ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ລາ​ອອກ ຂອງ​ນາ​ຍົກ​ ຮາ​ຣີ​ຣີ ອາດ​ພາ​ໃຫ້​ເກີດ ​ຊ່ອງ​ຫວ່າງ ທາງ​ການ​ເມືອງ​ໃນ ​ເລ​ບາ​ນອນ


Hariri's Resignation Could Create Political Vacuum in Lebanon
please wait

No media source currently available

0:00 0:02:24 0:00

ຂ່າວການ​ລາ​ອອກຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລ​ບາ​ນອນ ໄດ້​ສ້າງ​ຄວາມ​ກັງ​ວົນ​ໃຫ້​ແກ່​ອະ​ນາ​ຄົດຂອງ​ປະ​ເທດ​ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງທະ​ເລ​ມີ​ດີ​ແຕ​ເຣ​ນຽນແຫ່ງນີ້​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ອິ​ສ​ຣາ​ແອ​ລແລະ​ປະ​ເທດ​ຊີ​ເຣຍ​. ນາ​ຍົກ ​ລັດ​ຖະ​ມົນ​ຕີ​ຊາ​ອາດ ​ຮາ​ຣີ​ຣີໄດ້​ຍື່ນ​ໃບ​ລາ​ອອກ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີມີ​ແຊນ ອາ​ອູນ ໃນ​ວັນ​ອັງ​ຄານ​ອາ​ທິດ​ແລ້ວ ຫຼັງ​ຈາກ​ໄດ້​ມີ​ການ​ປະ​ທ້ວງ​ຢູ່​ທົ່ວ​ປະ​ເທດ​ເປັນເວ​ລາ ​ເກືອບ​ສອງ​ອາ​ທິດຍ້ອນ​ສະ​ພາບ​ການ​ທົດ​ຖອຍ​ທາງ​ດ້ານ​ເສດຖະ​ກິດ ໜີ້​ສິນ​ທີ່​ມີ​ເພີ້ມ​ຂຶ້ນ​ຂອງ​ປະ​ເທດ​ຊາດ ແລະ​ການ​ຖີບ​ໂຕ​ສູງ​ຂຶ້ນ​ໃນ​ຄ່າ​ຄອງຊີບ. ນັກ​ຂ່າວ​ວີ​ໂອ​ເອ Zlatica Hoke ມີ​ລາຍ​ງານ ​ກ່ຽ​ວ​ກັບ​ເລື້ອງນີ້ ຊຶ່ງ​ໄພ​ສານ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ພວກ​ປະ​ທ້ວງ​ທີ່​ມີ​ຄວາມ​ໂກດ​ແຄ້ນ ພາ​ກັນ​ອັດ​ຖະ​ໜົນ​ຫົນ​ທາງ​ສາຍ​ຕ່າງໆໃນ​ເລ​ບາ​ນອນ ຊຶ່ງ​ເປັນ​ປະ​ເທດ​ນ້ອຍ​ໆ ທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ໂດຍ​ບັງຄັບ​ໃຫ້ ​ທະ​ນາ​ຄານ ໂຮງ​ຮຽນ ແລະທຸ​ລະ​ກິດ​ຈຳ​ນວນ​ນຶ່ງຕ້ອງ​ອັດ​ກິດ​ຈະ​ການ. ທີ່​ນະ​ຄອນ​ຫຼວງ​ເບ​ຣຸດ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ຊຶ່ງ​ເປັນ​ມື້​ທີ 13 ຂອງ​ການ​ເດີນ​ຂະບວນ​ປະ​ທ້ວງໄດ້​ເກີດ​ຄວາມ​ໂກ​ລາ​ຫົນ​ວຸ້ນ​ວາຍໃນ​ຂະ​ນະ​ທີ່​ພວກ​ອັນ​ຕະ​ພານໄດ້​ເຄື່ອນ​ກຳ​ລັງ​ເຂົ້າ​ໂຈມ​ຕີ​ພວກ​ປະ​ທ້ວງ. ຕຳ​ຫຼວດ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່ເພື່ອ​ຂັບ​ໄລ​ຝູງ​ຊົນ​ເຫຼົ່າ​ນີ້.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊາ​ອາດ ຮາ​ຣີ​ຮີ ທີ່ພວມ​ປະ​ສົບ​ກັບ​ບັນ​ຫາ ຍອມ​ຮັບ​ຮູ້​ວ່າ ທ່ານ​ໄດ້​ໝົດ​ປັນ​ຍາ​ແລ້ວ ​ໃນ​ການຫາ​ທາງ​ແກ້ໄຂ​ວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດນີ້. ທ່ານ​ຊາ​ອາດ ຮາ​ຣີ​ຣີ ກ່າວ​ວ່າ:

Saad Hariri Act

“ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ມາ​ແລ້ວ ໃນ​ລະ​ຫວ່າງນີ້ ເພື່ອ​ຊອກ​ຫາ​ທາງ​ອອກ ຟັງ​ຫາງ​ສຽງ​ຂອງ​ປະ​ຊາ​ຊົນ​ແລ​ະ​ປົກ​ປ້ອງ​ປະ​ເທດ​ຊາດບໍ່​ໃຫ້​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທາງດ້ານ​ເສດ​ຖະ​ກິດ ຄວາມ​ໝັ້ນ​ຄົງ ແລະ​ສັງ​ຄົມ. ໃນ​ມື້ນີ້ ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຊື່ອງ​ມັນໄວ້​ຈາກ​ພວກ​ທ່ານ ຂ້າ​ພະ​ເຈົ້າ​ໄດ້​ມາ​ເຖິງ​ຈຸດ​ອະ​ວະ​ສານ​ແລ້ວ.”

ຄວາມ​ວຸ້ນ​ວາຍ​ທາງ​ດ້ານ​ການ​ເມືອງ ກໍ​ບໍ່​ແມ່ນ​ເລື້ອງ​ໃໝ່​ຫຍັງ ສຳ​ລັບທ່ານ​ຮາ​ຣີ​ຣີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຊາ​ອຸ​ດີ ອາ​ຣາ​ເບຍ. ບິ​ດາ​ຂອງ​ທ່ານ ມື້​ລາງ​ນາ​ຍົກ​ລັດຖະ​ມົນ​ຕີ​ຣາ​ຟິກ ຮາ​ຣີ​ຣີ ໄດ້​ຖືກ​ລອບ​ສັງ​ຫານ​ ໃນ​ປີ 2005 ດ້ວຍ​ການ​ໂຈ​ມ​ຕີ​ສະ​ຫຼະ​ຊີບຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ​ເຮັ​ສ​ໂບ​ລາ. ຄວາມ​ໂກ​ລາ​ຫົນ​ທີ່​ພວມ​ເພີ້ມທະ​ວີ​ຂຶ້ນ​ທາງ​ດ້ານ​ສາ​ສະ​ໜາ ໄດ້ເຮັດ​ໃຫ້ເລ​ບາ​ນອນ ​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ປະ​ເທດ ທີ່​ມີ​ສັງ​ຄົມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ ​ເລີ້ມມີ​ຄວາມ​ເຊື່ອມ​ຖອຍ ໂດຍ​ເຮັດ​ໃຫ້​ຊາວ​ຄ​ຣິ​ສ​ຕຽນ​ຈຳ​ນວນ​ຫຼວງ​ຫຼາຍ​ຫລົບ​ໜີ​ອອກ​ໄປ​ນອກ​ປະ​ເທດ ແລະ​ເຮັດ​ໃຫ້
ພວກ​ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ນິ​ກາຍ​ຊຸນ​ນີ່ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຊາ​ອຸ​ດີອາຣາ​ເບ​ຍ ຕ້ອງ​ກາຍ​ເປັນ​ຜູ້​ຕໍ່​ຕ້ານ​ພວກນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ນິ​ກາຍ​ຊີ​ໄອ​ທ໌​ທີ່ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ. ໃນ​ປີ 2016 ທ່ານ​ຮາ​ຣີ​ຣີ ໄດ້ຕັ້ງ​ລັດ​ຖະ​ບານ​ສາມັກ​ຄີ​ຊາດ ກັບ ​ອະ​ດີດ​ສັດ​ຕູ​ເກົ່າ​ ຄື​ກຸ່ມ
​ເຮັ​ສ​ໂບ​ລາ ເພື່ອ​ຄ້ຳ​ປະ​ກັນ​ໃຫ້​ມີ​ສະ​ຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ. ແຕ່​ເສດ​ຖະ​ກິດ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ແລະ​ການ​ກ່າວ​ຫາ ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງພວກ​ເຈົ້າ​ໜ້າ​ທີ່ ໄດ້​ພາ​ໃຫ້​ເກີດ​ຄວາມ​ບໍ່​ພໍ​ໃຈ​ຢ່າງກວ້າງ​ຂວາງ. ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ຮາ​ຣີ​ຣີ ທີ່
ຈະ​ທຳ​ການ​ປະ​ຕິ​ຮູບ​ບໍ່​ສາ​ມາດ​ຊັກ​ຊວນ​ໃຫ້​ພວກ​ປະ​ທ້ວ​ງ​ປ່ຽນ​ໃຈ.

ທັງ​ກຸ່ມ​ເຮັ​ສ​ໂບ​ລາ ແລະ​ຂະ​ບວນ​ການ​ອາ​ລານ ຊຶ່ງ​ເປັນ​ພັນ​ທະ​ມິດ ແມ່ນ​ພາ​ກັນ​ຄັດ​ຄ້​ານ​ຕໍ່​ການ​ລາ​ອອກ​ຂອງທ່ານ​ຮາ​ຣີ​ຣີແລະ​ເຊື່ອ​ວ່າ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ການໃຊ້​ພວກ​ນັກ​ເລງ​ອັນ​ຕະ​ພາ​ນ ໂຈມ​ຕີ​ພວກ​ປະ​ທ້ວງ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ທ່ານ​ຟາ​ຣານ ຮັກ ຮອງ​ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ​ຈະ​ສາ​ມາດ​ພົບ​ເຫັນ​ຊ່ອງທາງ ​ໃນ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ ເພື່ອ​ຮັກ​ສາ​ໄວ້​ຊຶ່ງ​ສະ​ຖຽນ​ລະ​ພາບ ແລະ​ສັນ​ຕິ​ພາບ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.”

ເລ​ບາ​ນອນ ແມ່ນ​ບ່ອນ​ທີ່​ໄດ້​ເກີດ​ສົງ​ຄາມ​ກາງ​ເມືອງນອງ​ເລືອດ​ເປັນ​ເວ​ລາ 15 ປີ​ທີ່​ສິ້ນ​ສຸດ​ລົງ ​ໃນ​ປີ 1990. ມີ​ຄວາມ​ຢ້ານ​ກົວ​ກັນ​ວ່​າ ການ​ຍາດ​ແຍ່ງ​ອຳ​ນາດ​ ຮອບ​ໃໝ່ ​ຢູ່​ໃນ​ປະ​ເທດ​ເລ​ບານອນ ອາດ​ເຮັດ​ໃຫ້​ຂົງ​ເຂດ​ດັ່ງ​ກ່າວ​ທີ່​ມີ​ຄວາມບອບບາງ​ຢູ່​ແລ້ວນັ້ນ ບໍ່​ມີ​ສະ​ຖຽນ​ລະ​ພາບ​ຕື່ມ​ຂຶ້ນ. ທ່ານ​ຊັງ ອີ​ແວັດ ເລີ​ດ​ຣຽນ ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຂອງ​ຝ​ຣັ່ງ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ອົງ​ການ​ຈັດ​ຕັ້ງ​ທາງ​ດ້ານ​ການ​ເມືອງ ພວກ​ຜູ້​ນຳ​ທາງ​ດ້ານ​ການ​ເມືອງ​ຂອງ​ເລ​ບາ​ນອນ​ພ້ອມ​ແລ້ວ​ບໍ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ເລ​ບາ​ນອນ? ຄວນ​ບໍ​ທີ່​ຜົນ​ປະໂຫຍດ​ຮ່ວມ​ຂອງ​ປະ​ເທດ​ຊາດ ຄວນ​ມາ​ກ່ອນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ.”

ພວ​ກ​ຜູ້​ນຳ​ຂອງ​ໂລກ ພວມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳ​ພັກ​ການ​ເມືອງ​ຕ່າງໆ ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຄ້ຳ​ປະ​ກັນ​ໃຫ້​ມີ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ.

The news of the Lebanese prime minister's resignation is fueling concerns about the future of the eastern Mediterranean country, bordering Israel and Syria. Prime Minister Saad Hariri handed in his resignation to President Michel Aoun on Tuesday, after nearly two weeks of nationwide protests, sparked by steep economic downturn, growing national debt and the rising cost of living. VOA's Zlatica Hoke reports Hariri's departure creates a vacuum that could deepen the crisis, but some Lebanese people see it as an opportunity for improvement.]]

Angry protesters blocked major routes in this tiny nation, forcing banks, schools and many businesses to close. The capital Beirut presented a chaotic scene on Tuesday - the 13th day of demonstrations - as mobs moved in and attacked the protesters.Police fired tear gas to disperse the crowds.

In his address to the nation, the embattled prime minister acknowledged he has run out of ideas on how to resolve the crisis.

Saad Hariri, Lebanese prime minister:
"I have tried, during this period, to find a way out, to listen to the people's voices and to protect the country from economic, security and social risks. Today, I will not hide it from you, I have reached a dead end."

Saudi-backed Hariri is no stranger to political upheavals. His father, former Prime Minister Rafic Hariri, was assassinated in a 2005 suicide attack, officially blamed on Hezbollah. Growing sectarianism has eroded the once thriving multi-cultural society, driving many Christians out of Lebanon and pitting Saudi-backed Sunni Muslims against Iran-backed Shias at home. In 2016, Saad Hariri formed a unity government with former foe Hezbollah, ensuring political stability. But a failing economy and allegations of official corruption fueled growing discontent. Hariri's promise of reforms failed to sway protesters.

Both Hezbollah and its ally Alan Movement opposed Hariri's resignation and are believed to be behind the mob attacks on the protesters Tuesday.

The United Nations called on all the parties in Lebanon to refrain from violence.

Farhan Haq, deputy spokesperson for the UN secretary-general:
"We hope that a political solution would be found to preserve stability and peace in the country."

Lebanon was the site of a bloody 15-year-long civil war that ended in 1990. There are fears that a new struggle for power in Lebanon could further destabilize the already volatile region.

Jean-Yves le Drian, French Foreign Minister:
"Are the political authorities, the Lebanese political leaders ready to work for Lebanon together? Should the collective interest of the country come before their own personal interests? "

World leaders are urging political parties to work together to ensure stability.

XS
SM
MD
LG