ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກມືປືນ ຍຶດສະຖານີ ໂທລະພາບລັດ ທີ່ຄອງໂກ (ສະໄລດ໌)


ມື​ປືນ​ຈໍານວນ​ນຶ່ງກັກໂຕ ​ນັກ​ຂ່າວຫລາຍ​ຄົນ​ໄວ້ເປັນ​ໂຕ​ປະກັນ ຢູ່ສະຖານີ​ໂທລະພາບ​ຂອງ​ລັດ​ ໃນ​ເມືອງ​ຫລວງຄອງໂກ.
ມື​ປືນ​ຈໍານວນ​ນຶ່ງກັກໂຕ ​ນັກ​ຂ່າວຫລາຍ​ຄົນ​ໄວ້ເປັນ​ໂຕ​ປະກັນ ຢູ່ສະຖານີ​ໂທລະພາບ​ຂອງ​ລັດ​ ໃນ​ເມືອງ​ຫລວງຄອງໂກ.
ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໃນ ສາທາລະນະ​ລັດ ປະຊາທິປະ​ໄຕ ຄອງ​
ໂກ ກ່າວ​ວ່າ ​ໄດ້​ເກີດ​ການ​ຍິງ​ຕໍ່ສູ້​ກັນ ຢູ່​ໃນ​ຫລາຍໆ​ເຂດ​ຂອງ
ເມືອງ​ຫລວງ Kinshasa ໃນ​ວັນ​ຈັນ​ມື້​ນີ້​ແລະ​ມື​ປືນ​ຈໍານວນ​ນຶ່ງ
ໄດ້ກັກໂຕ ​ນັກ​ຂ່າວຫລາຍ​ຄົນ​ໄວ້ເປັນ​ໂຕ​ປະກັນ ຢູ່ສະຖານີ​
ໂທລະພາບ​ຂອງ​ລັດ​ ໃນ​ເມືອງ​ຫລວງ.

ພວກ​ມື​ປືນ​ໄດ້ອອກ​ອາກາດ ​ແລະໄດ້​ຖະ​ແຫລ​ງຕໍ່ຕ້ານ​ລັດຖະ
ບານ ກ່ອນ​ທີ່​ໂທລະພາບ​ຈະ​ຖືກ​ຕັດຂາດ. ຕໍາຫລວດ​ໄດ້ເຂົ້າ
​ປິດ​ລ້ອມສະຖານີໂທລະພາບ​ໄວ້.

ຢູ່ແຫ່ງ​ອື່ນໆ ​ໃນ​ເມືອງຫລວງ Kinshasa ​ໃນ​ວັນ​ຈັນ​ມື້​ນີ້ ​ໄດ້​ຍິນ​ສຽງຍິງ​ປືນຕໍ່ສູ້​ກັນຢ່າງໜັກ
ຢູ່​ເດີ່ນ​ບິນ​ນາ​ໆ​ຊາດ ​ແລະ​ພວກ​ມື​ປືນ​ໄດ້​ຍິງ​ໂຈມ​ຕີ ຢູ່​ໃກ້ໆ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.
ຍັງ​ບໍ່​ມີ​ລາຍ​ງານ​ວ່າ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ ໃນ​ທັນ​ທີ​ນີ້​ເທື່ອ.

ຄວາມ​ຮຸນ​ແຮງ​ທີ່​ລະ​ເບີດ​ຂຶ້ນ​ໃນ​ເມືອງ​ຫລວງ ຂອງ​ ສາ​ທາ​ລະນະ​ລັດ​ປ​ະ​ຊາ​ທິປະ​ໄຕຄອງ​ໂກ
ໄດ້​ສ້າງ​ຄວາມ​ແຕກ​ຕື່ນ​ຕົກ​ໃຈ ຫລາຍ​ສົມຄວນ​ໃນ​ທົ່ວ​ເມືອງ​ຫລວງ.



XS
SM
MD
LG