ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນໂຈມຕີ ສະພາແຫ່ງຊາດ ອີຣ່ານ ແລະ ສະຖານທີ່ ສັກກາລະບູຊາທ່ານ ໂຄເມນີ


ແຜນທີ່ນະຄອນຫຼວງ ເຕຮະຣ່ານ, ອີຣ່ານ.
ແຜນທີ່ນະຄອນຫຼວງ ເຕຮະຣ່ານ, ອີຣ່ານ.

ອົງການຂ່າວ ອີຣ່ານ ໄດ້ລາຍງານ ກ່ຽວກັບ ການໂຈມຕີ ທີ່ໄດ້ຮັບຄວາມສົນໃຈຢ່າງສູງ ສອງຄັ້ງໃນວັນພຸດມື້ນີ້, ເຊິ່ງຄັ້ງໜຶ່ງໄດ້ແນເປົ້າໃສ່ສະພາແຫ່ງຊາດຂອງປະເທດ ແລະ ອີກຄັ້ງໜຶ່ງແມ່ນຢູ່ສະຖານທີ່ບູຊາຂອງທ່ານ Ayatollah Ruhollah Khomeini ອະດີດ ຜູ້ນຳຂອງປະເທດທີ່ໄດ້ເສຍຊີວິດໄປແລ້ວ.

ການໂຈມຕີສະຖານທີ່ບູຊາໄດ້ຖືກລາຍງານວ່າ ມີມືປືນສາມຄົນເຂົ້າຮ່ວມ ແລະ ມືລະ
ເບີດສະຫຼະຊີບຄົນໜຶ່ງ ຜູ້ທີ່ໄດ້ບຸກເຂົ້າໄປໃນສະຖານທີ່ຕັ້ງຢູ່ທິດໃຕ້ຂອງນະຄອນຫຼວງ
ເຕຮະຣ່ານ ແລະ ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນບາດເຈັບ. ລາຍງານນັ້ນໄດ້ກ່າວວ່າ ຕຳຫຼວດໄດ້ຈັບກຸມຜູ້ໂຈມຕີຢ່າງໜ້ອຍໜຶ່ງຄົນ ແລະ ໄດ້ສັງຫານອີກຄົນໜຶ່ງ.

ຢູ່ສະພາແຫ່ງຊາດ ອີຣ່ານ ນັ້ນ, ລາຍງານກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນແມ່ນໄດ້ຂັດກັບບາງ ຄົນທີ່ເວົ້າວ່າມີມືປືນ 4 ຄົນທີ່ມີສ່ວນຮ່ວມໃນການຍິງກັນທີ່ເຮັດໃຫ້ຄົນໜຶ່ງເສຍຊີວິດ
ແລະ ຫຼາຍຄົນໄດ້ຮັບບາດເຈັບ, ລວມທັງຄົນຍາມຮັກສາຄວາມປອດໄພນຳ.

ລາຍງານບາງສະບັບໄດ້ຢໍ້າຄຳເວົ້າຂອງສະມາຊິກສະພາຄົນໜຶ່ງວ່າ ມືປືນຄົນໜຶ່ງໄດ້ຖືກ
ຈັບກຸມ.

ມັນຍັງບໍ່ມີຄວາມກະຈ່າງແຈ້ງໃນທັນທີທັນໃດວ່າ ແມ່ນໃຜຢູ່ເບື້ອງຫຼັງຂອງການໂຈມຕີ
ຫຼື ວ່າພວກເຂົາເຊື່ອມໂຍງກັບໃຜ.

Iranian news agencies reported Wednesday a pair of high-profile attacks, one targeting the country's parliament and another the shrine of late leader Ayatollah Ruhollah Khomeini.

The shrine attack was said to involve three gunman and a suicide bomber who stormed the site located south of Tehran and wounded several people.The reports said police arrested at least one of the attackers and killed another.

At the Iranian parliament, reports of what happened were more conflicting with some saying as many as four gunmen were involved in shootings there that killed one person and wounded several others, including security guards.

Some of the reports quoted a lawmaker saying one of the shooters had been arrested.

It was not immediately clear who was behind the attacks or if they were connected.

XS
SM
MD
LG