ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄື້ນຟອງທະເລ ສາມາດ ນຳມາ ໝຸນໃຊ້ຜະລິດ ໄຟຟ້າ ສະໜອງ ບັນດາຊຸມຊົນ ແຄມຝັ່ງທະເລໄດ້ (ວີດີໂອ ພາສາລາວ/ອັງກິດ)


Harnessing the Power of Ocean Waves
please wait

No media source currently available

0:00 0:02:10 0:00

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ແຫ​ລ່ງພະລັງງານທີ່​ສາມາດ​ນຳມາ​ ໝຸນ​ໃຊ້​ຄືນ​ໃໝ່​ໄດ້ແຫ​ລ່ງນຶ່ງ
ທີ່​ຖືກ​ມອງ​ຂ້າມ​ຢູ່​ເລື້ອຍໆ ກໍ​ຄື​ພະລັງ​ຂອງ​ຄື້ນ​ຟອງ​ຂອງມະຫາ
​ສະມຸດ. ບັນດານັກວິທະຍາສາດ​ທີ່​ລັດ​ແຄ​ລິ​ຟໍ​ເນຍກ່າວວ່າ ການ
ນຳ​ໃຊ້​ພະລັງງານ ຈາກ​ຄື້ນຟອງຕາມ​ປົກກະຕິ​ຂອງ​ນ້ຳ​ໃນປະລິ
ມານ​ຫລວງຫລາຍ​ນັ້ນ ສາມາດ​ສະໜອງ​ໄຟຟ້າລາຄາ​ຖືກ​ແລະ
ນ້ຳ​ດື່ມໃຫ້​ບັນດາ​ຊຸມ​ຊົນ​ທີ່​ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ​ໄດ້. ຜູ້ສື່​ຂ່າວ​ວີ
ໂອເອ George Putic ມີ​ລາຍ​ລະອຽດ ຊຶ່ງ​ດາຣາຈະ​ນຳ​ມາສະ
​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ກະ​ແສ​ຟອງ​ຂອງ​ຄື້ນທີ່​ຊັດ​ເຂົ້າ​ ປະ​ທະ​ຝັ່ງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ກໍ​ຄື​ພະລັງງານ​ທີ່​ໄຫລ​ມາ​ຢ່າງ​
ສະໝ່ຳສະ​ເໝີ. ​ແຕ່​ບັນຫາ​ມີຢູ່​ວ່າ​ ນ້ຳ​ໃນ​ຄື້ນຟອງ​ນັ້ນ ບໍ່​ໄຫລຊື່ໄປ ແຕ່​ໄຫລ​ຂຶ້ນໆ​ລົງໆ ​
ຊຶ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະຫັນປ່ຽນ​ມັນ​ໃຫ້​ເປັນ​ ພະລັງທີ່​ຜັກ​ດັນ​ໄປ​ທາງ​ດຽວໄດ້ ຄື​ກັນ​ກັບ​ນ້ຳ​
ໃນ​ແມ່ນ້ຳ ຫລື​ກະ​ແສລົມ ທີ່​ພັດ​ໄປ​ທາງ​ດຽວນັ້ນ. ​

ບັນດາ​ນັກວິທະຍາສາດ ທີ່​ມະຫາວິທະຍາ​ໄລລັດ California ສາຂາ​ເມືອງ Berkeley
ໄດ້​ອອກ​ແບບ​ອຸບປະກອນ​ໃຕ້​ນ້ຳ​ອັນ​ນຶ່ງ ທີ່ເຂົາເຈົ້າກ່າວ​ວ່າ ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ຫາ​ນີ້
ໄດ້ເທົ່າ​ນັ້ນ ​ແຕ່​ຍັງ​ໃຊ້​ໄດ້​ສອງ​ປະໂຫຍ​ດນຳ​ອີກ. ນັກວິທະຍາສາດ Marcus Lehmann
ທີ່​ມະຫາວິທະຍາ​ໄລລັດ California ສາຂາ​ເມືອງ Berkeley​ ໃຫ້​ຄຳອະທິບາຍ​ດັ່ງ​ນີ້:

“ອຸບປະກອນ​ຂອງ​ເຮົາ ມີ​ຂໍ້​ໄດ້​ປຽບຢູ່​ທີ່​ວ່າ ເຮົາ​ບໍ່​ຕ້ອງ​ໃຊ້​ມັນ​ເພື່ອ​ຫັນປ່ຽນ​
ຄື້ນຟອງ ​ໃຫ້​ເປັນ​ໄຟຟ້າ​ໂດຍ​ກົງແຕ່ພຽງຢ່າງດຽວເທົ່ານັ້ນ. ແຕ່ພວກ​ເຮົາ
ສາມາດຕັດສິນ​ໃຈ​ເອງ​ໄດ້ວ່າ ​ເຮົາຢາກ​ຈະ​ຜະລິດ​ນ້ຳ​ຈືດ ຫລື​ວ່າ​ໄຟຟ້າ.”


ກົນ​ໄກ​ທີ່​ພວກ​ນັກວິ​ທະ​ສາດ​ເຫລົ່າ​ນີ້​ ອອກ​ແບບ​ມາ ມີ​ລັກສະນະ​ຄືກັນ​ກັບພົມ​ປູ​ພື້ນ​ ທີ່ໄຫລ
ຂຶ້ນໆ​ລົງໆໄປ​ຕາມ​ກະ​ແສ​ຄື້ນ ​ແລະ​ສ້າງຄວາມກົດ​ດັນທາງ​ນ້ຳ ທີ່ສູບ​ເອົານ້ຳ​ທະ​ເລ​ເຂົ້າ​ຝັ່ງ.

​ແລະ​ນ້ຳ​ທີ່​ຖືກ​ກົດ​ດັນ​ນີ້ ສາມາດ​ນຳ​ໄປ​ໃຊ້​ແລ່ນ​ກັງ​ຫັນ ຜະລິດ​ໄຟຟ້າ​ໄດ້ ຫລື​ໃຊ້​ກັບ​ອຸບ
ປະກອນ​ພິ​ເສດ ທີ່​ດຶງ​ດູດ​ເອົາເກືອ​ຫລື​ຄວາມ​ເຄັມ​ອອກ​ຈາກ​ນ້ຳທະ​ເລ ເພື່ອຫັນປ່ຽນໃຫ້
ເປັນນ້ຳຈືດ ໄດ້ຄືກັນ.

ທ່ານ Lehmann ກ່າວວ່າ ອຸບປະກອນພົມຄື້ນຟອງທີ່ພວກທ່ານອອກແບບ ໃນຂະໜາດ
ໃຫຍ່ນັ້ນ ແມ່ນຈະສາມາດໃຊ້ຜະລິດໄຟຟ້າສະໜອງ ພວກຊຸມຊົນຂະໜາດນ້ອຍ ຢູ່ຕາມ
ແຄມຝັ່ງທະເລໄດ້. ທ່ານ Lehmann ​ເວົ້າ​ວ່າ:

“​ໂດຍ​ທົ່ວ​ໄປ​ແລ້ວ ຊັບພະຍາກອນ​ທີ່​ມີ​ຢູ່ ຈາກພະລັງງານຂອງ​ຄື້ນຟອງ​ນ້ຳນັ້ນ ​
ແມ່ນ​ຢູ່​ໃນ​ລະດັບ​ປະມານ 15 ​ເປີ​ເຊັນ ຂອງ​ຄວາມ​ຕ້ອງການ​ພະລັງງານ​ຂອງ​
ໂລກ ຊຶ່ງ​ກໍ​ນັບວ່າ ຫລາຍ.”


ວິສະວະ​ກອນ​ເຄື່ອງ​ຈັກ Reza Alam ກ່າວ​ວ່າ ​ເພື່ອ​ຫລີກ​ລ່ຽງຜົນ​ກະທົບ ​ທີ່​ອາດ​ມີ​ຕໍ່
ລະບົບນິ​ເວດ​ວິທະຍາ​ຂອງ​ບໍລິ​ເວນ​ແຄມ​ຝັ່ງ​ທະ​ເລ​ນັ້ນ ພົມ​ຄື້ນຟອງນີ້ ສາມາດ​ນຳ​ເອົາ​
ໄປ​ໃຊ້ຢູ່​ໃນ​ເຂດ ທີ່​ບໍ່​ມີ​ທາດ​ອອ໊ກຊິ​ເຈັນ ພຽງພໍ​ສຳ​ຫລັບ​ໃຫ້​ສັດທະ​ເລ​ຢູ່​ລອດ​ໄດ້ ທີ່​ເອິ້ນ​
ວ່າ “dead zones” ຫລື​ເຂດ​ຕາຍ​ ນັ້ນ.

ທ່ານ Alam ​ເວົ້າ​ວ່າ “ການ​ເອົາ​ພົມ​ໄປ​ວາງ​ໄວ້​ຢູ່​ພື້ນ​ທະ​ເລ​ໃນ​ເຂດ​ເຫລົ່າ​ນັ້ນ
ເດັດຂາດ ​ແມ່ນປອດ​ໄພ​ຕໍ່​ສິ່ງ​ແວດ​ລ້ອມ.”


ທ່ານ Alam ກ່າວ​ຕໍ່ໄປວ່າ ພົມ​ຄຶ້ນ​ຟອງ​ແຕ່​ພຽງ​ຕາລາງ​ແມັດ​ດຽວ ກໍ​ສາມາດ​ສະໜອງ​
ໄຟຟ້າ ໃຫ້​ແກ່ບ້ານເຮືອນ​ຊາວ​ອາ​ເມຣິກັນຂະໜາດ​ປານ​ກາງໄດ້ ​ສອງ​ຫລັງຄາ​ເຮືອນ​
ຢ່າງ​ພຽງພໍ​ ຊຶ່ງ​ຖ້າ​ເຮັດ​ໃນ​ຂະໜາດ​ໃຫຍ່ໆ ກໍ​ໝາຍ​ຄວາມ​ວ່າ ມະຫາ​ສະມຸດ​ສາມາດ​ສະ​
ໜອງ​ໄຟຟ້າ​ໃຫ້​ບັນດາ​ຕົວ​ເມືອງ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລທັງ​ໝົດ​ນັ້ນ​ໄດ້ ​ໃນ​ລາຄາ​ຖືກໆ.
XS
SM
MD
LG