ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະ​ຊາ​ຊົນ​ກ​ຣີ​ສ ວາງ​ແຜນ ເດີນ​ຂະ​ບວນ​ຄັ້ງ​ໃຫຍ່ ປະ​ທ້ວງ ຂໍ້​ຕົກ​ລົງ ກັບ ມາ​ເຊ​ໂດ​ເນຍ


ນາ​ຍົກ​ລັດ​ຖ​ະ​ມົນ​ຕີກ​ຣີ​ສ ທ່ານ​ອາ​ເລັກ​ຊິ​ສ ຊີ​ປ​ຣາ​ສ ພວມ​ເຂົ້າ​ຮ່ວມ ປະ​ຊຸມ​ສະ​ພາ ທີ່​ນະ​ຄອນ​ຫຼວງ​ເອ​ເທັນ ເມື່ອ​ວັນ​ທີ 16 ມັງ​ກອນ 2019.
ນາ​ຍົກ​ລັດ​ຖ​ະ​ມົນ​ຕີກ​ຣີ​ສ ທ່ານ​ອາ​ເລັກ​ຊິ​ສ ຊີ​ປ​ຣາ​ສ ພວມ​ເຂົ້າ​ຮ່ວມ ປະ​ຊຸມ​ສະ​ພາ ທີ່​ນະ​ຄອນ​ຫຼວງ​ເອ​ເທັນ ເມື່ອ​ວັນ​ທີ 16 ມັງ​ກອນ 2019.

ມີ​ການ​ວາງ​ແຜນໂຮມ​ຊຸມ​ນຸມ​ເດີນ​ຂະ​ບວນຂະ​ໜາດ​ໃຫຍ່​ຢູ່ກ​ຣີ​ສ ໃນ​ວັນ​ອາ​ທິດມື້​ອື່ນນີ້ ເພື່ອ​ປະ​ທ້ວງ​ຕໍ່​ການ​ຕົກ​ລົງ ທີ່​ຈະ​ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ແບບ​ປົກ​ກະ​ຕິ ລະຫວ່າງກ​ຣີ​ສ ແລະ​ມາ​ເຊ​ໂດ​ເນຍ.

ຊາວກ​ຣີ​ສ​ຍັງ​ມີ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຊຶ່ງ​ມາ​ເຊ​ໂດ​ເນຍ ຈະ​ປ່ຽນ​ຊື່​ຂອງ​ຕົນ​ເປັນສາ​ທາ​ລະ​ນະ​ລັດ​ມາ​ເຊ​ໂດ​ເນຍ​ເໜືອ ແລະ​ກ​ຣີ​ສ ກໍ​ຈະ​ຢຸດ​ເຊົາ ​ການ​ຄັດ​ຄ້ານ ຕໍ່​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ ໃນ​ອົງ​ການ​ເນ​ໂຕ້ ແລະ​ສະຫະ​ພາບ​ຢູ​ໂຮບ ຂອງ​ປະ ເທດ​ ທີ່​ຕັ້ງ​ຢູ່​ໃນ​ແຫຼມ​ບອ​ລ​ການ​ດັ່ງ​ກ່າວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ທວີດ​ເຕີ້ ເມື່ອ​ວັນ​ສຸກວານນີ້​ວ່າ ການ​ເດີນ​ຂະ​ບວນ​ຢູ່​ນະ​ຄອນ​ຫຼວງ​ເອ​ເທັນ​ໃນ​ວັນ​ອາ​ທິດມື້​ອື່ນນີ້ ຄາດ​ວ່າ ຈະ​ມີຜູ້​ເຂົ້າ​ຮ່ວມ 150,000 ຄົນ ຫຼື​ຫລາຍກວ່ານັ້ນ.

ພວກ​ປະ​ທ້ວງ​ຊາວ​ກ​ຣີ​ສ​ກ່າ​ວ​ວ່າ ຊື່​ໃໝ່​ຂອງ​ມາ​ເຊ​ໂດ​ເນຍ ແມ່ນ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໄດ້​ຮັບ​ຊື່​ ແລະ​ມູນ​ເຊື້ອ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງກ​ຣີ​ສ. ມາ​ເຊ​ໂດ​ເນຍ​ ແມ່ນ​ຊື່​ຂອງ​ແຂວງໃນ​ພາກ​ເໜືອກ​ຣີ​ສ ທີ່​ມີ​ຊື່​ສຽງຍ້ອນ​ການໄດ້​ຮັບ​ໄຊ​ຊະ​ນະຂອງ​ພ​ະ​ເຈົ້າ​ອາ​ເລັກ​ຊານ​ເດີ້​ມະ​ຫາ​ຣາດ.

​ພວກ​ສະ​ໜັບ​ສະ​ໜຸນ ທີ່​ຄັ​ດ​ຄ້ານ ຕໍ່ຂໍ້​ຕົກ​ລົງ​ກັບ​ກ​ຣີ​ສ ​ເພື່ອ​ປ່ຽນ​ຊື່​ປະ​ເທດ ເປັນ​ສາ​ທາ​ລະ​ນະ​ລັດ ມາ​ເຊ​ໂດ​ເນຍ​ເໜືອ ພວມ​ປະ​ທ້ວງ ຢູ່​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ ຢູ່​ນະ​ຄອນສະ​ກົບ​ເຢ ເມື່ອ​ວັນ​ທີ 11 ມັງ​ກອນ 2019.
​ພວກ​ສະ​ໜັບ​ສະ​ໜຸນ ທີ່​ຄັ​ດ​ຄ້ານ ຕໍ່ຂໍ້​ຕົກ​ລົງ​ກັບ​ກ​ຣີ​ສ ​ເພື່ອ​ປ່ຽນ​ຊື່​ປະ​ເທດ ເປັນ​ສາ​ທາ​ລະ​ນະ​ລັດ ມາ​ເຊ​ໂດ​ເນຍ​ເໜືອ ພວມ​ປະ​ທ້ວງ ຢູ່​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ ຢູ່​ນະ​ຄອນສະ​ກົບ​ເຢ ເມື່ອ​ວັນ​ທີ 11 ມັງ​ກອນ 2019.

​ພວກ​ຄັດ​ຄ້ານ​ຕໍ່​ຂໍ້​ຕົກ​ລົງ​ນີ້ ແມ່ນ​ເຂັ້ມ​ແຂງ​ເປັນ​ພິ​ເສດ​ຢູ່​ໃນ​ແຂວງ​ມາ​ເຊ​ໂດ​ເນຍ​ຂອງກ​ຣີ​ສ ບ່ອນ​ທີ່​ປະ​ຊາ​ຊົນ ​ພາ​ກັນ​ຂຽນ​ປ້າຍ​ຄຳ​ຂວັນ ​ຮຽກ​ຮ້ອງ​ໃຫ້ ​ສະ​ມາ​ຊິກ​ສະ​ພາ ລົງ​ຄະ​ແນນ​ສຽງ ​ຄັດ​ຄ້ານ​ຕໍ່​ຂໍ້​ຕົກ​ລົງ​ນີ້.

ການ​ຢັ່ງ​ຫາງ​ສຽງ​ໃນ​ທົ່ວ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ກ​ຣີ​ສ ພົບ​ວ່າ ຫລາຍກວ່າ 70 ເປີ​ເຊັນ ຂອງ​ພວກ​ທີ່​ຕອບ​ຄຳ​ຖາມ ແມ່ນ​ຄັດ​ຄ້ານ​ຕໍ່​ຂໍ້​ຕົກ​ລົງ​ນີ້.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ ເຮັດ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີອາ​ເລັກ​ຊິ​ສ ຊີ​ປ​ຣາ​ສ ຕ້ອງ​ສູນ​ເສຍພັນ​ທະ​ມິດ ​ທີ່​ມີ​ມາ​ເປັນ​ເວ​ລ​າ 4 ປີ​ໃນ​ສະ​ພາ ຫຼັງ​ຈາກພັນ​ທະ​ມິດ ​ຫົວ​ຊາດ​ນິ​ຍົມຂອງ​ທ່ານໄດ້​ໂຕນ​ໄປ​ເຂົ້າ​ກັ​ບ​ພວກ​ປະ​ທ້ວງ. ຫຼັງ​ຈາກ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ​ນັ້ນແລ້ວ ທ່ານ​ຊີ​ປ​ຣາ​ສໄດ້​ຮັບໄຊ​ຊະ​ນະ​ຢ່າງ​ຫວຸດ​ຫວິດ ໃນ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງໃຈ​ລັດ​ຖະ​ບານ​ຢູ່​ໃນ​ສະ​ພາ ໃນ​ມື້​ວັນ​ພຸດ​ຜ່ານ​ມາ.

ທ່ານ​ຊີ​ປ​ຣາ​ສຮຽກ​ຮ້ອງ​ໃຫ້​ມີ​ການ​ໂຕ້​ວາ​ທີ​ທາງ​ໂທ​ລະ​ພາບ ກ່ຽວ​ກັບ​ແຜນ​ການ​ປ່ຽນ​ຊື່​ດັ່ງກ່າວກັບ​ ມາ​ເຊ​ໂດ​ເນຍກ່ອນ​ທີ່​ຈະ​ພາ​ແຫ່ງ​ຊາດ​ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີກ​ຣີ​ສ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ມາ​ເຊ​ໂດ​ເນຍ ທ່ານ ໂຊ​ແຮນ ຊາ​ເອັ​ຟ ໄດ້​ຕົກ​ລົງ​ຮັບ​ເອົາ​ການ​ປາ​ນີ​ປາ​ນອມ​ເມື່ອ​ເດືອນ​ມິ​ຖຸ​ນາ​ປີ​ແລ້ວເພື່ອຍຸ​ຕິ​ການ ​ຂັດ​ແຍ້ງ​ກ່ຽວ​ກັບ​ເລື້ອງ​ຊື່​ດັ່ງ​ກ່າວ ລະ​ຫວ່​າງ​ປະ​ເທດ​ເພື່ອນ​ບ້ານ​ທັງ​ສອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG