ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣີສ ດໍາເນີນການເຄື່ອນໄຫວ ດ້ວຍການຫ້າມ ບໍ່​ໃຫ້ພັກນາຊີໃໝ່ ລົງເລືອກຕັ້ງ ໃນເດືອນພຶດສະພານີ້


ແຟ້ມຮູບ-ຜູ້ສະໜັບສະໜຸນພັກ Golden Dawn ເຊິ່ງເປັນພັກຂວາຈັດຂອງກຣີສ ຍົກມືຂຶ້ນສະແດງຄວາມເຄົາລົບ ແບບລັກສະນະຂອງນາຊີ ໃນລະຫວ່າງການຊຸມນຸມ ໃນນະຄອນຫຼວງເອເທັນ, ວັນທີ 1 ກຸມພາ 2014.
ແຟ້ມຮູບ-ຜູ້ສະໜັບສະໜຸນພັກ Golden Dawn ເຊິ່ງເປັນພັກຂວາຈັດຂອງກຣີສ ຍົກມືຂຶ້ນສະແດງຄວາມເຄົາລົບ ແບບລັກສະນະຂອງນາຊີ ໃນລະຫວ່າງການຊຸມນຸມ ໃນນະຄອນຫຼວງເອເທັນ, ວັນທີ 1 ກຸມພາ 2014.

ສະມາຊິກສະພາ ຂອງປະເທດກຣີສ ມີ​ກຳ​ນົດ​ຈະລົງມະຕິແບບຮີບດ່ວນ ກ່ຽວກັບຮ່າງກົດໝາຍສະບັບໃໝ່ ທີ່​ນຳ​ສະ​ເໜີໂດຍລັດຖະບານ ເພື່ອຫ້າມບໍ່ໃຫ້ ພັກນາຊີໃໝ່ ຫຼື neo-Nazi ເຂົ້າຮ່ວມ​ ໃນ​ການລົງສະໝັກເລືອກຕັ້ງແຫ່ງຊາດໃນເດືອນພຶດສະພາທີ່ຈະມາເຖິງນີ້. ການເຄື່ອນໄຫວດັ່ງກ່າວມີຂຶ້ນລຸນຫຼັງການກໍ່ຕັ້ງພັກ neo-Nazi ຢູ່ໃນຄຸກ, ເຊິ່ງເປັນພັກການເມືອງທີ່ໄດ້ຮັບການສະໜັບສະໜຸນຈາກ​ປະ​ຊາ​ຊົນ ກ່ອນການເລືອກຕັ້ງ. ແອນທີ ຄາຣາສຊາວາ (Anthee Carassava) ນັກຂ່າວ VOA ມີລາຍງານຈາກນະຄອນຫຼວງເອເທັນ ກ່ຽວກັບປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້ທີ່ຮຸນແຮງ ຈາກການວາງ​ຂໍ້ຫ້າມດັ່ງກ່າວ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີກະຊວງຍຸຕິທໍາຂອງກຣີສ ທ່ານມາກິສ ວໍຣີດິສ (Makis Voridis) ໄດ້ຍື່ນຮ່າງກົດໝາຍດັ່ງກ່າວ ຕໍ່ລັດຖະສະພາ, ເຊິ່ງເປັນຮ່າງກົດໝາຍທີ່ບໍ່ເຄີຍມີມາກ່ອນ ແລະເປັນສ່ວນນຶ່ງໃນການດໍາເນີນງານຂອງລັດຖະບານ ເພື່ອປົກປ້ອງປະຊາທິປະໄຕ ຢູ່ໃນດິນແດນທີ່ເປັນຖິ່ນກໍາເນີດຂອງປະຊາທິປະໄຕ, ເຊິ່ງທ່ານ ວໍຣີດິສ ກ່າວວ່າ:

"ດ້ວຍຮ່າງກົດໝາຍນີ້, ມັນເປັນຄັ້ງທໍາອິດ ໃນປະຫວັດສາດ ທີ່ສະມາຊິກສະພາຂອງປະເທດກຣີສ ຮຽກຮ້ອງໃຫ້ຄະນະຕຸລາການຂອງສານສູງສຸດ ຊັ່ງຊາເບິ່ງຂໍ້ມູນປະຫວັດຂອງພັກດັ່ງກ່າວ ແລະປະຫວັດຂໍ້ມູນຂອງບັນດາສະມາຊິກພັກ ທີ່ຈະລົງແຂ່ງຂັນໃນການເລືອກຕັ້ງແຫ່ງຊາດ ທີ່ຈະມາເຖິງນີ້."

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດອາທິດ ລຸນຫຼັງບັນດາສະມາຊິກສະ ພາຂອງປະເທດກຣີສ ໄດ້ລົງມະຕິຫ້າມ ທ່ານອີລຽສ ກາຊິເດຍຣີສ ເຊິ່ງເປັນຫົວໜ້າສະມາຊິກພັກໂກລເດັນ ດອນ (Golden Dawn) ທີ່ໄດ້ຖືກ​ສັ່ງ​ຍຸບໄປແລ້ວໃນ​ເວ​ລານີ້ ບໍ່ໃຫ້ລົງແຂ່ງຂັນເລືອກຕັ້ງໃນວັນທີ 21 ພຶດສະພານີ້.

ທ່ານກາຊິເດຍຣິສ ເປັນນຶ່ງໃນບັນດາສະມາຊິກພັກ neo-Nazi ແລະນັກການ ເມືອງອີກ 60 ຄົນ ທີ່ໄດ້ຮັບການຕັດສິນລົງໂທດຢ່າງ​ໜັກ ​ທີ່​ໄດ້​ແນ​ເປົ້າ​ໝາຍໃສ່ພວກ​ຄົນ​ເຂົ້າ​ເມືອງ, ພວກຮັກຮ່ວມເພດ ແລະບັນດານັກເຄື່ອນໄຫວ ການ ເມືອງຝ່າຍຊ້າຍ ໃນຊ່ວງເວລາການດໍາເນີນງານຂອງພັກໂກລເດິນ ດອນ ຢູ່ໃນຂັ້ນສູງສຸດ ລະຫວ່າງປີ 2012 ຫາ 2019.

ການຖືກຂັງຂອງທ່ານກາຊິເດຍຣິສບໍ່ໄດ້ຂັດຂວາງທ່ານຈາກການສະແດງຄວາມ​ຄິດ​ຄວາມ​ເຫັນຂອງທ່ານ. ຈາກຄຸກ ທ່ານໄດ້ຈັດຕັ້ງພັກການເມືອງທີ່ມີຊື່ວ່າກຣີກ ຂຶ້ນມາ, ແລະມີຜູ້ຕິດຕາມຢູ່ໃນຢູທູບຮອດ 120,000 ຄົນ.

ເຖິງແມ່ນວ່າ ຈະມີຄວາມພະຍາຍາມ ຈາກບັນດາສະມາຊິກສະພາ ແລະພັກ​ລັດ​ຖະ​ບານ​ຫົວອະນຸລັກນິຍົມທີ່ຈະຂັດຂວາງທ່ານຈາກການລົງສະໝັກເລືອກຕັ້ງໃນ ເດືອນພຶດສະພາກໍຕາມ, ແຕ່ໃນໄລ​ຍະບໍ່ເທົ່າໃດມື້ທີ່ຜ່ານມານີ້ ທ່ານກາຊິເດຍ- ຣີສ ກໍໄດ້ລາ​ອອກ ໂດຍການສະເໜີຊື່ອະດີດປະທານສານສູງສຸດ ຜູ້ທີ່ບໍ່ເຄີຍມີປະຫວັດທາງອາຊະຍາກໍາ ເຂົ້າມາເປັນຜູ້ນໍາພາຂອງພັກແທນ​ໃນ​ການເລືອກຕັ້ງທີ່ຈະມາເຖິງນີ້.

ດ້ວຍຄວາມບໍ່ພໍໃຈທີ່ເພີ້ມທະວີຂຶ້ນໃນໝູ່ປະຊາຊົນຊາວກຣີສ ຕໍ່​ພັກ​ລັດ​ຖະ​ບານຫົວອະນຸລັກນິຍົມ ແລະພັກການເມືອງທີ່ສໍາຄັນຫຼັກ, ການສໍາຫຼວດສຽງຂອງປະ ຊາຊົນໄດ້ສະແດງໃຫ້ເຫັນວ່າ ພັກຂອງທ່ານກາຊິເດຍຣິສ ໄດ້ຮັບການລົງຄແນນສຽງສະໜັບສະໜຸນທີ່ໝັ້ນຄົງກວ່າປະມານ 3 ເປີເຊັນ ເຊິ່ງມີຈໍານວນພຽງພໍທີ່ຈະໄດ້​ເຂົ້າ​ໄປ​ນັ່ງຢູ່ໃນສະພາ​ຂອງກຣີສ.

ສໍາລັບພັກ​ລັດ​ຖະ​ບານຫົວອະນຸລັກນິຍົມ ແມ່ນກໍາລັງປະເຊີນໜ້າກັບ​ການ​ໄດ້​ຮັບ​ຄະ​ແນນ​ສຽງທີ່ຫຼຸດລົງມາຢ່າງຫຼວງຫຼາຍ, ເຊິ່ງມີທ່າທີວ່າ ພັກຂອງທ່ານກາຊິເດຍຣິສ ເປັນໄພຂົ່ມຂູ່ທີ່ຮຸນແຮງຫຼາຍ ຕໍ່ການ​ໄດ້​ຮັບເລືອກຄັ້ງໃໝ່ຂອງພວກເຂົາເຈົ້າ.

ແຕ່ຄວາມພະຍາຍາມຂອງລັດຖະບານ ທີ່ຈະສະເໜີການອອກກົດໝາຍທີ່ເຂັ້ມງວດໃນວັນຈັນວານນີ້ ໄດ້ເປັນແຮງຜັກດັນໃຫ້ມີການໂຕ້ວາທີກັນຢ່າງຮຸນແຮງຂຶ້ນໃນະດັບຊາດ. ພັກ ຊີຣິຊາ (Syriza) ເຊິ່ງເປັນພັກຝ່າຍຊ້າຍຈັດ ກ່າວວ່າ ​ຕົນຈະງົດເວັ້ນການລົງມະຕິສຸດທ້າຍໃນວັນອັງຄານນີ້, ແລະນັກຊ່ຽວຊານທາງດ້ານກົດໝາຍໄດ້ເນັ້ນຢໍ້າເຖິງຄວາມກັງວົນວ່າ ​ຈະເກີດມີກະແສຕໍ່ຕ້ານທີ່ຮຸນແຮງ ເຊິ່ງພວກເຂົາເຈົ້າກ່າວວ່າ ພຽງແຕ່ຈະເຮັດໃຫ້ເປັນແຮງຜັກດັນຕໍ່ການສະໜັບສະໜຸນພັກຂວາຈັດ ຂອງທ່ານກາຊິເດຍຣິສ ເທົ່ານັ້ນ.

ທ່ານໂຄສຕາສ ໂບໂຕປູໂລສ (Costas Botopoulos) ເຊິ່ງເປັນສາດສະດາ ຈານທາງດ້ານກົດໝາຍລັດຖະທໍາມະນູນ ໃນນະຄອນຫຼວງເອເທັນໄດ້ອະທິບາຍ ວ່າ:

“ການປົກປ້ອງປະຊາທິປະໄຕ ໝາຍເຖິງການປົກປ້ອງເຈດຕະນາຂອງລັດຖະທໍາມະນູນ. ແລະນີ້ ຄືໂຕໜັງສືຂອງກົດໝາຍທີ່ແຈ່ມແຈ້ງ. ມັນບໍ່ໄດ້ຫ້າມ ພັກການ ເມືອງຕ່າງໆທີ່ຈະແຂ່ງຂັນກັນບົນພື້ນຖານຂອງອຸດົມການທີ່ພວກເຂົາເຈົ້າສົ່ງເສີມ, ແຕ່ມີລັກສະນະໃນການຈັດຕັ້ງສະມາຊິກຂຶ້ນມາແລະເຖິງແມ່ນວ່າພວກເຂົາເຈົ້າ ຈະມີປະຫວັດທາງອາຊະຍາກໍາກໍຕາມ.”

ພັກກຣີສ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຕອບໂຕ້ຕໍ່ທຸກໆຄວາມພະຍາຍາມທີ່ຈະຍຸຕິພວກເຂົາເຈົ້າ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG