ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ກົວ​ເຕ​ມາ​ລາ ປາ​ກົດ​ວ່າ ຈະ​ໄດ້ແຂ່ງ​ຂັນ ​ຂັ້ນ​ຊີ້​ຂາດ


​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ອາ​ເລ​ຮານ​
ໂດ​ຣ ກຽມ​ແມັດ​ເຕ ຈາກ​ພັກ ວາມອ​ສ, ເດີນ​ທາງ​ຮອດ​ສຳ​ນັກ​ງານ​ໃຫຍ່ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານໃນ​ລະ​ຫວ່າງ ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນນະ​ຄອນຫຼວງ ກົວ​ເຕ​ມາ​ລາ ຊີ​ຕີ້. 16 ມິ​ຖຸ​ນາ, 2019.
​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ອາ​ເລ​ຮານ​ ໂດ​ຣ ກຽມ​ແມັດ​ເຕ ຈາກ​ພັກ ວາມອ​ສ, ເດີນ​ທາງ​ຮອດ​ສຳ​ນັກ​ງານ​ໃຫຍ່ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານໃນ​ລະ​ຫວ່າງ ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນນະ​ຄອນຫຼວງ ກົວ​ເຕ​ມາ​ລາ ຊີ​ຕີ້. 16 ມິ​ຖຸ​ນາ, 2019.

ປະ​ເທດ ກົວ​ເຕ​ມາ​ລາ ປະ​ກົດ​ວ່າ​ ຈະ​ມຸ່ງ​ໜ້າ​ໄປສູ່​ຮອບ​ທີ​ສອງ​ ຂອງ​ການ​ລົງ​ຄະ​ແນນ​ສຽງ
ໃນການເລືອກຕັ້ງປະທານາທິບໍດີຂອງເຂົາເຈົ້າ ດ້ວຍຜົນເບື້ອງຕົ້ນໄດ້ສະແດງໃຫ້ເຫັນ
ວ່າ ບໍ່ມີຜູ້ສະໝັກຄົນໃດ ໄດ້ຮັບຄະແນນສຽງສ່ວນຫຼາຍໃນການປ່ອນບັດວັນອາທິດວານ
ນີ້.

ດ້ວຍ​ບັດ​ຄະ​ແນ​ນ​ສຽງ​ໜ້ອຍກວ່າ​ເຄິ່ງ​ນຶ່ງ ​ໄດ້​ຖືກ​ນັບ​ໃນ​ວັນ​ຈັນ​ມື້ນີ້, ອະ​ດີດ​ສະ​ຕີ​ໝາຍ​
ເລກນຶ່ງ ທ່ານນາງ ແຊນດຣາ ຕໍເຣັສ ໄດ້ມີຄະແນນນຳໜ້າຜູ້ລົງແຂ່ງຂັນຄົນອື່ນໆປະ
ມານ 24 ເປີເຊັນ.

ຜູ້​ລົງ​ແຂ່ງ​ຂັນ​ປະ​ທາ​ນາ​ທິ​ບໍ​ດີ 4 ຄັ້ງ​ທ່ານ ອາ​ເລ​ຮານ​ໂດ​ຣ ກຽມ​ແມັດ​ເຕ ຕົກຢູ່ໃນອັນ​ດັບ
ສອງ ດ້ວຍຄະແນນສຽງປະມານ 15 ເປີເຊັນ, ແລະ ຕາມມາເປັນອັນດັບສາມ ແມ່ນນັກ
ຂ່າວທ່ານ ເອັດມັອນ ມູເລັດ ດ້ວຍ 12 ເປີເຊັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ ໄດ້​ກ່າວ​ວ່າ ຜູ້​ລົງ​ແຂ່ງ​ຂັນ​ປະ​ທາ​ນາ​ທິ​ບໍ​ດີຈຳ​ນວນຫຼາຍ
ໄດ້ເປັນສາເຫດທີ່ເຮັດໃຫ້ມີການນັບຄະແນນສຽງຊ້າ,ແລະ ວ່າຜົນຄະແນນສຸດທ້າຍ ຈະ
ເປັນທີ່ຮູ້ຈັກກັນ ໃນອີກປະມານສອງອາທິດ.

ການ​ລົງ​ຄະ​ແນນ​ສຽງ​ຮອບ​ທີ​ສອງ​ຈະ​ຖືກ​ຈັດ​ຂຶ້ນ​ ໃນ​ວັນ​ທີ 11 ສິງ​ຫານີ້.

ຜູ້​ທີ່​ໄດ້​ຮັບໄຊຊະ​ນະ​ເລີດ ຈະ​ສືບ​ທອດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ຈິມ​ມີ ໂມ​ຣາ​
ເລັສ, ຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ລົງແຂ່ງຂັນອີກ ຍ້ອນສະໄໝການດຳລົງຕຳແໜ່ງທີ່ຈຳ
ກັດ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG