ (Thitinan Pongsudhirak), ຈາກ​ຈຸ​ລາ​ລົງ​ກອນມະຫາວິທະຍາໄລ ຢູ່ບາງກອກ ກ່າວວ່າ:

“ເມື່ອເກົາຫຼີເໜືອປະພຶດໂຕໃນແບບບໍ່ເໝາະສົມຢູ່ເລື້ອຍໆ ຫຼື ເມື່ອປະຊາຊົນຊາວໄຕ້ຫວັນຮູ້ສຶກບໍ່ປອດໄພ ຢູ່ເລື້ອຍໆ ທີ່ເຮົາສາມາດເຫັນໄດ້, ຫຼື ຂົງເຂດທະເລຈີນໃຕ້, ຫຼືບັນຫາຕ່າງໆ ໃນລັກສະນະຂອງຄວາມບໍ່ໝັ້ນຄົງ ຢູ່ໃນພູມິພາກດັ່ງກ່າວ, ສະຫະລັດ ຈະເປັນປະເທດທີ່​ສະ​ໜອງຄວາມປອດໄພ​ເພື່ອ​ເປັນ
​ແຮງ​ຖ່ວງ​ໃຫ້​ເກີດ​ຄວາມ​ສົມ​ດຸນ. ຮູບ​ແບບດັ່ງກ່າວມານັ້ນແມ່ນຈະແຈ້ງທີ່ສຸດ.”

ຂໍ້ຄວາມຂອງວໍຊິງຕັນເຖິງປັກກິ່ງ ອາດຈະດໍາເນີນໄປໃນທາງກົງກັນຂ້າມ ກັບການໄປຢ້ຽມຢາມ ເກາະປາລາວານ (Palawan) ຢູ່ຟີລິບປິນ ໃນວັນອັງຄານນີ້ຂອງທ່ານນາງແຮຣິສ, ເຊິ່ງຈີນ ອາດຈະມອງວ່າ ເປັນການຕໍາໜິຕິຕຽນ.

ເກາະປາລາວານ ຕັ້ງຢູ່ໃນຂົງເຂດທະເລຈີນໃຕ້, ພຽງແຕ່ປະມານ 330 ກິໂລ ແມັດໄປທາງທິດຕາເວັນອອກຂອງເກາະສແປ​ຣັດລີ (Spratly) ເຊິ່ງໄດ້ຖືກອ້າງ​ເອົາ​ກຳ​ມະສິດທັງໝົດໂດຍຈີນ ແລະ​ອ້າງ​ເອົາ​ກຳ​ມະສິດບາງສ່ວນໂດຍບຣູນາຍ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະຫວຽດນາມ.

ທ່ານນາງແຮຣິສ ຍັງໄດ້​ເຂົ້າພົບກັບກະສັດມະຫາວະຊິລາລົງກອນຂອງໄທອີກດ້ວຍ, ພ້ອມນັ້ນ ກໍໄດ້ໄປຢ້ຽມຢາມວັດພະພຸດທະສາດສະໜາ​ແຫ່ງ​ນຶ່ງ ກ່ອນເດີນທາງອອກຈາກປະເທດໄທ ແລະໄປ​ຍັງປະເທດຟີລິບປິນ ໃນວັນອາທິດທີ່ຜ່ານມາ.

From the APEC summit in Bangkok, U.S. Vice President Kamala Harris announced that San Francisco will be the host city for next year’s Asia Pacific Economic Cooperation meetings. She also met briefly with Chinese President Xi Jinping and repeated the message of maintaining open lines of communication. VOA’s White House Bureau Chief Patsy Widakuswara has been covering Harris and brings this report from Bangkok.

Thai Prime Minister Prayuth Chan-ocha, host of the APEC leaders’ meeting, handed the Thai “chalom” basket, this year’s APEC symbol, to U.S. Vice President Kamala Harris.

It symbolizes the handover of the Asia Pacific Economic Cooperation chair from Thailand to the U.S., and the end of the summit in Bangkok.

Prayuth Chan-ocha, Thai Prime Minister, Thai

"We have discussed the topics of nuclear weapons at the summit—Thailand, as the APEC host and myself, are concerned about this.”

While the leaders are concerned about Russia’s threat to use nuclear weapons on Ukraine, as an economic forum, APEC focused on boosting trade and addressing rising inflation, food security, and climate change.

Harris announced that San Francisco will be the host city for next year’s summit. She said there’s no better place to host than California, a state known for economic innovation.

Kamala Harris, US Vice President

“I've made clear the United States is a proud Pacific power, and we have a vital interest in promoting a region that is open, interconnected, prosperous, secure, and resilient.”

Harris met briefly with Chinese President Xi Jinping, repeating the message that Washington and Beijing must maintain open lines of communication to responsibly manage the U.S. - China competition.

While many look to China for trade and investment, Washington is the main security provider in the region.

Thitinan Pongsudhirak, Chulalongkorn University in Bangkok

“When North Korea misbehaves on a regular basis, or when Taiwanese feel insecure on a regular basis that we can see, or the South China Sea, or various issues, in terms of insecurity in the region, the U.S. is the security provider counterbalance. That pattern is very clear.”

Washington’s message to Beijing may run counter to Harris’ visit this Tuesday to the Philippine Island of Palawan, which China would likely see as a rebuke.

The Palawan Island is in the South China Sea, just 330 kilometers west of the Spratly Islands claimed entirely by China, and partly claimed by Brunei, Malaysia, the Philippines, Taiwan and Vietnam.

Harris also met with Thai King Maha Vajiralongkorn and visited a Buddhist temple before leaving Thailand on Sunday for the Philippines.

XS
SM
MD
LG