ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ພະຈິກ ໒໐໒໔

ອົງການ HALO ບໍ່ພຽງແຕ່ເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ຍັງສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ 


ນຶ່ງໃນທີມງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຫຼື UXO ທີ່ເປັນຄົນລາວໃນທ້ອງຖິ່ນ ຂອງອົງການເຮໂລ ທຣັສ (HALO Trust)
ນຶ່ງໃນທີມງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຫຼື UXO ທີ່ເປັນຄົນລາວໃນທ້ອງຖິ່ນ ຂອງອົງການເຮໂລ ທຣັສ (HALO Trust)

ອົງການເຮໂລ ທຣັສ (HALO Trust) ເປັນອົງການສາກົນເພື່ອການກຸສົນນຶ່ງ ທີ່ບໍ່ພຽງແຕ່ຊ່ອຍເຫຼືອລັດຖະບານລາວ ແລະປະຊາຊົນໃນທ້ອງຖິ່ນ ໃນການເກັບກູ້ UXO ຫຼື ລະເບີດທີ່ຍັງບໍ່ທັນແຕກ ເຊິ່ງຕົກຄ້າງຢູ່ໃນລາວໃນປາງສົງຄາມອິນໂດຈີນຈຳນວນຫຼວງຫຼາຍເທົ່ານັ້ນ ແຕ່ຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຢູ່ໃນທ້ອງຖິ່ນຜູ້ທີ່ຖືກະທົບໂດຍລະເບີດດັ່ງກ່າວນັ້ນ ນຳດ້ວຍ.

ດັ່ງທີ່ວີໂອເອ ໄດ້ລາຍງານກ່ຽວກັບວຽກງານການເກັມກູ້ລະເບີດທີ່ຍັງບໍ່ທັນແຕກ ຫຼື UXO ຂອງອົງການເຮໂລ ທຣັສ ຢູ່ໃນແຂວງສະຫວັນນະເຂດ ເມື່ອເດືອນແລ້ວນີ້ ທີ່ໄດ້ທຳລາຍ UXO ໄປແລ້ວເປັນຈຳນວນຫຼວງຫຼາຍ ແຕ່ວຽກງານດັ່ງກ່າວຍັງຕ້ອງໃຊ້ເວລາອີກດົນ ແລະທຶນຊ່ອຍເຫຼືອຈຳນວນມະຫາສານ. ດ້ວຍການກຳນົດພື້ນທີ່ບູລິມະສິດທີ່ມີການສະສົມຂອງ UXO ໃນການເກັບກູ້ລະເບີດອອກຈາກພື້ນທີ່ນັ້ນ ຊຶ່ງທ່ານ ວີລລຽມ ຮັນເຕີ ຜູ້ຈັດການໂຄງການທັງໝົດຂອງອົງການເຮໂລ ປະຈຳລາວ ອະທິບາຍວ່າ “ດັ່ງທີ່ກ່າວໄປນັ້ນ ດ້ວຍຕົວເລກບົນພື້ນຖານການກຳນົດບູລິມະສິດພື້ນທີ່ທີ່ໃຫຍ່ຂອງພວກເຮົາ ໂດຍທີ່ຮູ້ແລ້ວວ່າ ບ່ອນໃດທີ່ມີລະເບີດເຈືອປົນຢູ່ຫຼາຍໆ ຊຶ່ງພວກເຮົາມີຢູ່ໃນແຂວງສະຫວັນນະເຂດ ພວກເຮົາເບິ່ງແລ້ວວ່າ ດ້ວຍຈຳນວນທຶນທີ່ບໍລິຈາກໃຫ້ຢ່າງຕໍ່ເນື່ອງໃນລະດັບປັດຈຸບັນນີ້ແລ້ວ 10 ຫາ 20 ປີ ບາງທີກະ 15 ປີ ຄັນສືບຕໍ່ເຮັດວຽກໃນລະດັບນີ້ ບ່ອນທີ່ເຈົ້າຈະເຫັນການຫລຸດລົງຢ່າງຫຼວງຫຼາຍຂອງອຸບັດເຫດ ແລະເຫດການກ່ຽວກັບ UXO ຢູ່ໃນລາວ.”

ທ່ານກ່າວຕື່ມວ່າ “ດ້ວຍການສືບຕໍ່ສະໜັບສະໜູນຈາກຜູ້ບໍລິຈາກທຶນເຊັ່ນສະຫະລັດ ກໍຄືກະຊວງການຕ່າງປະເທດ ພວກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວຈາກທີ່ເລີ້ມຕົ້ນດ້ວຍພະນັກງານ 50 ຄົນ ໃນຂະນະທີ່ຂ້າພະເຈົ້ານັ່ງຢູ່ທີ່ນີ້ ຈົນເກີນກວ່າ 1,400 ຄົນແລ້ວ.” ທ່ານບອກວີໂອເອລາວວ່າ ມີທີມເກັບກູ້ລະເບີດ ທີມລະສິບສາມຄົນທີ່ສາມາດເຄຍພື້ນທີ່ໄດ້ປະມາສິບຫາສິບຫ້າພັນຕາລາງແມັດໃນແຕ່ລະເດືອນ ອີງຕາມຖານຂໍ້ມູນຂອງເຮໂລ ພວກເຮົາຢັ້ງຢືນໄດ້ວ່າ ມີພື້ນທີ່ຢ່າງໜ້ອຍ 125 ລ້ານຕາລາງແມັດທີ່ເຈືອປົນດ້ວຍ UXO ພຽງແຕ່ແຂວງສະຫວັນນະເຂດແຫ່ງດຽວເທົ່ານັ້ນ.”

ດ້ວຍອັດຕາການເກັບກູ້ UXO ຂອງທີມງານນຶ່ງແລ້ວ ທ່ານກໍໄດ້ຄຳນວນອັດຕາການເກັບກູ້ລະເບີດພາຍໃນເນື້ອທີ່ດັ່ງກ່າວມານັ້ນ ອອກມາວ່າ “ຢູ່ໃນອັດຕາດັ່ງກ່າວນັ້ນ 10 ຫາ 15,000 ຕາລາງແມັດ ໃນແຕ່ລະເດືອນຕໍ່ທີມນຶ່ງ ໂດຍມີຢູ່ປະມານຮ້ອຍທີມ ອັນນັ້ນເປັນຄວາມອາດສາມາດຂອງທີມນຶ່ງໃນເວລານີ້ ຊຶ່ງພວກເຮົາເບິ່ງວ່າເຄຍພື້ນທີ່ພຽງແຕ່ແຂວງດຽວທີ່ພວກເຮົາຮູ້ບ່ອນມີລະເບີດເຈືອປົນ ຢູ່ໃນອັດຕາໃນການເຄຍນັ້ນ ບາງທີ 10 ຫາ 20 ປີ.”

ທ່ານຮັນເຕີ ບອກອີກວ່າ ພວກຄົນງານທີມເກັບກູ້ລະເບີດສ່ວນໃຫຍ່ລ້ວນແຕ່ເປັນປະຊາຊົນລາວ ຢູ່ໃນທ້ອງຖິ່ນຜູ້ທີ່ໄດ້ຮັບຜົນກະທົບຢ່າງໃດຢ່າງນຶ່ງຕໍ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າໂດຍ UXO ຕາມຄຳຂວັນຂອງອົງການທີ່ວ່າ ຊ່ອຍເຫຼືອຄົນໃນທ້ອງຖິ່ນທີ່ຖືກກະທົບ ບໍ່ວ່າຈະເປັນຊາວໄຮຊາວນາ ຫຼື ຊົນເຜົ່າທີ່ເວົ້າພາສາລາວບໍ່ໄດ້ກໍຕາມ ອົງການຂອງທ່ານຈະຝຶກອົບຮົມລະບົບການເຮັດວຽກຢ່າງປອດໄພ ແລະສອນກ່ຽວກັບປະເພດຂອງລະເບີດທຸກຊະນິດໃຫ້ແກ່ບັນດາພະນັກງານທັງຫຼາຍ ແລະຕ້ອງໄດ້ຜ່ານການຝຶກອົບຮົມຫຼັກສູດເສຍກ່ອນຈຶ່ງຈະໄດ້ລົງສະໜາມຕົວຈິງ. ອົງການຂອງທ່ານຈ້າງຄົນລາວຫຼາຍທີ່ສຸດໃນປະເທດ ເມື່ອທຽບກັບສາມອົງການເກັບກູ້ລະເບີດຢູ່ລາວ.

ຢູ່ໃນລາວ ພະນັກງານເກັບກູ້ລະເລີດທີ່ຍັງບໍ່ທັນແຕກ ຂອງອົງການເຮໂລ ກຳລັງຊອກຫາລະເບີດຝັງດິນ ຢູ່ໃກ້ບ້ານກາລອງເໜືອແຂວງສະຫວັນນະເຂດ.
ຢູ່ໃນລາວ ພະນັກງານເກັບກູ້ລະເລີດທີ່ຍັງບໍ່ທັນແຕກ ຂອງອົງການເຮໂລ ກຳລັງຊອກຫາລະເບີດຝັງດິນ ຢູ່ໃກ້ບ້ານກາລອງເໜືອແຂວງສະຫວັນນະເຂດ.

ນຶ່ງໃນພະນັກງານເກັບກູ້ລະເບີດ ກໍຄື ນາງ ແອນນາ ດວງບຸດດີ ຜູ້ທີ່ເຂົ້າເຮັດວຽກກັບອົງການເຮໂລ ມາໄດ້ເຈັດປີແລ້ວໃນຕຳແໜ່ງນັກເກັບກູ້ລະເບີດ ຫຼື BCO ທີ່ຫຍໍ້ມາຈາກ Basic Clearance Operator ຊຶ່ງນາງໄດ້ອະທິບາຍເຖິງໜ້າທີ່ວຽກງານ, ການໃຊ້ເຄື່ອງມື ເຊັ່ນເຄື່ອງກວດຫາເຫຼັກ ພ້ອມທັງການເຂົ້າຮ່ຳຮຽນຫຼັກສູດໃຫ້ຟັງວ່າ “ຕອນທີ່ເຮົາເປັນນັກເກັບກູ້ເນາະ ກະຄືຕອນນັ້ນ BCO ຫັ້ນຈະຮຽນກ່ຽວກັບພື້ນຖານໃນການຂຸດຈີ້ມໃນການປະຕິບັດວຽກຂອງພະນັກງານເຮົາເນາະ ໜ້າວຽກຫຼັກໆກໍຄືໃຊ້ເຄື່ອງກວດໃນການກວດຫາ ລບຕ ທີ່ຝັງຢູ່ໃນພື້ນດິນນັ້ນ ແລ້ວກໍຂຸດຈີ້ມ ສຳລັບວ່າ ການຝຶກກະບີຊີໂອ ຫຼືວ່າ ກ່ຽວກັບພື້ນຖານນິ ປະມານຊາວກວ່າມື້ ຊາວເອັດ ຊາວສອງກະຈົບຄອດສ໌ ຈາກທີ່ວ່າ ຈົບແລ້ວ ເຮົາກໍຈະເອົາຜູ້ທີ່ວ່າຜ່ານຄອດສ໌ນີ້ເນາະ ກະສິຮູ້ກ່ຽວກັບຫລັກໝາຍ ວິທີການຂຸດຈີ້ມ ວິທີການນຳໃຊ້ເຄື່ອງກວດ ແລ້ວເຂົາກໍຈະເອົາມາເຊັນສັນຍາມາເປັນພະນັກງານຮາໂລເຮົາລະກະຈະໄດ້ໄປປະຕິບັດໃນພາກສະໜາມເລີຍ.”

ແຕ່ກ່ອນຈະໄດ້ເຮັດຕົວຈິງນັ້ນ ນາງແອນນາ ກໍຍັງບອກອີກວ່າ ຕ້ອງມີຫົວໜ້າທີມ ແລະຜູ້ຊ່ວຍ ກຳກັບນຳ ແລະມີຂັ້ນຕອນອີກຫຼາຍຢ່າງຕ້ອງໄດ້ເຮັດເສຍກ່ອນເຊັ່ນວ່າ ການລົງສຳຫຼວດພື້ນທີ່ ການຕັ້ງຫຼັກໝາຍເຂດ ການເຄຍພື້ນທີ່ ເປັນຕົ້ນ. ນາງອະທິບາຍເຖິງທີມງານຢູ່ສະໜາມທີ່ປະກອບດ້ວຍ ຫົວໜ້າທີມ, ຜູ້ຊ່ວຍຫົວໜ້າທີມ, ຊຸມເປີວາຍເຊີ, ແພດປະຈຳສະໜາມສອງຄົນ ແລະບັນດາບີຊີໂອ ລວມທັງໝົດ 13 ຄົນ ຊຶ່ງຫົວໜ້າທີມ ໂດຍສ່ວນຫຼາຍຈະເປັນຄົນຕ່າງປະເທດ.

ໃນລາວ ນາງນາຟອນ ໂທຈັນ, ເຈົ້າໜ້າທີ່ຄຸ້ມຄອງຂອງ HALO ກຳລັງກຳກັບນຳພະນັກງານເກັບກູ້ລະເບີດຢູ່ເຂດລະເບີດຝັງດິນ ໃກ້ກັບບ້ານກາລອງເໜືອ ແຂວງສະຫວັນນະເຂດ.
ໃນລາວ ນາງນາຟອນ ໂທຈັນ, ເຈົ້າໜ້າທີ່ຄຸ້ມຄອງຂອງ HALO ກຳລັງກຳກັບນຳພະນັກງານເກັບກູ້ລະເບີດຢູ່ເຂດລະເບີດຝັງດິນ ໃກ້ກັບບ້ານກາລອງເໜືອ ແຂວງສະຫວັນນະເຂດ.

ນອກຈາກນັ້ນແລ້ວ ຂາດໄປບໍ່ໄດ້ກໍຄືນາຍແປພາສາ ເນື່ອງຈາກວ່າອົງການນີ້ ເປັນອົງການສາກົນແລະບັນດາຫົວໜ້າທີມ ລ້ວນແຕ່ເປັນຄົນຕ່າງປະເທດ ຈຶ່ງຈຳເປັນຕ້ອງມີນາຍແປພາສາ ແລະນຶ່ງໃນຈຳນວນ 5 ນາຍແປພາສາອັງກິດໃຫ້ແກ່ບັນດາຫົວໜ້າ ກໍຄື ທ່ານພິພາວັນ ຫຼື ບີລີ ໄຊຍາວົງ ທີ່ໄດ້ເຂົ້າມາເຮັດວຽກກັບເຮໂລ ຕັ້ງແຕ່ເດືອນຕຸລາ ປີ 2022 ຊຶ່ງທ່ານກ່າວກ່ຽວກັບວຽກງານໃຫ້ຟັງວ່າ “ຫຼັກໆກໍຈະເປັນການແປ ແຕ່ນອກຈາກນັ້ນ ນ້ອງກະສິເປັນແບບຄ້າຍໆຜູ້ເປັນ ອອບເປີເຣຊັນສັບພອດ ອອບຟິສເຊີ ທີ່ວ່າສັບພອດເລື້ອງຝ່າຍປະຕິບັດງານລະກະພົວພັນກັນລະຫວ່າງພະນັກງານຄົນລາວ ກັບພະນັກງານຕ່າງປະເທດທີ່ເພິ່ນເປັນຫົວໜ້າໜ່ວຍງານນັ້ນ ທີ່ວ່າເຮົາຈະຕ້ອງໄດ້ສື່ສານປະສານຫາງານ ລະກະວຽກບໍລິຫານຈຳນວນນຶ່ງ ທີ່ບໍ່ວ່າຈະເປັນເອກະສານບໍ່ ກະອຳນວຍຄວາມສະດວກກ່ຽວກັບການເຮັດກິດຈະກຳທີ່ກ່ຽວຂ້ອງກັບການປະຕິບັດງານການເກັບກູ້ ການສຳຫຼວດ ເຮົາກະຈະໄດ້ມີສ່ວນຮ່ວມ.”

ທ່ານຮັນເຕີ ກ່າວວ່າ ພາຍໃນພະນັກງານທັງໝັງໝົດ 1,400 ຄົນ ຂອງເຮໂລ 700 ຄົນເປັນເພດຍິງ ແລະສ່ວນທີ່ເຫຼືອເປັນເພດຊາຍ ແລະບັນດາພະນັກງານຄົນລາວ ໄດ້ເງິນເດືອນເປັນສະກຸນເງິນໂດລາ ແຕ່ໃນເວລເບີກເງິນເດືອນກໍຕ້ອງຈ່າຍເປັນເງິນກີບຕາມອັດຕາແລກປ່ຽນໃນທະນາຄານ ອີງຕາມກົດໝາຍລາວ ພ້ອມກັນນັ້ນພະນັກງານທັງໝົດກໍໄດ້ຮັບສະຫວັດດີການດ້ານການຮັກສາປິ່ນປົວນຳດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG