ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຮາມາສ ຍິງລູກຈະຫຼວດ ໂຈມຕີໃສ່ອິສຣາແອລ ໃນຂະນະທີ່ ກອງກຳລັງອິສຣາແອລ ໂຈມຕີທາງອາກາດ ໃສ່ເຂດກາຊາ


ລະບົບຕໍ່ຕ້ານລູກສອນໄຟຂີປະນາວຸດ Iron Dome ຂອງອິສຣາແອລ ສະກັດກັ້ນຈະຫຼວດທີ່ຍິງຈາກເຂດກາຊາ ທ່າມກາງຄວາມຂັດແຍ່ງທີ່ກຳລັງເກີດຂຶ້ນ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ ອິສລາມ ປາແລັສໄຕນ໌, ດັ່ງທີ່ເຫັນໄດ້ຈາກເມືອງ ອັຊເຄລອນ (Ashkelon), ປະເທດອິສຣາແອລ ວັນທີ 1 ມັງກອນ 2024.
ລະບົບຕໍ່ຕ້ານລູກສອນໄຟຂີປະນາວຸດ Iron Dome ຂອງອິສຣາແອລ ສະກັດກັ້ນຈະຫຼວດທີ່ຍິງຈາກເຂດກາຊາ ທ່າມກາງຄວາມຂັດແຍ່ງທີ່ກຳລັງເກີດຂຶ້ນ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ ອິສລາມ ປາແລັສໄຕນ໌, ດັ່ງທີ່ເຫັນໄດ້ຈາກເມືອງ ອັຊເຄລອນ (Ashkelon), ປະເທດອິສຣາແອລ ວັນທີ 1 ມັງກອນ 2024.

ກຸ່ມຫົວຮຸນແຮງ ຮາມາສ ຢູ່ໃນເຂດ ກາຊາ ໄດ້ຍິງລູກຈະ​ຫຼວດໂຈມ​ຕີ ໃນວັນຈັນມື້ນີ້, ເຮັດໃຫ້ມີສຽງສັນຍານເຕືອນໄພການໂຈມຕີທາງອາກາດ ດັງຂຶ້ນໃນທົ່ວອິສຣາແອລ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຫຼື​ຜູ້​ເສຍ​ຊີວິດ​ຈາກ​ລູກ​ຈະ​ຫຼວດ​ທີ່​ກຸ່ມ ຮາມາສ ສືບ​ຕໍ່​ໃຊ້​ເພື່ອ​ໂຈມຕີ​ອິສຣາ​ແອ​ລ ​ໃນ​ຂະນະ​ທີ່ກອງ​ກຳລັງ​ອິສຣາ​ແອ​ລ​ ປະຕິບັດ​ການ​ໂຈມ​ຕີ​ເພື່ອ​ກຳຈັດ​ກຸ່ມ ຮາມາສ ຢູ່​ເຂດ​ກາຊາ.

ການປະຕິບັດການທາງທະຫານຂອງອິສຣາແອລຢູ່ໃນເຂດກາຊາ ຍັງດຳເນີນຢູ່ຕໍ່ໄປໃນວັນຈັນມື້ນີ້ ດ້ວຍການປະຕິບັດການທາງພາກພື້ນດິນ ແລະການໂຈມຕີທາງອາກາດ ເຊິ່ງລວມທັງສິ່ງທີ່ກອງກຳລັງປ້ອງກັນປະເທດອິສຣາແອລກ່າວວ່າ ເປັນການໂຈມຕີທີ່ໄດ້ສັງຫານຜູ້ບັນຊາການກຸ່ມຮາມາສ ຜູ້ທີ່ຊ່ວຍນຳພາພວກນັກລົບທີ່ຮັບຜິດຊອບໃນການໂຈມຕີກໍ່ການຮ້າຍ ໃນວັນທີ 7 ຕຸລາໃນພາກໃຕ້ຂອງ ອິສຣາແອລ.

ກອງກຳລັງປ້ອງກັນປະເທດອິສຣາແອລ ຫຼື IDF ໄດ້ລະບຸໂຕຜູ້ບັນຊາການຄົນດັ່ງກ່າວແມ່ນ ທ່ານ ອາເດລ ເມສມາ (Adel Mesmah), ແລະກ່າວວ່າທ່ານຍັງໄດ້ຊ່ວຍນໍາພານັກລົບຂອງ ກຸ່ມຮາມາສ ຕ້ານກັບກອງກໍາລັງຂອງອິສຣາແອລ ໃນເຂດກາຊາ ຫລັງຈາກທີ່ອິສຣາແອລ ໄດ້ເປີດການບຸກໂຈມຕີ.

ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ທ່ານ ແກຣນທ໌ ແຊບສ໌ (Grant Shapps) ກ່າວໃນວັນອາທິດວານນີ້ວ່າ ສະຫະຣາຊະອານາຈັກ “ຈະບໍ່ລັງເລທີ່ຈະດຳເນີນການຕື່ມອີກ ເພື່ອສະກັດກັ້ນໄພຂົ່ມຂູ່ຕໍ່ເສລີພາບໃນການເດີນເຮືອຢູ່ທະເລແດງ” ຫຼັງຈາກການໂຈມຕີຫຼາຍໆຄັ້ງ ຂອງພວກຫົວຮຸນແຮງ ຮູຕີ ທີ່ໄດ້ລົບກວນການສັນຈອນຢູ່ໃນເສັ້ນທາງນ້ຳທີ່ສຳຄັນນີ້.

ທ່ານ ແຊບສ໌ (Shapps) ຂຽນໃນເທເລກຼາຟ (The Telegraph) ວ່າ "ກຸ່ມຮູຕີ ຄວນມີຄວາມເຂົ້າໃຈ ວ່າ: ພວກເຮົາມຸ່ງຫມັ້ນທີ່ຈະຈັບຜູ້ກະທໍາຜິດທີ່ຕ້ອງຮັບຜິດຊອບຕໍ່ການຍຶດ ແລະການໂຈມຕີທີ່ຜິດກົດຫມາຍ,"

​ໃນ​ວັນ​ອາທິດ​ວານ​ນີ້ ກອງ​ກຳລັງ​ຂອງ​ສະຫະລັດ ​ໄດ້​ຈົມ​ກຳ​ປັ່ນ ຂອງກຸ່ມຮູຕີ 3 ລຳ ເພື່ອ​ຕອບ​ໂຕ້​ຄືນ​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອີຣ່ານ ​ໃສ່​ກຳ​ປັ່ນ​ບັນທຸກ​ຕູ້​ຂົນສົ່ງສິນຄ້າເມີກສກ໌ (Maersk) ​ໃນ​ທະ​ເລ​ແດງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG