ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວ​ທີ່​ຖືກ​ຂ້າ​ຕາຍ ທ່ານ ຄາ​ຊອກ​ກີ ຖືກແຕ່ງ​ຕັ້ງ​ໃຫ້​ເປັນ​ ບຸກ​ຄົນ​ແຫ່ງ​ປີ ໃນ​ວາ​ລະ​ສານ ໄທ​ມ໌


ທຽນ​ທີ່​ຖືກ​ໄຕ້​ໂດຍ​ບັນ​ດ​າ​ນັກ​ເຄື່ອນ​ໄຫວ, ທີ່​ປະ​ທ້ວງ​ການ​ສັງ​ຫານ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ, ຕັ້ງ​ຢູ່ນອກ​ສະ​ຖານ​ກົງ​ສຸນ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ, ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ. 25 ຕຸ​ລາ, 2018.
ທຽນ​ທີ່​ຖືກ​ໄຕ້​ໂດຍ​ບັນ​ດ​າ​ນັກ​ເຄື່ອນ​ໄຫວ, ທີ່​ປະ​ທ້ວງ​ການ​ສັງ​ຫານ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ, ຕັ້ງ​ຢູ່ນອກ​ສະ​ຖານ​ກົງ​ສຸນ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ, ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ. 25 ຕຸ​ລາ, 2018.

ນັກ​ຂ່າວ​ທີ່​ຖືກ​ຂ້າ​ຕາຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ແມ່ນ​ນຶ່ງ​ໃນ​ກຸ່ມ​ຂອງ​ບັນ​ດາ​ນັກ​ຂ່າວ
ຜູ້ທີ່ຖືກຕັ້ງໃຫ້ເປັນ “ບຸກຄົນແຫ່ງປີ” ຂອງວາລະສານ ໄທ​ມ໌ (TIME) ໃນວັນອັງຄານ
ວານນີ້.

ວາ​ລະ​ສານ​ດັ່ງ​ກ່າວ​ຈະ​ຮັບ​ຮອງ​ເອົາ​ຄົນ​ນຶ່ງ ຫຼື ກຸ່ມ​ຂອງ​ຄົນ​ກຸ່ມ​ນຶ່ງ ຜູ້​ທີ່​ມີ​ອິດ​ທິ​ພົນ​ຕໍ່​ຂ່າວ
ແລະ ບັນຫາໃນໂລກຫຼາຍທີ່ສຸດໃນປີທີ່ຜ່ານມາ “ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ.”

ຫົວ​ໜ້າ​ບັນ​ນາ​ທິ​ການ ທ່ານ ເອັດ​ເຫວີດ ແຟ​ລ​ເຊັນ​ຕາ​ລ (Edward Felsenthal) ໄດ້​
ປະກາດບຸກຄົນແຫ່ງປີ 2018 ວ່າແມ່ນ "ຜູ້ພິທັກ ແລະ ສົງຄາມແຫ່ງຄວາມຈິງ" ໃນລາຍ
ການ “Today” ຂອງໂທລະພາບ NBC.

ນອກ​ຈາກ​ທ່ານ ຄາ​ຊອກ​ກີ, “ຜູ້​ພິ​ທັກ” ອີກ​ຄົນ​ນຶ່ງເຊິ່ງແມ່ນ​ພະ​ນັກ​ງານ​ຂອງ​ໜັງ​ສື​ພິມ
ແຄັບປິໂຕ ກາແຊັດ (Capital Gazette) ໃນເມືອງ ແອນນາໂປລິສ, ລັດແມຣີແລນ,
ເຊິ່ງສະມາຊິກຂອງເຂົາເຈົ້າ 5 ຄົນໄດ້ຖືກຂ້າຕາຍໃນການສັງຫານໝູ່ ຢູ່ຫ້ອງການຂອງ
ໜັງສືພິມດັ່ງກ່າວເມື່ອເດືອນມິຖຸນາທີ່ຜ່ານມາ.

ຜູ້​ທີ່​ໄດ້​ຮັບ​ກຽດ​ພ້ອມ​ກັນ​ນັ້ນກໍ​ແມ່ນ​ນັກ​ຂ່າວຊາວ ຟີ​ລິບ​ປິນ ທ່ານ​ນາງ ມາ​ເຣຍ ເຣັ​ສ​ຊາ,
ຜູ້ທີ່ໄດ້ຖືກຈັບໃນຂໍ້ກ່າວຫາການຫຼົບໜີພາສີ, ແລະ ນັກຂ່າວ ຣອຍເຕີ ທ່ານ ວາ ໂລນ
ແລະ ທ່ານ ຈໍ ໂຊ ໂອ, ຜູ້ທີ່ຖືກຂັງຄຸກໃນ ມຽນມາ ເກືອບ 5 ປີແລ້ວ.

ຫົວ​ໜ້າ​ບັນ​ນາ​ທິ​ການ​ຂອ​ງ​ ຣອຍ​ເຕີ ທ່ານ ສ​ເຕ​ເຟັນ ແອດ​ເລີ ໃນ​ວັນ​ອັງ​ຄານ​ວານນີ້ ກໍ
ໄດ້ຮຽກຮ້ອງໃຫ້ມີການປ່ອຍຕົວລູກນ້ອງຂອງທ່ານອີກຄັ້ງນຶ່ງ. ທ່ານ ແອດເລີ ໄດ້ກ່າວ
ວ່າ “ປີນຶ່ງຜ່ານມາແລ້ວ, ນັກຂ່າວ ຣອຍເຕີ ທ່ານ ວາ ໂລນ ແລະ ທ່ານ ຈໍ ໂຊ ໂອ ໄດ້
ຖືກຈັບໃນການວາງແຜນໂດຍຕຳຫຼວດ ທີ່ຕັ້ງໃຈຈະເຂົ້າແຊກແຊງດ້ວຍການລາຍງານ
ຂ່າວ ກ່ຽວກັບ ການສັງຫານໝູ່ໃນ ມຽນມາ. ເລື່ອງກໍແມ່ນວ່າ ເຂົາເຈົ້າຍັງຢູ່ໃນຄຸກ ສຳ
ລັບຄວາມຜິດທີ່ເຂົາເຈົ້າບໍ່ໄດ້ເຮັດນັ້ນ ມັນໄດ້ເຮັດໃຫ້ມີການສົງໄສ ກ່ຽວກັບ ຄຳໝັ້ນ
ສັນຍາຂອງ ມຽນມາ ຕໍ່ປະຊາທິປະໄຕ, ເສລີພາບໃນການປາກເວົ້າ ແລະ ລະບຽບກົດ
ໝາຍ.”

ວາ​ລະ​ສານ ໄທ​ມ໌ ໄດ້​ອ້າງ​ເຖິງ​ຄະ​ນະ​ກຳ​ມະ​ການເພື່ອ​ປົກ​ປ້ອງ​ສະ​ຖິ​ຕິ​ຂອງ​ນັກ​ຂ່າວ, ​
ທີ່ກ່າວເນັ້ນວ່າ ນັກຂ່າວ 262 ຄົນໄດ້ຖືກຈັບເຂົ້າຄຸກໃນປີ 2017 ແລະ ວ່າກຸ່ມດັ່ງກ່າວ
ຄາດວ່າ ຕົວເລກຈະເພີ່ມຂຶ້ນອີກໃນປີນີ້.

ບັນ​ນາ​ທິ​ການ ທ່ານ ຄາ​ລ ວິກ ໄດ້​ຂຽນ​ວ່າ, “ນີ້​ຄວນ​ຈະ​ເປັນ​ເວ​ລາ ເມື່ອ​ປະ​ຊາ​ທິ​ປະ​ໄຕ
ຈະກ້າວກະໂດດໄປຂ້າງໜ້າ,” ແຕ່ “ໃນທາງກົງກັນຂ້າມ, ມັນກຳລັງຖອຍຫຼັງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG