ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄອຍະການຢູ່ສານອາຍາສາກົນ ຂໍອະນຸຍາດສືບຕໍ່ ທໍາການສືບສວນເລື້ອງ ອາດຊະຍາກຳສົງຄາມ ໃນອັຟການິສຖານ


ເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຂອງອັຟການິສຖານກວດເບິ່ງສະຖານທີ່ເກີດເຫດວາງລະເບີດສະຫລະຊີບໃສ່ລົດບັນທຸກຢູ່ແຂວງ Balkh ທາງພາກເໜືອຂອງອັຟການິສຖານ, ວັນທີ 25 ສິງຫາ, 2020
ເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຂອງອັຟການິສຖານກວດເບິ່ງສະຖານທີ່ເກີດເຫດວາງລະເບີດສະຫລະຊີບໃສ່ລົດບັນທຸກຢູ່ແຂວງ Balkh ທາງພາກເໜືອຂອງອັຟການິສຖານ, ວັນທີ 25 ສິງຫາ, 2020

ໄອຍະການຢູ່ທີ່ສານອາຍາສາກົນ ຫລື ICC ທີ່ນະຄອນເຮກ (Hague) ໃນວັນຈັນວານນີ້ໄດ້ຂໍອະນຸຍາດຈາກສານໃຫ້ສືບຕໍ່ທໍາການສືບສວນກ່ຽວກັບອາດຊະຍາກຳສົງຄາມຕໍ່ການກະທຳຂອງກຸ່ມຕາລິບານ ແລະກຸ່ມລັດອິສລາມ -ໂຄຣາຊານ (Khorasan) ໃນອັຟການິສຖານ.

ICC ໄດ້ໃຊ້ເວລາ 15 ປີໃນການສືບສວນ ການກໍ່ອາດຊະຍາກຳສົງຄາມຢູ່ໃນອັຟການິສຖານທີ່ຖືກສົງຄາມທໍາລາຍນັ້ນ, ແຕ່ການສືບສວນໄດ້ຖືກໂຈະໄວ້ເມື່ອນຶ່ງປີກ່ອນໂດຍລັດຖະບານອັຟການິສຖານທີ່ສະໜັບສະໜູນໂດຍສະຫະລັດ ທີ່ເວົ້າວ່າ ຕົນໄດ້ດຳເນີນການສືບສວນຂອງຕົນ ກ່ອນທີ່ປະເທດຈະຕົກເປັນຂອງພວກຕາລີບານໃນເດືອນແລ້ວນີ້.

ICC ແມ່ນສານສຸດທ້າຍຂອງການສືບສວນອາດຊະຍາກຳສົງຄາມ, ເມື່ອປະເທດສະມາຊິກບໍ່ສາມາດ ຫຼືບໍ່ຍິນດີທີ່ຈະດຳເນີນການສືບສວນຂອງເຂົາເຈົ້າເອງ. ໄອຍະການຄົນໃໝ່ຂອງ ICC, ທ່ານຄາຣິມ ຄານ (Karim Khan) ກ່າວວ່າ ນັບຕັ້ງແຕ່ລັດຖະບານການບູລທີ່ໄດ້ຮັບການຍອມຮັບຈາກສາກົນໄດ້ພັງທະລາຍລົງ, “ສະຖານະການມີການປ່ຽນແປງຢ່າງຫລວງຫລາຍ.”

ທ່ານຄານກ່າວວ່າ “ຫຼັງຈາກໄດ້ທົບທວນເບິ່ງບັນຫາຕ່າງໆຢ່າງຖີ່ຖ້ວນແລ້ວ, ຂ້າພະເຈົ້າໄດ້ສະຫຼຸບວ່າໃນເວລານີ້, ບໍ່ມີຄວາມເປັນໄປໄດ້ທີ່ຈະມີການສືບສວນພາຍໃນປະເທດຢ່າງແທ້ຈິງ ແລະມີປະສິດທິພາບອີກແລ້ວ ... ຢູ່ພາຍໃນອັຟການິສຖານ.

ດຽວນີ້ຜູ້ພິພາກສາ ICC ຈະພິຈາລະນາຄຳຮ້ອງຂອງທ່ານຄານ. ເຈົ້າໜ້າທີ່ສືບສວນໄດ້ກວດກາເບິ່ງ ການກໍ່ອາດຊະຍາກຳທີ່ຖືກກ່າວຫາໂດຍທຸກຝ່າຍໃນຄວາມຂັດແຍ້ງ, ລວມທັງກອງກຳລັງທະຫານສະຫະລັດ, ທະຫານລັດຖະ ບານ ອັຟການິສຖານ ແລະນັກລົບຂອງພວກຕາລີບານ.

ທ່ານຄານກ່າວວ່າ ທ່ານຢາກສຸມໃສ່ການສືບສວນຂອງທ່ານຕໍ່ການກະທຳຂອງກຸ່ມຕາລີບານ ແລະກຸ່ມລັດອິສລາມ -ໂຄຣາຊານ (Khorasan), ການໂຈມຕີຂອງກຸ່ມກໍ່ການຮ້າຍລັດອິສລາມ ທີ່ປະຕິບັດງານຢູ່ໃນອັຟການິສຖານ, ແລະຢາກ "ເອົາ" ເລື້ອງກໍ່ອາຊະຍາກຳສົງຄາມ ໂດຍກອງກຳລັງທະຫານສະຫະລັດທີ່ຖືກກ່າວຫານັ້ນ ໄວ້ສືບສວນນໍາຫລັງ.

ການລວມເອົາເລື້ອງກໍ່ອາດຊະຍາກຳສົງຄາມໂດຍກອງກຳລັງທະຫານສະຫະລັດກ່ອນໜ້ານີ້ ໄດ້ສ້າງຄວາມໂກດແຄ້ນຕໍ່ລັດຖະບານຂອງອະດີດປະທານາທິບໍດີສະຫະລັດດໍໂນລ ທຣຳ, ເຊິ່ງໄດ້ວາງມາດຕະການລົງໂທດຕໍ່ທ່ານນາງຟາຕູ ເບນຊູດາ (Fatou Bensouda) ຜູ້ດໍາລົງຕຳແໜ່ງກ່ອນທ່ານຄານ ກ່ຽວກັບບັນຫາດັ່ງກ່າວ. ສະຫະລັດໄດ້ຍົກເລີກການລົງໂທດຕໍ່ທ່ານນາງເບນຊູດາ ໃນຕົ້ນປີນີ້ ພາຍໃຕ້ລັດຖະບານ ຂອງປະທານາທິບໍດີໂຈ ໄບເດັນ.

ກະຊວງການຕ່າງປະເທດສະຫະລັດໃນວັນຈັນມື້ນີ້ໄດ້ຮັບຮູ້ການປະກາດຂອງໄອຍະການດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG