ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກສອນສາສະໜາ ອິສລາມ ທ່ານ Gulen ປະນາມເທິກີ ອອກໝາຍຈັບທ່ານ


ນັກ​ສອນ​ສາສະໜາ​ອິສລາມ ທ່ານ Fethullah Gulen ກ່າວຕໍ່ບັນ ດານັກຂ່າວທີ່ບ້ານພັກໃນເມືອງ Saylorsburg ລັດ Pensylvania.
ນັກ​ສອນ​ສາສະໜາ​ອິສລາມ ທ່ານ Fethullah Gulen ກ່າວຕໍ່ບັນ ດານັກຂ່າວທີ່ບ້ານພັກໃນເມືອງ Saylorsburg ລັດ Pensylvania.

ທ່ານ Fethullah Gulen ອີ​ມາ​ມ ຫຼື ຜູ້​ສອນ​ສາສະໜາ​ອິສລາມ ຜູ້​ຊຶ່ງ​ອາ​ໄສ​ຢູ່ໃນ​ສະຫະ ລັດ ​ໄດ້​ປະນາມ​ການ​ອອກ​ປະກາດ​ໝາຍຈັບ ​ໃນ​ເທີ​ກີ ​ທີ່ກ່າວ​ຫາ​ທ່ານ​ວ່າ​ເປັນ​ຫົວໜ້າ​ວາງ​ແຜນການ​ກໍ່​ລັດຖະປະ​ຫານທີ່​ລົ້ມ​ແຫລວໃນ​ເທີ​ກີ ​ເມື່ອ​ເດືອນ​ແລ້ວ​ນີ້.

ອີ​ມາ​ມ Gulen ​ໄດ້ກ່າວ​ຢູ່​ໃນ​ຖະ​ແຫ​ລງການ​ຂອງ​ຕອນ​ແລງ​ວັນ​ພະຫັດ​ວານນີ້​ວ່າ “ມັນໄດ້​ມີ​ການບັນທຶກ​ໄວ້​ເປັນ​ຢ່າງ​ດີ ​ທີ່ວ່າ​ລະບົບ​ສານ​ເທີີ​ກີ ປາດ​ສະ​ຈາກຄວາມ ຍຸຕິ​ທຳ ທີ່​ເປັນ​ເອກ​ກະລາດ ​ເພາະສະ​ນັ້ນ​ການ​ອອກ​ໝາຍ​ຈັບດັ່ງກ່າວນີ້ ​ແມ່ນ​ຕົວຢ່າງ ​ອີກ​ອັນ​ນຶ່ງ​ຂອງ ປະທານາທິບໍດີ Recep Tayyip Erdogan ທີ່ຊັກ​ຈູງ​ໃຫ້ເກີດການ​ມີ​ອຳ​ນາດ​ແບບ​ພະເດັດ​ການ ​ແລະ​ຫ່າງ​ໄກ​ອອກ​ໄປ​ຈາກ​ປະຊາທິປະ​ໄຕ.”

ອີ​ມາ​ມ Gulen ກ່າວ​ວ່າ “ການ​ອອກ​ໝາຍ​ຈັບ​ຈາກ​ສານເທີ​ກີ ບໍ່​ໄດ້​ປ່ຽນ​ແປງ​ຫຍັງ​ໝົດ​ກ່ຽວ​ກັບສະ​ຖານະ​ຫລືມຸມ​ມອງ​ຂອງ​ຂ້າພະ​ເຈົ້າ.”

ລັດຖະບານ​ເທີ​ກີ​ໄດ້​ກ່າວ​ວ່າ ອີ​ມາ​ມ Gulen ອະດີດ​ພັນທະ​ມິດ​ຂອງ ທ່ານ Erdogan ​ເປັນຫົວໜ້າ​ວາງ​ແຜນ​ຫັກ ຂອງ​ການ​ກໍ່​ລັດຖະປະຫານ ​ທີ່​ຖືກ​ເມີນ​ເສີຍ​ຈາກ​ບັນດາ​ພວກເຈົ້າ​ໜ້າ​ທີ່​ທະຫານ ​ແລະ​ໄດ້​ຮ້ອງ​ໃຫ້​ສະຫະລັດ ສົ່ງ​ໂຕ​ທ່ານ​ໄປ​ຍັງ​ນະຄອນ Ankara ເທິ​ກີ ​ເຖິງ​ຢ່າງໃດ​ກໍ​ດີ ຍັງ​ບໍ່​ໄດ້​ຍື່ນການ​ຮ້ອງຮຽນ​ຢ່າງ​ເປັນ​ທາງ​ການ​ເທື່ອ.

ອີມາ​ມ Gulen ​ໄດ້​ປະຕິ​ເສດຕໍ່​ການ​ພົວພັນ​ໃດໆ​ ຫລື​ຮູ້ຈັກ​ກ່ອນ​ໜ້າ​ຂອງ ຄວາມ​ພະຍາ ຍາມ​ໃນ​ການ​ກໍ່​ລັດຖະປະຫານ​ທາງ​ທະຫານ​ໃນ​ວັນ​ທີ 15 ​ເດືອນ​ກໍລະກົດ ​ແລະ​ໄດ້​ປະນາມ​ເລື້ອງ​ດັ່ງກ່າວ.

ທ່ານ Erdogan ກ່າວ​ຕໍ່​ບັນດາ​ຜູ້ນຳ​ຂອງ​ຫ້ອງການໆ​ຄ້າ​ໃນ​ນະຄອນ Ankara​ ​ເທີ​ກີ ໃນ​ຕອນ​ເຊົ້າວັນ​ພະຫັດວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້ “ຕັດ​ສິນທີ່​ຈະ​ຕັດ​ການ​ພົວພັນ​ທຸລະ​ກິດ​ທັງ​ໝົດ​ກັບອົົງການຈັດ​ຕັ້ງ​ດັ່ງກ່າວ ທີ່ຖື​ວ່າ​ມີ​ເລືອດ​ຕິດ​ຢູ່​ໃນ​ມື​ຂອງພວກເຂົາ​ເຈົ້າ.”

ທ່ານ​ຍັງ​ກ່າວ​ອີກ​ວ່າ “ທຸກໆ​ເຊັນ” ທີ່​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຂອງ Fethullah Gulen ທີ່​ເປັນ​ອົງການ​ກໍ່​ການ​ຮ້າຍ FETO-Futullah ກໍ​ຄື “ລູກປືນຢູ່​ໃນ​ເລົ່າ​ປືນ​ທີ່​ຈະ​ຍິງ​ຕ້ານຕໍ່​ປະ​ເທດນີ້.”

ມີຫລາຍ​ກວ່າ 60,000 ຄົນ​ຢູ່​ໃນກອງ​ທະຫານ ກົມຍຸຕິ​ທຳ ຂ້າ​ລັດ​ຖະກອນ ​ແລະ​ນັກ​ປັນຍາ​ຊົນ​ ໄດ້​ຖືກ​ກັກ​ຂັງ ຖືກ​ໄລ່​ອອກ ​ຫລື​ຢູ່​ພາຍ​ໃຕ້​ການ​ສືບ​ສວນ​ສອບ​ສວນ ຫລັງ​ຈາກ ວັນ​ທີ 15 ​ເດືອນ​ກໍລະກົດ ທີ່​ເຮັດ​ໃຫ້​ເກີດ​ມີ​ຄວາມ​ຢ້ານ​ກົວ​ວ່າ ທ່ານ Erdogan ກຳລັງ​ໃຊ້​ເຫດ ການ​ເພື່ອ​ທັບ​ມ້າງ​ຜູ້​ທີ່​ບໍ່​ເຫັນ​ດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

turkey
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG