ຕຳຫຼວດປາບຈະລາຈົນ ໄດ້ໃຊ້ລະເບີດນ້ຳຕາຕໍ່ພວກປະທ້ວງ ທີ່ນະຄອນຫຼວງເອເທັນ
ຂອງກຣີສ ໃນວັນສຸກວານນີ້ ໃນຂະນະທີ່ຫຼາຍພັນຄົນ ພາກັນເດີນຂະບວນປະທ້ວງຢູ່
ຕາມຖະໜົນຫົນທາງຕໍ່ຮ່າງກົດໝາຍປະຢັດມັດທະຍັດສະບັບໃໝ່ ທີ່ຈະມີການລົງຄະ
ແນນສຽງຮັບຮອງເອົາ ໃນວັນຈັນຈະມານີ້.
ຕຳຫຼວດໄດ້ໃຊ້ລະເບີດນ້ຳຕາ ເວລາພວກປະທ້ວງກຸ່ມນຶ່ງ ພະຍາຍາມຈະບຸກເຂົ້າໄປ
ໃນຕຶກສະພາ. ບໍ່ມີລາຍງານວ່າ ມີການຈັບກຸມ ຫຼືມີຜູ້ໄດ້ຮັບບາດເຈັບແຕ່ປະການໃດ.
ເປັນທີ່ຄາດກັນວ່າ ຮ່າງກົດໝາຍທີ່ພາໃຫ້ມີການປະທ້ວງຕະຫຼອດອາທິດຢູ່ນະຄອນ
ຫຼວງຂອງກຣີສນີ້ແມ່ນນຶ່ງໃນແຜນການຕັດການໃຊ້ຈ່າຍທີ່ສຳຄັນເທື່ອສຸດທ້າຍກ່ອນ
ແຜນການຊ່ອຍກອບກູ້ເສດຖະກິດ ຂອງສະພາບຢູໂຣບຊ່ອຍກຣີສຈະສິ້ນສຸດລົງໃນ
ເດືອນ ສິງຫາປີນີ້. ຮ່າງກົດໝາຍນີ້ ຈະຈຳກັດສິດທິ ຂອງພວກກຳມະກອນ ທີ່ຈະນັດ
ຢຸດງານ ແລະເລັ່ງລັດການຍຶດອະສັງຫາຣິມະຊັບ.
ການນັດຢຸດງານໃນວັນສຸກວານນີ້ ໄດ້ລົບກວນລະບົບການຂົນສົ່ງໃນນະຄອນຫຼວງ
ເອເທັນ. ໃນມື້ວັນຈັນ ຄາດວ່າ ການປະທ້ວງ ຍັງຈະດຳເນີນຕໍ່ໄປ ດ້ວຍການນັດຢຸດ
ງານເປັນເວລາ 3 ຊົ່ວໂມງໂດຍພວກເຈົ້າໜ້າທີ່ຄວບຄຸມການສັນຈອນທາງອາກາດ
ແຕ່ຕອນທ່ຽງ ຫາບ່າຍ 3 ໂມງຕາມເວລາໃນທ້ອງຖິ່ນ. ການນັດຢຸດງານຂອງລະບົບ ການຂົນສົ່ງສາທາລະນະ ກໍຄາດວ່າຍັງຈະດຳເນີນຕໍ່ໄປພ້ອມດ້ວຍການນັດຢຸດງານ
ຂອງພວກຄົນງານຢູ່ຕາມໂຮງໝໍຕ່າງໆ.
ສະຫະພັນກຳມະບານໃຫຍ່ຂອງພວກຄົນງານກຣີສ ກ່າວວ່າ ຮ່າງກົດໝາຍສະບັບ
ນີ້ “ແມ່ນຈະສ້າງຄວາມເສຍຫາຍຢ່າງຮ້າຍແຮງ ໃຫ້ແກ່ພວກຄົນງານກຣີສ ລະບົບ
ເບ້ຍບຳນານແລະການຫວ່າງງານຊຶ່ງຈະມີຜົນລຶບລ້າງແມ່ນແຕ່ສິດທິທີ່ໄດ້ຮັບການ
ຄຸ້ມຄອງ ໂດຍລັດຖະທຳມະນູນ ເຊັ່ນສິດທິໃນການນັດຢຸດງານ” ອີງຕາມລາຍງານ
ຂອງອົງການຂ່າວຝຣັ່ງ.
ນັບຕັ້ງແຕ່ໄດ້ມີການຊ່ອຍກອບກູ້ ໂອກາດທາງດ້ານເສດຖະກິດຂອງກຣີສແມ່ນດີ
ຂຶ້ນໂດຍເຮັດໃຫ້ປະເທດດັ່ງກ່າວມີໂອກາດຫຼາຍຂຶ້ນທີ່ຈະດຳລົງຄົງຢູ່ໄດ້ຢ່າງມີປະ
ສິດທິຜົນ ໂດຍປາສະຈາກລະບົບການຄຸ້ມຄອງຄວາມປອດໄພຂອງສະຫະພາບຢູ
ໂຣບ ເປັນເທື່ອທຳອິດໃນຮອບ 9 ປີ.