ຜູ້ຄົນທີ່ມີຄວາມສຸກ ອາດຈະມີຄວາມເບີກບານມ່ວນຊື່ນ ໃນຊີວິດຫລາຍກວ່າ ຄົນອື່ນໆ ແລະ
ດຽວນີ້ການຄົ້ນຄວ້າບັ້ນໃໝ່ ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນທີ່ມີຄວາມສຸກ ອາດຈະມີຊີວິດຍືນ
ຍາວ ຢູ່ຢ່າງເບີກບານມ່ວນຊື່ນຫລາຍຂຶ້ນ. ຜູ້ສື່ຂ່າວດ້ານສຸຂະພາບ ນາຍ Art Chimes ມີ
ລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການຄົ້ນຄວ້າບັ້ນຫລ້າສຸດ ໄດ້ລວມເອົາເກືອບຮອດ 4 ພັນຄົນຈົດຊື່ເຂົ້າຮ່ວມການສຶກສາ
ຄົ້ນຄວ້າໄລຍະຍາວກ່ຽວກັບຄວາມແກ່ຊະລາຢູ່ປະເທດອັງກິດ. ທ່ານ Andrew Steptoe
ຈາກມະຫາວິທະຍາໄລ College London ຊຶ່ງເປັນນັກຄົ້ນຄວ້າ ທີ່ນໍາພາການສຶກສາໃນ
ຄັ້ງນີ້ອະທິບາຍວ່າ ໃນມື້ໃດມື້ນຶ່ງໂດຍສະເພາະ ໄດ້ມີການຂໍໃຫ້ພວກເຂົ້າຮ່ວມການຄົ້ນຄວ້າ
ໃຫ້ຄະແນນດ້ານຄວາມຮູ້ສຶກຂອງຕົນ. ທ່ານກ່າວວ່າ:
ທ່ານ Steptoe ເວົ້າວ່າ “ ແລະພວກເຮົາໃຊ້ວິທີການງ່າຍດາຍສົມຄວນ. ສະນັ້ນ
ວິທີການ “ກວດເບິ່ງອາລົມທີ່ເປັນໄປໃນແງ່ດີ” ແມ່ນການສົມທົບກັນລະຫວ່າງ
ຜູ້ຄົນຮູ້ສືກມີຄວາມສຸກຫລາຍປານໃດ, ຮູ້ສຶກຕື່ນເຕັ້ນຫລາຍ ປານໃດ, ມີຄວາມ
ພໍໃຈຫລາຍປານໃດ. ແລະຄວາມຮູ້ສຶກຕ່າງໆ ເຫລົ່ານີ້ ແມ່ນຖືກໃຫ້ຄະແນນໂດຍ
ການໃຊ້ອັດຕາວັດແທກອັນງ່າຍດາຍ, ທີ່ມີທັງ ໝົດ 5 ລະດັບຈາກ “ບໍ່ມີຄວາມ
ຮູ້ສຶກຫຍັງເລີຍ” ໄປເຖິງ “ມີຄວາມ ຮູ້ສຶກສຸດຂີດ.”
ພາຍໃນ 5 ປີຕໍ່ມາ ພວກນັກຄົ້ນຄວ້າ ໄດ້ບັນທຶກການເສຍຊີວິດໃນກຸ່ມຜູ້ທີ່ເຂົ້າຮ່ວມການ
ສຶກສາຄົ້ນຄວ້າດັ່ງກ່າວ.
ທ່ານ Steptoe ກ່າວອີກວ່າ “ສິ່ງທີ່ພວກເຮົາຄົ້ນພົບກໍຄືວ່າ ຜູ້ທີ່ມີອາລົມ\ດີເລື້ອຍໆ
ນັ້ນ ຖ້າຫາກວ່າເຮົາຢາກເອີ້ນ-ເປັນຜູ້ທີ່ມີຄວາມສຸກທີ່ສຸດ-ແມ່ນຢູ່ໃນລະດັບຄວາມ
ສ່ຽງຕໍ່ການເສຍຊີວິດທີ່ຫລຸດລົງ ຢູ່ໃນໄລຍະນີ້.”
ຜູ້ທີ່ມີຄວາມສຸກກວ່າໝູ່ທີ່ສຸດ ທີ່ຈິງແລ້ວ ມີອັດຕາຄວາມສ່ຽງໃນການເສຍຊີວິດ 35% ຕໍ່າ
ກວ່າ ພວກທີ່ມີຄວາມສຸກໜ້ອຍທີ່ສຸດ.
ກົງກັນຂ້າມກັບການສຶກສາຄົ້ນຄວ້າໃນບັ້ນກ່ອນໆ, ຢູ່ໃນການຄົ້ນຄວ້ານີ້ ຜູ້ຄົນໄດ້ຖືກຖາມວ່າ
ພວກເຂົາເຈົ້າຮູ້ສຶກແນວໃດໃນເວລານັ້ນ. ການສຶກສາ ຄົ້ນຄວ້າບັ້ນກ່ອນ ປົກກະຕິແລ້ວຈະ
ຖາມຄໍາຖາມ ເຊ່ນວ່າ “ທ່ານຮູ້ສຶກແນວໃດໃນອາທິດທີ່ຜ່ານມານີ້?” ແຕ່ທ່ານ Steptoe
ເວົ້າວ່າ ພວກນັກຈິດຕະ ວິດທະຍາ ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນສ່ວນໃຫຍ່ບໍ່ຄ່ອຍຕອບຄໍາ
ຖາມແບບນີ້ໄດ້ດີປານໃດ. ທ່ານ Steptoe ເວົ້າວ່າ:
ທ່ານ Steptoe ອະທິບາຍວ່າ: “ຍົກຕົວຢ່າງເຊ່ນ, ຖ້າຫາກວ່າ ທິມຟຸດບອນທີ່ພວກ
ເຂົາເຈົ້າມັກ ຫາກຫລິ້ນເສຍໃນທ້າຍອາທິດທີ່ຜ່ານມາ ພວກເຂົາເຈົ້າຈະໃຫ້ຄະແນນ
ວ່າ ຕົນເອງມີຄວາມສຸກ
ໜ້ອຍກວ່າ ໃນຕະຫລອດ
ອາທິດນັ້ນ ເຖິງແມ່ນວ່າເຫດ
ການອັນນັ້ນ ທີ່ຈິງແລ້ວອາດຈະບໍ່ໄດ້ກະທົບຕໍ່ພວກເຂົາ
ເຈົ້າແບບນັ້ນກໍຕາມ. ສະ
ນັ້ນ, ການຖາມຄວາມຮູ້ສຶກ
ວ່າ ຜູ້ຄົນຄິດແນວໃດໃນເວລານັ້ນໂລດ ສາມາດທີ່ຈະແກ້ໄຂບັນຫານີ້ໄດ້.”
ພ້ອມດຽວກັນນັ້ນ ພວກເຂົ້າຮ່ວມການສຶກສາຄົ້ນຄວ້າ ໄດ້ຕອບຄໍາຖາມ ກ່ຽວກັບວ່າ ພວກເຂົາເຈົ້າຮູ້ສຶກແນວໃດ, ພວກເຂົາເຈົ້າກໍໄດ້ໃຫ້ຕົວຢ່າງນໍ້າ ລາຍພ້ອມ. ພວກນັກຄົ້ນຄວ້າມີແຜນທີ່ຈະທົດລອງບັນດາຕົວຢ່າງເຫລົ່າ ນັ້ນ ເພື່ອເບິ່ງການເກີດມີຄວາມຕຶງຄຽດ ຂອງສານຮໍໂມນ cortisol ເພື່ອຢາກຮູ້ວ່າ ມັນກໍມີການຕິດພັນຄືກັນລະຫວ່າງຄວາມຕຶງຄຽດ ແລະການມີຊີວິດຍືນຍາວຫຼືບໍ່.
ທ່ານ Andrew Steptoe ແລະຜູ້ຂຽນບົດຄົ້ນຄວ້າຮ່ວມຜູ້ນຶ່ງ ທ່ານນາງ Jane Wardle ໄດ້
ລາຍງານຜົນການຄົ້ນຄວ້າຂອງພວກເຂົາເຈົ້າ ຢູ່ໃນບົດລາຍງານຄວາມກ້າວໜ້າຂອງສະຖາ
ບັນວິທະຍາສາດແຫ່ງຂອງສະຫະລັດ ຫລື National Academy of Sciences.