ພວກພະນັກງານລັດຖະບານ ທົ່ວປະເທດກຣີສ ທີ່ມີໜີ້ສິນ
ຫຍຸ້ງເຫຍີ້ງນັ້ນ ໄດ້ພາກັນນັດຢຸດງານ ນຶ່ງມື້ ໃນວັນອັງຄານມື້ນີ້
ເພື່ອປະທ້ວງຕໍ່ແຜນການຂອງລັດຖະບານ ທີ່ຈະໄລ່ພະນັກງານ
ພົນລະເຮືອນ ຫຼາຍພັນຄົນອອກນັ້ນ.
ການປະທ້ວງຂອງວັນອັງຄານມື້ນີ້ ໄດ້ສົ່ງຜົນໃຫ້ການບໍລິການ
ສາທາລະນະຕ່າງໆ ຢຸດສະງັກລົງ ແລະການບໍລິການຢູ່ໂຮງໝໍ
ຊັກຊ້າລົງ. ຕາຕະລາງລົດໄຟແລະຖ້ຽວບິນ ກໍໄດ້ຖືກ ກະທົບ
ເຊັ່ນກັນ.
ລັດຖະບານ Athens ຈະຕ້ອງໄດ້ປະຕິຮູບ ແລະຕັດຈໍານວນພະນັກງານຂອງຕົນລົງ ເພື່ອທີ່ຈະໄດ້ຮັບເງິນຊ່ວຍເຫຼືອ ເພື່ອກອບກູ້ເສດຖະກິດຕື່ມອີກ ຈາກພວກຕ່າງປະເທດ
ທີ່ໃຫ້ເງິນກູ້ຢືມ ແຕ່ວ່າແຜນການຕັດໜ້າວຽກລົງຊຸດຫລ້າສຸດນີ້ ໄດ້ຈຸດຂະນວນຄວາມ
ໂມໂຫໂທໂສຂອງຊາວກຣີສ.
ຜູ້ປະທ້ວງຊາວເອເຕ໊ນຄົນນຶ່ງ ກ່າວວ່າ:
“ຂ້ອຍເຂົ້າໃຈດີວ່າ ການນັດຢຸດງານປະທ້ວງນີ້ສ້າງຄວາມເສຍຫາຍ, ແຕ່ເວົ້າ
ໃນອີກດ້ານນຶ່ງແລ້ວ ໃນເມື່ອວ່າມັນບໍ່ມີການສົນທະນາບໍ່ມີການເຈລະຈາກັນ
ແລະ ລັດຖະມົນຕີ ກໍຕັດສິນໃຈຢ່າງກະທັນຫັນຂຶ້ນມາ ແລະຕັດສິນໃຈເອົາເອງ
ແລະສັ່ງການແບບນັ້ນ ກໍເປັນຂອງທໍາມະດາ ທີ່ຈະຕ້ອງມີການຢຸດງານປະທ້ວງ.
ວິທີຂອງເຂົາເຈົ້າບໍ່ແມ່ນວິທີການທີ່ຈະປະຕິຮູບ. ມັນຕ້ອງມີການວາງແຜນ ມີ
ການອອກແບບ ແລະມີການເກ້ຍກ່ອມໃຫ້ເຊື່ອຖື.”