Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Clams are a kind of shellfish that live in sand or mud. They are also apparently very happy creatures, happy as a clam.
ຫອຍກາບ ຫລື Clam ແມ່ນປະເພດປາທີ່ມີປໍ້ ຫລືກາບແຂງທີ່ອາໄສຢູ່ໃນດິນຊາຍ ຫຼືຕົມ. ພວກມັນຍັງເປັນສັດທີ່ປາກົດວ່າມີຄວາມສຸກຫຼາຍ.
ສະນັ້ນ ຄຳວ່າ happy as a clam ທີ່ແປວ່າມີຄວາມສຸກຄືກັນກັບຫອຍກາບນັ້ນ ມັນມີຄວາມແນວໃດກັນແທ້? ພວກເຮົາມາພາກັນໄປຟັງບົດສົນທະນາລະຫວ່າງ Anna ແລະ Jonathan ຕໍ່ໄປນີ້ເບິ່ງເນາະ ບາງທີມັນອາດຊ່ວຍໃຫ້ພວກເຮົາເຂົ້າໃຈໄດ້ຫລາຍຂຶ້ນ?
So how was your holiday weekend Ana?
ເອີ, ວັນພັກຜ່ອນໃນທ້າຍສັບປະດາຂອງເຈົ້າເປັນແນວໃດຫລະ Ana?
Jonathan It was great. I spent three whole days alone reading children's books. I was happy as a clam.
Jonathan ມັນຄັກທີ່ສຸດເລີຍຫລະ. ຂ້ອຍໃຊ້ເວລາໝົດທັງສາມມື້ ຢູ່ຜູ້ດຽວ ອ່ານປຶ້ມເລື້ອງຂອງເດັກນ້ອຍ. ຂ້ອຍມີຄວາມສຸກຄືກັນກັບຫອຍກາບເລີຍຫລະ.
Wow. OK. You still look happy as a clam just talking about it.
ວ້າວ. ກະດີຕວາ. ແມ່ນແຕ່ເວົ້າເຖິງມັນຢູ່ຕອນນີ້ ເຈົ້າກະຍັງເບິ່ງຄືວ່າ ມີຄວາມສຸກຄືກັນກັບຄອຍກາບໜີ້ຫລະ.
To be happy as a clam means to be very joyful. This idiom is a short form of an earlier expression, happy as a clam at high water. During high tide, clams are safe from predators digging them up.
To be happy as a clam ທີ່ແປວ່າມີຄວາມສຸກຄືກັນກັບຫອຍກາບຫມາຍຄວາມວ່າ ມີຄວາມເພີດເພີນຫຼາຍ. ສຳນວນນີ້ ແມ່ນຮູບແບບສັ້ນໆ ຂອງສຳນວນທີ່ເວົ້າມາກ່ອນຫນ້ານີ້ ທີ່ວ່າ ມີຄວາມສຸກຄືກັນກັບຫອຍກາບ ໃນຕອນຟອງນໍ້າຂຶ້ນສູງ. ໃນຊ່ວງເວລາທີ່ມີຟອງນໍ້າຍວກຂຶ້ນສູງ ຫອຍກາບແມ່ນມີຄວາມປອດໄພ ທີ່ຈະຫລີກພົ້ນຈາກພວກລ້າເຫຍື່ອ ຂຸດມັນ ຂຶ້ນມາ.