ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວເຮຕີ ເຂົ້າຮ່ວມການປະທ້ວງຄັ້ງໃຫຍ່ ເພື່ອສົ່ງເສີມ ປະຊາທິປະໄຕ


ຊາວເຮຕີຫລາຍພັນຄົນ ເຂົ້າຮ່ວມການປະທ້ວງຢ່າງສັນຕິທີ່ຈັດຕັ້ງຂຶ້ນໂດຍພວກນັບຖືສາສະໜາຄຣິສຕຽນ ນິກາຍໂປຣແຕສຕັງ ເພື່ອປະນາມລະບອບຜະເດັດການ ແລະການລັກພາຕົວ, 28 ກຸມພາ, 2021 ( ພາບໂດຍ VOA/Matiado Vilme)
ຊາວເຮຕີຫລາຍພັນຄົນ ເຂົ້າຮ່ວມການປະທ້ວງຢ່າງສັນຕິທີ່ຈັດຕັ້ງຂຶ້ນໂດຍພວກນັບຖືສາສະໜາຄຣິສຕຽນ ນິກາຍໂປຣແຕສຕັງ ເພື່ອປະນາມລະບອບຜະເດັດການ ແລະການລັກພາຕົວ, 28 ກຸມພາ, 2021 ( ພາບໂດຍ VOA/Matiado Vilme)

ຊາວເຮຕີ, ອີກເທື່ອນຶ່ງ ໄດ້ພາກັນລົງໄປຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງ ປອກໂອແປຣັງ (Port-au-Prince) ໃນວັນອາທິດວານນີ້ຢູ່ໃນການປະທ້ວງຄັ້ງໃຫຍ່ ເພື່ອປະຕິເສດບໍ່ຍອມຮັບເອົາລັດຖະບານຂອງປະທານາທິບໍດີ ໂຈເວີແນລ ມົວຊີ (Jovenel Moise) ແລະປະທ້ວງຕໍ່ການລັກພາຕົວ ທີ່ເກີດຂຶ້ນຢ່າງຫຼວງຫລາຍເມື່ອມໍ່ໆມານີ້.

ການເດີນຂະບວນຢ່າງສັນຕິໄດ້ຖືກຈັດຂຶ້ນໂດຍບັນດາອາຈານສາສະໜາຄຣິສຕຽນ ນິກາຍໂປຣແຕສຕັງ (Protestant), ຊຶ່ງລວມມີຊາວເຮຕີຈາກທຸກພາກສ່ວນໃນສັງຄົມ, ອີງຕາມຄໍາເວົ້າຂອງພວກເດີນຂະບວນ. ມັນເປັນຂີດໝາຍເຖິງອາທິດທີສີ່ ຂອງການປະເຊີນໜ້າກັນແບບບໍ່ໄປບໍ່ມາ ລະຫວ່າງທ່ານປະທານາທິບໍດີ ແລະຂະບວນການເຄື່ອນໄຫວຝ່າຍຄ້ານຂອງປະເທດນັ້ນ.

“ມື້ນີ້ ພວກເຮົາໄດ້ພິສູດ ໃຫ້ຊາວໂລກເຫັນວ່າ ຊາວເຮຕີ ມີຄວາມສາມັກຄີກັນ. ພວກເຮົາບໍ່ໄດ້ແຕກແຍກກັນ,”ນັ້ນຄືຄໍາເວົ້າຂອງນັກເຄື່ອນໄຫວຈາກອົງການເພໂຕຣຈາເລັນເຈີ (Petro Challenger) ທີ່ຕໍ່ຕ້ານການສໍ້ລາດບັງຫຼວງເຣຈີນາດູມ ທີ່ກ່າວຕໍ່ວີໂອເອ.

ລາວກ່າວຕໍ່ໄປວ່າ "ບໍ່ມີຄວາມແຕກຕ່າງກັນເລີຍ ລະຫວ່າງຜູ້ທີ່ເຊື່ອຖືໃນດ້ານ ວູດູ (Voodoo) ກັບຊາວກາໂຕລິກ, ນັກເຄື່ອນໄຫວ, ທ່ານຫມໍ, ນັກວິສະວະ ກອນ." "ມື້ນີ້ແມ່ນຊາວເຮຕີ ທີ່ຮູ້ວ່າພວກເຮົາກຳລັງປະເຊີນກັບບັນຫາທີ່ໃຫຍ່ ຫລວງ ແລະພວກເຮົາບໍ່ສາມາດຍອມຮັບເອົາອຳນາດການປົກຄອງ ແບບຜະ ເດັດການໃຫ້ມີສືບຕໍ່ໄປອີກແລ້ວ."

ການເດີນຂະບວນດັ່ງກ່າວໄດ້ເກີດຂຶ້ນ ໃນເວລາທີ່ປະເທດເຮຕີ ກຳລັງປະສົບກັບຄວາມວຸ້ນວາຍທາງການເມືອງ ແລະດ້ານຄວາມໝັ້ນຄົງ ແລະມີການຂັດແຍ້ງກັນກ່ຽວກັບວ່າ ສະໄໝການດໍາລົງຕໍາແໜ່ງຂອງປະທານາທິບໍດີ ໂຈເວີແນລ ມົວຊີ ຄວນສິ້ນສຸດລົງເມື່ອໃດ. ສະຫະລັດ ແລະອົງການສະຫະປະຊາຊາດ, ເຖິງແມ່ນວ່າ ຈະສະໜັບສະໜູນຂໍ້ໂຕ້ແຍ້ງຂອງທ່ານມົວຊີ ທີ່ເວົ້າວ່າທ່ານພຽງແຕ່ຮັບໃຊ້ ໄດ້ພຽງແຕ່ 4 ປີ ຂອງສະໄໝການດໍາລົງຕໍາແໜ່ງທັງໝົດທີ່ມີ 5 ປີ ນັ້ນກໍຕາມ ແຕ່ກໍໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງໃນປີນີ້.

ໃນວັນທີ 7 ກຸມພາຜ່ານມາ, ທ່ານມົວຊີໄດ້ປະກາດວ່າ ລັດຖະບານໄດ້ຢຸດຕິ ຄວາມພະຍາຍາມທີ່ຈະກໍ່ລັດຖະປະຫານ. ຜູ້ພິພາກສາຂອງສານປະຊາຊົນສູງສຸດສາມທ່ານ ບໍ່ໄດ້ຖືກແຈ້ງໃຫ້ຊາບເລີຍ. ໃນອາທິດແລ້ວນີ້, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງຂອງອົງການສະຫະລັດປະຊາຊາດໄດ້ສະແດງຄວາມເປັນຫ່ວງກ່ຽວກັບຄວາມບໍ່ສະຫງົບທາງດ້ານການເມືອງຂອງເຮຕີທີ່ກຳລັງຮ້າຍ ແຮງຂຶ້ນ.

ທ່ານ ມົວຊີໄດ້ກ່າວຕໍ່ສະພາຄວາມໝັ້ນຄົງ ໂດຍໄດ້ໃຫ້ເຫດຜົນປ້ອງກັນມາດຕະ ການທີ່ທ່ານໄດ້ປະຕິບັດໄປນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG