ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ເວົ້າ​ວ່າ ການ​ປະ​ນີ​ປະ​ນອມ ກ່ຽວ​ກັບ ຄວາມ​ປອດ​ໄພ​ໃນ​ການ​ໃຊ້​ປືນ ໃກ້​ຕົກ​ລົງ​ກັນ​ໄດ້​ແລ້ວ


ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຄ​ຣິ​ສ ເມີ​ຟີ ແລະ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ອາ​ເລັກ​ສ໌ ປາ​ດີ​ຢາ, ຊ້າຍ, ລົມ​ກັບ​ນັກ​ເຄື່ອນ​ໄຫວ ກ່ຽວ​ກັບ ການ​ຄວບ​ຄຸມ​ປືນ, ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ, ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ. 26 ພຶດ​ສະ​ພາ, 2022.
ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຄ​ຣິ​ສ ເມີ​ຟີ ແລະ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ອາ​ເລັກ​ສ໌ ປາ​ດີ​ຢາ, ຊ້າຍ, ລົມ​ກັບ​ນັກ​ເຄື່ອນ​ໄຫວ ກ່ຽວ​ກັບ ການ​ຄວບ​ຄຸມ​ປືນ, ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ, ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ. 26 ພຶດ​ສະ​ພາ, 2022.

​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເຂົາ​ເຈົ້າ​ມີ​ກຳ​ລັງ​ໃຈ​ ຈາກ​ການ​ເຈ​ລະ​ຈາ​ກັບ​ພັກ​ຣີ​ພັບ​ບ​ລີ​ກັນ ກ່ຽວ​ກັບກົດ​ໝາຍ​ນິ​ຕິ​ບັນ​ຍັດວ່າດ້ວຍ​ປືນ ແຕ່​ໄດ້​ເຕືອນ​ວ່າ​ການ​ປະ​ນີປະ​ນອມ​ໃດໆ​ ຈະ​ບໍ່​ເປັນ​ໄປ​ຕາມ​ທຸກ​ບາດ​ກ້າວ​ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ ​ຕ້ອງ​ການ​ເພື່ອຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ຈາກ​ປືນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ຄ​ຣິ​ສ ເມີ​ຟີ, ຜູ້​ທີ່​ກຳ​ລັງ​ເຮັດ​ວຽກ​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຈອນ ຄໍ​ນິນ ກ່ຽວ​ກັບຂໍ້​ຕົກ​ລົງ​ທີ່​ອາດ​ເປັນ​ໄປ​ໄດ້ນັ້ນ ​ກ່າວ​ວ່າ “ທຸກວັນ, ພວກ​ເຮົາ​ໃກ້​ທີ່​ຈະ​ໄດ້​ຂໍ້​ຕົກ​ລົງ​ນຶ່ງ, ຄົງບໍ່​ໄກ​ອອກ​ໄປຫຼາຍ.”

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ ລະ​ດັບ​ສູງ​ຂອງ​ສະ​ພາ​ສູງ ທ່ານ ມິ​ດ​ຈ໌ ແມັກ​ຄອນ​ແນ​ລ, ໄດ້​ກ່າວ​ວ່າ ​ທ່ານ​ຫວັງ​ວ່າ​ທັງ​ສອງ​ຝ່າຍ​ຈະ​ໄດ້​ຂໍ້​ຕົກ​ລົງ ຫຼັງ​ຈາກ​ການ​ຍິງ​ສັງ​ຫານ​ໝູ່ຫຼາຍ​ຄັ້ງ ​ໃນ​ເມືອງບັ​ຟ​ຟາ​ໂລ ລັດນິວຢອກ, ເມືອງຢູ​ວາ​ລ​ດີ ລັດ ເທັກ​ຊັ​ສ, ເມືອງທັ​ລ​ຊາ (Talsa) ລັດໂອກ​ລາ​ໂຮ​ມາ ແລະ ບ່ອນ​ອື່ນໆ.

ທ່ານ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ພວກ​ເຮົາ​ຫວັງ​ທີ່​ຈະ​ໃຫ້​ມັນ​ໄດ້​ຜົນ​ສຸດ​ທ້າຍ ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ຢ່າງ​ແທ້​ຈິງ.”

ຜູ້​ນຳ​ສຽງ​ສ່ວນຫຼາຍ​ພັກ​ເດ​ໂມ​ແຄ​ຣັດ​ ໃນ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ວ່າ​ທ່ານ​ຈະ​ໃຫ້​ເວ​ລາ​ບັນ​ດາ​ນັກ​ເຈ​ລະ​ຈາ​ ຈົນ​ຮອດ​ຢ່າງ​ໜ້ອຍ​ທ້າຍ​ອາ​ທິດ ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ.

ການ​ເຈ​ລະ​ຈາ​ຕ່າງໆ​ໄດ້​ໃຫ້​ຄວາມ​ຫວັງ ກ່ຽວ​ກັບ ຂໍ້​ຕົກ​ລົງ​ຂ​ອ​ງ​ສອງ​ພັກ​ການ​ເມືອງ​ທີ່​ຫາ​ໄດ້​ຍາກ ກ່ຽວ​ກັບບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ປືນ​ໃນ​ລັດ​ຖະ​ສະ​ພາ, ເຊິ່ງບໍ່​ສາ​ມາດ​ທີ່​ຈະ​ດຳ​ເນີນ​ການ ຫຼັງ​ຈາກ​ການ​ຍິງ​ສັງ​ຫານ​ໝູ່​ທີ່​ຄ້າຍຄື​ກັນ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ຊາວ​ອາ​ເມ​ຣິ​ກັນ​ສ່ວນຫຼາຍ​ສະ​ໜັບ​ສະ​ໜູນ​ກົດ​ໝາຍ​ປືນ​ທີ່​ເຄັ່ງຄັດກວ່າ​ເກົ່າ, ອີງ​ຕາມ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນທີ່ໄດ້​ສະ​ແດງ​ໃຫ້ເຫັນ. ພີ່​ນ້ອງຫຼາຍ​ຄົນ​ຂອງ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ໃນ​ການ​ຍິງ​ກັນ​ເມື່ອບໍ່​ດົນ​ມານີ້, ເຊັ່ນ​ດຽວ​ກັບ​ດາຣານັກ​ສະ​ແດງ ແລະເປັນຜູ້​ທີ່​ເກີດ​ໃນ​ເມືອງ ຢູ​ວາ​ລດີ ລັດເທັກ​ຊັ​ສ ຄື ທ້າວ ແມັດ​ທິວ ແມັກ​ຄອນ​ນະເຮ, ກໍໄດ້​ໄປ​ຢ້ຽມ​ຢາມ​ວໍ​ຊິງ​ຕັນ​ ໃນ​ວັນ​ອັງ​ຄານ​ວານນີ້​ ເພື່ອ​ຮຽກ​ຮ້ອງໃຫ້​ດຳ​ເນີນ​ການ.

ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກາວ, ອີງ​ຕາມ​ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ຄາ​ຣີນ ຊັອງ-ປີ​ແອ.

ທ່ານ​ນາງ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາ​ຍ​ງານ​ວ່າ “ທ່ານ​ແມ່ນ​ມີ​ຄວາມ​ຄິດ​ໃນ​ແງ່ບວກ ກ່ຽວ​ກັບສິ່ງ​ທີ່​ທ່ານ​ໄດ້​ເຫັນ.”

ແຕ່​ຂໍ້​ຕົກ​ລົງ​ໃດ​ໆ ​ທີ່​ກຳ​ເນີດ​ຂຶ້ນ​ມາ ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ບໍ່​ລວມ​ຂໍ້​ຈຳ​ກັດ​ໃໝ່ ກ່ຽວ​ກັບການ​ເປັນ​ເຈົ້າ​ຂອງ​ປືນ ທີ່​ທ່ານ ໄບ​ເດັນ ແລະ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ອື່ນໆ​ ຕ້ອງ​ການ ​ເພື່ອຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ຈາກ​ປືນ​ ທີ່​ໄດ້​ສັງ​ຫານ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຫຼາຍກວ່າ 45,000 ຄົນ​ເມື່ອ​ປີ​ກາຍນີ້.

Democrats in the U.S. Senate said Tuesday they were encouraged by talks with Republicans on firearms legislation but warned that any compromise would fall well short of all the steps they say are needed to curb gun violence.

"Every day, we get closer to an agreement, not farther away," said Senator Chris Murphy, who is working with Republican Senator John Cornyn on a possible deal.

The Senate's top Republican, Mitch McConnell, said he hoped the two sides would find common ground after a wave of mass shootings in Buffalo, New York; Uvalde, Texas; Tulsa, Oklahoma, and elsewhere.

"We're hoping to actually get an outcome that will make a difference," McConnell said at a news conference.

Senate Democratic Leader Chuck Schumer said he would give negotiators until at least the end of the week to reach a deal.

The talks have raised hopes of a rare bipartisan agreement on gun-related issues in Congress, which has failed to act after similar mass shootings over the past decade.

Most Americans support stronger gun laws, opinion polls show. Several relatives of those killed in recent shootings, as well as actor and Uvalde, Texas, native Matthew McConaughey, visited Washington on Tuesday to urge action.

Democratic President Joe Biden supports the effort, White House spokeswoman Karine Jean-Pierre said.

"He is optimistic about what he's seeing," she said at a press briefing.

But any agreement that emerges will not likely include the new limits on gun ownership that Biden and most other Democrats say are needed to reduce gun violence that claimed more than 45,000 American lives last year.

XS
SM
MD
LG