ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣິສ ຊີ້ແຈງ ຜ່ານທາງຈົດໝາຍ ວ່າ Athens ອາດຍິນຍອມ ຕໍ່ຂໍ້ຮຽກຮ້ອງ ຂອງບັນດາເຈົ້າໜີ້


ປະທານຄະນະກຳມະທິການ ຢູໂຣບ ທ່ານ Jean-Claude Juncker ຈັດກອງປະຊຸມຖະແຫລງຂ່າວ ໃນຂະນະທີ່ ຕ້ອນຮັບ ທ່ານ Mario Monti, ປະທານ ຂອງກຸ່ມ High Level Group on Own Resources, ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນ Brussels, Belgium, ວັນທີ 1 ກໍລະກົດ 2015.
ປະທານຄະນະກຳມະທິການ ຢູໂຣບ ທ່ານ Jean-Claude Juncker ຈັດກອງປະຊຸມຖະແຫລງຂ່າວ ໃນຂະນະທີ່ ຕ້ອນຮັບ ທ່ານ Mario Monti, ປະທານ ຂອງກຸ່ມ High Level Group on Own Resources, ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນ Brussels, Belgium, ວັນທີ 1 ກໍລະກົດ 2015.

ຈົດໝາຍ​ສະບັບ​ນຶ່ງ ສົ່ງ​ໂດຍ ທ່ານ Alexis Tsipras ນາຍົກ
ລັດຖະມົນຕີກຣິສ ຫາ​ບັນດາລັດຖະມົນຕີ ​ເຂດ​ໃຊ້​ເງິນ​ຢູ​ໂຣ
​ໄດ້​ຊີ້​ແຈງ​ວ່າ ກຣິສ ພ້ອມ​ແລ້ວ ທີ່​ຈະ​ຮັບ​ເອົາ​ ເງື່ອນ​ໄຂ​ສ່ວນ​ໃຫຍ່
ສຳ​ຫລັບເງິນທຶນກອບ​ກູ້​ເສດຖະກິດກ້ອນໃໝ່​ ຂອງ​ກຳມະທິການ
ຢູ​ໂຣບ.

ຈົດໝາຍ​ສະບັບ​ດັ່ງກ່າວ ​ຍັງໄດ້​ຖືກ​ສົ່ງ​ໃຫ້​ອົງການ​ຂ່າວ​ຕ່າງໆ ໃນ
​ວັນ​ພຸດ​ມື້​ນີ້ ຫຼາຍໆ​ຊົ່ວ​ໂມງ ກ່ອນ​ໜ້າບັນດາ​ລັດຖະມົນຕີການ​ເງິນ
​ຂອງປະ​ເທດ​ໃນຢູ​ໂຣບ ມີ​ກຳນົດ ​ທີ່​ຈະ​ຈັດ​ກອງ​ປະຊຸມ​ທາງໄກ
ຜ່ານໂທລະພາບ ​ເພື່ອປຶກສາ​ຫາລື​ກັນ ຕໍ່​ການ​ຂໍ​ຮ້ອງ​ຂອງ​ກຣິສ
​ເທື່ອຫຼ້າສຸດ ສຳ​ຫລັບ​ຂໍ້​ຕົກລົງ​ນັ້ນ. ຈົດໝາຍ​ສະບັບ​ນັ້ນ ​ໄດ້​ຊີ້​ແຈງ​
ວ່າ ​ກຣິສ ມີ​ຄວາມເຕັມ​ໃຈຫຼາຍຂຶ້ນ ກວ່າ​ທີ່ໄດ້​ສະ​ແດງ​ໃຫ້ເຫັນໃນເມື່ອກ່ອນ​ວ່າ ຈະ​ຍິນຍອມ​ ຮັບເອົາ​ຂໍ້​ຮຽກຮ້ອງ​ ຂອງ​ບັນ​ດາຜູ້​ໃຫ້​ເງິນກູ້ຢືມ​.​

ຜູ້ຈັດການ ທະນາຄານແຫ່ງນຶ່ງ ພະຍາຍາມ ອະທິບາຍ ສະຖານະການ ໃຫ້ຜູ້ທີ່ບຳນານແລ້ວ ຫຼາຍຮ້ອຍຄົນ ທີ່ກຳລັງລຽນແຖວຢູ່ດ້ານນອກ ສາຂາທະນາຄານແຫ່ງຊາດ ໃນນະຄອນ Athens, ປະເທດ Greece, ວັນທີ 1 2015.
ຜູ້ຈັດການ ທະນາຄານແຫ່ງນຶ່ງ ພະຍາຍາມ ອະທິບາຍ ສະຖານະການ ໃຫ້ຜູ້ທີ່ບຳນານແລ້ວ ຫຼາຍຮ້ອຍຄົນ ທີ່ກຳລັງລຽນແຖວຢູ່ດ້ານນອກ ສາຂາທະນາຄານແຫ່ງຊາດ ໃນນະຄອນ Athens, ປະເທດ Greece, ວັນທີ 1 2015.

ຢູ່​ໃນ​ກອງ​ປະຊຸມ​ຂອງ​ພວກ​ເ​ຂົາ​ເຈົ້າ ​ເມື່ອ​ຕອນ​ຄ່ຳຄືນ​ວັນ​ພຸດມື້​ນີ້ ບັນດາ​ລັດຖະມົນຕີ
ການ​ເງິນ ​ຂອງປະ​ເທດ​ໃນຢູ​ໂຣບ ມີກຳນົດ​ ທີ່​ຈະ​ຊັ່ງຊາ​ເບິ່ງ​ຄຳ​ຮ້ອງ​ຂໍຂອງ​ກຣິສ ຢາກ​ກູ້​ຢືມ
ເງິນໃນມູນ​ຄ່າ 32 ພັນ 4 ຮ້ອຍ​ລ້ານ​ໂດ​ລາ ​ໃນ​ນາທີ​ສຸດ​ທ້າຍ. ​ເງິນ​ຈຳນວນ​ນີ້ ອາດ​ເປັນ
ຄວາມພະຍາຍາມ​ຂັ້ນສຸດທ້າຍ​ ທີ່​ເຮັດໃຫ້ກຣິສໄດ້ຢູ່​ໃນ​ເຂດ​ປະ​ເທດ​ ທີ່​ໃຊ້​ເງິນ​ຢູ​ໂຣ ຕໍ່ໄປ
ຫຼັງຈາກ​ທີ່​ກຣິສ ​ໄດ້​ພາດ​ໂອກາດ ຈ່າຍເງິນ​ກູ້ຢືມຄືນ 1 ພັນ 8 ຮ້ອຍ​ລ້ານ​ໂດ​ລາ ແກ່ອົງການ ກອງ​ທຶນ​ສາກົນ IMF ​ໃນ​ວັນ​ອັງຄານ​ວານ​ນີ້.

​ໃນວັນ​ອັງຄານ​ວານ​ນີ້ ບັນດາ​ລັດຖະມົນຕີການ​ເງິນ​ ຂອງປະ​ເທດ​ໃນຢູ​ໂຣບ ​ໄດ້​ຕັດສິນ​ໃຈ
ບໍ່​ເຫັນ​ດີ ຕໍ່​ໂຄງການຊ່ອຍກອບ​ກູ້​ເສດຖະກິດ ສຳ​ຫລັບ​ກຣິສອອກ​ໄປ ທີ່​ອາດ​ເຮັດ​ໃຫ້ກຣິສ
ສາມາດ​ປະຕິ​ບັດ​ພັນທະ​ຂອງ​ຕົນ​ ຕໍ່​ບັນດາ​ຜູ້​ໃຫ້​ກູ້​ຢືມ​ທຶນໄດ້.

ລັດຖະມົນຕີ​ການ​ເງິນ​ຂອງ​ເນ​ເທີ​ແລນ ທ່ານ Jeroen Dijsselbloem ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ວ່າ “ມັນ​ອາດເປັນ​ຄື​ວ່າ​ບ້າທີ່ຈະຕໍ່​ໂຄງການ​ ດັ່ງກ່າວ​ ອອກ​ໄປ.”

​ໃນ​ວັນ​ພຸດ​ມື້​ນີ້ ທະນາຄານ ຫຼາຍພັນ​ແຫ່ງ ​ໃນ​ທົ່ວ​ກຣິສ ​ໄດ້​ເປີດ​ບໍລິການ​ ໃຫ້​ແກ່​ບັນດາ​ຜູ້​
ທີ່ອອກ​ບຳນານ​ແ​ລ້ວ ທີ່​ບໍ່​ມີ​ບັດ ATM ​ແລະ​ຕ້ອງການທີ່​ຈະ​ຖອນເງິນ.

Obama: Greek Crisis Primarily of Concern to Europe
please wait

No media source currently available

0:00 0:02:19 0:00

XS
SM
MD
LG