ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ 'ຈະບັນທຶກໄວ້ ແຕ່ລະຄົນ ແລະ ທຸກໆ ຄະແນນສຽງ' ກ່ຽວກັບ ເຈຣູເຊແລັມ


پرنس فلپ 10 جون 1921 کو یونان کے جزیرے کورفو میں پیدا ہوئے۔ ان کے والد پرنس اینڈریو یونان کے بادشاہ کے چھوٹے بھائی تھے اور ان کے دادا 1860 کی دہائی میں ڈنمارک سے یونان آئے اور یہاں کے بادشاہ بنے تھے۔<br />
&nbsp;
پرنس فلپ 10 جون 1921 کو یونان کے جزیرے کورفو میں پیدا ہوئے۔ ان کے والد پرنس اینڈریو یونان کے بادشاہ کے چھوٹے بھائی تھے اور ان کے دادا 1860 کی دہائی میں ڈنمارک سے یونان آئے اور یہاں کے بادشاہ بنے تھے۔<br /> &nbsp;

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ
ໄດ້ເຕືອນບັນດາທູດພິເສດຂອງ ອົງການສະຫະປະຊາຊາດ ຄົນອື່ນໆ ວ່າ ທ່ານນາງ
ຈະຈົດເອົາລາຍຊື່ ໃນເວລາ ຈັດກອງປະຊຸມສຸກເສີນ ສະມັດຊາໃຫຍ່ ອົງການສະຫະ
ປະຊາຊາດ ທີ່ບໍ່ຄ່ອຍມີຂຶ້ນ ໃນວັນພະຫັດມື້ນີ້ ເພື່ອຈະພິຈາລະນາ ຍັດຕິການປະຕິເສດ
ທີ່ສະຫະລັດ ຮັບຮູ້ເຖິງ ເຈຣູເຊແລັມວ່າ ເປັນນະຄອນຫຼວງຂອງ ອິສຣາແອລ.

“ທ່ານປະທານາທິບໍດີ ຈະຊອມເບິ່ງການລົງຄະແນນສຽງນີ້ ຢ່າງຖີ່ຖ້ວນ ແລະ ໄດ້
ຂໍຮ້ອງໃຫ້ຂ້າພະເຈົ້າ ລາຍງານກັບໄປໃຫ້ຊາບ ປະເທດໃດ ທີ່ໄດ້ລົງຄະແນນສຽງ
ຄັດຄ້ານພວກເຮົາ”
ນັ້ນແມ່ນຂໍ້ຄວາມທີ່ກ່າວ ໃນໜັງສືສະບັບນຶ່ງ ທີ່ ວີໂອເອ ໄດ້ເຫັນ.
ມັນກ່າວຕໍ່ໄປວ່າ “ພວກເຮົາຈະບັນທຶກໄວ້ ແຕ່ລະຄົນ ແລະ ທຸກໆຄະແນນສຽງ
ກ່ຽວກັບເລື່ອງນີ້.”


ໃນການຕ່າວປີ້ນ ນະໂຍບາຍການຕ່າງປະເທດຂອງ ສະຫະລັດ ທີ່ມີຢູ່ເປັນເວລາ
ຍາວນານນັ້ນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດ ເມື່ອຕົ້ນເດືອນນີ້ ວ່າ ວໍຊິງຕັນ
ຈະຮັບຮູ້ ເຈຣູເຊແລັມວ່າ ເປັນນະຄອນຫຼວງຂອງ ອິສຣາແອລ ແລະ ກຳລັງເລີ່ມຕົ້ນ
ກະກຽມ ທີ່ຈະສ້າງສະຖານທູດໃໝ່ ຢູ່ທີ່ແຫ່ງນັ້ນ.

ການປະກາດດັ່ງກ່າວນັ້ນ ໄດ້ພົບກັບການເຄືຶ່ອນໄຫວ ໃນສະພາຄວາມໝັ້ນຄົງ ອົງການ
ສະຫະປະຊາຊາດ ໃນວັນຈັນຜ່ານມານີ້ ເພື່ອທີ່ຈະຮັບຮອງເອົາຍັດຕິສະບັບນຶ່ງ ທີ່ຊີ້ໃຫ້
ເຫັນເຖິງ “ຄວາມເສຍໃຈອັນເລິກເຊິ່ງ ຂອງຕົນ ຕໍ່ການຕັດສິນໃຈເມື່ອບໍ່ດົນມານີ້
ທີ່ກ່ຽວຂ້ອງກັບ ສະຖານະພາບຂອງ ເຈຣູເຊແລັມ.”

ເອກອັກຄະລັດຖະທູດ ຂອງປາແລັສໄຕນ໌ ປະຈຳ ອົງການສະຫະປະຊາຊາດ ທ່ານ ຣີຢາດ ມານຊູຣ (Riyad Mansour) ກ່າວບອກ ສະພາຄວາມໝັ້ນຄົງ ວ່າ ການປະກາດ ຂອງສະຫະລັດ ແມ່ນ “ເປັນທີ່ໜ້າເສຍໃຈຢ່າງເລິກເຊິ່ງ," ວັນທີ 8 ທັນວາ 2017.
ເອກອັກຄະລັດຖະທູດ ຂອງປາແລັສໄຕນ໌ ປະຈຳ ອົງການສະຫະປະຊາຊາດ ທ່ານ ຣີຢາດ ມານຊູຣ (Riyad Mansour) ກ່າວບອກ ສະພາຄວາມໝັ້ນຄົງ ວ່າ ການປະກາດ ຂອງສະຫະລັດ ແມ່ນ “ເປັນທີ່ໜ້າເສຍໃຈຢ່າງເລິກເຊິ່ງ," ວັນທີ 8 ທັນວາ 2017.

ໃນຂະນະທີ່ ບໍ່ໄດ້ເອີ່ຍ ຢ່າງເຈາະຈົງ ເຖິງການຕັດສິນໃຈຂອງ ສະຫະລັດ ຂໍ້ຄວາມຍັງ
ໄດ້ກ່າວອີກວ່າ “ການຕັດສິນໃຈ ແລະ ການກະທຳໃດໆ ທີ່ຈະເຮັດໃຫ້ມີການດັດແປງ
ຄຸນລັກສະນະ ສະຖານະພາບ ຫຼື ສ່ວນປະກອບຂອງປະຊາກອນ ໃນເມືອງສັກສິດ
ເຈຣູເຊແລັມ ແມ່ນບໍ່ມີຜົນໃນດ້ານກົດໝາຍ ແລະ ແມ່ນເປັນໂມຄະ ແລະ ຍົກເລີກໄປ
ແລະ ຕ້ອງຖືກລົບລ້າງ.”

14 ສະມາຊິກ ໃນຈຳນວນ 15 ສະມາຊິກໃນສະພານີ້ ໄດ້ລົງຄະແນນສຽງ ເຫັນດີນຳ
ຮ່າງຍັດຕິ ແຕ່ ສະຫະລັດ ໄດ້ໃຊ້ ສິດອຳນາດຢັບຢັ້ງຂອງຕົນ ຫຼື ວີໂຕ້ ເພື່ອກີດກັນ
ການຮັບຮອງເອົາຍັດຕິດັ່ງກ່າວ.

ເອກອັກຄະລັດຖະທູດ ເຮລີ ໄດ້ກ່າວບອກ ບັນດາສະມາຊິກສະພານີ້ ຫຼັງຈາກທີ່ໄດ້ລົງ
ຄະແນນສຽງໄປແລ້ວ ວ່າ “ບໍ່ມີປະເທດໃດ ສາມາດບອກໃຫ້ ສະຫະລັດ ຕັ້ງສະຖານທູດ
ຂອງພວກເຮົາ ຢູ່ບ່ອນໃດໄດ້.”

UN Jerusalem Embassy
please wait
Embed

No media source currently available

0:00 0:01:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG