ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມືປືນ ສັງຫານ 3 ຄົນ ຢູ່ສູນປະຊາຄົມ ຊາວຢີວ ສອງແຫ່ງ ໃນສະຫະລັດ (ສະໄລດ໌/ວີດີໂອ)


US SHOOTING VOSOT
please wait
Embed

No media source currently available

0:00 0:01:07 0:00

ເບິ່ງວີດີໂອເລື້ອງນີ້

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ລັດ Kansas ​ທາງ​ພາກ​ກາງຂອງ​ສະຫະ
ລັດ ​ໄດ້​ບົ່ງ​ຊື່ ນາຍ Frazier Glenn Cross ​ທີ່​ເປັນ​ຄົນຖືລັດ
ທິ​ຜິວ​ຂາວ​ເປັນ​ໃຫຍ່ ​ມາເປັນ​ເວລາ​ດົນ​ນານ ວ່າ​ເປັນ​ຜູ້ຕ້ອງ
ສົງ​ໄສ​ໃນ​ການ​ສັງຫານໝູ່ 3 ຄົນ​ໃນ​ວັນ​ອາທິດ​ວານ​ນີ້ຢູ່​ຂ້າງ​
ນອກສູນ​ປະຊາ​ຄົມ​ຊາວ​ຢີວ​ແຫ່ງ​ນຶ່ງ ​ແລະສູນເບ້ຍບຳນານ​
ຂອງ​ຊາວ​ຢີວ ອີກແຫ່ງ​ນຶ່ງ.

ນາຍ Cross ມີກຳນົດ​ຈະ​ໄປ​ປາກົດ​ໂຕ​ຕໍ່​ສານ​ໃນ​ວັນຈັນ​ມື້​ນີ້
​ເພື່ອ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ ​ຂ້າ​ຄົນ​ໂດຍ​ມີ​ການວາງ​ແຜນ​ໄວ້
​ກ່ອນ.

ຕຳຫຼວດ​ກ່າວ​ວ່າ ນາຍ Cross ໄວ 73 ປີ​ ໃຊ້​ປືນ​ລ່າ​ສັດ​ຂ້າ​ຜູ້​ຊາຍ​ຄົນ​ນຶ່ງ ​ແລະເດັກ
ຊາຍໄວ​ລຸ່ນຄົນ​ນຶ່ງ​ ຢູ່​ລານຈອດ​ລົດຂອງ​ສູນ​ກາງ​ປະຊາ​ຄົມຊາວ​ຍິວ​ທີ່​ເມືອງ Over
land Parkໃນ​ເຂດ​ຊານ​ເມືອງ​ Kansas City. ​ຕຳຫຼວດ​ກ່າວຕື່​ມ​ວ່າ ຫຼັງ​ຈາກນັ້ນ
ຜູ້ກ່ຽວ​ໄດ້ຂັບ​ລົດ​ໄປ​ຍັງຄຸ້ມ​ບ່ອນຢູ່​ຂອງ​ຊາວ​ຍິວເບ້ຍ​ບຳນານແຫ່ງ​ນຶ່ງ​ທີ່ຢູ່​ໃກ້ໆ​ກັນ​
ນັ້ນ ແລະ​ໄດ້ ສັງຫານແມ່ຍິງ​ຄົນ​ນຶ່ງ ກ່ອນຖືກ​ເຈົ້າ​ໜ້າ​ທີ່​ຈັບ​ກຸມຢູ່​ໂຮງຮຽນປະຖົມ
ແຫ່ງ​ນຶ່ງ.

ທ່ານ John Douglass ຫົວໜ້າ​ຕຳຫຼວດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ເຈົ້າ​
ໜ້າ​ທີ່​ຍັງ​ບໍ່​ທັນ​ພ້ອມ​ທີ່​ຈະ​ເອີ້ນ​ການ​ຍິງ​ຄົນ​ຕາຍ​ນີ້​ວ່າ ເປັນ​ອາ​ຊະ​ຍາ​ກຳ​ຍ້ອນ​ຄວາມ
ກຽດ​ຊັງເທື່ອ ຊຶ່ງ​ທ່ານ​ຊີ້​ແຈງ​ວ່າ:

ທ່ານ Douglass ກ່າວ​ວ່າ “ມັນ​ຍັງໄວ​ໂພດໃນ​ການ​ສືບສວນ​ສອບສວນ
ຂັ້ນ​ຕົ້ນ​ນີ້ ທີ່​ຈະ​ພະຍາຍາມ​ລະບຸ​ວ່າ​ ເປັນ​ອາ​ຊະ​ຍາ​ກຳ​ກຽດ​ຊັງ​ນັ້ນ. ພວກ​
ເຮົາ​ຮູ້ວ່າ ມັນ​ເປັນ​ພຶດຕິ​ກຳກໍ່ຄວາມ​ຮຸນ​ແຮງ​ທີ່​ຊົ່ວ​ຮ້າຍ ແລະດັ່ງ​ທີ່​ພວກ​
ທ່ານ​ຮູ້ຈັກ​ດີ ​ເປັນ​ທີ່​ຈະ​ແຈ້ງວ່າ ບ່ອນ​ເກີດ​ເຫດ​ທັງ​ສອງ​ບ່ອນ ​ເປັນ​ສູນ​ປະ
ຊາ​ຄົມ​ສອງ​ແຫ່ງ​ຂອງ​ຊາວ​ຢີວ ຊຶ່ງ​ອາດ​ພາ​ໃຫ້ບາງ​ຄົນ​ ສັນນິຖານ​ວ່າ​ເປັ
ເຊັ່ນ​ນັ້ນ​ແຕ່​ພວ​ກເຮົາ​ຈະ​ຕ້ອງ​ຮູ້ຈັກ​ເລື້ອງ​ນີ້​ຕື່ມ​ອີກ ກ່ອນ​ທີ່ພວກ​ເຮົາ​ຈະ
ເວົ້າ​ໄດ້.”


ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ການ​ຍິງ​ກັນ​ຕາຍ​ນີ້ ​ເປັນ ເລື້ອງ​ທີ່ “​ໜ້າ​
ຢ້ານ​ກົວຫລາຍ” ​ແລະ​ “ໜ້າ​ເສົ້າ​ສະຫລົດ​ໃຈ​ທີ່​ສຸດ” ​ແລະ​ສະ​ແດງ​ການສະໜັບ
ສະໜຸນຂອງ​ທ່ານ ​ແລະ​ ທ່ານ​ນາງ Michelle ພັນ​ລະ​ຍາ​ຂອງ​ທ່ານ ​ແກ່​ພວກ​ຄອບ
ຄົວ​ຂອງຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຄັ້ງ​ນີ້.
XS
SM
MD
LG