ວິກເຕີ້ ຄາລີເບີຣ໌ດາ (Viktor Kalyberda), ອາຍຸ 63 ປີ, ອາໃສຢູ່ໃນໝູ່ບ້ານ ຊູລີຮິບກາ (Sulyhivka) ທີ່ບໍ່ມີນ້ໍາປະປາ ຫຼື ໄຟຟ້າ ໃຊ້. ໝູ່ບ້ານດັ່ງກ່າວ, ມີໄລຍະຫ່າງຈາກຂົງເຂດ ຄາກີບ ປະມານ 170 ກິໂລແມັດ, ເຊິ່ງຖືກທຳລາຍໃນລະຫວ່າງການຮຸກຮານຈາກ ຣັດເຊຍ ໃນປີ 2022, ບໍ່ມີເຮືອນຫຼັງໃດຖືກຍົກເວັ້ນເລີຍ. ຜູ້ຢູ່ອາໄສທັງຫມົດພາກັນຫນີອອກຈາກໝູ່ບ້ານແຫ່ງນີ້, ແຕ່ ທ່ານຄາລີເບີຣ໌ດາ ເລືອກທີ່ຈະກັບຄືນມາ ແລະສ້າງຊີວິດຂອງລາວຄືນໃຫມ່ຢູ່ທີ່ນີ້. ແອນນາ ຄອສຕຸດເຊັງໂກ (Anna Kosstutschenko) ໄດ້ພົບກັບລາວຢູ່ທີ່ເຮືອນຂອງລາວ.
ນີ້ແມ່ນເຮືອນຂອງ ທ່ານ ວິກເຕີ້ ຄາລີເບີຣ໌ດາ ອາຍຸ 63 ປີ, ຊາວບ້ານ ຊູລີຮິບກາ. ລາວໄດ້ປຸກທີ່ຢູ່ແບບສາງຊົ່ວຄາວຫຼັງນີ້ ດ້ວຍຕົນເອງ ຈາກຊາກເຮືອນເກົ່າຂອງລາວທີ່ຍັງເຫຼືອຢູ່ ຈາກການຖືກທໍາລາຍໂດຍກອງກໍາລັງ ຣັດເຊຍ.
ບ້ານ ຊູລີຮິບກາ ຕັ້ງຫ່າງຈາກຂົງເຂດ ຄາກີບ ປະມານ 170 ກິໂລແມັດ. ຄຸ້ມບ້ານດັ່ງກ່າວ ຖືກຍິງຖິຫລົ່ມຢ່າງໂຫດຮ້າຍ ໃນລະຫວ່າງການບຸກໂຈມຕີຂອງ ຣັດເຊຍ ໃນຂົງເຂດ ຄາກີບ ຊ່ວງລະດູໃບໄມ້ປົ່ງຂອງ ປີ 2022. ໃນເມື່ອກ່ອນ ມີປະຊາຊົນອາໃສຢູ່ບ້ານແຫ່ງນີ້ປະມານ 200 ຄົນ. ແຕ່ ເຮືອນແຕ່ລະຫຼັງທັງໝົດໃນຄຸ້ມບ້ານ ພ້ອມດ້ວຍສາຍໄຟຟ້າ ໄດ້ຮັບຄວາມເສຍຫາຍ ຫຼື ຖືກທຳລາຍຢ່າງໜັກໜ່ວງ. ທ່ານຄາລີເບີຣ໌ດາ ກ່າວວ່າ ເຮືອນຂອງລາວແມ່ນເຮືອນຫຼັງສຸດທ້າຍທີ່ຖືກທຳລາຍ.
ທ່ານວິກເຕີ້ ຄາລີເບີຣ໌ດາ, ປະຊາຊົນທີ່ອາໄສໃນບ້ານ ຊູລີຮິບກາ ກ່າວໃນພາສາຢູເຄຣນ ວ່າ:
“ເມື່ອຂ້ອຍອອກຈາກຄຸ້ມບ້ານໄປ, ເຮືອນຂອງຂ້ອຍຍັງຕັ້ງຢູ່, ມັນຖືກທໍາລາຍໃນເວລາຕໍ່ມາ, ເມື່ອຊາວ ຣັດເຊຍ ມາອາໄສຢູ່ທີ່ນີ້ເປັນເວລາຫົກເດືອນ.”
ຄາລີເບີຣ໌ດາ ພົບບ່ອນລີ້ໄພຊົ່ວຄາວກັບຄົນທີ່ບໍ່ເຄີຍຮູ້ຈັກໃນເມືອງ ສໂລວຽນສ໌ (Sloviansk) ໃນພາກພື້ນ ໂດເນັສກ໌ (Donetsk). ນຶ່ງປີຕໍ່ມາ, ລາວເປັນຄົນທໍາອິດທີ່ກັບຄືນໄປຄຸ້ມບ້ານ ຊູລີຮິບກາ.
ທ່ານວິກເຕີ້ ຄາລີເບີຣ໌ດາ ກ່າວໃນພາສາຢູເຄຣນ ວ່າ:
“ນີ້ແມ່ນເຮືອນຂອງຂ້ອຍ.”
ທ່ານຄາລີເບີຣ໌ດາ ເປັນເຈົ້າຂອງທີ່ດິນປະມານ 12 ເຮັກຕາ. ລາວເຄີຍລ້ຽງໄກ່, ຫ່ານ, ກະຕ່າຍ, ແລະ ໝູ, ພ້ອມທັງປູກຜັກນໍາອີກດ້ວຍ.
ເປັນເວລາຫຼາຍກວ່ານຶ່ງປີ ລຸນຫຼັງການກັບຄືນບ້ານຂອງລາວ, ລາວດໍາລົງຊີວິດໂດຍບໍ່ມີໄຟຟ້າໃຊ້, ມີພຽງແຕ່ໂຄມໄຟ ພະລັງງານແສງຕາເວັນທີ່ສະໜອງໃຫ້ໂດຍບັນດາອາສາສະໝັກ. ສາຍໄຟຟ້າ ຖືກຟື້ນຟູຂຶ້ນມາອີກຄັ້ງໃນທ້າຍລະດູຮ້ອນນີ້, ແລະໃນມື້ນີ້ ບັນດາອາສາສະໝັກ ໄດ້ນໍາເອົາເມັດພືດ ແລະເຂົ້າຈີ່ມາໃຫ້ລາວ ນຶ່ງຄັ້ງຕໍ່ເດືອນ. ພວກທະຫານຢູເຄຣນ ກໍໃຫ້ການຊ່ວຍເຫຼືອເຊັ່ນກັນ.
ທ່ານວິກເຕີ້ ຄາລີເບີຣ໌ດາ ກ່າວໃນພາສາຢູເຄຣນ ວ່າ
“ໃນຂະນະທີ່ກຳລັງທະຫານຂອງພວກເຮົາເດີນທາງຜ່ານໄປ, ພວກເຂົາໄດ້ເອົາຢາສູບປະໄວ້ ແລະແບ່ງປັນອາຫານບາງຢ່າງ ໃຫ້ກັບຂ້ອຍ.”
ເມື່ອເວລາຜ່ານໄປ, ຊາວບ້ານອີກສາມຄົນ ກໍໄດ້ກັບຄືນໄປບ້ານເຊັ່ນກັນ, ໂດຍໄດ້ຮັບແຮງບັນດານໃຈທີ່ເປັນຕົວຢ່າງຈາກ ທ່ານຄາລີເບີຣ໌ດາ.
ນຶ່ງໃນນັ້ນ ແມ່ນ ທ່ານ ເຊີຮີ ໂປຣໂກເປັນໂກ (Serhii Prokopenko) ຜູ້ມີອາຍຸ 56 ປີ. ລາວເຄີຍເປັນນັກລົບກອງທັບເຮືອ ທີ່ດໍາເນີນທຸລະກິດຢູ່ຄຸ້ມບ້ານ ຊູລີຮິບກາ. ລາວເຄີຍເປັນເຈົ້າຂອງທີ່ດິນຫຼາຍກວ່າ 100 ເຮັກຕາ, ມີລົດໄຖນາ ແລະຍານພາຫະນະເກັບກ່ຽວຫຼາຍຄັນ. ປັດຈຸບັນ, ລາວປູກຝັງໃນເນື້ອທີ່ດິນຂະໜາດນ້ອຍສໍາລັບປູກຜັກ. ລາວກ່າວວ່າ ສ່ວນທີ່ເຫຼືອແມ່ນເຕັມໄປດ້ວຍລະເບີດຝັງດິນ.
ທ່ານ ເຊີຮີ ໂປຣໂກເປັນໂກ , ປະຊາຊົນຜູ້ຢູ່ອາໄສໃນໝູ່ບ້ານ ຊູລີຮິບກາ ກ່າວໃນພາສາຢູເຄຣນ ວ່າ:
“ທົ່ວທົ່ງນາທັງໝົດຂອງພວກເຮົາ ຖືກຝັງດ້ວຍລະເບີດ, ເພາະວ່າ ເຂດແນວໜ້າຢູ່ໃກ້ກັບບ້ານແຫ່ງນີ້ອິຫຼີ. ມາຮອດປັດຈຸບັນ, ຍັງບໍ່ມີໃຜເກັບກູ້ເອົາລະເບີດອອກຈາກທົ່ງຫຍ້າເທື່ອ, ເຂົາເຈົ້າພຽງແຕ່ຂຸດຄົ້ນບໍ່ແຮ່ຈໍານວນຫນ້ອຍນຶ່ງເພື່ອແປງສາຍໄຟຟ້າ, ແຕ່ບໍ່ມີໃຜເຮັດຫຍັງເລີຍຢູ່ໃນທົ່ງຫຍ້າ, ແລະເຂົ້າປີທີສອງແລ້ວ, ພວກເຮົາບໍ່ໄດ້ເກັບກ່ຽວຫຍັງເລີຍ."
ແຕ່ທັງ ທ່ານ ໂປຣໂກເປັນໂກ ແລະ ທ່ານ ຄາລີເບີຣ໌ດາ ກໍບໍ່ໄດ້ຍ້າຍກັບຄືນມາທີ່ນີ້ ເພາະວ່າພວກເຂົາເຊື່ອວ່າ ການເລີ່ມຕົ້ນໃຫມ່ແລະການກໍ່ສ້າງໃຫມ່ຈະງ່າຍ. ພວກເຂົາເຈົ້າເວົ້າວ່າ ເຂົາເຈົ້າໄດ້ລົງທຶນໃນການກໍ່ສ້າງເມືອງນ້ອຍໆຂອງເຂົາເຈົ້າແລະໃຫ້ກັບຄືນໄປຮຸ່ງເຮືອງແບບງ່າຍໆທີ່ເຄີຍເປັນໃນອະດີດແທນ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
Viktor Kalyberda, 63, lives in the village of Sulyhivka with no running water or electricity. The village, 170 kilometers from Kharkiv, was destroyed during the Russian invasion in 2022, not a single house was spared. All of the residents fled the village, yet Kaliberda chose to return and rebuild his life. Anna Kosstutschenko met with him in his home.
This is the home of 63-year-old Sulyhivka resident Viktor Kalyberda. He built this makeshift barn himself from the remains of his former home, destroyed by Russian forces.
The village of Sulyhivka is about 170 kilometers from the city of Kharkiv. It was shelled ruthlessly during Russia’s offensive in the Kharkiv region in the spring of 2022. About 200 people lived here then ... but every single house in the village was either severely damaged or destroyed, along with the power lines. Kalyberda says his house was one of the last to go.
Viktor Kalyberda, Sulyhivka Resident.
“When I left, my house was still standing; it got destroyed later. Russians were here for six months.”
Kalyberda found temporary shelter with strangers in the city of Sloviansk in the Donetsk region. A year later, he was the first one to return to Sulyhivka.
Viktor Kalyberda, Sulyhivka Resident.
“This is my home.”
Kalyberda owns about 12 hectares of land. He used to raise chickens, geese, rabbits, and pigs, as well as growing vegetables.
For over a year after his return, he lived without electricity, using solar-powered lamps provided by volunteers. Power lines were restored late this summer, and today volunteers bring him grains and bread once a month. Ukrainian soldiers help as well.
Viktor Kalyberda, Sulyhivka Resident.
“As our military guys are passing by, they leave me cigarettes and share some food with me.”
Over time, three more residents have returned to the village, inspired by Kalyberda’s example.
One of them is 56-year-old Serhii Prokopenko. A former navy serviceman who ran a business in Sulyhivka. He used to own more than 100 hectares of land and several tractors and harvesters. Today, he cultivates a small plot of land where he grows vegetables. He says the rest is filled with mines.
Serhii Prokopenko, Sulyhivka Resident.
“All our fields are mined, because the front line was really close to here. So far, no one is demining the fields, they just cleared a few mines to fix the power lines, but no one is doing anything in the fields, and for the second year now none of us is harvesting anything.”
But neither Prokopenko nor Kalyberda moved back here because they believed restarting and rebuilding would be easy. They say instead they are invested in rebuilding their little town and returning to its former simple glory.
ຟໍຣັມສະແດງຄວາມຄິດເຫັນ