ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງຂອງກຸ່ມອາດຊະຍາກອນ ທີ່ເພີ້ມສູງຂຶ້ນ ໃນເຮຕີ ກ້າວເຂົ້າມາຮອດສະຖາບັນທີ່ມີຊື່ສຽງ ໃນ ພອດ-ໂອ-ພຣິນສ໌


ຄວາມຮຸນແຮງຂອງກຸ່ມອາດຊະຍາກອນ ທີ່ເພີ້ມສູງຂຶ້ນ ໃນເຮຕີ ກ້າວເຂົ້າມາຮອດສະຖາບັນທີ່ມີຊື່ສຽງ ໃນ ພອດ-ໂອ-ພຣິນສ໌

ຄວາມ​ຮຸນ​ແຮງ​ຂອງ​ແກັ່ງອັນຕະພານ​ທີ່​ເພີ້ມຂຶ້ນ ໄດ້​ແຜ່ຂະຫຍາຍຢູ່​ເຮ​ຕີ ​ໃນ​ເດືອນ​ນີ້ ​ແລະກໄດ້​ແຜ່​ລາມ​ໄປ​ເຖິງ​ບາງ​ສ່ວນ​ຂອງ​ນະຄອນຫຼວງ, ​ພອດ-ໂອ-​ພຣິນ​ສ໌, ເຊິ່ງເປັນບ່ອນທີ່ຕັ້ງຂອງສະຖາບັນ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຈຳນວນນຶ່ງ. ຄວາມ​ຮຸນ​ແຮງ​ໄດ້​ສັ່ນ​ຄອນຄວາມຮູ້ສຶກດ້ານຄວາມ​ປອດ​ໄພ​ຂອງ​ພົນລະເມືອງ ​ໃນ​ເຂດ​ທີ່ພວກ​ເຂົາ​ເຈົ້າ​ຄິດ​ວ່າ ຂ້ອນຂ້າງປອດ​ໄພນັ້ນ​. ມາເທຍໂດ ວຽລມີ (Matiado Vilme) ມີລາຍງານພິເສດຈາກຖະໜົນຫົນທາງໃນນະຄອນຫຼວງ ຂອງເຮຕີ ກ່ຽວກັບເລື່ອງນີ້.

ສຽງປືນໄດ້ດັງ​ຂຶ້ນ​ຢູ່​ຕາມ​ຖະໜົນ​ຫົນທາງ ​ອ້ອມ​ຂ້າງ​ສວນສາທາລະນະຫຼັກ ​ໃນ​ໃຈກາງ​ເມືອງ ພອດ-ໂອ-​ພຣິນ​ສ໌ (Port-au-Prince) ຂອງ​ເຮ​ຕີ, ໃນວັນ​ທີ 21 ມີນາຜ່ານມາ​ນີ້.

"ເກີດຫຍັງຂື້ນ?" ມາເທຍໂດ ​ໄດ້​ຖາມແມ່ຍິງຄົນ​ນຶ່ງ​ ໃນພາສາຄຣີໂອລ.

“ແມ່ນຫຍັງເກີດຂຶ້ນ?” ນັກຂ່າວຂອງພວກເຮົາໄດ້ຖາມນຶ່ງໃນຫລາຍໆ​ຄົນ ​ທີ່ພວມ​ແລ່ນ​ໜີ​ຈາກເຫດການ​ຍິງ​ປືນ​ຢູ່​ໃກ້​ກັບ ຊາມປ໌-ດີ-ມາສ໌ (Champ-de-Mars).

ບໍ່​ມີ​ຄຳ​ຕອບເລີຍ, ແຕ່ສາມາດໄດ້ຍິນສຽງຂອງ​ຜູ້​ຍິງ​ທີ່​ຢ້ານ​ກົວ​ອີກ​ຄົນ​ນຶ່ງ ​ເວົ້າ​ວ່າ, “ພຣະ​ເຢ​ຊູ​ທີ່ແສນດີເຈົ້າ, ຂ້າ​ນ້ອຍ​ສິ​ຕາຍ​ໃນ​ມື້​ນີ້ແລ້ວ.”

ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ບໍ່​ໄດ້​ບອກ​ຊື່ຂອງລາວ ກໍາລັງ​ຍ່າງ​ໜີ​ຈາກຄວາມ​ຮຸນ​ແຮງ ເມື່ອ​ລາວ​ໄດ້​ສັງ​ເກດ​ເຫັນ​ເຄື່ອງ​ໝາຍ​ສຽງອາເມຣິກາ ​ຂອງ​ນັກ​ຂ່າວ​ຂອງ​ພວກ​ເຮົາ. ລາວໄດ້ຢຸດເພື່ອເລົ່າປະສົບການຂອງລາວສູ່ພວກເຮົາຟັງ.

ພໍ່ຄ້າ ໃນເມືອງ ພອດ-ໂອ-​ພຣິນ​ສ໌ (Port-au-Prince) ກ່າວເປັນພາສາ ຄຣີໂອລ (CREOLE) ວ່າ:

“ມີຂ່າວລືຫຼາຍຢ່າງເຜີຍແຜ່ໄປທົ່ວ. ຂ້ອຍມາບ່ອນນີ້ເພື່ອຂາຍສິນຄ້າ, ແລະຂ້ອຍກໍບໍ່ສາມາດຂາຍໄດ້. ຕອນນີ້ຂ້ອຍອາຍຸ 60 ປີແລ້ວ. ຂ້ອຍບໍ່ສາມາດດໍາລົງຊີວິດຢູ່ພາຍໃຕ້ຄວາມກົດດັນແບບນີ້ໄດ້. ຂ້ອຍຕ້ອງອອກຈາກ [ສະຖານທີ່ນີ້] ແລະກັບບ້ານ.”

ຜູ້ຊາຍໄວຫນຸ່ມທີ່ຂີ່ລົດຈັກ, ມີເລືອດອອກຢູ່ທີ່ຂາຂອງລາວ, ໄດ້ຢຸດເພື່ອໃຫ້ຜູ້ຊາຍຊຸດດຳເອົາຜ້າມາພັນບາດຂອງລາວໄວ້.

ຕຳຫຼວດ​ໃນເຄື່ອງແບບ ​ທີ່​ລາດຕະ​ເວນ​ຕາມ​ຖະໜົນ​ຫົນທາງ ​ໄດ້​ຮ້ອງ​ໃຫ້​ປະຊາຊົນ​ອອກໄປ​ຈາກ​ເຂດ​ດັ່ງກ່າວ, ໃນຂະນະ​ທີ່​ຄົນ​ອື່ນໆ​ໄດ້​ເຝົ້າ​ຍາມ​ທາງ​ເຂົ້າ​ຖານ​ທັບ ອູດໂມ (UDMO), ເຊິ່ງເປັນໜ່ວຍ​ງານ​ຕຳຫຼວດ​ແຫ່ງ​ຊາດ ຂອງເຮຕີ ທີ່​ຮັບຜິດຊອບໃນການ​ຄວບ​ຄຸມ​ຝູງ​ຊົນ.

ຫ້າມື້ຕໍ່ມາ, ຜົນສະທ້ອນຂອງຄວາມຮຸນແຮງຂອງກຸ່ມແກັ່ງ ປາກົດໃຫ້ເຫັນໄດ້ຢ່າງຈະແຈ້ງຢູ່ຖະໜົນ ມົງຊີເຍີ ກິລລູກສ໌ (Monseigneur Guilloux), ເຊິ່ງຢູ່ຕິດກັບໂຮງໝໍຂອງມະຫາວິທະຍາໄລແຫ່ງລັດຂອງເຮຕີ.

ນີ້​ແມ່ນ​ຄລີ​ນິກ​ການ​ແພດ​ທີ່​ຖືກ​ປຸ້ນ​ໂດຍ​ສະ​ມາ​ຊິກ​ຂອງ​ພັນທະມິດ ຂອງ​ກຸ່ມ​ແກັ່ງ​ທີ່​ເອີ້ນ​ຕົນ​ເອງ​ວ່າ ວີບວ໌ ອອນຊອມບູລ (Viv Ansanm).

ພວກ​ກຸ່ມໂຈນໄດ້​ປຸ້ນ​ຈີ້ ​ແລະ​ຈູດ​ເຜົາ​ທຸລະ​ກິດ​ອື່ນໆ ລວມທັງ​ບ່ອນ​ທີ່ ທ້າວ ຊອນ ອີບ ໂປລີກາດ (Jean Yves Policard) ກ່າວ​ວ່າ ລາວ​ໄດ້​ເຮັດ​ວຽກ​ຢູ່ທີ່ນັ້ນ ມາ​ເປັນ​ເວລາ 37 ປີ.

ທ້າວ ຊອນ ອີບ ໂປລີກາດ (Jean Yves Policard), ຊາວເມືອງ ພອດ-ໂອ-​ພຣິນ​ສ໌ (Port-au-Prince ກ່າວເປັນພາສາ ຄຣີໂອລ (CREOLE) ວ່າ:

"ຂ້ອຍຍັງບໍ່ຮູ້ວ່າ ຂ້ອຍສູນເສຍໄປຫຼາຍເທົ່າໃດ. ການທີ່ຢູ່ໃກ້ກັບໂຮງຫມໍ ແລະທໍານຽບປະທານາທິບໍດີຫຼາຍປານນີ້, ຂ້ອຍບໍ່ຄິດເລີຍວ່າ ຂ້ອຍຈະປະເຊີນກັບສະຖານະການນີ້. ຕອນຂ້ອຍເຫັນທຸກຄົນແລ່ນຂື້ນໄປເທິງເນີນພູ, ຂ້ອຍເວົ້າກັບຕົວເອງວ່າ: 'ຂ້ອຍຈະເຮັດໃຈເຢັນໆໄວ້, ເພາະວ່າ ການຢູ່ໃກ້ກັບສະຖານທີ່ເຫຼົ້ານີ້ ຈະເຮັດໃຫ້ຂ້ອຍປອດໄພ.' ທ້າຍທີ່ສຸດແລ້ວ, ຄວາມປອດໄພກໍກາຍເປັນສູນ."

ການຂາດລະບົບຮັກສາຄວາມປອດໄພດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນໃນນະຄອນຫຼວງ ຂອງເຮຕີ ຕ້ອງຍ່າງແບບບໍ່ມີຈຸດໝາຍ ຜ່ານຊາກຫັກພັງຂອງລົດທີ່ຖືກໄຟໄຫມ້ ແລະຖະຫນົນຫົນທາງທີ່ເຕັມໄປດ້ວຍສິ່ງເສດເຫຼືອ, ໂດຍບໍ່ຮູ້ວ່າ ຄວາມຮຸນແຮງຂອງພວກແກັ່ງອັນຕະພານ ຈະສິ້ນສຸດລົງເມື່ອໃດ.

ອ່ານລາຍງານເປັນພາສາອັງກິດຂ້າງລູ່ມນີ້:

The surge in gang violence that has plagued Haiti this month has spread to parts of the capital, Port-au-Prince, where some of its most prominent institutions are located. The violence has shaken residents’ sense of security in areas they thought were relatively safe. Matiado Vilme has exclusive video from the streets of the Haitian capital in this story.

Gunfire erupted in the streets surrounding a major public park in downtown Port-au-Prince, Haiti, on March 21.

“What is going on?” our reporter asked one of the many people running away from the shooting near the Champ-de-Mars.

There was no answer, but another terrified woman could be heard saying, “Sweet Jesus, I am going to die today.”

One man, who didn't provide his name, was walking away from the violence when he noticed our reporter’s Voice of America insignia. He stopped to share his experience.

Port-au-Prince Merchant said:

“There are a lot of rumors going around. I am here to sell stuff, and I can’t even make a sale. I am now 60 years old. I can’t live under this kind of pressure. I have to leave [this place] and go home.”

A young man on a motorcycle, bleeding from his leg, stopped to get his wound bandaged by an armed man dressed in black.

Uniformed police patrolling the streets shouted for people to leave the area, as others guarded the entrance to a base of UDMO, a Haitian National Police unit responsible for crowd control.

Five days later, the aftermath of the gang violence was evident on Monseigneur Guilloux Street, adjacent to the State University of Haiti Hospital.

This was a medical clinic looted by members of a coalition of gangs who call themselves Viv Ansanm.

The bandits looted and burned other businesses, including one where Jean Yves Policard ((pron. ZHON EEV pol-ee-CAR)) says he had been working for 37 years.

Jean Yves Policard, Port-au-Prince Resident said:

“I don’t know yet how much I’ve lost. Being so close to the hospital and the presidential palace, I didn’t think that I would face this situation. When I saw everybody running for the hills, I said to myself: 'I’ll keep my cool, because my proximity to those sites would give me some kind of safety.' At the end of the day, the security was simply zero.”

That absence of security has left residents of the Haitian capital wandering through the wreckage of burned-out cars and debris-filled streets, not knowing when the gang violence will end.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG